ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 7
  • ພະຍາຍາມ​ຕໍ່​ໄປ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະຍາຍາມ​ຕໍ່​ໄປ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ໂປໂລ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ໂປໂລ?
  • ຮຽນ​ແບບ​ໂປໂລ
  • ຖ່ອມ​ໂຕ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ສົນໃຈ​ຄົນ​ອື່ນ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ອົດທົນ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • “ຖ້າ​ບໍ່​ມີ​ຜູ້​ໃດ​ລອດ ກໍ​ຈະ​ມາ​ໂທດ​ຂ້ອຍ​ບໍ່​ໄດ້”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ເບິ່ງຕື່ມ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 7

ຕິດຕາມ

ອັກຄະສາວົກ​ໂປໂລ​ປະກາດ​ຂ່າວດີ​ກັບ​ກຸ່ມ​ຄົນ​ໃນ​ຫໍປະຊຸມ​ຂອງ​ໂຮງຮຽນ.

ກຈກ. 19:8-10

ບົດ​ທີ 7

ພະຍາຍາມ​ຕໍ່​ໄປ

ຫຼັກການ: “ເຂົາ​ເຈົ້າ​ໄດ້​ສອນ​ແລະ​ປະກາດ​ຂ່າວ​ດີ​ເລື່ອງ​ພະ​ເຢຊູ​ຜູ້​ເປັນ​ພະຄລິດ​ທຸກ​ໆ​ມື້.”—ກຈກ. 5:42

ສິ່ງ​ທີ່​ໂປໂລ​ເຮັດ

ອັກຄະສາວົກ​ໂປໂລ​ປະກາດ​ຂ່າວດີ​ກັບ​ກຸ່ມ​ຄົນ​ໃນ​ຫໍປະຊຸມ​ຂອງ​ໂຮງຮຽນ.

ວິດີໂອ: ໂປໂລ​ພະຍາຍາມ​ຊ່ວຍ​ຄົນ​ອື່ນ​ຕໍ່​ໄປ​ໃນ​ເມືອງ​ເອເຟໂຊ

1. ເບິ່ງ ວິດີໂອ ຫຼື​ອ່ານ​ກິດຈະການ 19:8-10. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ແທນ​ທີ່​ຈະ​ຍອມແພ້​ເມື່ອ​ມີ​ບາງ​ຄົນ​ຕໍ່ຕ້ານ ໂປໂລ​ພະຍາຍາມ​ຊ່ວຍ​ເຫຼືອ​ຄົນ​ທີ່​ສົນໃຈ​ແນວ​ໃດ?

  2. ຂ. ໂປໂລ​ກັບ​ໄປ​ສອນ​ຜູ້​ທີ່​ສົນໃຈ​ຫຼາຍ​ເທື່ອ​ບໍ ແລະ​ເຮັດ​ແບບ​ນັ້ນ​ດົນ​ປານ​ໃດ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ໂປໂລ?

2. ເຮົາ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ເພື່ອ​ຈະ​ກັບ​ໄປ​ຢາມ​ຢ່າງ​ມີ​ປະສິດທິພາບ​ແລະ​ເລີ່ມ​ການ​ສຶກສາ.

ຮຽນ​ແບບ​ໂປໂລ

3. ເຕັມໃຈ​ກັບ​ໄປ​ຢາມ​ຄົນ​ທີ່​ເຈົ້າ​ລົມ​ນຳ​ໃນ​ເວລາ​ທີ່​ລາວ​ສະດວກ. ໃຫ້​ຖາມ​ໂຕເອງ​ວ່າ: ‘ຕອນ​ໃດ​ແລະ​ຢູ່​ໃສ​ສະດວກ​ທີ່​ສຸດ​ທີ່​ຈະ​ຕິດຕໍ່​ລາວ? ຕອນ​ໃດ​ລາວ​ຈະ​ມີ​ເວລາ​ລົມ​ນຳ​ຂ້ອຍ?’ ເຕັມໃຈ​ກັບ​ໄປ​ຢາມ​ລາວ ເຖິງ​ວ່າ​ເວລາ​ນັ້ນ​ຈະ​ບໍ່​ສະດວກ​ສຳລັບ​ເຈົ້າ​ກໍ​ຕາມ.

4. ຖາມ​ລາ​ວ​ວ່າ​ເຈົ້າ​ຈະ​ລົມ​ນຳ​ລາ​ວ​ໄດ້​ອີກ​ຕອນ​ໃດ. ໃນ​ຕອນ​ທ້າຍ​ທີ່​ເຈົ້າ​ລົມ​ກັນ​ແຕ່​ລະ​ເທື່ອ ໃຫ້​ພະຍາຍາມ​ຢືນຢັນ​ເວລາ​ທີ່​ແນ່ນອນ​ທີ່​ເຈົ້າ​ສາມາດ​ລົມ​ນຳ​ລາວ​ໄດ້​ອີກ​ເທື່ອ​ໜຶ່ງ. ຢ່າ​ລືມ​ໄປ​ຫາ​ລາວ​ໃນ​ເວລາ​ແລະ​ສະຖານ​ທີ່​ທີ່​ເຈົ້າ​ຕົກ​ລົງ​ໄວ້.

5. ຢ່າ​ໝົດ​ຫວັງ. ຢ່າ​ຟ້າວ​ຄິດ​ວ່າ​ຄົນ​ທີ່​ເຈົ້າ​ໄປ​ຫາ​ຫຼາຍ​ເທື່ອ​ແລ້ວ​ບໍ່​ເຈິ​ຫຼື​ຄົນ​ທີ່​ຄາ​ວຽກ​ຕະຫຼອດ​ຕອນ​ທີ່​ເຈົ້າ​ໄປ​ຫາ ເປັນ​ຄົນ​ທີ່​ບໍ່​ສົນໃຈ. (1 ກຣ. 13:4, 7) ພະຍາຍາມ​ໄປ​ຫາ​ລາ​ວ​ຕໍ່​ໆ​ໄປ ແຕ່​ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ໃຊ້​ເວລາ​ແບບ​ຄຸ້ມ​ຄ່າ.—1 ກຣ. 9:26

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ກຈກ. 10:42; 1 ກຣ. 9:22, 23; 2 ກຣ. 4:1; ຄລຕ. 6:9

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌