ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊກຈ ໜ້າ 4-7
  • ເຈົ້າ​ຈະ​ກ້າຫານ​ຫຼາຍ​ຂຶ້ນ​ໄດ້!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຈະ​ກ້າຫານ​ຫຼາຍ​ຂຶ້ນ​ໄດ້!
  • ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຈົ້າ​ກ້າຫານ​ແບບ​ພະ​ເຢຊູ​ໄດ້
  • ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ກ້າຫານ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?
  • ຈົ່ງກ້າຫານແລະລົງມືເຮັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • “ຈົ່ງເບິ່ງ ສິງແຫ່ງກະກູນຢູດາ”
    “ຕາມເຮົາໄປເຖີ້ນ”
  • ຂໍ​ຊ່ວຍ​ໃຫ້​ຂ້ອຍ​ກ້າຫານ
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
  • “ຂໍ​ໃຫ້​ກ້າຫານ!”
    ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
ເບິ່ງຕື່ມ
ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
ຊກຈ ໜ້າ 4-7

ຄຳນຳ

ເຈົ້າ​ກ້າຫານ​ຫຼາຍ​ຂຶ້ນ​ໄດ້!

ສະບັບພິມ
ສະບັບພິມ

1-3. ເມື່ອ​ພະ​ເຢຊູ​ເວົ້າ​ວ່າ “ລຸກ​ຂຶ້ນ. ໄປ໋!” ເປັນ​ຫຍັງ​ຈຶ່ງ​ສະແດງ​ວ່າ​ເພິ່ນ​ກ້າຫານ​ຫຼາຍ?

“ລຸກ​ຂຶ້ນ. ໄປ໋!” ນີ້​ເປັນ​ຄຳເວົ້າ​ທີ່​ກ້າຫານ​ທີ່​ສຸດ​ທີ່​ມະນຸດ​ຄົນ​ໜຶ່ງ​ເຄີຍ​ເວົ້າ​ມາ. ເຈົ້າ​ອາດ​ຈະ​ແປກໃຈ​ວ່າ​ຄຳເວົ້າ​ນີ້​ສະແດງ​ເຖິງ​ຄວາມ​ກ້າຫານ​ໄດ້​ແນວ​ໃດ? ເພື່ອ​ຈະ​ຮູ້​ຄຳ​ຕອບ​ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ນີ້​ແມ່ນ​ຄຳເວົ້າ​ຂອງ​ຜູ້​ໃດ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ເວົ້າ​ແນວ​ນັ້ນ.—ມທ. 26:46

ຕອນ​ທີ່​ຢູ່​ສວນ​ເຄັດເຊມາເນ ພະ​ເຢຊູ​ອົດທົນ​ລໍ​ຖ້າ​ຄົນ​ທີ່​ຈະ​ມາ​ຈັບ​ເພິ່ນ.

“ລຸກ​ຂຶ້ນ. ໄປ໋!”—ມທ. 26:46

2 ນັ້ນ​ແມ່ນ​ຄຳເວົ້າ​ຂອງ​ພະ​ເຢຊູ​ຄລິດ ແລະ​ເພິ່ນ​ເວົ້າ​ຄຳ​ນີ້​ກັບ​ພວກ​ລູກສິດ​ຂອງ​ເພິ່ນ. ທີ່​ຈິງ ເພິ່ນ​ເຄີຍ​ເວົ້າ​ຄຳ​ນີ້​ກັບ​ເຂົາເຈົ້າ​ມາ​ແລ້ວ. (ຢຮ. 14:31) ແຕ່​ເທື່ອ​ນີ້​ຕ່າງ​ຈາກ​ເທື່ອ​ກ່ອນ. ເທື່ອ​ນີ້​ພະ​ເຢຊູເວົ້າ​ຢູ່​ສວນ​ເຄັດເຊມາເນ​ນອກ​ເມືອງ​ເຢຣູຊາເລັມ​ໃນ​ຕອນ​ເດິກໆ​ຂອງ​ມື້​ທີ່​ເດືອນ​ເຕັມ​ດວງ. ເພິ່ນ​ຮູ້​ວ່າ​ມີ​ພວກ​ຄົນ​ທີ່​ຖື​ອາວຸດ​ກຳລັງ​ຊິ​ມາ​ຫາ​ແລະ​ຮູ້​ວ່າ​ເຂົາເຈົ້າ​ຊິ​ເຮັດ​ຫຍັງ​ກັບ​ເພິ່ນ. ພະ​ເຢຊູ​ກຳລັງ​ຈະ​ເຈິ​ການ​ທົດສອບ​ທີ່​ໜັກ​ທີ່​ສຸດ​ທີ່​ມະນຸດ​ຄົນ​ໜຶ່ງ​ເຄີຍ​ເຈິ ແລະ​ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ເຈິ​ການ​ທົດສອບ​ນີ້​ພຽງ​ແຕ່​ຜູ້​ດຽວ.

3 ພະ​ເຢຊູ​ບໍ່​ໄດ້​ພະຍາຍາມ​ຈະ​ໜີ​ເອົາ​ໂຕ​ລອດ. ເພິ່ນ​ຈະ​ເອີ້ນ​ພວກ​ທູດສະຫວັນ​ທີ່​ມີ​ລິດເດດ​ໃຫ້​ມາ​ຊ່ວຍ​ເພິ່ນ​ກໍ​ໄດ້ ແຕ່​ເພິ່ນ​ກໍ​ບໍ່​ເຮັດ. (ມທ. 26:53) ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເພິ່ນ​ມີ​ແຕ່​ເວົ້າ​ວ່າ: “ລຸກ​ຂຶ້ນ. ໄປ໋!” ເພິ່ນ​ຊິ​ໄປ​ໃສ? ເພິ່ນ​ຊິ​ໄປ​ເຈິ​ພວກ​ທີ່​ກຳລັງ​ຈະ​ມາ​ຈັບ​ເພິ່ນ​ໄປ​ທໍລະມານ​ແລະ​ຂ້າ​ເພິ່ນ. ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຕັມໃຈ​ເຮັດ​ແບບ​ນັ້ນ? ກໍ​ຍ້ອນ​ເພິ່ນ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພວກ​ລູກສິດ​ຂອງ​ເພິ່ນ.

4-5. ຄວາມ​ກ້າຫານ​ແບບ​ພະ​ເຢຊູ​ເປັນ​ຄວາມ​ກ້າຫານ​ແນວ​ໃດ? ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ​ແບບ​ນັ້ນ?

4 ເຮົາ​ເວົ້າ​ໄດ້​ເລີຍ​ວ່າ​ພະ​ເຢຊູ​ເປັນ​ຄົນ​ທີ່​ກ້າຫານ​ທີ່​ສຸດ. ເຈົ້າ​ເປັນ​ລູກສິດ​ຄົນ​ໜຶ່ງ​ຂອງ​ເພິ່ນ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ກ້າຫານ​ຄື​ກັບ​ເພິ່ນ​ໄດ້​ຄື​ກັນ. ຄລິດສະຕຽນ​ແທ້​ຕ້ອງ​ມີ​ຄວາມ​ກ້າຫານ. ໃນ​ທຸກ​ມື້​ນີ້ ເຮົາ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ຫຍຸ້ງ​ຍາກ​ແລະ​ອັນຕະລາຍ​ຫຼາຍ ເຮົາ​ຕ້ອງ​ກ້າຫານ​ຫຼາຍ​ກວ່າ​ແຕ່​ກ່ອນ.

5 ຄວາມ​ກ້າຫານ​ແບບ​ພະ​ເຢຊູ​ເປັນ​ຄວາມ​ກ້າຫານ​ແນວ​ໃດ? ບາງ​ຄົນ​ຄິດ​ວ່າ​ຄວາມ​ກ້າຫານ​ໝາຍ​ເຖິງ​ການ​ບໍ່​ຢ້ານ​ຫຍັງ​ເລີຍ ສ່ຽງ​ອັນຕະລາຍ​ໂດຍ​ບໍ່​ຈຳເປັນ ຫຼື​ຄິດ​ວ່າ​ບໍ່​ມີ​ຫຍັງ​ເປັນ​ອັນຕະລາຍ. ສ່ວນ​ບາງ​ຄົນ​ກໍ​ຄິດ​ວ່າຄວາມ​ກ້າຫານໝາຍເຖິງ​ການ​ໃຊ້​ຄວາມ​ຮຸນແຮງ. (ພສ. 11:5) ແຕ່​ຄວາມ​ກ້າຫານ​ແບບ​ພະ​ເຢຊູ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ຄົນ​ທີ່​ກ້າຫານ​ແບບ​ພະ​ເຢຊູ​ຈະ​ກ້າ​ເຮັດ​ສິ່ງ​ທີ່​ພະເຈົ້າ​ເຫັນ​ວ່າ​ຖືກຕ້ອງ​ເຖິງ​ວ່າ​ຈະ​ຍາກ​ຫຼື​ຮູ້ສຶກ​ຢ້ານ​ສ່ຳ​ໃດ​ກໍ​ຕາມ.

ເຈົ້າ​ກ້າຫານ​ແບບ​ພະ​ເຢຊູ​ໄດ້

6. ຖ້າ​ເຮົາ​ຮູ້ສຶກ​ວ່າ​ຍັງ​ບໍ່​ມີ​ຄວາມ​ກ້າຫານ​ພໍ ຄຳເວົ້າ​ຂອງ​ພະ​ເຢຊູ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

6 ເຈົ້າ​ອາດ​ຈະ​ບໍ່​ໝັ້ນໃຈ​ວ່າ​ຖ້າ​ເຈົ້າ​ຖືກ​ທົດສອບ ເຈົ້າ​ຈະ​ກ້າຫານ​ຄື​ກັບ​ພະ​ເຢຊູ​ໄດ້​ບໍ. ຖ້າ​ເປັນ​ແນວ​ນັ້ນ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢຊູ​ເປັນ​ຄົນ​ມີ​ເຫດຜົນ ແລະ​ເພິ່ນ​ກໍ​ຄື​ກັບ​ພໍ່​ຂອງ​ເພິ່ນ​ທີ່​ບໍ່​ໄດ້​ຄາດໝາຍ​ຈາກ​ເຮົາ​ຫຼາຍ​ເກີນ​ໄປ. (ພສ. 103:14; ຢຮ. 14:9) ຕົວຢ່າງ​ເຊັ່ນ ໃນ​ຄືນ​ທີ່​ຢູ່​ສວນ​ເຄັດເຊມາເນ​ນັ້ນ ພະ​ເຢຊູ​ຂໍ​ໃຫ້​ພວກ​ລູກສິດ​ເຝົ້າ​ລະວັງ​ຢູ່​ກັບ​ເພິ່ນ ແຕ່​ເຂົາເຈົ້າ​ພັດ​ນອນ​ຫຼັບ​ຊ້ຳ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເພິ່ນ​ຍັງ​ເວົ້າ​ແບບ​ເຫັນ​ໃຈ​ເຂົາເຈົ້າ​ວ່າ: ‘ເຖິງ​ວ່າ​ໃຈ​ສູ້ ແຕ່​ຮ່າງກາຍ​ກໍ​ຍັງ​ອ່ອນແອ.’ (ມທ. 26:41) ພະ​ເຢຊູ​ຮູ້​ວ່າ​ເຂົາເຈົ້າ​ມີ​ຂໍ້​ອ່ອນແອ ແລະ​ເພິ່ນ​ກໍ​ຮູ້​ວ່າ​ເຈົ້າ​ກໍ​ມີ​ຂໍ້​ອ່ອນແອ​ຄື​ກັນ.

7-8. ພະ​ເຢຊູ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ລູກສິດ​ຂອງ​ເພິ່ນ​ໃຫ້​ມີ​ຄວາມ​ໝັ້ນໃຈ​ຫຼາຍ​ຂຶ້ນ?

7 ພະ​ເຢຊູ​ສະແດງ​ຄວາມ​ໝັ້ນໃຈ​ໃນ​ລູກສິດ​ຂອງ​ເພິ່ນ. ຂໍ​ໃຫ້​ນຶກພາບ​ຕອນ​ທີ່​ພະ​ເຢຊູ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຂໍ​ໃຫ້​ກ້າຫານ. ຂ້ອຍ​ຊະນະ​ໂລກ​ແລ້ວ!” ນ້ຳ​ສຽງ​ຂອງ​ເພິ່ນ​ຄື​ຊິ​ເຮັດ​ໃຫ້​ພວກ​ລູກສິດ​ມີ​ຄວາມ​ໝັ້ນໃຈ​ຫຼາຍ​ຂຶ້ນ. (ຢຮ. 16:33) ເພິ່ນ​ຮູ້​ວ່າ​ເຂົາເຈົ້າ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເພິ່ນ​ໄດ້ ແລະ​ເຂົາເຈົ້າ​ກໍ​ເຮັດ​ໄດ້​ແທ້ໆ. ມີ​ຫຼາຍ​ເທື່ອ​ທີ່​ພະ​ເຢຊູ​ໃຊ້​ຄຳ​ວ່າ “ຂໍ​ໃຫ້​ກ້າຫານ” ຫຼື​ຄຳ​ຄ້າຍໆ​ກັນ​ນີ້​ວ່າ “ບໍ່​ຕ້ອງ​ຢ້ານ” ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ໝັ້ນໃຈ​ແລະ​ກ້າຫານ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ ເພິ່ນ​ບອກ​ຜູ້​ຊາຍ​ທີ່​ເປັນ​ອຳມະພາດ​ວ່າ​ບໍ່​ຕ້ອງ​ຢ້ານ​ຍ້ອນ​ບາບ​ຂອງ​ລາວ​ໄດ້​ຮັບ​ການ​ຍົກໂທດ​ແລ້ວ. (ມທ. 9:2) ເພິ່ນ​ເວົ້າ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ວ່າ​ບໍ່​ຕ້ອງ​ຢ້ານ​ຫຼັງ​ຈາກ​ທີ່​ລາວ​ແຕະ​ຍອຍ​ເສື້ອ​ຂອງ​ເພິ່ນ. (ມທ. 9:20-22) ເພິ່ນ​ບອກ​ພວກ​ລູກສິດ​ວ່າ​ບໍ່​ຕ້ອງ​ຢ້ານ​ຕອນ​ທີ່ເຂົາເຈົ້າ​ກຳລັງ​ເຈິ​ພາຍຸທີ່​ແຮງໆ. (ມທ. 14:27) ພະ​ເຢຊູ​ເວົ້າ​ກັບ​ໂປໂລ​ຈາກ​ສະຫວັນ​ວ່າ​ໃຫ້​ກ້າຫານ​ຕອນ​ທີ່ລາວ​ກຳລັງ​ຈະ​ຖືກ​ພວກ​ທີ່​ໃຈ​ຮ້າຍ​ຂ້າ.—ກຈກ. 23:9-11

8 ໃນ​ທຸກ​ມື້​ນີ້ ພະ​ເຢຊູ​ກະສັດ​ຂອງ​ເຈົ້າ​ກໍ​ກຳລັງ​ເວົ້າ​ກັບ​ເຈົ້າ​ແບບ​ນັ້ນ​ຄື​ກັນ. ເພິ່ນ​ຢາກ​ໃຫ້​ເຈົ້າ “ກ້າຫານ” ແລະ​ເພິ່ນ​ຮູ້​ວ່າ​ເຈົ້າ​ຕ້ອງ​ເຮັດ​ໄດ້. ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຈະ​ໃຫ້​ເຈົ້າ​ມີ​ທຸກ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຈົ້າ​ຈະ​ກ້າຫານ​ໄດ້.

ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ກ້າຫານ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

9. ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ກ້າຫານ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

9 ພະ​ເຢໂຫວາ​ໃຫ້​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຮົາ​ໃຫ້​ກ້າຫານ​ຫຼາຍ​ຂຶ້ນ​ໄດ້. ໃນ​ນັ້ນ​ມີ​ເລື່ອງ​ຊີວິດ​ຈິງ​ຂອງ​ຊາຍ​ຍິງ​ຫຼາຍ​ຄົນ​ທີ່​ມີ​ອາຍຸ​ແຕກຕ່າງ​ກັນ​ແລະ​ມີ​ສະພາບການ​ບໍ່​ຄື​ກັນ. ແນ່ນອນ​ວ່າ​ເຂົາເຈົ້າ​ທຸກ​ຄົນ “ເປັນ​ຄົນ​ທຳມະດາ​ຄື​ກັບ​ພວກ​ເຮົາ.” (ຢາໂກໂບ 5:17) ເຂົາເຈົ້າ​ກໍ​ຄື​ກັບ​ພວກ​ເຮົາ​ທີ່​ເປັນ​ຄົນ​ບໍ່​ສົມບູນແບບ ມີ​ຂໍ້​ອ່ອນແອ ແລະ​ຮູ້ສຶກ​ຢ້ານ. ເຂົາເຈົ້າ​ຍັງ​ເຈິ​ກັບ​ອຸປະສັກ​ແລະ​ບັນຫາ​ຫຼາຍ​ຢ່າງ ຫຼື​ເຖິງຂັ້ນ​ສ່ຽງ​ຊີວິດ​ດ້ວຍ​ຊ້ຳ. ແຕ່​ເຂົາເຈົ້າ​ກໍ​ລວບລວມ​ຄວາມ​ກ້າຫານ​ແລະ​ເອົາ​ຊະນະ​ມັນ​ໄດ້​ຄື​ກັບ​ພະ​ເຢຊູ. ຕົວຢ່າງ​ຂອງ​ເຂົາເຈົ້າ​ຊ່ວຍ​ເຮົາ​ໃນ​ທຸກ​ມື້​ນີ້​ໃຫ້​ກ້າຫານ​ຫຼາຍ​ຂຶ້ນ​ໄດ້.

10-11. ປຶ້ມ​ນີ້​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ? ແລະ​ເຈົ້າ​ຈະ​ໃຊ້​ປຶ້ມ​ນີ້​ແນວ​ໃດ? (ເບິ່ງ​ຂອບ “ວິທີ​ໃຊ້​ປຶ້ມ​ນີ້​ເພື່ອ​ສຶກສາ​ສ່ວນ​ໂຕ​ແລະ​ນະມັດສະການ​ປະຈຳ​ຄອບຄົວ”)

10 ໃນ​ປຶ້ມ​ນີ້​ມີ 54 ບົດ ເຊິ່ງ​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ກ້າຫານ​ຫຼາຍ​ຂຶ້ນ. ໃນ​ແຕ່​ລະ​ບົດ​ເຈົ້າ​ຈະ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ຄົນ​ທີ່​ບໍ່​ສົມບູນແບບ​ຄື​ກັບ​ເຈົ້າ​ໃຫ້​ກ້າຫານ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ. ຂໍ​ໃຫ້​ເຈົ້າ​ອ່ານ​ເນື້ອ​ໃນ​ທີ່​ສະຫຼຸບ​ມາ​ຈາກ​ຄຳພີ​ໄບເບິນ ແລ້ວ​ໃຫ້​ເບິ່ງ​ສ່ວນ​ຄົ້ນຄວ້າ​ຫຼາຍ​ຂຶ້ນ ແລະ​ຄົ້ນຄວ້າ​ກ່ຽວກັບ​ພູມ​ຫຼັງ​ຂອງ​ແຕ່​ລະ​ຄົນ​ຕື່ມ​ອີກ. ເມື່ອ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ຮູ້​ຈັກ​ຊາຍ​ຍິງ​ທີ່​ກ້າຫານ​ເຫຼົ່າ​ນີ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

11 ຂໍ​ໃຫ້​ຕົວຢ່າງ​ຂອງ​ຄົນ​ເຫຼົ່າ​ນີ້​ຊ່ວຍ​ເຈົ້າ​ໃຫ້​ກ້າຫານ​ຫຼາຍ​ຂຶ້ນ​ເພື່ອ​ເຈົ້າ​ຈະ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ “ໃນ​ສະໄໝ​ສຸດທ້າຍ” ນີ້​ໄດ້. (2ຕມ. 3:1) ໃນ​ແຕ່​ລະ​ມື້​ທີ່​ຜ່ານ​ໄປ ຂໍ​ໃຫ້​ຄິດ​ເຖິງ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ວ່າ: “ເຮົາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຈົ້າ ເຮົາ​ຈະ​ຊ່ວຍ​ເຈົ້າ​ຕະຫຼອດ.” ຄື​ກັບ​ທີ່​ໂປໂລ​ເວົ້າ ຄຳ​ສັນຍາ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້ “ມີ​ຄວາມ​ກ້າ​ແລະ​ເວົ້າ​ໄດ້​ວ່າ: ‘ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ຫຍັງ.’ ”—ຮຣ. 13:5, 6

ວິທີ​ໃຊ້​ປຶ້ມ​ນີ້​ເພື່ອ​ສຶກສາ​ສ່ວນ​ໂຕ​ແລະ​ນະມັດສະການ​ປະຈຳ​ຄອບຄົວ

  • (1) ອ່ານ​ເນື້ອ​ໃນ​ທີ່​ສະຫຼຸບ​ມາ​ຈາກ​ຄຳພີ​ໄບເບິນ (2) ອ່ານ​ຂໍ້​ຄຳພີ​ຂອງ​ເລື່ອງ​ນັ້ນ (3) ອະທິດຖານ​ແລະ​ຄິດ​ຕຶກຕອງ​ກ່ຽວກັບ​ຄຳ​ຖາມ​ໃນ​ສ່ວນ “ໃຫ້​ລົມ​ກັນ​ວ່າ”

  • (4) ເບິ່ງ​ຮູບ​ພາບ​ຢ່າງ​ລະອຽດ ແລ້ວ​ຄິດ​ເບິ່ງ​ວ່າ​ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ຄົນ​ໃນ​ຮູບ​ພາບ ເຂົາເຈົ້າ​ເຈິ​ບັນຫາ​ຫຍັງ ແລະ​ເຂົາເຈົ້າ​ສະແດງ​ຄວາມ​ກ້າຫານ​ແນວ​ໃດ?

    ຮູບ​ທີ່​ຍົກ​ມາ​ເປັນ​ຕົວຢ່າງ​ຈາກ​ໜ້າ 28 ແລະ 29 ບອກ​ໃຫ້​ຮູ້​ວ່າ​ສ່ວນ​ທີ 1-4 ຢູ່​ບ່ອນ​ໃດ​ຂອງ​ປຶ້ມ​ນີ້.
  • (5) ຄົ້ນຄວ້າ​ຫຼາຍ​ຂຶ້ນ ໂດຍ​ອ່ານ​ຂໍ້ມູນ​ອ້າງອີງ​ຕ່າງໆ​ທີ່​ຍົກ​ມາ.

  • (6) ຄິດ​ເຖິງ​ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້ ໃນ​ແຕ່​ລະ​ບົດ​ໃຫ້​ຄິດ​ເບິ່ງ​ວ່າ ເຈົ້າ​ຈະ​ເອົາ​ເລື່ອງ​ນີ້​ໄປ​ໃຊ້​ກັບ​ໂຕເອງ​ແນວ​ໃດ ແລະ​ຈະ​ເອົາ​ໄປ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ.

  • (7) ເບິ່ງ​ພາບ​ໃຫ້​ກວ້າງ​ຂຶ້ນ ໃຫ້​ຄິດ​ເບິ່ງ​ວ່າ​ເລື່ອງ​ນີ້​ສອນ​ຫຍັງ​ເຈົ້າ​ກ່ຽວກັບ​ພະ​ເຢໂຫວາ ຄວາມ​ຕ້ອງການ​ຂອງ​ເພິ່ນ ແລະ​ອະນາຄົດ​ຂອງ​ເຈົ້າ.

  • (8) ຮຽນ​ຮູ້​ຕື່ມ​ອີກ ໃຫ້​ອ່ານ​ບົດ​ຄວາມ​ຫຼື​ເບິ່ງ​ວິດີໂອ​ທີ່​ຢູ່​ບົດ​ນັ້ນ.

    ຮູບ​ທີ່​ຍົກ​ມາ​ເປັນ​ຕົວຢ່າງ​ຈາກ​ໜ້າ 30 ແລະ 31 ບອກ​ໃຫ້​ຮູ້​ວ່າ​ສ່ວນ​ທີ 5-8 ຢູ່​ບ່ອນ​ໃດ​ຂອງ​ປຶ້ມ​ນີ້.

ສຳລັບ​ສຶກສາ​ສ່ວນ​ໂຕ ໃຫ້​ເຂົ້າ​ໄປ​ໃນ​ເວັບໄຊ jw.org ເພື່ອ​ຈະ​ເບິ່ງ​ບົດ​ຄວາມ ວິດີໂອ ຫຼື​ຄຳ​ບັນລະຍາຍ​ທີ່​ກ່ຽວ​ຂ້ອງ​ກັບ​ຄົນ​ໃນ​ເລື່ອງ​ນັ້ນ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌