ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕລ ບົດທີ 1 ໜ້າ 3-6
  • ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?
  • ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?
    ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນ
  • ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ການອ່ານ​ຄຳພີ​ໄບເບິນ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນ
ຊສຕລ ບົດທີ 1 ໜ້າ 3-6
ບົດ​ທີ 1. ຄຳພີ​ໄບເບິນ​ຫົວ​ໜຶ່ງ​ທີ່​ເປີດ​ປະ​ໄວ້.

ບົດ​ທີ 01

ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໄດ້ແນວ​ໃດ?

ສະບັບພິມ
ສະບັບພິມ
ສະບັບພິມ

ເຮົາ​ທຸກ​ຄົນ​ຢາກ​ຮູ້​ຫຼາຍ​ຂຶ້ນ​ໃນ​ເລື່ອງ​ຊີວິດ ຄວາມ​ທຸກ ຄວາມ​ຕາຍ ແລະ​ອະນາຄົດ. ເຮົາ​ຍັງ​ກັງວົນ​ກັບ​ບັນຫາ​ໃນ​ແຕ່​ລະ​ມື້​ນຳ​ເຊັ່ນ ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ເງິນ​ພໍ​ໃຊ້ ຫຼື​ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມ​ສຸກ. ຫຼາຍ​ຄົນ​ເຫັນ​ວ່າ​ຄຳພີ​ໄບເບິນ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຄຳຕອບ​ຂອງ​ຄຳ​ຖາມ​ທີ່​ສຳຄັນ​ໃນ​ຊີວິດ​ເທົ່າ​ນັ້ນ ແຕ່​ຍັງ​ໃຫ້​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ໃນ​ຊີວິດ​ແຕ່​ລະ​ມື້​ນຳ. ເຈົ້າ​ຄິດ​ວ່າ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ແລະ​ຄົນ​ທີ່​ເຈົ້າ​ຮູ້​ຈັກ​ໄດ້​ບໍ?

1. ຄຳພີ​ໄບເບິນ​ຕອບ​ຄຳ​ຖາມ​ຫຍັງ​ແດ່?

ຄຳພີ​ໄບເບິນ​ຕອບ​ຄຳ​ຖາມ​ທີ່​ສຳຄັນ​ເຫຼົ່າ​ນີ້​ເຊັ່ນ: ສິ່ງ​ທີ່​ມີ​ຊີວິດ​ເກີດຂຶ້ນ​ມາ​ໄດ້​ແນວ​ໃດ? ເຮົາ​ເກີດ​ມາ​ເຮັດ​ຫຍັງ? ເປັນ​ຫຍັງ​ຄົນ​ດີ​ຈຶ່ງ​ເຈິ​ຄວາມ​ທຸກ? ຕາຍ​ແລ້ວ​ໄປ​ໃສ? ເຮົາ​ທຸກ​ຄົນ​ຢາກ​ໃຫ້​ມີ​ຄວາມ​ສະຫງົບສຸກ ແຕ່​ເປັນ​ຫຍັງ​ຈຶ່ງ​ມີ​ສົງຄາມ? ໂລກ​ນີ້​ຈະ​ເປັນ​ແນວ​ໃດ​ໃນ​ອະນາຄົດ? ຄຳພີ​ໄບເບິນ​ມີ​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ເຫຼົ່າ​ນີ້ ແລະ​ຫຼາຍ​ລ້ານ​ຄົນ​ກໍ​ໄດ້​ຄຳ​ຕອບ​ທີ່​ພໍໃຈ​ຫຼາຍ.

2. ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໃນ​ແຕ່​ລະ​ມື້​ໄດ້​ແນວ​ໃດ?

ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ດີ​ໃຫ້​ເຮົາ​ໃນ​ເລື່ອງ​ຕ່າງ​ໆ ເຊັ່ນ: ວິທີ​ທີ່​ຈະ​ຊ່ວຍ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ ວິທີ​ຮັບມື​ກັບ​ຄວາມ​ເຄັ່ງ​ຕຶງ ແລະ​ວິທີ​ທີ່​ເຮົາ​ຈະ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ. ເຮົາ​ຈະ​ມາ​ລົມ​ກັນ​ວ່າ​ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ກັບ​ເຮົາ​ແນວ​ໃດ​ໃນ​ເລື່ອງ​ເຫຼົ່າ​ນີ້​ແລະ​ເລື່ອງ​ອື່ນ​ໆ. ແລ້ວ​ເຈົ້າ​ຈະ​ເຫັນດີ​ກັບ​ຄຳເວົ້າ​ທີ່​ວ່າ: “ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ . . . ມີ​ປະໂຫຍດ.”—2 ຕີໂມທຽວ 3:16

ປຶ້ມ​ນີ້​ບໍ່​ໄດ້​ມາ​ແທນ​ຄຳພີ​ໄບເບິນ. ແຕ່​ປຶ້ມ​ນີ້​ກະຕຸ້ນ​ເຈົ້າ​ໃຫ້​ກວດ​ເບິ່ງ​ຄຳພີ​ໄບເບິນ​ດ້ວຍ​ໂຕເອງ. ດັ່ງນັ້ນ ເຮົາ​ຂໍ​ໃຫ້​ເຈົ້າ​ເປີດ​ຄຳພີ​ໄບເບິນ​ອ່ານ​ໄປ​ນຳ​ຕອນ​ທີ່​ຮຽນ​ປຶ້ມ​ນີ້.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ໄດ້​ຊ່ວຍ​ຜູ້​ຄົນ​ແນວ​ໃດ ເຈົ້າ​ຈະ​ມ່ວນ​ກັບ​ການ​ອ່ານ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ຄົນ​ຊ່ວຍ​ອະທິບາຍ​ເພື່ອ​ຈະ​ເຂົ້າໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.

3. ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ໃຫ້​ເຮົາ

ຄຳພີ​ໄບເບິນ​ເປັນ​ຄື​ກັບ​ແສງ​ສະຫວ່າງ​ສ່ອງ​ທາງ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ຕັດສິນໃຈ​ຢ່າງ​ສະຫຼາດ​ແລະ​ຮູ້​ວ່າ​ໃນ​ອະນາຄົດ​ຈະ​ເປັນ​ແນວ​ໃດ.

ອ່ານ​ເພງ​ສັນລະເສີນ 119:105 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຜູ້​ຂຽນ​ເພງ​ສັນລະເສີນ​ຂໍ້​ນີ້​ເບິ່ງ​ວ່າ​ຄຳພີ​ໄບເບິນ​ເປັນ​ຄື​ກັບ​ຫຍັງ?

  • ເຈົ້າ​ຄິດ​ວ່າ​ຄຳພີ​ໄບເບິນ​ເປັນ​ປຶ້ມ​ແນວ​ໃດ?

ໃນ​ຕອນ​ຄ່ຳ ຜູ້​ຊາຍ​ຄົນ​ໜຶ່ງ​ຍ່າງ​ຢູ່​ແຄມ​ທະເລ​ສາບ​ທີ່​ມີ​ກ້ອນ​ຫີນ​ຕາມ​ທາງ ລາວ​ໃຊ້​ໄຟ​ສາຍ​ແຍງ​ທາງ​ເພື່ອ​ຈະ​ເຫັນ​ຮຸ່ງ.

4. ຄຳພີ​ໄບເບິນ​ຕອບ​ຄຳ​ຖາມ​ຂອງ​ເຮົາ​ໄດ້

ຜູ້​ຍິງ​ຄົນ​ໜຶ່ງ​ໄດ້​ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ​ສຳລັບ​ຄຳ​ຖາມ​ທີ່​ລາວ​ສົງໄສ​ມາ​ຫຼາຍ​ປີ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ຢ່າ​ໝົດ​ຫວັງ! (1:48)

  • ໃນ​ວິດີໂອ ຜູ້​ຍິງ​ຄົນ​ນີ້​ມີ​ຄຳ​ຖາມ​ຫຍັງ​ແດ່?

  • ການ​ສຶກສາ​ຄຳພີ​ໄບເບິນ​ໄດ້​ຊ່ວຍ​ລາວ​ແນວ​ໃດ?

ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ພະຍາຍາມ​ຊອກ​ຫາ​ຄຳ​ຕອບ. ອ່ານ​ມັດທາຍ 7:7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ມີ​ຄຳ​ຖາມ​ຫຍັງ​ແດ່​ທີ່​ເຈົ້າ​ຢາກ​ຮູ້​ແຕ່​ຍັງ​ບໍ່​ໄດ້​ຄຳ​ຕອບ?

5. ເຈົ້າ​ຈະ​ມ່ວນ​ກັບ​ການ​ອ່ານ​ຄຳພີ​ໄບເບິນ

ຫຼາຍ​ຄົນ​ມ່ວນ​ກັບ​ການ​ອ່ານ​ຄຳພີ​ໄບເບິນ​ແລະ​ກໍ​ໄດ້​ຮັບ​ປະໂຫຍດ​ນຳ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ການ​ອ່ານ​ຄຳພີ​ໄບເບິນ (2:05)

  • ໃນ​ວິດີໂອ ໄວລຸ້ນ​ຮູ້ສຶກ​ແນວ​ໃດ​ກັບ​ການ​ອ່ານ?

  • ແຕ່​ເປັນ​ຫຍັງ​ເຂົາເຈົ້າ​ມັກ​ອ່ານ​ຄຳພີ​ໄບເບິນ?

ຄຳພີ​ໄບເບິນ​ສອນ​ເຮົາ ໃຫ້​ກຳລັງ​ໃຈ​ເຮົາ ແລະ​ໃຫ້​ເຮົາ​ມີ​ຄວາມ​ຫວັງ. ອ່ານ​ໂຣມ 15:4 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຖ້າ​ຄຳພີ​ໄບເບິນ​ໃຫ້​ຄວາມ​ຫວັງ​ແລະ​ກຳລັງ​ໃຈ ເຈົ້າ​ຢາກ​ຈະ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ບໍ?

6. ຖ້າ​ມີ​ຄົນ​ຊ່ວຍ​ອະທິບາຍ ເຈົ້າ​ກໍ​ຈະ​ເຂົ້າໃຈ​ຄຳພີ​ໄບເບິນ​ໄດ້​ຫຼາຍ​ຂຶ້ນ

ຫຼາຍ​ຄົນ​ອ່ານ​ຄຳພີ​ໄບເບິນ​ດ້ວຍ​ໂຕເອງ​ໄດ້ ແຕ່​ການ​ມີ​ຄົນ​ຊ່ວຍ​ອະທິບາຍ​ກໍ​ເຮັດ​ໃຫ້​ເຂົາເຈົ້າ​ເຂົ້າໃຈ​ຫຼາຍ​ຂຶ້ນ. ອ່ານ​ກິດຈະການ 8:26-31 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຈະ​ເຂົ້າໃຈ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ?—ເບິ່ງ​ຂໍ້ 30 ແລະ 31

ຮູບ: 1. ຟີລິບ​ຜູ້​ປະກາດ​ຂ່າວ​ດີ​ກຳລັງ​ອະທິບາຍ​ຄຳພີ​ໄບເບິນ​ໃຫ້​ກັບ​ຜູ້​ຊາຍ​ເອທິໂອເປຍ. 2. ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ກຳລັງ​ອະທິບາຍ​ຄຳພີ​ໄບເບິນ​ໃຫ້​ກັບ​ຜູ້​ຍິງ​ທີ່​ມີ​ລູກ​ສອງ​ຄົນ.

ຜູ້​ຊາຍ​ເອທິໂອເປຍ​ຢາກ​ໃຫ້​ມີ​ຄົນ​ຊ່ວຍ​ອະທິບາຍ​ເພື່ອ​ຈະ​ເຂົ້າໃຈ​ຄຳພີ​ໄບເບິນ. ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ກໍ​ເຂົ້າໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ເມື່ອ​ມີ​ຄົນ​ຊ່ວຍ​ອະທິບາຍ

ບາງ​ຄົນ​ເວົ້າ​ວ່າ: “ຮຽນ​ຄຳພີ​ໄບເບິນ​ໄປ​ເຮັດ​ຫຍັງ​ເສຍ​ເວລາ​ລ້າ​ໆ.”

  • ເຈົ້າ​ຄິດ​ແນວ​ໃດ? ເປັນ​ຫຍັງ​ຈຶ່ງ​ຄິດ​ແບບ​ນັ້ນ?

ສະຫຼຸບ

ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ໃນ​ຊີວິດ​ປະຈຳ​ວັນ ຕອບ​ຄຳ​ຖາມ​ທີ່​ສຳຄັນ​ຫຼາຍ​ເລື່ອງ ຊ່ວຍ​ໃຫ້​ມີ​ຄວາມ​ຫວັງ​ແລະ​ກຳລັງ​ໃຈ.

ຄຳ​ຖາມ​ທົບທວນ

  • ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ເລື່ອງ​ຫຍັງ​ແດ່?

  • ຄຳພີ​ໄບເບິນ​ຕອບ​ຄຳ​ຖາມ​ຫຍັງ​ແດ່?

  • ເຈົ້າ​ຢາກ​ຮູ້​ເລື່ອງ​ຫຍັງ​ແດ່​ຈາກ​ຄຳພີ​ໄບເບິນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ເບິ່ງ​ວ່າ​ເປັນ​ຫຍັງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຍັງ​ໃຊ້​ໄດ້​ແທ້​ໃນ​ທຸກ​ມື້​ນີ້.

“ຄຳສອນ​ໃນ​ຄຳພີ​ໄບເບິນ—ຄວາມ​ຮູ້​ທີ່​ບໍ່​ເຄີຍ​ຫຼ້າ​ສະໄໝ” (ຫໍສັງເກດການ ສະບັບ​ທີ 1 ປີ 2018)

ເບິ່ງ​ວ່າ​ຄຳພີ​ໄບເບິນ​ຊ່ວຍ​ຄົນ​ທີ່​ເຄີຍ​ຂາດ​ຄວາມ​ໝັ້ນໃຈ​ແລະ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ​ຕັ້ງແຕ່​ຍັງ​ນ້ອຍ​ແນວ​ໃດ.

ຂ້ອຍ​ເລີ່ມ​ຕົ້ນ​ຊີວິດ​ໃໝ່​ທີ່​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ (2:53)

ເບິ່ງ​ວ່າ​ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ຫຍັງ​ແດ່​ທີ່​ໃຊ້​ໄດ້​ແທ້​ໃນ​ຄອບຄົວ.

“12 ເຄັດລັບ​ທີ່​ເຮັດ​ໃຫ້​ຄອບຄົວມີ​ຄວາມ​ສຸກ” (ຕື່ນເຖີດ! ສະບັບ​ທີ 2 ປີ 2018. ບໍ່​ມີ​ໃນ​ພາສາ​ລາວ)

ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ຮູ້​ຄວາມ​ຈິງ​ວ່າ​ໃຜ​ແມ່ນ​ຜູ້​ປົກຄອງ​ໂລກ.

ເປັນ​ຫຍັງ​ຈຶ່ງ​ສຶກສາ​ຄຳພີ​ໄບເບິນ?—ແບບ​ເຕັມ (3:14)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌