ບົດທີ 84
ພະເຢຊູຍ່າງຢູ່ເທິງນ້ຳ
ພະເຢຊູບໍ່ພຽງແຕ່ປົວຄົນປ່ວຍແລະປຸກຄົນຕາຍໃຫ້ຟື້ນເທົ່ານັ້ນ ເພິ່ນຍັງສາມາດຄວບຄຸມລົມກັບຝົນໄດ້ນຳ. ຫຼັງຈາກພະເຢຊູອະທິດຖານຢູ່ເທິງພູແລ້ວໆ ເພິ່ນກໍເບິ່ງໄປທີ່ທະເລຄາລີເລແລະເຫັນພາຍຸ. ພວກອັກຄະສາວົກຂອງເພິ່ນຢູ່ໃນເຮືອແລະພະຍາຍາມພາຍເຮືອຕ້ານລົມຢູ່. ພະເຢຊູລົງມາຈາກພູແລະຍ່າງຢູ່ເທິງໜ້ານ້ຳມາຫາເຂົາເຈົ້າ. ເມື່ອພວກອັກຄະສາວົກເຫັນຄົນຍ່າງຢູ່ເທິງໜ້ານ້ຳ ເຂົາເຈົ້າກໍຢ້ານຫຼາຍ. ແຕ່ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍເອງ ບໍ່ຕ້ອງຢ້ານ.”
ເປໂຕເວົ້າວ່າ: “ອາຈານ ຖ້າແມ່ນທ່ານແທ້ໆ ຂໍໃຫ້ຂ້ອຍຍ່າງເທິງໜ້ານ້ຳໄປຫາທ່ານໄດ້ບໍ?” ພະເຢຊູເວົ້າວ່າ: “ມາແມ້!” ຕອນທີ່ພາຍຸກຳລັງພັດແຮງ ເປໂຕກໍອອກຈາກເຮືອແລ້ວຍ່າງຢູ່ເທິງໜ້ານ້ຳໄປຫາເພິ່ນ. ແຕ່ເມື່ອຍ່າງໃກ້ຊິຮອດເພິ່ນ ລາວກໍແນມເບິ່ງພາຍຸແລະເລີ່ມຢ້ານ ແລະຮູ້ສຶກວ່າໂຕເອງກຳລັງຊິຈົມນ້ຳ ລາວຈຶ່ງຮ້ອງຂຶ້ນວ່າ: “ອາຈານ ຊ່ວຍຂ້ອຍແດ່!” ພະເຢຊູຈັບເປໂຕໄວ້ແລະເວົ້າວ່າ: “ເປັນຫຍັງຈຶ່ງສົງໄສ? ຄວາມເຊື່ອຂອງເຈົ້າໄປໃສໝົດແລ້ວ?”
ເມື່ອພະເຢຊູກັບເປໂຕຂຶ້ນມາຢູ່ເທິງເຮືອແລ້ວ ພາຍຸກໍສະຫງົບລົງ. ເຈົ້ານຶກພາບອອກບໍວ່າພວກອັກຄະສາວົກຈະຮູ້ສຶກແນວໃດ? ເຂົາເຈົ້າເວົ້າວ່າ: “ທ່ານເປັນລູກຂອງພະເຈົ້າແທ້ໆ.”
ນີ້ບໍ່ແມ່ນເທື່ອດຽວທີ່ພະເຢຊູຄວບຄຸມລົມພາຍຸ. ມີເທື່ອໜຶ່ງທີ່ພະເຢຊູກັບພວກອັກຄະສາວົກໄດ້ຂີ່ເຮືອຂ້າມໄປອີກຟາກໜຶ່ງຂອງທະເລ ແລະພະເຢຊູກໍໄປນອນຢູ່ທ້າຍເຮືອ. ຕອນທີ່ເພິ່ນກຳລັງນອນຫຼັບຢູ່ ກໍມີພາຍຸໃຫຍ່ເກີດຂຶ້ນແລະຄື້ນໄດ້ຊັດນ້ຳເຂົ້າມາຈົນເກືອບເຕັມເຮືອ. ພວກອັກຄະສາວົກຈຶ່ງຮ້ອງປຸກເພິ່ນວ່າ: “ອາຈານ ພວກເຮົາກຳລັງຊິຕາຍແລ້ວ! ຊ່ວຍພວກເຮົາແດ່!” ພະເຢຊູກໍລຸກຂຶ້ນແລ້ວສັ່ງທະເລວ່າ: “ສະຫງົບດຽວນີ້!” ລົມພາຍຸກັບທະເລກໍສະຫງົບທັນທີ. ແລ້ວເພິ່ນກໍເວົ້າກັບພວກອັກຄະສາວົກວ່າ: “ຄວາມເຊື່ອຂອງພວກເຈົ້າໄປໃສໝົດແລ້ວ?” ເຂົາເຈົ້າລົມກັນວ່າ: “ຂະໜາດລົມກັບທະເລກໍຍັງເຊື່ອຟັງເພິ່ນ.” ພວກອັກຄະສາວົກໄດ້ຮຽນຮູ້ວ່າຖ້າເຂົາເຈົ້າໄວ້ໃຈພະເຢຊູຢ່າງເຕັມທີ ເຂົາເຈົ້າກໍບໍ່ຕ້ອງຢ້ານຫຍັງ.
“ບໍ່ຕ້ອງຢ້ານ ຂໍພຽງແຕ່ເຈົ້າມີຄວາມເຊື່ອ.”—ມາຣະໂກ 5:36