ຄຳນຳຕອນທີ 8
ພະເຢໂຫວາອວຍພອນໂຊໂລໂມນໃຫ້ມີສະຕິປັນຍາຫຼາຍກວ່າທຸກຄົນ ແລະໃຫ້ລາວມີສິດທິພິເສດໄດ້ສ້າງວິຫານຂອງເພິ່ນ. ແຕ່ສຸດທ້າຍລາວກໍປະຖິ້ມພະເຢໂຫວາ. ຖ້າເຈົ້າເປັນພໍ່ແມ່ ຂໍອະທິບາຍໃຫ້ລູກເຂົ້າໃຈວ່າຄົນທີ່ນະມັດສະການພະເຈົ້າປອມເຮັດໃຫ້ໂຊໂລໂມນປະຖິ້ມພະເຢໂຫວາແນວໃດ. ເຫດການຫຼັງຈາກນັ້ນແມ່ນແຜ່ນດິນອິດສະຣາເອນຖືກແບ່ງແຍກ. ກະສັດຊົ່ວຫຼາຍອົງພາພວກອິດສະຣາເອນຖິ້ມພະເຢໂຫວາແລ້ວໄປຂາບໄຫວ້ຮູບບູຊາ. ໃນຊ່ວງນັ້ນ ຜູ້ພະຍາກອນຫຼາຍຄົນທີ່ພັກດີຕໍ່ພະເຢໂຫວາກໍຖືກຂົ່ມເຫງແລະຖືກຂ້າ. ລາຊີນີເຢເຊເບນເຮັດໃຫ້ອິດສະຣາເອນທາງເໜືອເຮັດຊົ່ວຫຼາຍກວ່າເກົ່າອີກ. ນີ້ເປັນຊ່ວງເວລາທີ່ຊາດອິດສະຣາເອນຕົກຕ່ຳຫຼາຍ. ແຕ່ເຖິງວ່າຈະເປັນແນວນັ້ນ ກໍຍັງມີຫຼາຍຄົນທີ່ຮັບໃຊ້ພະເຢໂຫວາຢ່າງສັດຊື່ ເຊັ່ນ: ກະສັດເຢໂຮຊາຟັດແລະຜູ້ພະຍາກອນເອລີຢາ.