ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 101 ໜ້າ 234-ໜ້າ 235 ຂໍ້ 4
  • ໂປໂລ​ຖືກ​ສົ່ງ​ໄປ​ເມືອງ​ໂຣມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂປໂລ​ຖືກ​ສົ່ງ​ໄປ​ເມືອງ​ໂຣມ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ມີ​ກຳລັງ​ໃຈ​ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • “ພວກ​ເຈົ້າ​ຈະ​ບໍ່​ຕາຍ​ຈັກ​ຄົນ”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ປະກາດ​ຢ່າງ​ລະອຽດ​ຖີ່​ຖ້ວນ
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • “ຂ້ອຍ​ຂໍ​ອຸທອນ​ຕໍ່​ເຊຊາ!”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 101 ໜ້າ 234-ໜ້າ 235 ຂໍ້ 4
ໂປໂລ​ແລະ​ຄົນ​ອື່ນ⁠ໆ​ລອຍ​ນ້ຳ​ຫຼື​ເກາະ​ຊິ້ນສ່ວນ​ຂອງ​ເຮືອ​ຂຶ້ນ​ຝັ່ງ​ຢູ່​ເກາະ​ເມລີເຕ

ບົດ​ທີ 101

ໂປໂລ​ຖືກ​ສົ່ງ​ໄປ​ເມືອງ​ໂຣມ

ການ​ເດີນທາງ​ໄປ​ປະກາດ​ຮອບ​ທີ 3 ຂອງ​ໂປໂລ​ໄດ້​ມາ​ສິ້ນ​ສຸດ​ຢູ່​ເມືອງ​ເຢຣູຊາເລັມ ແລະ​ລາວ​ກໍ​ຖືກ​ຈັບ​ເຂົ້າ​ຄຸກ​ຢູ່​ຫັ້ນ. ມີ​ຄືນ​ມື້​ໜຶ່ງ ພະ​ເຢຊູ​ເວົ້າ​ກັບ​ໂປໂລ​ໃນ​ນິມິດ​ວ່າ: ‘ເຈົ້າ​ຈະ​ໄປ​ເມືອງ​ໂຣມ​ແລະ​ປະກາດ​ຢູ່​ຫັ້ນ.’ ໂປໂລ​ຖືກ​ພາ​ອອກ​ຈາກ​ເມືອງ​ເຢຣູຊາເລັມ​ໄປ​ເຂົ້າ​ຄຸກ​ຢູ່​ເມືອງ​ກາຍຊາເຣຍ 2 ປີ. ຕອນ​ທີ່​ໂປໂລ​ຖືກ​ພິຈາລະນາ​ຄະດີ​ຕໍ່​ໜ້າ​ເຟຊະໂຕ​ທີ່​ເປັນ​ເຈົ້າແຂວງ ໂປໂລ​ເວົ້າ​ວ່າ: ‘ຂໍ​ສົ່ງ​ຂ້ອຍ​ໄປ​ເມືອງ​ໂຣມ​ເພື່ອ​ໃຫ້​ກາຍຊາ​ຕັດສິນ​ຄະດີ.’ ເຟຊະໂຕ​ບອກ​ວ່າ: ‘ເມື່ອ​ເຈົ້າ​ອຸທອນ​ຕໍ່​ກາຍຊາ ເຈົ້າ​ກໍ​ຕ້ອງ​ໄປ​ຫາ​ກາຍຊາ.’ ເຂົາເຈົ້າ​ສົ່ງ​ໂປໂລ​ຂຶ້ນ​ເຮືອ​ລຳ​ໜຶ່ງ​ທີ່​ຈະ​ໄປ​ເມືອງ​ໂຣມ ແລະ​ມີ​ພີ່ນ້ອງ​ຄລິດສະຕຽນ 2 ຄົນ​ຊື່​ລູກາ​ກັບ​ອາຣິດຕາໂຂ​ເດີນທາງ​ໄປ​ນຳ​ໂປໂລ.

ຕອນ​ທີ່​ຢູ່​ໃນ​ທະເລ ເຂົາເຈົ້າ​ເຈິ​ພາຍຸ​ໃຫຍ່​ຫຼາຍ​ມື້. ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອ​ຄິດ​ວ່າ​ເຂົາເຈົ້າ​ຈະ​ຕ້ອງ​ຕາຍ​ແທ້ໆ ແຕ່​ໂປໂລ​ບອກ​ວ່າ: ‘ທຸກ​ຄົນ ມື້​ຄືນ​ນີ້​ທູດສະຫວັນ​ມາ​ບອກ​ຂ້ອຍ​ທາງ​ຄວາມ​ຝັນ​ວ່າ: “ໂປໂລ ບໍ່​ຕ້ອງ​ຢ້ານ. ເຈົ້າ​ຈະ​ຕ້ອງ​ໄປ​ເມືອງ​ໂຣມ ແລະ​ທຸກ​ຄົນ​ທີ່​ຢູ່​ກັບ​ເຈົ້າ​ໃນ​ເຮືອ​ຈະ​ປອດໄພ.” ສະນັ້ນ ບໍ່​ຕ້ອງ​ຢ້ານ​ເດີ້! ພວກ​ເຮົາ​ຈະ​ບໍ່​ຕາຍ!’

ພາຍຸ​ພັດ​ໃສ່​ບັກ​ແຮງໆ​ເປັນ​ເວລາ 14 ມື້ ໃນ​ທີ່​ສຸດ​ເຂົາເຈົ້າ​ກໍ​ແນມ​ເຫັນ​ເກາະ​ເມລີເຕ. ເຮືອ​ໄດ້​ໄປ​ຄາ​ຢູ່​ຫາດ​ແລະ​ແຕກ​ເປັນ​ປ່ຽງໆ. ແຕ່​ທັງ 276 ຄົນ​ທີ່​ຢູ່​ເຮືອ​ກໍ​ຂຶ້ນ​ຝັ່ງ​ໄດ້​ຢ່າງ​ປອດໄພ. ບາງ​ຄົນ​ລອຍ​ນ້ຳ​ໄປ ແລະ​ບາງ​ຄົນ​ກໍ​ເກາະ​ຊິ້ນສ່ວນ​ຂອງ​ເຮືອ​ໄປ. ຄົນ​ທີ່​ຢູ່​ເກາະ​ເມລີເຕ​ຊ່ວຍ​ເຫຼືອ​ເຂົາເຈົ້າ​ແລະ​ດັງ​ໄຟ​ໃຫ້​ເຂົາເຈົ້າ​ອຸ່ນ.

3 ເດືອນ​ຕໍ່​ມາ ທະຫານ​ໄດ້​ພາ​ໂປໂລ​ຂຶ້ນ​ເຮືອ​ອີກ​ລຳ​ໜຶ່ງ​ໄປ​ເມືອງ​ໂຣມ. ມີ​ພີ່ນ້ອງ​ຄລິດສະຕຽນ​ຫຼາຍ​ຄົນ​ມາ​ຫາ​ໂປໂລ​ຢູ່​ຫັ້ນ. ເມື່ອ​ໂປໂລ​ເຫັນ​ພີ່ນ້ອງ ລາວ​ກໍ​ຂອບໃຈ​ພະ​ເຢໂຫວາ​ແລະ​ຮູ້ສຶກ​ມີ​ກຳລັງ​ໃຈ​ຂຶ້ນ. ເຖິງ​ວ່າ​ໂປໂລ​ຈະ​ເປັນ​ນັກໂທດ ແຕ່​ລາວ​ກໍ​ໄດ້​ຮັບ​ອະນຸຍາດ​ໃຫ້​ພັກ​ຢູ່​ເຮືອນ​ເຊົ່າ​ໂດຍ​ໃຫ້​ມີ​ທະຫານ​ຄົນ​ໜຶ່ງ​ມາ​ເຝົ້າ. ໃນ​ໄລຍະ 2 ປີ​ທີ່​ໂປໂລ​ຢູ່​ໃນ​ເຮືອນ​ນັ້ນ ກໍ​ມີ​ຄົນ​ມາ​ຫາ​ລາວ. ລາວ​ໄດ້​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ສອນ​ເລື່ອງ​ພະ​ເຢຊູ​ໃຫ້​ເຂົາເຈົ້າ​ຟັງ. ໂປໂລ​ຍັງ​ຂຽນ​ຈົດໝາຍ​ຫາ​ຫຼາຍ​ປະຊາຄົມ​ໃນ​ເຂດ​ອາຊີ​ໄມເນີ​ແລະ​ແຂວງ​ຢູດາຍ​ນຳ. ພະ​ເຢໂຫວາ​ໄດ້​ໃຊ້​ໂປໂລ​ໃຫ້​ໄປ​ປະກາດ​ໃນ​ຫຼາຍ​ປະເທດ​ແທ້ໆ.

“ພວກ​ເຮົາ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ. ພວກ​ເຮົາ​ອົດທົນ​ກັບ​ຫຼາຍ​ເລື່ອງ ທັງ​ຄວາມ​ທຸກ​ລຳບາກ ຄວາມ​ຂັດສົນ ແລະ​ຄວາມ​ຫຍຸ້ງ​ຍາກ.”—2 ໂກຣິນໂທ 6:4

ຄຳ​ຖາມ: ເປັນ​ຫຍັງ​ເຟຊະໂຕ​ສົ່ງ​ໂປໂລ​ໄປ​ເມືອງ​ໂຣມ? ເກີດ​ຫຍັງ​ຂຶ້ນ​ຕອນ​ທີ່​ໂປໂລ​ເດີນທາງ​ໄປ​ເມືອງ​ໂຣມ?

ກິດຈະການ 21:30; 23:11; 25:8-12; 27:1–28:31; ໂຣມ 15:25, 26

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌