ບົດທີ 17
ພະເຢຊູເປັນຄົນແນວໃດ?
ຖ້າເຮົາຮຽນຮູ້ວ່າພະເຢຊູເວົ້າແລະເຮັດຫຍັງແດ່ຕອນທີ່ຢູ່ໃນໂລກ ເຮົາກໍຈະຮູ້ຈັກພະເຢຊູຫຼາຍຂຶ້ນ ແລະເຮັດໃຫ້ເຮົາຢາກສະໜິດກັບເພິ່ນແລະພະເຢໂຫວາພໍ່ຂອງເພິ່ນຫຼາຍຂຶ້ນນຳ. ແຕ່ພະເຢຊູເປັນຄົນແນວໃດ? ແລະເຮົາຈະຮຽນແບບເພິ່ນໄດ້ແນວໃດ?
1. ພະເຢຊູຄືກັບພໍ່ຂອງເພິ່ນແນວໃດ?
ຕອນທີ່ຢູ່ເທິງສະຫວັນເປັນເວລາຫຼາຍພັນລ້ານປີ ພະເຢຊູໄດ້ເຫັນແລະໄດ້ຮຽນຫຼາຍຢ່າງຈາກພໍ່ຂອງເພິ່ນ. ດັ່ງນັ້ນ ບໍ່ວ່າເພິ່ນຈະຄິດຫຍັງ ຮູ້ສຶກແນວໃດ ຫຼືເຮັດອັນໃດ ເພິ່ນກໍຄືກັບພະເຢໂຫວາ. (ອ່ານໂຢຮັນ 5:19) ພະເຢຊູຄືກັບພໍ່ຂອງເພິ່ນແທ້ໆຈົນເຖິງຂັ້ນທີ່ເພິ່ນເອງບອກວ່າ: “ຜູ້ທີ່ໄດ້ເຫັນຂ້ອຍກໍໄດ້ເຫັນພະເຈົ້າຜູ້ເປັນພໍ່.” (ໂຢຮັນ 14:9) ແຮ່ງເຈົ້າຮຽນຮູ້ວ່າພະເຢຊູເປັນຄົນແນວໃດ ເຈົ້າກໍຈະແຮ່ງຮູ້ຈັກພະເຢໂຫວາຫຼາຍຂຶ້ນ. ຕົວຢ່າງເຊັ່ນ ຖ້າເຈົ້າຮູ້ວ່າພະເຢຊູເປັນຫ່ວງເຈົ້າ ກໍສະແດງວ່າພະເຢໂຫວາຕ້ອງເປັນຫ່ວງເຈົ້າຄືກັນ.
2. ພະເຢຊູເຮັດໃຫ້ເຫັນແນວໃດວ່າເພິ່ນຮັກພະເຢໂຫວາ?
ພະເຢຊູບອກວ່າ: “ຂ້ອຍກຳລັງເຮັດທຸກຢ່າງຕາມທີ່ພະເຈົ້າຜູ້ເປັນພໍ່ສັ່ງໄວ້ ເພື່ອໃຫ້ໂລກຮູ້ວ່າຂ້ອຍຮັກເພິ່ນ.” (ໂຢຮັນ 14:31) ຕອນທີ່ຢູ່ໃນໂລກ ພະເຢຊູເຮັດໃຫ້ເຫັນວ່າເພິ່ນຮັກພະເຢໂຫວາພໍ່ຂອງເພິ່ນຫຼາຍ. ເພິ່ນເຮັດຕາມທີ່ພໍ່ບອກທຸກເລື່ອງເຖິງວ່າເລື່ອງນັ້ນອາດຈະບໍ່ງ່າຍ. ພະເຢຊູຍັງມັກເລົ່າເລື່ອງຂອງພໍ່ໃຫ້ຄົນອື່ນຟັງແລະຊ່ວຍຄົນອື່ນໃຫ້ມາເປັນໝູ່ກັບພະເຢໂຫວາພໍ່ຂອງເພິ່ນນຳ.—ໂຢຮັນ 14:23
3. ພະເຢຊູເຮັດຫຍັງແດ່ທີ່ເຮັດໃຫ້ເຮົາຮູ້ວ່າເພິ່ນຮັກຜູ້ຄົນ?
ຄຳພີໄບເບິນບອກວ່າພະເຢຊູ “ຮັກມະນຸດຫຼາຍ.” (ສຸພາສິດ 8:31) ພະເຢຊູເຮັດໃຫ້ເຫັນວ່າເພິ່ນຮັກຜູ້ຄົນໂດຍໃຫ້ກຳລັງໃຈແລະເຕັມໃຈຊ່ວຍເຫຼືອເຂົາເຈົ້າ. ການອັດສະຈັນຕ່າງໆທີ່ເພິ່ນເຮັດບໍ່ພຽງແຕ່ສະແດງໃຫ້ເຫັນວ່າເພິ່ນມີພະລັງອຳນາດເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ຮູ້ນຳອີກວ່າເພິ່ນຮູ້ສຶກອີ່ຕົນຜູ້ຄົນ. (ມາຣະໂກ 1:40-42) ພະເຢຊູເຮັດດີກັບທຸກຄົນແລະບໍ່ລຳອຽງ. ຄຳເວົ້າຂອງເພິ່ນເຮັດໃຫ້ທຸກຄົນມີຄວາມຫວັງແລະໄດ້ກຳລັງໃຈ. ພະເຢຊູເຕັມໃຈທົນທຸກແລະຕາຍຍ້ອນເພິ່ນຮັກທຸກຄົນ. ແຕ່ຄົນທີ່ພະເຢຊູຮັກຫຼາຍເປັນພິເສດກໍຄືຄົນທີ່ເຮັດຕາມສິ່ງທີ່ເພິ່ນສອນ.—ອ່ານໂຢຮັນ 15:13, 14
ຮຽນຮູ້ຫຼາຍຂຶ້ນ
ເຮົາຈະເຫັນຫຼາຍຂຶ້ນວ່າພະເຢຊູເປັນຄົນແນວໃດ. ເຮົາຈະຮັກພະເຈົ້າຮັກຄົນອື່ນ ແລະເປັນຄົນມີນ້ຳໃຈຄືພະເຢຊູໄດ້ແນວໃດ.
4. ພະເຢຊູຮັກພໍ່ຂອງເພິ່ນ
ໃຫ້ເຮົາມາເບິ່ງຕົວຢ່າງຂອງພະເຢຊູວ່າເຮົາຈະເຮັດຫຍັງໄດ້ແດ່ເພື່ອເຮັດໃຫ້ເຫັນວ່າເຮົາຮັກພະເຈົ້າແທ້ໆ. ອ່ານລູກາ 6:12 ແລະໂຢຮັນ 15:10; 17:26. ຫຼັງຈາກອ່ານຂໍ້ຄຳພີຂໍ້ໜຶ່ງຈົບແລ້ວ ໃຫ້ຖາມຄຳຖາມທີ່ຢູ່ທາງລຸ່ມ ແລະໃຫ້ເຮັດແບບນີ້ຈົນຄົບທຸກຂໍ້.
ຈາກຕົວຢ່າງຂອງພະເຢຊູ ເຮົາຈະເຮັດຫຍັງເພື່ອສະແດງໃຫ້ເຫັນວ່າເຮົາຮັກພະເຢໂຫວາແທ້ໆ?
ພະເຢຊູຮັກພະເຢໂຫວາພໍ່ຂອງເພິ່ນແລະເພິ່ນອະທິດຖານລົມກັບພໍ່ຂອງເພິ່ນເລື້ອຍໆ
5. ພະເຢຊູເປັນຫ່ວງຜູ້ຄົນ
ພະເຢຊູຄິດເຖິງຄົນອື່ນຫຼາຍກວ່າໂຕເອງ. ເຖິງວ່າເພິ່ນຈະເມື່ອຍແຕ່ເພິ່ນກໍເຕັມໃຈໃຫ້ເວລາກັບຄົນອື່ນແລະຊ່ວຍເຫຼືອເຂົາເຈົ້າ. ອ່ານມາຣະໂກ 6:30-44 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກຂໍ້ຄຳພີທີ່ອ່ານໄປ ພະເຢຊູເຮັດຫຍັງແດ່ທີ່ເຮັດໃຫ້ເຫັນວ່າເພິ່ນເປັນຫ່ວງຄົນອື່ນ?—ເບິ່ງຂໍ້ 31, 34, 41 ແລະ 42
ພະເຢຊູຊ່ວຍເຫຼືອຜູ້ຄົນຍ້ອນເພິ່ນຮູ້ສຶກແນວໃດກັບເຂົາເຈົ້າ?—ເບິ່ງຂໍ້ 34
ເຮົາຮູ້ວ່າພະເຢຊູຮຽນແບບພະເຢໂຫວາທຸກຢ່າງ ດັ່ງນັ້ນ ຈາກເລື່ອງທີ່ອ່ານໄປເຮັດໃຫ້ເຮົາຮູ້ວ່າພະເຢໂຫວາເປັນພະເຈົ້າແບບໃດ?
ເຮົາເຫັນວ່າພະເຢຊູເປັນຫ່ວງຄົນອື່ນ ແລ້ວເຮົາຈະຮຽນແບບເພິ່ນໄດ້ແນວໃດແດ່?
6. ພະເຢຊູເປັນຄົນໃຈກວ້າງ
ເຖິງວ່າພະເຢຊູຈະບໍ່ໄດ້ລ່ຳລວຍຫຼືມີຫຍັງຫຼາຍ ແຕ່ເພິ່ນກໍແບ່ງປັນສິ່ງທີ່ເພິ່ນມີໃຫ້ຄົນອື່ນ ແລະເພິ່ນກໍຢາກໃຫ້ເຮົາເປັນຄົນໃຈກວ້າງນຳ. ອ່ານກິດຈະການ 20:35 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກຄຳເວົ້າຂອງພະເຢຊູ ອັນໃດຈະເຮັດໃຫ້ເຮົາມີຄວາມສຸກ?
ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຖິງວ່າເຮົາຈະບໍ່ມີຫຍັງຫຼາຍ ແຕ່ເຮົາຈະໃຫ້ຫຍັງກັບຄົນອື່ນໄດ້ແດ່?
ເຈົ້າຮູ້ບໍ?
ຄຳພີໄບເບິນບອກໃຫ້ເຮົາອະທິດຖານເຖິງພະເຢໂຫວາໃນນາມຂອງພະເຢຊູ. (ອ່ານໂຢຮັນ 16:23, 24) ເມື່ອເຮົາເຮັດແບບນັ້ນກໍສະແດງວ່າເຮົາເຫັນຄ່າແລະຂອບໃຈໃນສິ່ງທີ່ພະເຢຊູເຮັດເພື່ອຊ່ວຍເຮົາໃຫ້ເປັນໝູ່ກັບພະເຢໂຫວາໄດ້.
ບາງຄົນເວົ້າວ່າ: “ເຮົາຊິທຸກຊິຍາກສ່ຳໃດ ພະເຈົ້າກໍບໍ່ສົນໃຈເຮົາດອກ.”
ເຮົາຮູ້ວ່າພະເຢຊູຮຽນແບບພະເຢໂຫວາທຸກຢ່າງ ດັ່ງນັ້ນ ພະເຢຊູເຮັດຫຍັງທີ່ເຮັດໃຫ້ຮູ້ວ່າພະເຢໂຫວາສົນໃຈເຮົາ?
ສະຫຼຸບ
ພະເຢຊູຮັກພະເຢໂຫວາ ແລະຮັກຄົນອື່ນ. ພະເຢຊູຄືກັບພໍ່ຂອງເພິ່ນຫຼາຍ ຖ້າເຮົາຮູ້ຈັກພະເຢຊູຫຼາຍຂຶ້ນ ເຮົາກໍຈະແຮ່ງຮູ້ຈັກພະເຢໂຫວາຫຼາຍຂຶ້ນນຳ.
ຄຳຖາມທົບທວນ
ຈາກຕົວຢ່າງຂອງພະເຢຊູ ເຮົາຈະເຮັດຫຍັງເພື່ອເຮັດໃຫ້ເຫັນວ່າເຮົາຮັກພະເຢໂຫວາແທ້ໆ?
ເຮົາເຫັນວ່າພະເຢຊູຮັກຄົນອື່ນ ແລ້ວເຮົາຈະຮຽນແບບເພິ່ນໄດ້ແນວໃດແດ່?
ເຈົ້າມັກຄຸນລັກສະນະໃດຂອງພະເຢຊູຫຼາຍທີ່ສຸດ?
ເບິ່ງເພີ່ມເຕີມ
ເບິ່ງນິດໄສບາງຢ່າງຂອງພະເຢຊູທີ່ເຮົາຈະຮຽນແບບໄດ້.
“ຮຽນແບບນິດໄສຂອງພະເຢຊູ” (ພະເຢຊູ—ທາງນັ້ນ ຄວາມຈິງຊີວິດ ໜ້າ 317)
ເບິ່ງວ່າເປັນຫຍັງຈຶ່ງສຳຄັນທີ່ເຮົາຈະອະທິດຖານໃນນາມຂອງພະເຢຊູ.
“ເປັນຫຍັງຈຶ່ງອະທິດຖານໃນນາມຂອງພະເຢຊູ?” (ຫໍສັງເກດການ 1 ກຸມພາ 2008)
ຄຳພີໄບເບິນບອກຫຍັງບໍກ່ຽວກັບຮູບຮ່າງໜ້າຕາຂອງພະເຢຊູ?
“ພະເຢຊູມີຮູບຮ່າງໜ້າຕາເປັນແນວໃດ?” (ບົດຄວາມໃນເວັບໄຊ)
ພະເຢຊູໃຫ້ກຽດຜູ້ຍິງ ເຮົາຮຽນຫຍັງໄດ້ຈາກເລື່ອງນີ້?