ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 8
  • ອົດທົນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອົດທົນ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ພະ​ເຢຊູ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?
  • ຮຽນ​ແບບ​ພະ​ເຢຊູ
  • ອົດທົນ​ຕໍ່​ໆ​ໄປ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ໃຊ້ວິດີໂອໃນການສອນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ສົນໃຈ​ຄົນ​ອື່ນ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ພະຍາຍາມ​ຕໍ່​ໄປ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ເບິ່ງຕື່ມ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 8

ຕິດຕາມ

ພະ​ເຢຊູ​ເຂົ້າ​ໄປ​ຫາ​ຢາໂກໂບ​ນ້ອງ​ຊາຍ​ຂອງ​ເພິ່ນ​ໃນ​ຮ້ານ​ຊ່າງ​ໄມ້. ຢາໂກໂບ​ປະຫຼາດ​ໃຈ​ທີ່​ເຫັນ​ເພິ່ນ.

ຢຮ. 7:3-5; 1 ກຣ. 15:3, 4, 7

ບົດ​ທີ 8

ອົດທົນ

ຫຼັກການ: “ຄວາມ​ຮັກ​ອົດທົນ.”—1 ກຣ. 13:4

ສິ່ງ​ທີ່​ພະ​ເຢຊູ​ເຮັດ

ພະ​ເຢຊູ​ເຂົ້າ​ໄປ​ຫາ​ຢາໂກໂບ​ນ້ອງ​ຊາຍ​ຂອງ​ເພິ່ນ​ໃນ​ຮ້ານ​ຊ່າງ​ໄມ້. ຢາໂກໂບ​ປະຫຼາດ​ໃຈ​ທີ່​ເຫັນ​ເພິ່ນ.

ວິດີໂອ: ພະ​ເຢຊູ​ອົດທົນ​ຕອນ​ທີ່​ຊ່ວຍ​ນ້ອງ​ຂອງ​ເພິ່ນ

1. ເບິ່ງ ວິດີໂອ ຫຼື​ອ່ານ​ໂຢຮັນ 7:3-5 ແລະ 1 ໂກຣິນໂທ 15:3, 4, 7. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ຕອນ​ທຳອິດ​ນ້ອງ​ຂອງ​ພະ​ເຢຊູ​ມີ​ທ່າທີ​ແນວ​ໃດ​ຕໍ່​ເລື່ອງ​ທີ່​ເພິ່ນ​ປະກາດ?

  2. ຂ. ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢຊູ​ຍັງ​ພະຍາຍາມ​ຊ່ວຍ​ຢາໂກໂບ​ນ້ອງ​ຊາຍ​ຂອງ​ເພິ່ນ​ຕໍ່​ໄປ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຕ້ອງ​ອົດທົນ​ເພາະ​ບາງ​ຄົນ​ໃຊ້​ເວລາ​ດົນ​ກວ່າ​ຄົນ​ອື່ນ​ໆ​ໃນ​ການ​ຍອມຮັບ​ຂ່າວ​ດີ.

ຮຽນ​ແບບ​ພະ​ເຢຊູ

3. ລອງ​ໃຊ້​ວິທີ​ອື່ນ. ຖ້າ​ຜູ້​ທີ່​ເຮົາ​ລົມ​ນຳ​ບໍ່​ຕົກ​ລົງ​ຮຽນ​ຄຳພີ​ໄບເບິນ​ທັນທີ ກໍ​ຢ່າ​ບັງຄັບ​ລາວ. ເມື່ອ​ມີ​ໂອກາດ ໃຫ້​ໃຊ້​ວິດີໂອ​ຫຼື​ບົດ​ຄວາມ​ຕ່າງ​ໆ​ເພື່ອ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ວ່າ​ເຮົາ​ຮຽນ​ຄຳພີ​ໄບເບິນ​ແນວ​ໃດ​ແລະ​ລາວ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ.

4. ຢ່າ​ປຽບທຽບ. ແຕ່​ລະ​ຄົນ​ບໍ່​ຄື​ກັນ. ຖ້າ​ຄົນ​ໃນ​ຄອບຄົວ​ຫຼື​ຄົນ​ທີ່​ເຈົ້າ​ກັບ​ໄປ​ຢາມ​ຍັງ​ລັງເລ​ທີ່​ຈະ​ຮຽນ​ຄຳພີ​ໄບເບິນ​ຫຼື​ຍອມຮັບ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ ລອງ​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ. ມີ​ຄວາມ​ເຊື່ອ​ທາງ​ສາສະໜາ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ທີ່​ສຳຄັນ​ຫຼາຍ​ສຳລັບ​ລາວ​ບໍ? ລາວ​ຖືກ​ຍາດ​ພີ່​ນ້ອງ​ຫຼື​ເພື່ອນ​ບ້ານ​ກົດ​ດັນ​ຢູ່​ບໍ? ລອງ​ໃຫ້​ເວລາ​ລາວ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ເວົ້າ ແລະ​ໃຫ້​ເວລາ​ລາວ​ເພື່ອ​ຈະ​ເຫັນ​ຄ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ.

5. ອະທິດຖານ​ເພື່ອ​ຜູ້​ສົນໃຈ. ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ບໍ່​ໝົດ​ຫວັງ​ແລະ​ຮູ້​ວິທີ​ຊ່ວຍ​ລາວ. ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ໃຜ​ບໍ່​ສົນໃຈ​ແທ້​ໆ​ແລະ​ເຈົ້າ​ຄວນ​ເຊົາ​ກັບ​ໄປ​ຢາມ​ລາວ.—1 ກຣ. 9:26

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ມຣກ. 4:26-28; 1 ກຣ. 3:5-9; 2 ປຕ. 3:9

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌