ເພງທີ 21
ໃຫ້ການປົກຄອງຂອງພະເຈົ້າເປັນສິ່ງສຳຄັນທີ່ສຸດໃນຊີວິດ
1. ສິ່ງສຳຄັນສຳລັບເຢໂຫວາ
ທີ່ເຮັດໃຫ້ພະອົງຍິນດີ
ກໍຄືການປົກຄອງຂອງພະຄລິດ
ເຮັດທຸກຢ່າງຖືກຕ້ອງຊອບທຳ
(ທ່ອນຊ້ຳ)
ໃຫ້ເຮົາເອົາລາຊະອານາຈັກ
ຄວາມຊອບທຳຂອງພະເຈົ້າກ່ອນ
ສັນລະເສີນພະອົງທົ່ວທຸກບ່ອນ
ຮັກສາຄວາມຈົງຮັກພັກດີ
2. ບໍ່ກັງວົນກັບເລື່ອງຂອງມື້ອື່ນ
ຈະມີກິນຫຼືວ່າຈະຫິວ
ຖ້າເອົາລາຊະອານາຈັກກ່ອນ
ພະເຈົ້າຈະບໍ່ຖິ້ມເຮົາເລີຍ
(ທ່ອນຊ້ຳ)
ໃຫ້ເຮົາເອົາລາຊະອານາຈັກ
ຄວາມຊອບທຳຂອງພະເຈົ້າກ່ອນ
ສັນລະເສີນພະອົງທົ່ວທຸກບ່ອນ
ຮັກສາຄວາມຈົງຮັກພັກດີ
3. ເຮົາບອກເລື່ອງລາຊະອານາຈັກ
ຊ່ວຍເຫຼືອຄົນທີ່ເຕັມໃຈຟັງ
ເຢໂຫວາຄືຄວາມຫວັງສົດໃສ
ເພິ່ງໃນການປົກຄອງພະອົງ
(ທ່ອນຊ້ຳ)
ໃຫ້ເຮົາເອົາລາຊະອານາຈັກ
ຄວາມຊອບທຳຂອງພະເຈົ້າກ່ອນ
ສັນລະເສີນພະອົງທົ່ວທຸກບ່ອນ
ຮັກສາຄວາມຈົງຮັກພັກດີ
(ເບິ່ງຕື່ມ ເພງ. 27:14; ມັດ. 6:34; 10:11, 13; 1 ເປ. 1:21)