ເພງທີ 79
ສອນພວກເຂົາໃຫ້ມີຄວາມເຊື່ອທີ່ໝັ້ນຄົງ
1. ມີຄວາມສຸກ ໄດ້ສອນແກະຂອງພະເຈົ້າ
ແລະໄດ້ເຫັນ ພວກເຂົາກ້າວໜ້າ
ເຮົາໄດ້ເຫັນ ພະເຢໂຫວາຊີ້ນຳ
ຈົນຄວາມຈິງ ເປັນຂອງເຂົາເອງ
(ທ່ອນຊ້ຳ)
ໂອ້ເຢໂຫວາ ຂໍຟັງພວກເຮົາ
ຂໍໃຫ້ດູແລ ຮັກສາພວກເຂົາ
ໃນນາມພະຄລິດ ໃຫ້ເຂົາກ້າວໄປ ຂໍພະອົງຊ່ວຍ
ໃຫ້ທຸກຄົນຕັ້ງຢືນຢັດ ໝັ້ນຄົງ
2. ແຕ່ລະວັນ ເຮົາອະທິດຖານເພື່ອເຂົາ
ເພາະຄວາມເຊື່ອ ເຂົາຖືກທົດສອບ
ເຮົາຊ່ວຍກັນ ເບິ່ງແຍງແລະສອນພວກເຂົາ
ໃຫ້ເຂັ້ມແຂງ ເພື່ອຈະໄດ້ພອນ
(ທ່ອນຊ້ຳ)
ໂອ້ເຢໂຫວາ ຂໍຟັງພວກເຮົາ
ຂໍໃຫ້ດູແລ ຮັກສາພວກເຂົາ
ໃນນາມພະຄລິດ ໃຫ້ເຂົາກ້າວໄປ ຂໍພະອົງຊ່ວຍ
ໃຫ້ທຸກຄົນຕັ້ງຢືນຢັດ ໝັ້ນຄົງ
3. ໃຫ້ທຸກຄົນ ວາງໃຈແລະຕັ້ງໝັ້ນຄົງ
ໃນພະເຈົ້າ ພ້ອມທັງລູກຊາຍ
ໃຫ້ອົດທົນ ເຊື່ອຟັງດ້ວຍຄວາມເຕັມໃຈ
ສູ່ເສັ້ນໄຊ ໄດ້ຮັບຊີວິດ
(ທ່ອນຊ້ຳ)
ໂອ້ເຢໂຫວາ ຂໍຟັງພວກເຮົາ
ຂໍໃຫ້ດູແລ ຮັກສາພວກເຂົາ
ໃນນາມພະຄລິດ ໃຫ້ເຂົາກ້າວໄປ ຂໍພະອົງຊ່ວຍ
ໃຫ້ທຸກຄົນຕັ້ງຢືນຢັດ ໝັ້ນຄົງ
(ເບິ່ງຕື່ມ ລືກາ 6:48; ກິດ. 5:42; ຟີລິບ 4:1)