ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 15 points 1-6
  • ພະ​ເຢຊູ​ແມ່ນ​ໃຜ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ​ແມ່ນ​ໃຜ?
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ພະ​ເຢຊູ​ຄລິດ​ແມ່ນ​ໃຜ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ພະ​ເຍຊູ​ຄລິດ​ແມ່ນ​ໃຜ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ພະ​ເຢຊູ​ເປັນ​ຄົນ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ພະ​ເຢຊູ​ເຮັດ​ຫຍັງ​ຕອນ​ທີ່​ຢູ່​ເທິງ​ໂລກ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 15 points 1-6
ບົດ​ທີ 15. ພະ​ເຢຊູ​ຍ່າງ​ຢູ່​ໃນ​ທົ່ງ​ນາ.

ບົດ​ທີ 15

ພະ​ເຢຊູ​ແມ່ນ​ໃຜ?

ສະບັບພິມ
ສະບັບພິມ
ສະບັບພິມ

ພະ​ເຢຊູ​ເປັນ​ຄົນ​ທີ່​ມີ​ຊື່​ສຽງ​ຫຼາຍ. ຄົນ​ສ່ວນ​ຫຼາຍ​ຮູ້​ຈັກ​ຊື່​ຂອງ​ເພິ່ນ ແຕ່​ເຂົາເຈົ້າ​ເກືອບ​ຈະ​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວກັບ​ເພິ່ນ. ແລ້ວ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢຊູ​ວ່າ​ແນວ​ໃດ​ແດ່?

1. ພະ​ເຢຊູ​ແມ່ນ​ໃຜ?

ຕອນ​ທຳອິດ​ພະ​ເຢຊູ​ຢູ່​ເທິງ​ສະຫວັນ. ເພິ່ນ​ເປັນ​ທູດສະຫວັນ​ທີ່​ມີ​ອຳນາດ​ຫຼາຍ. ພະ​ເຢໂຫວາ​ສ້າງ​ເພິ່ນ​ກ່ອນ​ສິ່ງ​ອື່ນໆ​ທັງໝົດ. ເພິ່ນ​ເລີຍ​ຖືກ​ເອີ້ນ​ວ່າ “ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ.” (ໂກໂລຊາຍ 1:15) ຄຳພີ​ໄບເບິນ​ເອີ້ນ​ພະ​ເຢຊູ​ວ່າ “ລູກ​ຄົນ​ດຽວ” ຂອງ​ພະເຈົ້າ ຍ້ອນ​ເພິ່ນ​ເປັນ​ຜູ້​ດຽວ​ທີ່​ພະ​ເຢໂຫວາ​ສ້າງ​ດ້ວຍ​ໂຕເອງ. (ໂຢຮັນ 3:16) ພະ​ເຢຊູ​ເຮັດ​ວຽກ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຕອນ​ທີ່​ເພິ່ນ​ຊ່ວຍ​ພໍ່​ສ້າງ​ສິ່ງ​ອື່ນໆ​ທັງໝົດ. (ອ່ານ​ສຸພາສິດ 8:30) ພະ​ເຢຊູ​ມີ​ຄວາມ​ສຸກ​ສະເໝີ​ທີ່​ໄດ້​ໃກ້ຊິດ​ກັບ​ພະ​ເຢໂຫວາ. ເພິ່ນ​ເປັນ​ຜູ້​ເວົ້າ​ແທນ​ພະເຈົ້າ ຫຼື​ເປັນ “ໂຄສົກ” ທີ່​ບອກ​ຂ່າວ​ສານ​ແລະ​ຄຳ​ສັ່ງ​ຕ່າງໆ​ຂອງ​ພະເຈົ້າ​ນຳ.—ໂຢຮັນ 1:14

2. ເປັນ​ຫຍັງ​ພະ​ເຢຊູ​ມາ​ຢູ່​ໃນ​ໂລກ?

ປະມານ 2.000 ປີ​ກ່ອນ ພະ​ເຢໂຫວາ​ໄດ້​ໃຫ້​ພະ​ເຢຊູ​ມາ​ເກີດ​ເປັນ​ມະນຸດ. ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ເຮັດ​ການ​ອັດສະຈັນ​ເພື່ອ​ຍ້າຍ​ຊີວິດ​ຂອງ​ພະ​ເຢຊູ​ໃຫ້​ມາ​ຢູ່​ໃນ​ທ້ອງ​ຂອງ​ສາວ​ບໍລິສຸດ​ທີ່​ຊື່​ມາຣິອາ. (ອ່ານ​ລູກາ 1:34, 35) ພະ​ເຢຊູ​ມາ​ເກີດ​ຢູ່​ໂລກ​ເພື່ອ​ເປັນ​ເມຊີອາ ຫຼື​ພະຄລິດ​ຕາມ​ທີ່​ພະເຈົ້າ​ສັນຍາ ແລະ​ເພິ່ນ​ມາ​ເພື່ອ​ຊ່ວຍ​ຊີວິດ​ມະນຸດ.a ຄຳ​ພະຍາກອນ​ທຸກ​ຂໍ້​ໃນ​ຄຳພີ​ໄບເບິນ​ເລື່ອງ​ເມຊີອາ​ເກີດຂຶ້ນ​ແທ້​ກັບ​ພະ​ເຢຊູ ນີ້​ຈຶ່ງ​ເຮັດ​ໃຫ້​ຜູ້​ຄົນ​ຮູ້​ວ່າ​ເພິ່ນ​ເປັນ “ພະຄລິດ ລູກ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.”—ມັດທາຍ 16:16

3. ຕອນນີ້​ພະ​ເຢຊູ​ຢູ່​ໃສ?

ຫຼັງ​ຈາກ​ທີ່​ພະ​ເຢຊູ​ຕາຍ ພະເຈົ້າ​ກໍ​ເຮັດ​ໃຫ້​ເພິ່ນ​ຟື້ນ​ຄືນ​ມາ​ເປັນ​ທູດສະຫວັນ ແລະ​ເມື່ອ​ເພິ່ນ​ກັບ​ໄປ​ສະຫວັນ ‘ພະເຈົ້າ​ກໍ​ຍົກ​ຖານະ​ເພິ່ນ​ໃຫ້​ສູງ​ຂຶ້ນ.’ (ຟີລິບປອຍ 2:9) ຕອນນີ້​ພະ​ເຢຊູ​ເປັນ​ທູດສະຫວັນ​ທີ່​ມີ​ອຳນາດ​ຫຼາຍ ແລະ​ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ມີ​ອຳນາດ​ຫຼາຍ​ກວ່າ​ເພິ່ນ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເຮົາ​ຈະ​ມາ​ເບິ່ງ​ກ່ຽວກັບ​ພະ​ເຢຊູ​ຫຼາຍ​ຂຶ້ນ​ແລະ​ເບິ່ງ​ວ່າເປັນ​ຫຍັງ​ຈຶ່ງ​ສຳຄັນ​ຫຼາຍ​ທີ່​ຈະ​ຮຽນ​ຮູ້​ກ່ຽວກັບ​ເພິ່ນ.

ພະ​ເຢຊູ​ກັບ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຢູ່​ໃນ​ນ້ຳ​ແລະ​ໄດ້​ຍິນ​ສຽງ​ຈາກ​ຟ້າ​ທັນທີ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ​ແລ້ວ.

4. ພະ​ເຢຊູ​ບໍ່​ໄດ້​ເປັນ​ພະເຈົ້າ

ຄຳພີ​ໄບເບິນ​ສອນ​ວ່າ ເຖິງ​ພະ​ເຢຊູ​ຈະ​ເປັນ​ທູດສະຫວັນ​ທີ່​ມີ​ອຳນາດ​ຫຼາຍ ແຕ່​ເພິ່ນ​ກໍ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບ​ນັ້ນ? ເປີດ​ວິດີໂອ​ແລ້ວ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ສອນ​ຫຍັງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢຊູ​ບໍ່​ໄດ້​ເປັນ​ພະເຈົ້າ​ຜູ້​ມີ​ພະລັງ​ອຳນາດ​ສູງ​ສຸດ.

ວິດີໂອ: ພະ​ເຢຊູ​ເປັນ​ພະເຈົ້າ​ບໍ? (3:22)

ຂໍ້​ຄຳພີ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢຊູ​ກັບ​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ. ອ່ານ​ຂໍ້​ຄຳພີ​ແຕ່​ລະ​ຂໍ້ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ອ່ານ​ລູກາ 1:30-32

  • ຈາກ​ຄຳເວົ້າ​ຂອງ​ທູດສະຫວັນ ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້​ວ່າ​ພະ​ເຢຊູ​ບໍ່​ແມ່ນ “ພະເຈົ້າ​ສູງ​ສຸດ”?

ອ່ານ​ມັດທາຍ 3:16, 17

  • ຕອນ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ ມີ​ສຽງ​ຈາກ​ຟ້າ​ເວົ້າ​ວ່າ​ແນວ​ໃດ?

  • ເຈົ້າ​ຄິດ​ວ່າ​ນັ້ນ​ເປັນ​ສຽງ​ຂອງ​ໃຜ?

ອ່ານ​ໂຢຮັນ 14:28

  • ເຈົ້າ​ຄິດ​ວ່າ​ລະຫວ່າງ​ພໍ່​ກັບ​ລູກ ໃຜ​ມີ​ອາຍຸ​ແລະ​ອຳນາດ​ຫຼາຍ​ກວ່າ​ກັນ?

  • ພະ​ເຢຊູ​ເອີ້ນ​ພະ​ເຢໂຫວາ​ວ່າ​ພໍ່ ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ຫຍັງ​ແດ່?

ອ່ານ​ໂຢຮັນ 12:49

  • ພະ​ເຢຊູ​ບອກ​ວ່າ​ເພິ່ນ​ກັບ​ພໍ່​ຂອງ​ເພິ່ນ​ເປັນ​ຄົນ​ດຽວ​ກັນ​ບໍ? ແລ້ວ​ເຈົ້າ​ເດ ຄິດ​ແນວ​ໃດ?

5. ອັນ​ໃດ​ເຮັດ​ໃຫ້​ເຮົາ​ຮູ້​ວ່າພະ​ເຢຊູ​ເປັນ​ເມຊີອາ?

ໃນ​ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນ​ຫຼາຍ​ຂໍ້​ທີ່​ເວົ້າ​ເຖິງ​ເມຊີອາ​ເຊິ່ງ​ເປັນ​ຄົນ​ທີ່​ພະເຈົ້າ​ເລືອກ​ໃຫ້​ຊ່ວຍ​ຊີວິດ​ມະນຸດ. ຄຳ​ພະຍາກອນ​ເຫຼົ່າ​ນີ້​ຊ່ວຍ​ໃຫ້​ຜູ້​ຄົນ​ຮູ້​ວ່າ​ໃຜ​ແມ່ນ​ເມຊີອາ​ແທ້ໆ. ເປີດ​ວິດີໂອ​ແລ້ວ​ເບິ່ງ​ຄຳ​ພະຍາກອນ​ບາງ​ເລື່ອງ​ທີ່​ເກີດຂຶ້ນ​ແທ້​ກັບ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ຢູ່​ໃນ​ໂລກ.

ວິດີໂອ: ຄຳ​ພະຍາກອນ​ທີ່​ເກີດຂຶ້ນ​ແທ້​ກັບ​ພະ​ເຢຊູ (3:03)

ອ່ານ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ອ່ານ​ມີກາ 5:2 ເພື່ອ​ເບິ່ງ​ວ່າ​ເມຊີອາ​ຈະ​ເກີດ​ຢູ່​ໃສ.b

  • ຄຳ​ພະຍາກອນ​ນີ້​ເກີດຂຶ້ນ​ແທ້​ກັບ​ພະ​ເຢຊູ​ບໍ?—ມັດທາຍ 2:1

ອ່ານ​ເພງ​ສັນລະເສີນ 34:20 ແລະ​ເຊຄາຣີຢາ 12:10 ເພື່ອ​ເບິ່ງ​ວ່າ​ຄຳ​ພະຍາກອນ​ບອກ​ແນວ​ໃດ​ແດ່​ກ່ຽວກັບ​ການ​ຕາຍ​ຂອງ​ເມຊີອາ.

  • ຄຳ​ພະຍາກອນ​ເຫຼົ່າ​ນີ້​ເກີດຂຶ້ນ​ແທ້​ບໍ?—ໂຢຮັນ 19:33-37

  • ເຈົ້າ​ຄິດ​ວ່າ​ເປັນ​ໄປ​ໄດ້​ບໍ​ທີ່​ພະ​ເຢຊູ​ຈະ​ຄວບຄຸມ​ທຸກ​ເລື່ອງ​ໃນ​ຊີວິດ​ຂອງ​ເພິ່ນ​ໃຫ້​ກົງ​ກັບ​ຄຳ​ພະຍາກອນ?

  • ຕາມ​ທີ່​ລົມ​ກັນ​ມາ ຄຳ​ພະຍາກອນ​ເຫຼົ່າ​ນີ້​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢຊູ​ແມ່ນ​ໃຜ?

6. ເມື່ອ​ເຮົາ​ຮຽນ​ຮູ້​ເລື່ອງ​ພະ​ເຢຊູ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ?

ຄຳພີ​ໄບເບິນ​ບອກ​ວ່າ​ສຳຄັນ​ຫຼາຍ​ທີ່​ຈະ​ຮຽນ​ຮູ້​ເລື່ອງພະ​ເຢຊູ​ແລະ​ຮຽນ​ຮູ້​ວ່າ​ພະເຈົ້າ​ຢາກ​ໃຫ້​ເພິ່ນ​ເຮັດ​ຫຍັງ. ອ່ານ​ໂຢຮັນ 14:6 ແລະ 17:3 ແລ້ວ​ລົມ​ກັນ​ກ່ຽວກັບຄຳ​ຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢຊູ?

ພະ​ເຢຊູ​ສອນ​ຄົນ​ກຸ່ມ​ໜຶ່ງ​ທີ່​ມີ​ທັງ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກນ້ອຍ.

ພະ​ເຢຊູ​ເປີດ​ທາງ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້. ເພິ່ນ​ສອນ​ຄວາມ​ຈິງ​ກ່ຽວກັບ​ພະ​ເຢໂຫວາແລະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ

ບາງ​ຄົນ​ເວົ້າ​ວ່າ: “ພະຍານ​ພະ​ເຢໂຫວາ​ບໍ່​ນັບຖື​ພະ​ເຢຊູ.”

  • ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ພະ​ເຢຊູ​ເປັນ​ທູດສະຫວັນ​ທີ່​ມີ​ອຳນາດ​ຫຼາຍ. ເພິ່ນ​ເປັນ​ລູກ​ຂອງ​ພະເຈົ້າ​ແລະ​ເປັນ​ເມຊີອາ.

ຄຳ​ຖາມ​ທົບທວນ

  • ເປັນ​ຫຍັງ​ຈຶ່ງ​ບອກ​ວ່າ​ພະ​ເຢຊູ​ເປັນ“ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ”?

  • ກ່ອນ​ຈະ​ມາ​ຢູ່​ໂລກ ພະ​ເຢຊູ​ໄດ້​ເຮັດ​ຫຍັງ?

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢຊູ​ເປັນເມຊີອາ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຮູ້​ວ່າ​ພະ​ເຢຊູ​ເປັນ​ເມຊີອາ.

“ຄຳ​ພະຍາກອນ​ກ່ຽວກັບ​ເມຊີອາ​ພິສູດ​ບໍ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ​ແທ້ໆ?” (ບົດ​ຄວາມ​ໃນ​ເວັບໄຊ)

ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ເປັນ​ພໍ່​ຂອງ​ພະ​ເຢຊູ ເລື່ອງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ.

“ເປັນ​ຫຍັງ​ຈຶ່ງ​ເອີ້ນ​ພະ​ເຢຊູ​ວ່າ​ລູກ​ຂອງ​ພະເຈົ້າ?” (ບົດ​ຄວາມ​ໃນ​ເວັບໄຊ)

ເປັນ​ຫຍັງ​ຈຶ່ງ​ບອກ​ວ່າ​ຄຳສອນ​ເລື່ອງຕີເອການຸພາບ​ບໍ່​ໄດ້​ມາ​ຈາກ​ຄຳພີໄບເບິນ.

“ພະ​ເຢຊູ​ເປັນ​ພະເຈົ້າ​ບໍ?” (ຫໍສັງເກດການ 1 ເມສາ 2009)

ຄວາມ​ຄິດ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ປ່ຽນ​ໄປ​ຫຼັງ​ຈາກ​ທີ່​ໄດ້​ຮູ້​ວ່າ​ຄຳພີ​ໄບເບິນ​ບອກ​ຫຍັງ​ແທ້ໆ​ກ່ຽວກັບ​ພະ​ເຢຊູ.

“ຜູ້​ຍິງ​ຄົນ​ຢິວ​ອະທິບາຍ​ເຫດຜົນ​ທີ່​ລາວ​ກວດ​ສອບ​ຄວາມ​ເຊື່ອ​ຢ່າງ​ຈິງ​ຈັງ” (ຕື່ນເຖີດ! ເດືອນ​ພຶດສະພາ ປີ 2013)

a ບົດ​ທີ 26 ແລະ 27 ຈະ​ອະທິບາຍ​ເພີ່ມເຕີມ​ວ່າ​ເປັນ​ຫຍັງ​ມະນຸດ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ ແລະ​ພະ​ເຢຊູ​ຊ່ວຍ​ຊີວິດ​ເຮົາ​ໄດ້​ແນວ​ໃດ.

b ເບິ່ງ ຄຳ​ອະທິບາຍ​ເພີ່ມເຕີມ 2 ເພື່ອ​ເບິ່ງ​ຄຳ​ພະຍາກອນ​ທີ່​ບອກ​ໃຫ້​ຮູ້​ວ່າເມຊີອາ​ຈະ​ມາ​ຕອນ​ໃດ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌