ເພງທີ 42
ຄຳອະທິດຖານຂອງຜູ້ຮັບໃຊ້ພະເຈົ້າ
1. ພະເຈົ້າຍິ່ງໃຫຍ່ ເຢໂຫວາພໍ່ພວກເຮົາ
ໃຫ້ຊື່ພະອົງ ເປັນທີ່ນັບຖືບໍລິສຸດ
ທຸກສິ່ງພະອົງ ຕ້ອງການຈະເປັນຈິງ
ເຮົາອະທິດຖານ ໃຫ້ລາຊະອານາຈັກ
ມາປົກຄອງ ຕາມທີ່ປະສົງ
ເພື່ອພວກເຮົາ ຈະໄດ້ຮັບພອນ
2. ຂອບໃຈພະອົງ ທີ່ອວຍພອນເຮົາທຸກວັນ
ທີ່ໃຫ້ຂອງຂວັນ ທີ່ມີຄ່າຫຼາຍແກ່ພວກເຮົາ
ໃຫ້ຊີວິດເຮົາ ແລະໃຫ້ແສງສະຫວ່າງ
ທັງໃຫ້ຄວາມເຂົ້າໃຈ ຄວາມຮູ້ແລະປັນຍາ
ເຮົາຂອບໃຈ ພະອົງທຸກວັນ
ໂດຍເຊີດຊູ ຄວາມຮັກພະອົງ
3. ຕອນນີ້ໂລກເຮົາ ມີແຕ່ຄວາມຍາກລຳບາກ
ເຮົາເພິ່ງພະອົງ ເພື່ອຈະໄດ້ຮັບການຊູໃຈ
ຂໍມອບພາລະ ຂອງເຮົາໄວ້ກັບພໍ່
ຂໍໃຫ້ກຳລັງເຮົາ ເພື່ອຈະສູ້ຕໍ່ໄປ
ຊ່ວຍເຮົາເຮັດ ຕາມພໍ່ຕ້ອງການ
ໃຫ້ເຮົາເຮັດ ຕາມທີ່ສັນຍາ
(ເບິ່ງຕື່ມ ເພງ. 36:9; 50:14; ໂຢ. 16:33; ຢໂກ. 1:5)