ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 59 ໜ້າ 142-ໜ້າ 143 ຂໍ້ 5
  • ໄວລຸ້ນ 4 ຄົນ​ເຊື່ອຟັງ​ພະ​ເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໄວລຸ້ນ 4 ຄົນ​ເຊື່ອຟັງ​ພະ​ເຢໂຫວາ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເດັກຫນຸ່ມສີ່ຄົນທີ່ນະຄອນບາບີໂລນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ບຸກຄົນ​ທີ່​ຄວນ​ຮຽນ​ແບບ—ຊາຍ​ໜຸ່ມ​ເຮັບເຣີ​ສາມ​ຄົນ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 59 ໜ້າ 142-ໜ້າ 143 ຂໍ້ 5
ດານີເອນ ຮານານີຢາ ມີຊາເອນ ແລະ​ອາຊາຣີຢາ​ບໍ່​ຍອມ​ກິນ​ອາຫານ​ຂອງ​ກະສັດ

ບົດ​ທີ 59

ໄວລຸ້ນ 4 ຄົນ​ເຊື່ອຟັງ​ພະ​ເຢໂຫວາ

ເມື່ອ​ເນບູກາດເນັດຊາ​ພາ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ໄປ​ບາບີໂລນ ລາວ​ມອບໝາຍ​ຂ້າລາຊະການ​ຄົນ​ໜຶ່ງ​ຊື່​ອັດຊະເປນັດ​ໃຫ້​ເບິ່ງແຍງ​ເຂົາເຈົ້າ. ເນບູກາດເນັດຊາ​ບອກ​ອັດຊະເປນັດ​ໃຫ້​ເລືອກ​ໄວລຸ້ນ​ຜູ້​ຊາຍ​ທີ່​ມີ​ສຸຂະພາບ​ແຂງແຮງ​ທີ່​ສຸດ​ແລະ​ສະຫຼາດ​ທີ່​ສຸດ​ອອກ​ມາ. ໄວລຸ້ນ​ເຫຼົ່າ​ນີ້​ຈະ​ໄດ້​ຮັບ​ການ​ຝຶກ 3 ປີ ເພື່ອ​ເຮັດ​ວຽກ​ທີ່​ສຳຄັນ​ໃຫ້​ກະສັດ​ບາບີໂລນ. ເຂົາເຈົ້າ​ຕ້ອງ​ຮຽນ​ອ່ານ ຂຽນ ແລະ​ເວົ້າ​ພາສາ​ຂອງ​ບາບີໂລນ. ເຂົາເຈົ້າ​ຕ້ອງ​ກິນ​ອາຫານ​ແບບ​ດຽວ​ກັນ​ກັບ​ທີ່​ກະສັດ​ແລະ​ຂ້າລາຊະການ​ຂອງ​ລາວ​ກິນ. ອັດຊະເປນັດ​ໄດ້​ຕັ້ງ​ຊື່​ໃໝ່​ເປັນ​ພາສາ​ບາບີໂລນ​ໃຫ້​ໄວລຸ້ນ 4 ຄົນ. ລາວ​ປ່ຽນ​ຊື່​ດານີເອນ​ເປັນ​ເບນເຕຊັດຊາເຣ ຮານານີຢາ​ເປັນ​ຊາດຣາກ ມີຊາເອນ​ເປັນ​ເມຊາກ ແລະ​ອາຊາຣີຢາ​ເປັນ​ອາເບດເນໂກ. ການ​ຝຶກ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເຊົາ​ນະມັດສະການ​ພະ​ເຢໂຫວາ​ບໍ?

ໄວລຸ້ນ​ຜູ້​ຊາຍ 4 ຄົນ​ນີ້​ຕັ້ງໃຈ​ຈະ​ເຊື່ອຟັງ​ພະ​ເຢໂຫວາ. ເຂົາເຈົ້າ​ຮູ້​ວ່າ​ເຂົາເຈົ້າ​ບໍ່​ຄວນ​ກິນ​ອາຫານ​ຂອງ​ກະສັດ ເພາະ​ອາຫານ​ບາງ​ຢ່າງ​ຖື​ວ່າ​ບໍ່​ສະອາດ​ຕາມ​ກົດໝາຍ​ຂອງ​ພະ​ເຢໂຫວາ. ເຂົາເຈົ້າ​ຈຶ່ງ​ເວົ້າ​ກັບ​ອັດຊະເປນັດ​ວ່າ: ‘ຂໍ​ຢ່າ​ໃຫ້​ພວກ​ເຮົາ​ກິນ​ອາຫານ​ຂອງ​ກະສັດ​ເລີຍ.’ ອັດຊະເປນັດ​ບອກ​ເຂົາເຈົ້າ​ວ່າ: ‘ຖ້າ​ພວກ​ເຈົ້າ​ບໍ່​ກິນ​ແລະ​ຖ້າ​ກະສັດ​ເຫັນ​ພວກ​ເຈົ້າ​ຈ່ອຍ​ກວ່າ​ໄວລຸ້ນ​ຄົນ​ອື່ນໆ ລາວ​ຊິ​ຂ້າ​ຂ້ອຍ​ໄດ໋!’

ດານີເອນ​ຄິດ​ອອກ​ຢ່າງ​ໜຶ່ງ ລາວ​ຈຶ່ງ​ເວົ້າ​ກັບ​ຜູ້​ທີ່​ເບິ່ງແຍງ​ລາວ​ວ່າ: ‘ຂໍ​ເອົາ​ແຕ່​ຜັກ​ກັບ​ນ້ຳ​ມາ​ໃຫ້​ພວກ​ເຮົາ​ກິນ​ຈັກ 10 ມື້​ລອງ​ເບິ່ງ​ກ່ອນ​ໄດ້​ບໍ ແລ້ວ​ໃຫ້​ສົມທຽບ​ພວກ​ເຮົາ​ກັບ​ໄວລຸ້ນ​ຄົນ​ອື່ນໆ​ທີ່​ກິນ​ອາຫານ​ຂອງ​ກະສັດ.’ ຜູ້​ທີ່​ເບິ່ງແຍງ​ຍອມ​ເຮັດ​ຕາມ​ທີ່​ລາວ​ຂໍ.

ເມື່ອ​ຮອດ 10 ມື້​ແລ້ວ ດານີເອນ​ກັບ​ໝູ່ 3 ຄົນ​ພັດ​ແຂງແຮງ​ກວ່າ​ໄວລຸ້ນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ກິນ​ອາຫານ​ຂອງ​ກະສັດ. ພະ​ເຢໂຫວາ​ດີ​ໃຈ​ທີ່​ເຂົາເຈົ້າ​ເຊື່ອຟັງ​ເພິ່ນ. ເພິ່ນ​ຈຶ່ງ​ໃຫ້​ດານີເອນ​ມີ​ສະຕິ​ປັນຍາ​ເພື່ອ​ຈະ​ສາມາດ​ເຂົ້າໃຈ​ນິມິດ​ແລະ​ຄວາມ​ຝັນ​ຕ່າງໆ​ໄດ້.

ເມື່ອ​ຈົບ​ການ​ຝຶກ​ແລ້ວ ອັດຊະເປນັດ​ກໍ​ພາ​ໄວລຸ້ນ​ຜູ້​ຊາຍ​ທຸກ​ຄົນ​ໄປ​ຫາ​ກະສັດ​ເນບູກາດເນັດຊາ. ກະສັດ​ເວົ້າ​ນຳ​ເຂົາເຈົ້າ​ແລະ​ເຫັນ​ວ່າ​ດານີເອນ ຮານານີຢາ ມີຊາເອນ ແລະ​ອາຊາຣີຢາ​ສະຫຼາດ​ແລະ​ໂດດ​ເດັ່ນ​ກວ່າ​ໄວລຸ້ນ​ຄົນ​ອື່ນໆ. ລາວ​ຈຶ່ງ​ເລືອກ​ເຂົາເຈົ້າ​ທັງ 4 ຄົນ​ໃຫ້​ເຮັດ​ວຽກ​ຢູ່​ໃນ​ວັງ​ຂອງ​ລາວ. ກະສັດ​ມັກ​ຈະ​ຂໍ​ຄຳ​ແນະນຳ​ເລື່ອງ​ທີ່​ສຳຄັນ​ຈາກ​ເຂົາເຈົ້າ​ຢູ່​ເລື້ອຍໆ. ພະ​ເຢໂຫວາ​ໃຫ້​ເຂົາເຈົ້າ​ສະຫຼາດ​ກວ່າ​ພວກ​ທີ່​ປຶກສາ​ແລະ​ພວກ​ໝໍ​ຄາຖາອາຄົມ​ທຸກ​ຄົນ​ຂອງ​ກະສັດ.

ເຖິງ​ແມ່ນ​ວ່າ​ເຂົາເຈົ້າ​ຈະ​ຢູ່​ຕ່າງ​ປະເທດ ແຕ່​ດານີເອນ ຮານານີຢາ ມີຊາເອນ ແລະ​ອາຊາຣີຢາ​ກໍ​ບໍ່​ເຄີຍ​ລືມ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ. ຖ້າ​ເຈົ້າ​ບໍ່​ໄດ້​ຢູ່​ກັບ​ພໍ່​ແມ່ ເຈົ້າ​ຈະ​ຄິດ​ຮອດ​ພະ​ເຢໂຫວາ​ສະເໝີ​ຄື​ກັນ​ບໍ?

“ຢ່າ​ໃຫ້​ຜູ້​ໃດ​ດູຖູກ​ເຈົ້າ​ຍ້ອນ​ເຫັນ​ວ່າ​ເຈົ້າ​ຍັງ​ໜຸ່ມ. ແຕ່​ໃຫ້​ຄຳເວົ້າ ການ​ປະພຶດ ຄວາມ​ຮັກ ຄວາມ​ເຊື່ອ ແລະ​ຄວາມ​ບໍລິສຸດ​ຂອງ​ເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຄົນ​ທີ່​ສັດຊື່.”—1 ຕີໂມທຽວ 4:12

ຄຳ​ຖາມ: ເປັນ​ຫຍັງ​ດານີເອນ​ກັບ​ໝູ່ 3 ຄົນ​ເຊື່ອຟັງ​ພະ​ເຢໂຫວາ? ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ?

ດານີເອນ 1:1-21

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌