ເພງທີ 2
ຊື່ຂອງພະອົງຄືເຢໂຫວາ
- 1. ຜູ້ເປັນພະເຈົ້າທ່ຽງແທ້ - ທີ່ເປັນພະເຈົ້າຕະຫຼອດການ - ຜູ້ທີ່ສ້າງໂລກແລະສະຫວັນ - ຜູ້ນັ້ນຊື່ເຢໂຫວາ - ພວກເຮົາມີຄວາມພູມໃຈ - ທີ່ໄດ້ເປັນຄົນຂອງພະອົງ - ມາຈາກທຸກຊາດແລະທຸກເຜົ່າ - ປະກາດຊື່ຂອງພະອົງ - (ທ່ອນຊ້ຳ) - ເຢໂຫວາ ເຢໂຫວາ - ບໍ່ມີໃຜທຽບພະອົງ - ຍິ່ງໃຫຍ່ກວ່າໃຜຢູ່ໃນສະຫວັນ - ແລະໃນໂລກນີ້ເຊັ່ນກັນ - ມີອຳນາດສູງສົ່ງກວ່າຜູ້ໃດ - ເປັນສິ່ງທີ່ຄົນຕ້ອງຮູ້ - ເຢໂຫວາ ເຢໂຫວາ - ເປັນພະເຈົ້າອົງທ່ຽງແທ້ ອົງດຽວ 
- 2. ຊ່ວຍໃຫ້ພວກເຮົາໄດ້ເປັນ - ທຸກສິ່ງທີ່ພະອົງຕ້ອງການ - ຈະເປັນຕາມທີ່ຕັ້ງໃຈນັ້ນ - ໃຫ້ສົມຊື່ເຢໂຫວາ - ຍັງໄດ້ເມດຕາພວກເຮົາ - ໃຫ້ເຮົາໃຊ້ຊື່ຂອງພະອົງ - ໄດ້ເປັນພະຍານຂອງພະອົງ - ໃຫ້ກຽດພວກເຮົາທັງຫຼາຍ - (ທ່ອນຊ້ຳ) - ເຢໂຫວາ ເຢໂຫວາ - ບໍ່ມີໃຜທຽບພະອົງ - ຍິ່ງໃຫຍ່ກວ່າໃຜຢູ່ໃນສະຫວັນ - ແລະໃນໂລກນີ້ເຊັ່ນກັນ - ມີອຳນາດສູງສົ່ງກວ່າຜູ້ໃດ - ເປັນສິ່ງທີ່ຄົນຕ້ອງຮູ້ - ເຢໂຫວາ ເຢໂຫວາ - ເປັນພະເຈົ້າອົງທ່ຽງແທ້ ອົງດຽວ 
(ເບິ່ງຕື່ມ 2 ຂ່າວ. 6:14; ເພງ. 72:19; ເອຊາ. 42:8)