ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 85 ໜ້າ 198-ໜ້າ 199 ຂໍ້ 1
  • ພະ​ເຢຊູ​ປົວ​ຄົນ​ເຈັບ​ປ່ວຍ​ໃນ​ວັນ​ຊະບາໂຕ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ​ປົວ​ຄົນ​ເຈັບ​ປ່ວຍ​ໃນ​ວັນ​ຊະບາໂຕ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພວກ​ຟາລິຊຽນ​ຈົງໃຈ​ບໍ່​ເຊື່ອ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ການ​ປິ່ນປົວ​ຄົນ​ຕາ​ບອດ​ຕັ້ງ​ແຕ່​ເກີດ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະ​ເຍຊູ​ປະ​ນາມ​ຜູ້​ຕໍ່​ຕ້ານ​ພະອົງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ສິ່ງ​ທີ່​ຖືກ​ຕ້ອງ​ໃນ​ວັນ​ຊະບາໂຕ​ຄື​ຫຍັງ?
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 85 ໜ້າ 198-ໜ້າ 199 ຂໍ້ 1
ພວກ​ຟາຣີຊາຍ​ສໍ້​ຖາມ​ຜູ້​ຊາຍ​ທີ່​ເຄີຍ​ຕາບອດ

ບົດ​ທີ 85

ພະ​ເຢຊູ​ປົວ​ຄົນ​ເຈັບ​ປ່ວຍ​ໃນ​ວັນ​ຊະບາໂຕ

ພວກ​ຟາຣີຊາຍ​ຊັງ​ພະ​ເຢຊູ​ແລະ​ພະຍາຍາມ​ຫາ​ເລື່ອງ​ທີ່​ຈະ​ຈັບ​ເພິ່ນ. ເຂົາເຈົ້າ​ບອກ​ວ່າ​ພະ​ເຢຊູ​ບໍ່​ຄວນ​ປົວ​ຄົນ​ເຈັບ​ປ່ວຍ​ໃນ​ວັນ​ຊະບາໂຕ. ມີ​ມື້​ໜຶ່ງ​ທີ່​ເປັນ​ວັນ​ຊະບາໂຕ ພະ​ເຢຊູ​ເຫັນ​ຜູ້​ຊາຍ​ຕາບອດ​ຄົນ​ໜຶ່ງ​ຂໍ​ທານ​ຢູ່​ຫົນທາງ ເພິ່ນ​ບອກ​ພວກ​ລູກສິດ​ວ່າ: ‘ຖ້າ​ເບິ່ງ​ເດີ້ ພະລັງ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ຜູ້​ຊາຍ​ຄົນ​ນີ້.’ ພະ​ເຢຊູ​ເອົາ​ນ້ຳ​ລາຍ​ຂອງ​ເພິ່ນ​ປະສົມ​ກັບ​ຂີ້​ດິນ​ເຮັດ​ເປັນ​ຂີ້ຕົມ ແລ້ວ​ເອົາ​ໄປ​ທາ​ຕາ​ຄົນ​ຕາ​ບອດ​ຄົນ​ນັ້ນ. ຈາກ​ນັ້ນ ເພິ່ນ​ກໍ​ບອກ​ລາວ​ວ່າ: ‘ໃຫ້​ເຈົ້າ​ໄປ​ລ້າງ​ຂີ້ຕົມ​ອອກ​ຢູ່​ສະ​ນ້ຳ​ຊີໂລອາມ.’ ລາວ​ກໍ​ໄປ​ລ້າງ​ອອກ. ເມື່ອ​ລ້າງ​ອອກ​ແລ້ວ ລາວ​ກໍ​ເຫັນ​ຮຸ່ງ​ເປັນ​ເທື່ອ​ທຳອິດ​ໃນ​ຊີວິດ​ຂອງ​ລາວ.

ປະຊາຊົນ​ຮູ້ສຶກ​ຕົກໃຈ​ຫຼາຍ​ແລະ​ເວົ້າ​ວ່າ: ‘ຜູ້​ນີ້​ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍ​ທານ​ແມ່ນ​ບໍ່ ຫຼື​ຄົນ​ທີ່​ໜ້າ​ຄື​ກັນ​ຊື່ໆ?’ ຜູ້​ຊາຍ​ທີ່​ເຄີຍ​ຕາບອດ​ກໍ​ເວົ້າ​ວ່າ: ‘ຂ້ອຍ​ແມ່ນ​ຄົນ​ຂໍ​ທານ​ຜູ້​ນັ້ນ​ແຫຼະ​ທີ່​ຕາບອດ​ຕັ້ງແຕ່​ເກີດ.’ ປະຊາຊົນ​ຈຶ່ງ​ຖາມ​ລາວ​ວ່າ: “ເຈົ້າ​ເຫັນ​ຮຸ່ງ​ໄດ້​ຈັ່ງ​ໃດ?” ເມື່ອ​ລາວ​ເລົ່າ​ໃຫ້​ຟັງ​ວ່າ​ລາວ​ເຫັນ​ຮຸ່ງ​ໄດ້​ແນວ​ໃດ ເຂົາເຈົ້າ​ກໍ​ເລີຍ​ພາ​ລາວ​ໄປ​ຫາ​ພວກ​ຟາຣີຊາຍ.

ຜູ້​ຊາຍ​ທີ່​ເຄີຍ​ຕາບອດ​ຄົນ​ນັ້ນ​ບອກ​ພວກ​ຟາຣີຊາຍ​ວ່າ: ‘ຄົນ​ຊື່​ເຢຊູ​ເອົາ​ຂີ້ຕົມ​ມາທາ​ຕາ​ຂ້ອຍ ແລ້ວ​ບອກ​ໃຫ້​ຂ້ອຍ​ໄປ​ລ້າງ​ອອກ. ເມື່ອ​ລ້າງ​ອອກ​ແລ້ວ ຂ້ອຍ​ກໍ​ເຫັນ​ຮຸ່ງ.’ ພວກ​ຟາຣີຊາຍ​ເວົ້າ​ວ່າ: ‘ຖ້າ​ເຢຊູ​ປົວ​ພະຍາດ​ໃນ​ວັນ​ຊະບາໂຕ​ກໍ​ສະແດງ​ວ່າ​ພະລັງ​ຂອງ​ລາວ​ບໍ່​ໄດ້​ມາ​ຈາກ​ພະເຈົ້າ.’ ແຕ່​ປະຊາຊົນ​ບາງ​ຄົນ​ເວົ້າ​ວ່າ: ‘ຖ້າ​ພະລັງ​ຂອງ​ລາວ​ບໍ່​ໄດ້​ມາ​ຈາກ​ພະເຈົ້າ ລາວ​ກໍ​ຄື​ຊິ​ປົວ​ບໍ່​ໄດ້​ດອກ.’

ພວກ​ຟາຣີຊາຍ​ເອີ້ນ​ພໍ່​ແມ່​ຜູ້​ຊາຍ​ທີ່​ເຄີຍ​ຕາບອດ​ຄົນ​ນັ້ນ​ມາ​ຖາມ​ວ່າ: ‘ລູກ​ຊາຍ​ເຈົ້າ​ເຫັນ​ຮຸ່ງ​ໄດ້​ຈັ່ງ​ໃດ?’ ພໍ່​ແມ່​ຂອງ​ລາວ​ຢ້ານ​ຫຼາຍ​ເພາະ​ພວກ​ຟາຣີຊາຍ​ເຄີຍ​ບອກ​ວ່າ ຖ້າ​ໃຜ​ເຊື່ອ​ໃນ​ພະ​ເຢຊູ ຜູ້​ນັ້ນ​ຈະ​ຖືກ​ໄລ່​ອອກ​ຈາກ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ. ເຂົາເຈົ້າ​ຈຶ່ງ​ຕອບ​ວ່າ. ‘ພວກ​ເຮົາ​ບໍ່​ຮູ້ ຖາມ​ລາວ​ເອງ​ເດີ້.’ ພວກ​ຟາຣີຊາຍ​ກໍ​ເອີ້ນ​ຜູ້​ຊາຍ​ທີ່​ເຄີຍ​ຕາບອດ​ມາ​ສໍ້​ຖາມ​ອີກ​ຈົນ​ລາວ​ເວົ້າ​ວ່າ: ‘ຂ້ອຍ​ບອກ​ພວກ​ເຈົ້າ​ໝົດ​ລະ​ເດ້ ຊິ​ຖາມ​ຂ້ອຍ​ເຮັດ​ຫຍັງ​ອີກ?’ ພວກ​ຟາຣີຊາຍ​ກໍ​ໃຈ​ຮ້າຍ​ຫຼາຍ​ແລະ​ໄລ່​ລາວ​ໜີ.

ພະ​ເຢຊູ​ໄປ​ຫາ​ຜູ້​ຊາຍ​ຄົນ​ນັ້ນ​ແລະ​ຖາມ​ລາວ​ວ່າ: ‘ເຈົ້າ​ເຊື່ອ​ໃນ​ເມຊີອາ​ບໍ?’ ລາວ​ຕອບ​ວ່າ: ‘ຂ້ອຍ​ຈະ​ເຊື່ອ ຖ້າ​ຂ້ອຍ​ຮູ້​ວ່າ​ເພິ່ນ​ແມ່ນ​ໃຜ.’ ແລ້ວ​ພະ​ເຢຊູ​ກໍ​ບອກ​ລາວ​ວ່າ: ‘ຂ້ອຍ​ນີ້​ແຫຼະ​ເມຊີອາ.’ ພະ​ເຢຊູ​ເມດຕາ​ຜູ້​ຊາຍ​ຄົນ​ນີ້​ຫຼາຍ​ແທ້ໆ. ເພິ່ນ​ບໍ່​ພຽງ​ແຕ່​ປົວ​ລາວ​ໃຫ້​ເຫັນ​ຮຸ່ງ ແຕ່​ຍັງ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ເຊື່ອ​ນຳ​ອີກ.

“ພວກ​ເຈົ້າ​ຄິດ​ຜິດ​ແລ້ວ. ພວກ​ເຈົ້າ​ບໍ່​ເຂົ້າໃຈ​ພະຄຳພີ​ແລະ​ບໍ່​ຮູ້​ວ່າ​ລິດເດດ​ຂອງ​ພະເຈົ້າ​ເຮັດ​ຫຍັງ​ໄດ້​ແດ່.”—ມັດທາຍ 22:29

ຄຳ​ຖາມ: ພະ​ເຢຊູ​ຊ່ວຍ​ຜູ້​ຊາຍ​ຕາບອດ​ແນວ​ໃດ? ເປັນ​ຫຍັງ​ພວກ​ຟາຣີຊາຍ​ຈຶ່ງ​ຊັງ​ພະ​ເຢຊູ?

ໂຢຮັນ 9:1-41

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌