ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊກຈ ໜ້າ 246-253
  • “ຂໍ​ໃຫ້​ກ້າຫານ!”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຂໍ​ໃຫ້​ກ້າຫານ!”
  • ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ສຳຄັນ​ຂອງ​ການ​ອະທິດຖານ
  • “ຂໍ​ໃຫ້​ກ້າຫານ!”
  • ຈົ່ງກ້າຫານແລະລົງມືເຮັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ເຈົ້າ​ຈະ​ກ້າຫານ​ຫຼາຍ​ຂຶ້ນ​ໄດ້!
    ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
  • ຂໍ​ຊ່ວຍ​ໃຫ້​ຂ້ອຍ​ກ້າຫານ
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
  • ການສະແດງຄວາມກ້າຫານບໍ່ຍາກເກີນໄປ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ເບິ່ງຕື່ມ
ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
ຊກຈ ໜ້າ 246-253

ຄຳ​ລົງ​ທ້າຍ

“ຂໍ​ໃຫ້​ກ້າຫານ”

ສະບັບພິມ
ສະບັບພິມ
ສະບັບພິມ
ສະບັບພິມ
ສະບັບພິມ

1. ໃນ​ຄຳພີ​ໄບເບິນ​ເຮົາ​ຈະ​ໄດ້​ຮຽນ​ຫຍັງ​ອີກ​ໃນ​ເລື່ອງ​ຄວາມ​ກ້າຫານ?

ໃນ​ສ່ວນ​ຄຳ​ລົງ​ທ້າຍ​ນີ້ ຍັງ​ມີ​ເລື່ອງ​ທີ່​ເຮົາ​ຈະ​ໄດ້​ຮຽນ​ກ່ຽວກັບ​ຄວາມ​ກ້າຫານ​ອີກ​ບໍ? ມີ​ແທ້. ທຳອິດ ເຮົາ​ຈະ​ເບິ່ງ​ເລື່ອງ​ຂອງ​ບາງ​ຄົນ​ໃນ​ຄຳພີ​ໄບເບິນ​ທີ່​ສະແດງ​ຄວາມ​ກ້າຫານ ແລະ​ປຶ້ມ​ນີ້​ບໍ່​ໄດ້​ຍົກ​ຂຶ້ນ​ມາ. ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ນຳ​ກັນ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ກ້າຫານ​ຕໍ່ໆ​ໄປ.

2. ຍັງ​ມີ​ໃຜ​ອີກ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ກ້າຫານ​ແລະ​ສັດຊື່?

2 ເຈົ້າ​ຄິດ​ເຖິງ​ຜູ້​ໃດ​ແດ່​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ກ້າຫານ ແຕ່​ປຶ້ມ​ນີ້​ບໍ່​ໄດ້​ເວົ້າ​ເຖິງ? ບາງ​ເທື່ອ​ເຈົ້າ​ອາດ​ຈະ​ຄິດ​ເຖິງ​ຜູ້​ພະຍາກອນ​ທີ່​ເດັ່ນໆ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ພາກ​ພາສາ​ເຮັບເຣີ ເຊັ່ນ: ເອຊາຢາ ເຢເຣມີຢາ ເອເຊກຽນ ໂຢນາ ຫຼື​ມາລາກີ. ເຂົາເຈົ້າ​ເຈິ​ຄວາມ​ທຸກ​ລຳບາກ​ຄື​ກັບ​ທີ່​ໂປໂລ​ເວົ້າ​ເຖິງ​ໃນ​ເຮັບເຣີ​ບົດ​ທີ 11. ລາວ​ບອກ​ວ່າ​ບາງ​ຄົນ “ຖືກ​ເຍາະເຍີ້ຍ ຖືກ​ເອົາ​ແສ້​ຟາດ ແລະ​ເຖິງຂັ້ນ​ຖືກ​ລ່າມ​ໂສ້ ແລະ​ຖືກ​ຂັງ​ຄຸກ.” ລາວ​ຍັງ​ຂຽນ​ຕື່ມ​ອີກ​ວ່າ ບາງ​ຄົນ “ຂາດ​ເຂີນ ທຸກຍາກ​ລຳບາກ ແລະ​ຖືກ​ຂົ່ມເຫງ.” ບາງ​ຄົນ​ເຖິງຂັ້ນ​ຖືກ​ຂ້າ​ດ້ວຍ​ຊ້ຳ. (ຮຣ. 11:36, 37) ແຕ່​ເຂົາເຈົ້າ​ກໍ​ຍັງ​ກ້າຫານ​ແລະ​ສັດຊື່​ຕໍ່​ພະ​ເຢໂຫວາ.

3-4. ຜູ້​ຍິງ​ສອງ​ຄົນ​ທີ່​ເຮົາ​ບໍ່​ຮູ້​ຊື່​ໄດ້​ຊ່ວຍ​ປົກປ້ອງ​ກະສັດ​ດາວິດ​ແນວ​ໃດ​ຕອນ​ທີ່​ລາວ​ຕົກ​ຢູ່​ໃນ​ອັນຕະລາຍ?

3 ຄຳພີ​ໄບເບິນ​ເວົ້າ​ເຖິງ​ຫຼາຍ​ຄົນ​ທີ່​ສະແດງ​ຄວາມ​ກ້າຫານ ແຕ່​ກໍ​ບໍ່​ໄດ້​ບອກ​ຊື່. ຕົວຢ່າງ​ເຊັ່ນ ໃນ​ສະໄໝ​ຂອງ​ກະສັດ​ດາວິດ ມີ​ຜູ້​ຍິງ​ສອງ​ຄົນ​ທີ່​ສະແດງ​ຄວາມ​ກ້າຫານ. ເຂົາເຈົ້າ​ໄດ້​ຊ່ວຍ​ດາວິດ​ຕອນ​ທີ່​ອັບຊາໂລມ​ລູກ​ຊາຍ​ຂອງ​ລາວ​ພະຍາຍາມ​ຈະ​ຂ້າ​ລາວ. ອັບຊາໂລມ​ເປັນ​ຄົນ​ຍິ່ງ​ແລະ​ໂຫດ​ຫຼາຍ. ລາວ​ຢາກ​ເປັນ​ກະສັດ​ແທນ​ດາວິດ ດາວິດ​ຈຶ່ງ​ຕ້ອງ​ໄດ້​ໜີ​ອອກ​ຈາກ​ເມືອງ​ເຢຣູຊາເລັມ. ຕອນ​ນັ້ນ ດາວິດ​ຂໍ​ໃຫ້​ຊາໂດກ​ປະໂລຫິດ​ຜູ້​ທີ່​ກ້າຫານ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ເພື່ອ​ຈະ​ໄດ້​ຮູ້​ແຜນການ​ຂອງ​ອັບຊາໂລມ. ຕອນ​ທີ່​ຊາໂດກ​ຮູ້​ວ່າ​ອັບຊາໂລມ​ກຳລັງ​ຊິ​ເຮັດ​ຫຍັງ ຊາໂດກ​ກໍ​ໃຫ້ “ສາວໃຊ້​ຄົນ​ໜຶ່ງ” ໄປ​ບອກ​ຄົນ​ຮັບໃຊ້​ທີ່​ສັດຊື່​ສອງ​ຄົນ​ຂອງ​ດາວິດ. ເຮົາ​ບໍ່​ຮູ້​ຊື່​ຂອງ​ສາວໃຊ້​ຄົນ​ນັ້ນ ແຕ່​ເຮົາ​ຮູ້​ວ່າ​ລາວ​ເປັນ​ຄົນ​ກ້າຫານ ຍ້ອນ​ລາວ​ອາດ​ຈະ​ຖືກ​ຂ້າ​ກໍ​ໄດ້​ຕອນ​ທີ່​ເຮັດ​ແບບ​ນັ້ນ. ຕອນ​ທີ່​ຜູ້​ຮັບໃຊ້​ທີ່​ສັດຊື່​ສອງ​ຄົນ​ຈະ​ກັບ​ໄປ​ຫາ​ດາວິດ ກໍ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ເຫັນ​ເຂົາເຈົ້າ. ລາວ​ກໍ​ເລີຍ​ໄປ​ບອກ​ໃຫ້​ອັບຊາໂລມ​ຮູ້. ຍັງ​ດີ​ທີ່​ສອງ​ຄົນ​ນີ້​ໄປ​ລີ້​ຢູ່​ນ້ຳ​ສ້າງ. ແລ້ວ​ກໍ​ມີ​ຜູ້​ຍິງ​ອີກ​ຄົນ​ໜຶ່ງ​ທີ່​ເຮົາ​ບໍ່​ຮູ້​ຈັກ​ຊື່​ຂອງ​ລາວ ລາວ​ເປັນ​ເມຍ​ຂອງ​ເຈົ້າ​ຂອງ​ນ້ຳ​ສ້າງ. ລາວ​ຟ້າວ​ເອົາ​ຜ້າ​ມາ​ປົກ​ນ້ຳ​ສ້າງ​ໄວ້ ແລ້ວ​ກໍ​ເອົາ​ເຂົ້າ​ເປືອກ​ມາ​ຢາຍ​ຈົນ​ທົ່ວ​ຜ້າ​ນັ້ນ. ຕອນ​ທີ່​ຄົນ​ຂອງ​ອັບຊາໂລມ​ມາ​ຊອກ​ຫາ​ສອງ​ຄົນ​ນັ້ນ ຜູ້​ຍິງ​ຄົນ​ນີ້​ກໍ​ບອກ​ໃຫ້​ເຂົາເຈົ້າ​ໄປ​ທາງ​ອື່ນ. ເຖິງ​ເຮົາ​ຈະ​ບໍ່​ຮູ້​ຊື່​ຂອງ​ຜູ້​ຍິງ​ສອງ​ນີ້ ແຕ່​ເຮົາ​ຮູ້​ວ່າ​ເຂົາເຈົ້າ​ສະແດງ​ຄວາມ​ກ້າຫານ ແລະ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ໄດ້​ປົກປ້ອງ​ຊີວິດ​ຂອງ​ກະສັດ​ທີ່​ພະ​ເຢໂຫວາ​ເລືອກ!—2ຊມ. 15:23-37; 17:8-22

ຊຸດ​ຮູບ​ພາບ: ຜູ້​ຍິງ​ສອງ​ຄົນ​ທີ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ຊື່​ໄດ້​ສະແດງ​ຄວາມ​ກ້າຫານ​ເພື່ອ​ປົກປ້ອງ​ກະສັດ​ດາວິດ. 1. ສາວໃຊ້​ຄົນ​ໜຶ່ງ​ລົມ​ກັບ​ຄົນ​ຮັບໃຊ້​ສອງ​ຄົນ​ຂອງ​ດາວິດ. 2. ເມຍ​ຂອງ​ເຈົ້າ​ຂອງ​ນ້ຳ​ສ້າງ​ທີ່​ເຊື່ອງ​ຄົນ​ຮັບໃຊ້​ຂອງ​ດາວິດ​ກຳລັງ​ຢືນ​ຄິດ​ບາງ​ຢ່າງ​ຕອນ​ທີ່​ຜູ້​ຊາຍ​ສອງ​ຄົນ​ຍ່າງ​ອອກ​ຈາກ​ເຮືອນ​ລາວ.

ສາວໃຊ້​ແລະ​ເມຍ​ຂອງ​ເຈົ້າ​ຂອງ​ນ້ຳ​ສ້າງ​ສະແດງ​ຄວາມ​ກ້າຫານ​ເພື່ອ​ຊ່ວຍ​ຄົນ​ຂອງ​ພະ​ເຢໂຫວາ

4 ໃນ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຊາຍ​ຍິງ​ຫຼາຍ​ຄົນ​ທີ່​ສະແດງ​ຄວາມ​ກ້າຫານ. ບາງ​ຄົນ​ເຮົາ​ຮູ້​ຊື່ ແຕ່​ບາງ​ຄົນ​ເຮົາ​ກໍ​ບໍ່​ຮູ້ ໃນ​ນັ້ນ​ມີ​ທັງ​ຄົນ​ລວຍ ຄົນ​ທຸກ ຄົນ​ມີ​ຕຳແໜ່ງ​ສູງ ແລະ​ຄົນ​ທຳມະດາ. ເຂົາເຈົ້າ​ທຸກ​ຄົນ​ສະແດງ​ຄວາມ​ກ້າຫານ​ແລະ​ເຊື່ອ​ໃນ​ພະ​ເຢໂຫວາ. ເລື່ອງ​ຂອງ​ເຂົາເຈົ້າ​ຊ່ວຍ​ເຮົາ​ໃຫ້​ກ້າຫານ​ໄດ້​ໃນ​ທຸກ​ມື້​ນີ້.

ຄວາມ​ສຳຄັນ​ຂອງ​ການ​ອະທິດຖານ

5-7. ໂປໂລ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ກ້າຫານ​ຕອນ​ທີ່​ເຈິ​ການ​ຂົ່ມເຫງ​ທີ່​ໜັກໆ?

5 ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ຄົນ​ທີ່​ກ້າຫານ​ໃນ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ຈື່​ວ່າ​ຄົນ​ເຫຼົ່າ​ນັ້ນ​ບໍ່​ໄດ້​ມີ​ຄວາມ​ກ້າຫານ​ມາ​ຕັ້ງແຕ່​ເກີດ ແລະ​ເຂົາເຈົ້າ​ກໍ​ບໍ່​ໄດ້​ກ້າຫານ​ແລະ​ສັດຊື່​ຕໍ່​ພະ​ເຢໂຫວາ​ດ້ວຍ​ຄວາມ​ສາມາດ​ຂອງ​ໂຕເອງ. ເຂົາເຈົ້າ​ຕ້ອງ​ໄດ້​ເຮັດ​ບາງ​ຢ່າງ​ເພື່ອ​ຈະ​ກ້າຫານ. ແລ້ວ​ເຂົາເຈົ້າ​ເຮັດ​ຫຍັງ​ລະ?

6 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ໂປໂລ. ຕອນ​ຢູ່​ເມືອງ​ຟີລິບປອຍ ໂປໂລ​ກັບ​ຊີລາ​ຖືກ​ພວກ​ຜູ້​ຕໍ່ຕ້ານ​ໂຈມຕີ ຖືກ​ແກ້​ເສື້ອ ຖືກ​ເອົາ​ໄມ້​ຕີ ແລ້ວ​ກໍ​ຖືກ​ໂຍນ​ໃສ່​ຄຸກ​ມືດ ແລະ​ຖືກ​ໃສ່​ຂື່​ຢູ່​ຕີນ. (ກຈກ. 16:12, 19-24) ຫຼັງ​ຈາກ​ທີ່​ຖືກ​ປ່ອຍ​ໂຕ​ແລ້ວ ໂປໂລ​ຢ້ານ​ຈົນ​ບໍ່​ກ້າ​ປະກາດ​ເລີຍ​ບໍ? ຕາມ​ທຳມະດາ​ກໍ​ຊິ​ເປັນ​ແນວ​ນັ້ນ. ແຕ່​ໂປໂລ​ບໍ່​ຢ້ານ ລາວ​ຍັງ​ເຮັດ​ວຽກ​ມອບໝາຍ​ຈາກ​ພະ​ເຢໂຫວາ​ແລະ​ໄປ​ປະກາດ​ຢູ່​ເມືອງ​ເທຊະໂລນິກ​ຕໍ່​ເລີຍ. ແລ້ວ​ໂປໂລ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ກຳລັງ​ແລະ​ຄວາມ​ກ້າຫານ?

7 ພາຍ​ຫຼັງ​ໂປໂລ​ຂຽນ​ວ່າ: “ເຖິງ​ວ່າ​ຕອນ​ທຳອິດ ພວກ​ເຮົາ​ຕ້ອງ​ທົນທຸກ​ແລະ​ຖືກ​ດູຖູກ​ໃນ​ເມືອງ​ຟີລິບປອຍ​ແບບ​ທີ່​ພວກ​ເຈົ້າ​ຮູ້ ແຕ່​ພວກ​ເຮົາ​ກໍ​ລວບລວມ​ຄວາມ​ກ້າ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ​ຂອງ​ພວກ​ເຮົາ ແລ້ວ​ໄປ​ບອກ​ຂ່າວ​ດີ​ຂອງ​ເພິ່ນ​ກັບ​ພວກ​ເຈົ້າ​ທັງໆ​ທີ່​ເຈິ​ການ​ຕໍ່ຕ້ານ​ຢ່າງ​ໜັກ.” (1ທຊ. 2:2) ໂປໂລ​ຮູ້​ວ່າ​ລາວ​ຕ້ອງ​ມີ​ຄວາມ​ກ້າຫານ​ເພື່ອ​ຈະ​ເຮັດ​ຕາມ​ທີ່​ພະເຈົ້າ​ບອກ. ແຕ່​ລາວ​ໄດ້​ຄວາມ​ກ້າຫານ​ນີ້​ມາ​ຈາກ​ໃສ? ມາ​ຈາກ​ຄວາມ​ສາມາດ​ຂອງ​ໂຕເອງ​ບໍ? ບໍ່. ໂປໂລ​ໄດ້​ລວບລວມ​ຄວາມ​ກ້າ “ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ​ຂອງ​ພວກ​ເຮົາ.” ລາວ​ຖ່ອມ​ໂຕ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ກ້າ​ເພື່ອ​ຈະ​ເຮັດ​ໄດ້ ແລ້ວ​ພະ​ເຢໂຫວາ​ກໍ​ຊ່ວຍ​ໃຫ້​ລາວ​ກ້າຫານ.

8. ຄື​ກັບ​ໂປໂລ ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ກ້າຫານ?

8 ຄື​ກັບ​ໂປໂລ ເຈົ້າ​ສາມາດ​ຂໍ​ກັບ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຈົ້າ​ມີ​ຄວາມ​ກ້າຫານ​ໄດ້. ເຈົ້າ​ບໍ່​ຕ້ອງ​ເປັນ​ຫ່ວງ​ວ່າ​ເຈົ້າ​ຊິ​ມີ​ຄວາມ​ກ້າຫານ​ດ້ວຍ​ໂຕເອງ​ໄດ້​ຫຼື​ບໍ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ໃຫ້​ເຈົ້າ​ອະທິດຖານ​ຂໍ​ຄວາມ​ກ້າຫານ​ຈາກ​ພະ​ເຢໂຫວາ ແລ້ວ​ເພິ່ນ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ກ້າຫານ​ໃນ​ຕອນ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ມີ.—ກຈກ. 4:29

9. ເປັນ​ຫຍັງ​ເຮົາ​ຕ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ?

9 ເຈົ້າ​ຍັງ​ສາມາດ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ໄດ້. ຄວາມ​ເຊື່ອ​ເປັນ​ໜຶ່ງ​ໃນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຄລຕ. 5:22, 23) ຄວາມ​ເຊື່ອ​ຍັງ​ເປັນ​ໜຶ່ງ​ໃນ​ຊຸດ​ຮົບ​ທີ່​ຄົບ​ຊຸດ​ທີ່​ຄລິດສະຕຽນ​ທຸກ​ຄົນ​ຈຳເປັນ​ຕ້ອງ​ມີ. (ອຟຊ. 6:16) ຄວາມ​ເຊື່ອ​ມີ​ພະລັງ​ຫຼາຍ​ຈົນ​ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຈະ “ຊະນະ​ໂລກ​ໄດ້” ຍ້ອນ​ເຮົາ​ມີ​ຄວາມ​ເຊື່ອ. (1ຢຮ. 5:4) ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ເປັນ​ສິ່ງ​ພື້ນຖານ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ກ້າຫານ. ເມື່ອ​ເຈົ້າ​ໝັ້ນໃຈ​ແທ້ໆ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃນ​ເວລາ​ທີ່​ເຈົ້າ​ຕ້ອງການ ເພິ່ນ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ກ້າຫານ​ຫຼາຍ​ກວ່າ​ເກົ່າ. ດັ່ງນັ້ນ ມີ​ເຫດຜົນ​ຫຼາຍ​ແທ້ໆ​ທີ່​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ຂໍ​ຄື​ກັບ​ອັກຄະສາວົກ​ຂອງ​ພະ​ເຢຊູ​ທີ່​ຂໍ​ວ່າ: “ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ແດ່.”—ລກ. 17:5

“ຂໍ​ໃຫ້​ກ້າຫານ!”

10-11. ເປັນ​ຫຍັງ​ໂປໂລ​ຈຶ່ງ​ເນັ້ນ​ກັບ​ຄລິດສະຕຽນ​ຄົນ​ເຮັບເຣີ​ວ່າ​ຄວາມ​ກ້າ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ?

10 ຕອນ​ທີ່​ໂປໂລ​ຂຽນ​ເຖິງ​ຄລິດສະຕຽນ​ຄົນ​ເຮັບເຣີ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ແລະ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ລາວ​ຮູ້​ວ່າ​ອີກ​ບໍ່​ດົນ​ເຂົາເຈົ້າ​ກໍ​ຈະ​ເຈິ​ກັບ​ຄວາມ​ຍາກ​ລຳບາກ. ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ເມືອງ​ນີ້​ຈະ​ຖືກ​ທຳລາຍ​ຢ່າງ​ໜັກ​ໜ່ວງ ແລະ​ການ​ທຳລາຍ​ນັ້ນ​ຈະ​ເກີດຂຶ້ນ​ແບບ​ກະທັນຫັນ. (ລກ. 19:41-44; 21:20-24) ໂປໂລ​ເຕືອນ​ເຂົາເຈົ້າ​ແນວ​ໃດ​ໃຫ້​ເຫັນ​ວ່າ​ຄວາມ​ກ້າ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ? ໃຫ້​ເຮົາ​ມາ​ເບິ່ງ​ຄືນ​ຄຳເວົ້າ​ຂອງ​ໂປໂລ​ທີ່​ເວົ້າ​ໃນ​ສ່ວນ​ຄຳນຳ​ຂອງ​ປຶ້ມ​ນີ້. ລາວ​ເວົ້າ​ເຖິງ​ຄຳ​ສັນຍາ​ທີ່​ອົບອຸ່ນ​ຂອງ​ພະ​ເຢໂຫວາ​ວ່າ: “ເຮົາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຈົ້າ ເຮົາ​ຈະ​ຊ່ວຍ​ເຈົ້າ​ຕະຫຼອດ.” ແລ້ວ​ຄຳ​ສັນຍາ​ນີ້​ຊ່ວຍ​ຄລິດສະຕຽນ​ສະໄໝ​ນັ້ນ​ແນວ​ໃດ? ໂປໂລ​ເວົ້າ​ຕື່ມ​ວ່າ: “ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ກ້າ​ແລະ​ເວົ້າ​ໄດ້​ວ່າ: ‘ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ຫຍັງ. ມະນຸດ​ຈະ​ເຮັດ​ຫຍັງ​ຂ້ອຍ​ໄດ້?’ ”—ຮຣ. 13:5, 6

11 ເຖິງ​ວ່າ​ຄຳພີ​ໄບເບິນ​ບໍ່​ໄດ້​ໃຫ້​ລາຍລະອຽດ​ກ່ຽວກັບ​ການ​ທຳລາຍ​ເມືອງ​ເຢຣູຊາເລັມ​ໃນ​ປີ ຄ.ສ 70 ແຕ່​ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ຄລິດສະຕຽນ​ທີ່​ສັດຊື່​ໃນ​ເມືອງ​ເຢຣູຊາເລັມ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ພະເຈົ້າ​ໃຫ້​ຜ່ານ​ທາງ​ໂປໂລ. ເຂົາເຈົ້າ​ໄດ້​ລວບລວມ​ຄວາມ​ກ້າ​ເພື່ອ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ພະ​ເຢຊູ​ບອກ​ໃຫ້ “ເລີ່ມ​ໜີ​ໄປ​ຢູ່​ພູ” ແລະ​ເຂົາເຈົ້າ​ກໍ​ເຮັດ​ແບບ​ນັ້ນ​ໃນ​ເວລາ​ທີ່​ເໝາະ​ພໍ​ດີ.—ລກ. 21:20, 21

12. (ກ) ມີ​ຄຳ​ສັນຍາ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ກ້າຫານ​ຕອນ​ທີ່​ເຈິ​ຄວາມ​ຍາກ​ລຳບາກ? (ຂ) ໃນ​ທຸກ​ມື້​ນີ້ ພີ່ນ້ອງ​ຊາຍ​ຍິງ​ໄດ້​ສະແດງ​ຄວາມ​ກ້າຫານ​ທີ່​ໂດດ​ເດັ່ນ​ແນວ​ໃດ? ແລະ​ເຈົ້າ​ຕັ້ງໃຈ​ຈະ​ເຮັດ​ຫຍັງ? (ເບິ່ງ​ຂອບ “ຮຽນ​ແບບ​ຄວາມ​ກ້າຫານ​ຂອງ​ເຂົາເຈົ້າ”)

12 ເມື່ອ​ເຈົ້າ​ເຈິ​ຄວາມ​ຍາກ​ລຳບາກ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ກ້າຫານ​ໄດ້​ຄື​ກັນ​ທັງ​ໃນ​ຕອນນີ້​ແລະ​ໃນ​ອະນາຄົດ. (ອຊກ. 38:1, 2, 10-12; ມທ. 24:21) ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ປົກປ້ອງ​ເຮົາ. (ອຊກ. 38:19-23; 2ທຊ. 3:3) ເພິ່ນ​ຈະ​ບໍ່​ປະ​ບໍ່​ຖິ້ມ​ຄົນ​ທີ່​ຮັກ​ເພິ່ນ​ແລະ​ເຊື່ອ​ໃນ​ເພິ່ນ. ຄື​ກັບ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ໂຢຊວຍ​ວ່າ: “ໃຫ້​ເຈົ້າ​ກ້າຫານ​ແລະ​ເຂັ້ມແຂງ” ເພິ່ນ​ກໍ​ເວົ້າ​ກັບ​ເຈົ້າ​ແບບ​ນັ້ນ​ຄື​ກັນ. (ຢຊ. 1:7, 9, 18) ນອກ​ຈາກ​ນັ້ນ ຂໍ​ໃຫ້​ຈື່​ຄຳເວົ້າ​ທີ່​ອົບອຸ່ນ​ຂອງ​ພະ​ເຢຊູ​ທີ່​ວ່າ: “ຂໍ​ໃຫ້​ກ້າຫານ!” ພະ​ເຢຊູ​ສັນຍາ​ວ່າ​ຈະ​ສົ່ງ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ມາ​ໃຫ້​ເຈົ້າ​ແລະ​ເພິ່ນ​ຈະ​ເຮັດ​ຕາມ​ນັ້ນ​ແທ້ໆ. ແລ້ວ​ພະລັງ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ກ້າຫານ​ຫຼາຍ​ຂຶ້ນ​ແລະ​ສັດຊື່​ຕໍ່​ພະ​ເຢໂຫວາ​ບໍ່​ວ່າ​ເຈົ້າ​ຈະ​ເຈິ​ບັນຫາ​ຫຍັງ​ກໍ​ຕາມ. (ຢຮ. 14:26; 15:26, 27; 16:33) ຂໍ​ໃຫ້​ໝັ້ນໃຈ​ວ່າ ເຈົ້າ​ຈະ “ກ້າຫານ” ໄດ້​ແທ້ໆ!

ຊຸດ​ຮູບ​ພາບ: ພີ່ນ້ອງ​ຊາຍ​ຍິງ​ທີ່​ກ້າຫານ​ແລະ​ອົດທົນ​ກັບ​ບັນຫາ​ຕ່າງໆ. 1. ຕອນ​ຢູ່​ໃນ​ຫ້ອງ​ຮຽນ ພີ່ນ້ອງ​ຍິງ​ໄວລຸ້ນ​ທີ່​ຖື​ປຶ້ມ​ແບບ​ຮຽນ​ແລະ​ຈຸນລະສານ “ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ບໍ?” ກຳລັງ​ຍິ້ມ​ຢ່າງ​ໝັ້ນໃຈ. 2. ຕອນ​ຢູ່​ຄ້າຍ​ຜູ້​ລີ້ໄພ ພໍ່​ແມ່​ກຳລັງ​ກອດ​ລູກ​ສາວ ແລະ​ເຂົາເຈົ້າ​ທຸກ​ຄົນ​ກໍ​ຍິ້ມ​ຢ່າງ​ມີ​ຄວາມ​ສຸກ. 3. ພີ່ນ້ອງ​ຊາຍ​ໄວລຸ້ນ​ຄົນ​ໜຶ່ງ​ກຳລັງ​ຍິ້ມ​ຕອນ​ທີ່​ແນມ​ອອກ​ໄປ​ນອກ​ຄຸກ.

ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ຫຍັງ​ກໍ​ຕາມ ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ກ້າຫານ​ແລະ​ຜ່ານ​ບັນຫາ​ທຸກ​ຢ່າງ​ໄປ​ໄດ້

ຮຽນ​ແບບ​ຄວາມ​ກ້າຫານ​ຂອງ​ເຂົາເຈົ້າ

ມາຕິນ​ແລະ​ເກີທຣຸດ ເພີດຊິງເກີ

ມາຕິນ​ກັບ​ເກີທຣຸດ ເພີດຊິງເກີ.

ພີ່ນ້ອງ​ມາຕິນ​ກັບ​ພີ່ນ້ອງ​ເກີທຣຸດ​ແຕ່ງດອງ​ກັນ​ແລະ​ຮັບໃຊ້​ເຕັມ​ເວລາ​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ​ໄດ້​ແຕ່​ສາມ​ເດືອນ​ເຄິ່ງ. ແລ້ວ​ເຂົາເຈົ້າ​ກໍ​ຖືກ​ຈັບ​ໄປ​ຂັງ​ຢູ່​ຄົນ​ລະ​ບ່ອນ ຕອນ​ນັ້ນ​ອະດ໋ອບ ຮິດເລີ​ເປັນ​ຜູ້​ນຳ​ໃນ​ການ​ປົກຄອງ​ຂອງ​ນາຊີ. ໃນ​ປີ 1936 ພີ່ນ້ອງ​ມາຕິນ​ຖືກ​ຈັບ​ຢ່າງ​ກະທັນຫັນ​ແລະ​ຖືກ​ສົ່ງ​ໄປ​ຄ້າຍ​ກັກ​ຂັງ​ດາເຄົາ. ຕໍ່​ມາ ພີ່ນ້ອງ​ເກີທຣຸດ​ກໍ​ຖືກ​ຈັບ​ຄື​ກັນ. ແລ້ວ​ເຂົາເຈົ້າ​ກໍ​ບໍ່​ໄດ້​ເຫັນ​ໜ້າ​ກັນ​ເປັນ​ເວລາ 9 ປີ ແລະ​ຕະຫຼອດ​ເວລາ​ນັ້ນ ຕ່າງ​ຄົນ​ຕ່າງ​ກໍ​ບໍ່​ຮູ້​ວ່າ​ອີກ​ຝ່າຍ​ໜຶ່ງ​ຍັງ​ມີ​ຊີວິດ​ຢູ່​ຫຼື​ບໍ່. ແຕ່​ເຂົາເຈົ້າ​ກໍ​ຕັ້ງໃຈ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່ໆ​ໄປ. ພີ່ນ້ອງ​ມາຕິນ​ຖືກ​ຍ້າຍ​ຈາກ​ຄ້າຍ​ດາ​ເຄົາ​ໄປ​ຢູ່​ຄ້າຍ​ເມົາເທົາເຊັນ ແລະ​ຢູ່​ຄ້າຍ​ນີ້​ລາວ​ຖືກ​ທໍລະມານ​ຢ່າງ​ໜັກ. ສ່ວນ​ພີ່ນ້ອງ​ເກີທຣຸດ​ກໍ​ຖືກ​ຕັດສິນ​ໃຫ້​ຂັງ​ດ່ຽວ​ຢູ່​ຄຸກ​ສາມ​ປີ​ເຄິ່ງ. ຫຼັງ​ຈາກ​ນັ້ນ ລາວ​ກໍ​ຖືກ​ຂັງ​ຢູ່​ຄຸກ​ໃນ​ຄ້າຍ​ກັກ​ຂັງ​ຣາແຟນບຶກ​ເປັນ​ເວລາ 4 ປີ. ເມື່ອ​ສົງຄາມ​ສິ້ນ​ສຸດ​ລົງ ລາວ​ຈຶ່ງ​ຮູ້​ວ່າ​ພີ່ນ້ອງ​ມາຕິນ​ຍັງ​ມີ​ຊີວິດ​ຢູ່. ລາວ​ໄດ້​ຂໍ​ກັບ​ຫົວໜ້າ​ທະຫານ​ໃຫ້​ປ່ອຍ​ມາຕິນ ນີ້​ຈຶ່ງ​ຊ່ວຍ​ໃຫ້​ພະຍານ​ພະ​ເຢໂຫວາ​ອີກ 100 ຄົນ​ທີ່​ຖືກ​ທໍລະມານ​ຢູ່​ໃນ​ຄ້າຍ​ເມົາເທົາເຊັນ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ຄື​ກັນ. ໃນ​ທີ່​ສຸດ ພີ່ນ້ອງ​ມາຕິນ​ກັບ​ພີ່ນ້ອງ​ເກີທຣຸດ​ກໍ​ໄດ້​ກັບ​ມາ​ຢູ່​ນຳ​ກັນ​ແລະ​ຮັບໃຊ້​ເຕັມ​ເວລາ​ນຳ​ກັນ​ອີກ​ຫຼາຍ​ປີ. ແລ້ວ​ເຂົາເຈົ້າ​ກໍ​ຖືກ​ເຊີນ​ໃຫ້​ມາ​ຮັບໃຊ້​ຢູ່​ເບເທນ​ບຣຸກລິນ ນິວຢອກ. ຢູ່​ຫັ້ນ ພີ່ນ້ອງ​ມາຕິນ​ໄດ້​ເປັນ​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ. ລາວ​ມັກ​ບອກ​ພີ່ນ້ອງ​ຊາຍ​ຍິງ​ຢູ່​ເລື້ອຍໆ​ວ່າ: “ຄວາມ​ກ້າຫານ​ເປັນ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ມີ!” ທັງ​ພີ່ນ້ອງ​ມາຕິນ​ແລະ​ພີ່ນ້ອງ​ເກີທຣຸດ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ແລະ​ມີ​ຄວາມ​ສຸກ​ຈົນ​ຮອດ​ມື້​ຕາຍ.

“ຄວາມ​ກ້າຫານ​ເປັນ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ມີ!”—ມາຕິນ ເພີດຊິງເກີ

ວາລັນຕິນາ ກາ​ນົບ​ສະ​ກາ​ຢາ

ວາລັນຕິນາ ກາ​ນົບ​ສະ​ກາ​ຢາ.

ພີ່ນ້ອງ​ວາລັນຕິນາ​ຢູ່​ໃນ​ປະເທດ​ເບລາຣຸດ. ລາວ​ເຈິ​ພະຍານ​ພະ​ເຢໂຫວາ​ຕອນ​ທຳອິດ​ໃນ​ປີ 1945 ແລະ​ຕອນ​ນັ້ນ​ລາວ​ອາຍຸ 20 ປີ. ຫຼັງ​ຈາກ​ທີ່​ໄດ້​ລົມ​ກັບ​ພີ່ນ້ອງ​ຊາຍ​ຄົນ​ນັ້ນ​ແລ້ວ ວາລັນຕິນາ​ກໍ​ຮັກ​ສິ່ງ​ທີ່​ລາວ​ໄດ້​ຮູ້​ກ່ຽວກັບ​ຄຳພີ​ໄບເບິນ. ແລ້ວ​ພີ່ນ້ອງ​ຄົນ​ນັ້ນ​ກໍ​ກັບ​ໄປ​ຫາ​ລາວ​ອີກ​ແຕ່ 2 ເທື່ອ. ຫຼັງ​ຈາກ​ນັ້ນ ວາລັນຕິນາ​ກໍ​ບໍ່​ໄດ້​ເຈິ​ພີ່ນ້ອງ​ຄົນ​ນັ້ນ​ອີກ​ເລີຍ. ຕອນ​ນັ້ນ​ພະຍານ​ພະ​ເຢໂຫວາ​ຖືກ​ສັ່ງ​ຫ້າມ​ແລະ​ຍາກ​ທີ່​ຈະ​ຕິດຕໍ່​ຫາ​ເຂົາເຈົ້າ. ແຕ່​ວາລັນຕິນາ​ກໍ​ກ້າຫານ​ຫຼາຍ ລາວ​ໄດ້​ເວົ້າ​ເລື່ອງ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ​ຟັງ. ຍ້ອນ​ແນວ​ນັ້ນ ລາວ​ຈຶ່ງ​ຖືກ​ຈັບ​ແລະ​ຖືກ​ຕັດສິນ​ໃຫ້​ຢູ່​ຄຸກ 8 ປີ​ໃນ​ຄ້າຍ​ກັກ​ຂັງ. ຕອນ​ທີ່​ວາລັນຕິນາ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ໃນ​ປີ 1953 ລາວ​ກໍ​ເວົ້າ​ເລື່ອງ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ​ທັນທີ ແລ້ວ​ລາວ​ກໍ​ຖືກ​ຈັບ​ອີກ. ແຕ່​ເທື່ອ​ນີ້​ລາວ​ຖືກ​ຕັດສິນ​ໃຫ້​ຢູ່​ໃນ​ຄຸກ 10 ປີ​ໃນ​ຄ້າຍ​ກັກ​ຂັງ. ຕອນ​ທີ່​ວາລັນຕິນາ​ຖືກ​ຍ້າຍ​ໄປ​ຢູ່​ອີກ​ຄ້າຍ​ໜຶ່ງ ລາວ​ໄດ້​ເຈິ​ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ທີ່​ເປັນ​ຜູ້​ຍິງ. ເຂົາເຈົ້າ​ລັກ​ເຊື່ອງ​ຄຳພີ​ໄບເບິນ​ໄວ້​ຫົວ​ໜຶ່ງ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ເອົາ​ຄຳພີ​ໄບເບິນ​ໃຫ້​ວາລັນຕິນາ​ເບິ່ງ ລາວ​ຈຶ່ງ​ໄດ້​ເຫັນ​ຄຳພີ​ໄບເບິນ​ອີກ ຫຼັງ​ຈາກ​ທີ່​ຜ່ານ​ໄປ​ຫຼາຍ​ປີ​ຕັ້ງແຕ່​ໄດ້​ລົມ​ກັບ​ພະຍານ​ພະ​ເຢໂຫວາ​ເທື່ອ​ທຳອິດ. ຫຼັງ​ຈາກ​ທີ່​ວາລັນຕິນາ​ຖືກ​ປ່ອຍ​ອອກ​ຈາກ​ຄ້າຍ​ໃນ​ປີ 1967 ແລະ​ໄດ້​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ວາລັນຕິນາ​ປະກາດ​ຢ່າງ​ກະຕືລືລົ້ນ​ຈົນ​ຮອດ​ຕອນ​ທີ່​ຖືກ​ຈັບ​ເຂົ້າ​ຄຸກ​ອີກ​ໃນ​ປີ 1969 ແລະ​ຖືກ​ຕັດສິນ​ໃຫ້​ຢູ່​ໃນ​ຄຸກ​ອີກ 3 ປີ. ແຕ່​ລາວ​ກໍ​ຍັງ​ປະກາດ​ເລື່ອງ​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ​ຕໍ່ໆ​ໄປ. ຕະຫຼອດ​ຊີວິດ ພີ່ນ້ອງ​ວາລັນຕິນາ​ໄດ້​ຊ່ວຍ 44 ຄົນ​ໃຫ້​ຮູ້​ຈັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ລາວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຄີຍ​ມີ​ເຮືອນ​ເປັນ​ຂອງ​ໂຕເອງ ມີ​ແຕ່​ກະເປົາ​ເດີນທາງ​ໜ່ວຍ​ດຽວ​ທີ່​ມີ​ເຄື່ອງ​ຂອງ​ບໍ່​ຈັກ​ຢ່າງ ແຕ່​ຂ້ອຍ​ກໍ​ອີ່ມໃຈ​ພໍໃຈ​ແລະ​ມີ​ຄວາມ​ສຸກ​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ.” ພີ່ນ້ອງ​ວາລັນຕິນາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຈົນ​ຮອດ​ມື້​ທີ່​ລາວ​ເສຍ​ຊີວິດ​ໃນ​ປີ 2001.

“ຂ້ອຍ​ບໍ່​ເຄີຍ​ມີ​ເຮືອນ​ເປັນ​ຂອງ​ໂຕເອງ ມີ​ແຕ່​ກະເປົາ​ເດີນທາງ​ໜ່ວຍ​ດຽວ​ທີ່​ມີ​ເຄື່ອງ​ຂອງ​ບໍ່​ຈັກ​ຢ່າງ ແຕ່​ຂ້ອຍ​ກໍ​ອີ່ມໃຈ​ພໍໃຈ​ແລະ​ມີ​ຄວາມ​ສຸກ​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ.”—ວາລັນຕິນາ ກາ​ນົບ​ສະ​ກາ​ຢາ

ອັນເຟຣໂດ ເຟີນັນເດດ

ອັນເຟຣໂດ ເຟີນັນເດດ.

ຕອນ​ທີ່​ອັນເຟຣໂດ​ອາຍຸ 19 ປີ ລາວ​ຖືກ​ເກນ​ໄປ​ເປັນ​ທະຫານ​ຢູ່​ກອງທັບ​ຂອງ​ອາກຊັງຕິນ. ໃຈ​ຮູ້​ຜິດ​ຮູ້​ຖືກ​ແບບ​ຄລິດສະຕຽນ​ບໍ່​ໃຫ້​ຍອມ​ໃຫ້​ລາວ​ເປັນ​ທະຫານ​ຫຼື​ແມ່ນ​ແຕ່​ນຸ່ງ​ຊຸດ​ທະຫານ ລາວ​ຈຶ່ງ​ຖືກ​ຂັງ​ຄຸກ. ຕອນ​ທີ່​ຢູ່​ໃນ​ຄຸກ​ລາວ​ຖືກ​ຫົວໜ້າ​ຄຸມ​ຄຸກ​ຕີ ແລະ​ບາງ​ຄົນ​ກໍ​ຂູ່​ວ່າ​ຊິ​ຂ້າ​ລາວ. ແຕ່​ອັນເຟຣໂດ​ຍັງ​ອ່ານ​ຄຳພີ​ໄບເບິນ​ຕໍ່​ໄປ​ແລະ​ຈົດ​ບັນທຶກ​ເລື່ອງ​ທີ່​ລາວ​ໄດ້​ຮຽນ​ຕໍ່ໄປ. ຕອນ​ທີ່​ຖືກ​ພິຈາລະນາ​ຄະດີ ຜູ້​ພິພາກສາ​ໄດ້​ສະເໜີ​ວ່າ ຖ້າ​ລາວ​ນຸ່ງ​ຊຸດ​ທະຫານ​ຂຶ້ນ​ສານ ລາວ​ກໍ​ຈະ​ຖືກ​ປ່ອຍ​ໂຕ. ແຕ່​ອັນເຟຣໂດ​ບໍ່​ຍອມ​ນຸ່ງ ລາວ​ກໍ​ເລີຍ​ຖືກ​ຂັງ​ຄື​ເກົ່າ. ລາວ​ຖືກ​ຕີ​ຢ່າງ​ໜັກ​ແລະ​ໝໍ​ບອກ​ວ່າ​ລາວ​ຊິ​ບໍ່​ລອດ. ເມື່ອ​ອັນເຟຣໂດ​ຮູ້​ໂຕ​ວ່າ​ໃກ້​ຈະ​ຕາຍ ລາວ​ກໍ​ຂຽນ​ຈົດໝາຍ​ໄປ​ຫາ​ຄອບຄົວ​ວ່າ: “ເຖິງ​ຄອບຄົວ​ທີ່​ຮັກ ຂ້ອຍ​ບໍ່​ເຄີຍ​ຄິດ​ວ່າ​ຊິ​ຕ້ອງ​ໄດ້​ຂຽນ​ຈົດໝາຍ​ແບບ​ນີ້ ແຕ່​ຍ້ອນ​ສະພາບການ​ທີ່​ຂ້ອຍ​ເຈິ​ຢູ່​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ຂຽນ​ແທ້ໆ.” ລາວ​ຂອບໃຈ​ຄອບຄົວ​ສຳລັບ​ກຳລັງ​ໃຈ​ທີ່​ໄດ້​ມາ​ຕະຫຼອດ​ໄລຍະ​ທີ່​ຖືກ​ຂັງ​ຢູ່​ຄຸກ. ລາວ​ຂຽນ​ຕໍ່​ອີກ​ວ່າ: “ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ຂ້ອຍ​ມີ​ຄອບຄົວ​ແບບ​ນີ້ . . . ຂ້ອຍ​ເຂົ້າໃຈ​ວ່າ​ທຸກ​ຄົນ​ຄື​ຊິ​ໂສກເສົ້າ​ແລະ​ເສຍໃຈ​ຕອນ​ທີ່​ອ່ານ​ຈົດໝາຍ​ນີ້. ແຕ່​ຂ້ອຍ​ຂໍ​ຢ່າງ​ດຽວ ບໍ່​ວ່າ​ພວກ​ເຈົ້າ​ຈະ​ໂສກເສົ້າ​ຫຼາຍ​ສ່ຳ​ໃດ ກໍ​ຂໍ​ໃຫ້​ກ້າຫານ​ເດີ້. ຂໍ​ໃຫ້​ພະ​ເຢໂຫວາ​ປອບ​ໃຈ​ທຸກ​ຄົນ​ໂດຍ​ທາງ​ຄຳພີ​ໄບເບິນ​ຄຳສອນ​ຂອງ​ເພິ່ນ . . . ຂໍ​ໃຫ້​ຈື່​ໄວ້​ວ່າ​ຂ້ອຍ​ບໍ່​ໄດ້​ຕາຍ​ຕະຫຼອດ​ໄປ. ຂ້ອຍ​ຫວັງ​ວ່າ​ຕອນ​ທີ່​ພວກ​ເຈົ້າ​ຄິດ​ຮອດ​ຂ້ອຍ ຄວາມ​ສັດຊື່​ຂອງ​ຂ້ອຍ​ຈະ​ຊ່ວຍ​ໃຫ້​ທຸກ​ຄົນ​ກ້າຫານ​ແລະ​ເຂັ້ມແຂງ​ຕໍ່ໆ​ໄປ.” ຫຼັງ​ຈາກ​ທີ່​ຕິດ​ຄຸກ​ໄດ້ 3 ປີ ອັນເຟຣໂດ​ກໍ​ຕາຍ​ໃນ​ປີ 1982 ຕອນ​ທີ່​ລາວ​ອາຍຸ​ພຽງ 21 ປີ. ອັນເຟຣໂດ​ສັດຊື່​ຈົນ​ຮອດ​ມື້​ສຸດທ້າຍ​ຂອງ​ຊີວິດ.

“ແຕ່​ຂ້ອຍ​ຂໍ​ຢ່າງ​ດຽວ ບໍ່​ວ່າ​ພວກ​ເຈົ້າ​ຈະ​ໂສກເສົ້າ​ຫຼາຍ​ສ່ຳ​ໃດ ກໍ​ຂໍ​ໃຫ້​ກ້າຫານ​ເດີ້.”—ອັນເຟຣໂດ ເຟີນັນເດດ

ຄາເຣັນ ອອມ

ຄາເຣັນ​ກັບ​ເຣັນເນີ ອອມ

ຄາເຣັນ​ຮັບໃຊ້​ພະ​ເຢໂຫວາ​ຕັ້ງແຕ່​ຍັງ​ນ້ອຍ ລາວ​ເປັນ​ຄົນ​ອາລົມ​ດີ​ແລະ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ງ່າຍ. ລາວ​ຮັກ​ວຽກ​ໄພໂອເນຍ​ຫຼາຍ. ຕໍ່​ມາ​ລາວ​ກໍ​ແຕ່ງດອງ​ກັບ​ພີ່ນ້ອງ​ເຣັນເນີ​ແລະ​ຮັບໃຊ້​ຢູ່​ເບເທນ​ອາເມຣິກາ​ນຳ​ກັນ. ແຕ່​ຕອນ​ທີ່​ລາວ​ອາຍຸ 55 ປີ ລາວ​ກໍ​ຮູ້​ວ່າ​ໂຕເອງ​ເປັນ​ພະຍາດ​ກ້າມເນື້ອ​ອ່ອນ​ແຮງ (ALS). ພະຍາດ​ນີ້​ທຳລາຍ​ຈຸລັງ​ປະສາດ​ຈົນ​ເຮັດ​ໃຫ້​ເວົ້າ​ບໍ່​ໄດ້ ຍ່າງ​ບໍ່​ໄດ້ ແລະ​ໃນ​ທີ່​ສຸດ​ກໍ​ຕາຍ. ຕັ້ງແຕ່​ຄາເຣັນ​ຮູ້​ວ່າ​ໂຕເອງ​ເປັນ​ພະຍາດ​ນີ້ ລາວ​ກໍ​ພະຍາຍາມ​ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ທີ່​ສຸດ​ແລະ​ຄິດ​ໃນ​ແງ່​ບວກ. ລາວ​ໃຊ້​ເວລາ​ສ່ວນ​ຫຼາຍ​ເພື່ອ​ສຶກສາ​ຄຳພີ​ໄບເບິນ​ແລະ​ເວົ້າ​ຂ່າວ​ດີ​ກັບ​ຄົນ​ອື່ນ. ລາວ​ເຮັດ​ດີ​ທີ່​ສຸດ​ເພື່ອ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ສະພາບ​ທີ່​ໂຕເອງ​ເປັນ. ຕອນ​ທີ່​ເລີ່ມ​ເວົ້າ​ບໍ່​ໄດ້ ລາວ​ກໍ​ຮຽນ​ໃຊ້​ຄອມພິວເຕີ​ທີ່​ຈັບ​ການ​ເຄື່ອນ​ໄຫວ​ຂອງ​ຕາ ແລ້ວ​ມັນ​ຈະ​ພິມ​ຄຳເວົ້າ​ຂອງ​ລາວ​ຢູ່​ຈໍ. ເຖິງ​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ຍາກ​ຫຼາຍ ແຕ່​ລາວ​ກໍ​ສາມາດ​ຂຽນ​ຄວາມ​ຄິດ​ເຫັນ​ສຳລັບ​ການ​ປະຊຸມ ແລະ​ຂຽນ​ຈົດໝາຍ​ເພື່ອ​ຈະ​ປະກາດ​ໄດ້. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາບານ​ຂອງ​ລາວ​ເວົ້າ​ວ່າ: “ຄາເຣັນ​ບໍ່​ເຄີຍ​ຖາມ​ວ່າ ‘ເປັນ​ຫຍັງ​ຂ້ອຍ​ຕ້ອງ​ເຈິ​ເລື່ອງ​ແບບ​ນີ້?’ ສອງ​ອາທິດ​ກ່ອນ​ທີ່​ລາວ​ຈະ​ຕາຍ ລາວ​ໄດ້​ຂຽນ​ຈົດໝາຍ​ຫາ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຂ້ອຍ​ປະກາດ​ນຳ ລາວ​ໄດ້​ຂຽນ​ລົງ​ທ້າຍ​ວ່າ: ‘ຖ້າ​ເຈົ້າ​ເສົ້າ​ຫຼື​ທໍ້ໃຈ ມາ​ຫາ​ຂ້ອຍ​ຍາມ​ໃດ​ກໍ​ໄດ້​ເດີ້.’ ພີ່ນ້ອງ​ທີ່​ເປັນ​ພະຍາບານ​ອີກ​ຄົນ​ໜຶ່ງ​ເວົ້າ​ວ່າ: “ລາວ​ບໍ່​ເຄີຍ​ຮ້ອງໄຫ້​ຍ້ອນ​ເປັນ​ພະຍາດ​ນີ້. ທີ່​ຈິງ ລາວ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ທໍ້ໃຈ. ແຕ່​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຊ່ວຍ​ໃຫ້​ລາວ​ບໍ່​ທໍ້. ລາວ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ລາວ​ໃຫ້​ມີ​ສຸຂະພາບ​ແຂງແຮງ​ແລະ​ມີ​ຮ່າງກາຍ​ທີ່​ສົມບູນແບບ.” ຕອນ​ທີ່​ຄາເຣັນ​ເລີ່ມ​ເຈັບ​ປ່ວຍ ນ້ອງ​ສາວ​ທີ່​ເປັນ​ຝາແຝດ​ໄດ້​ຖາມ​ລາວ​ວ່າ: “ເອື້ອຍ​ເຂັ້ມແຂງ​ຫຼາຍ​ປານ​ນີ້​ໄດ້​ແນວ​ໃດ?” ຄາເຣັນ​ຕອບ​ວ່າ: “ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ແທ້ໆ​ໃນ​ຕອນ​ທີ່​ເຮົາ​ຕ້ອງການ.” ແລ້ວ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ​ຈົນ​ຮອດ​ມື້​ທີ່​ລາວ​ຕາຍ. ຫຼັງ​ຈາກ​ທີ່​ຄາເຣັນ​ຕາຍ ຜົວ​ຂອງ​ລາວ​ໄດ້​ເອົາ​ຈົດໝາຍ​ຫຼາຍ​ສະບັບ​ທີ່​ລາວ​ຂຽນ​ຂອບໃຈ ປອບ​ໃຈ ແລະ​ໃຫ້​ກຳລັງ​ໃຈ​ໄປ​ໃຫ້​ຄອບຄົວ​ແລະ​ໝູ່​ຄູ່.

“ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ແທ້ໆ​ໃນ​ຕອນ​ທີ່​ເຮົາ​ຕ້ອງການ.”—ຄາເຣັນ ອອມ

13. ມີ​ຫຍັງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ກ້າຫານ​ຕໍ່ໆ​ໄປ​ໃນ​ທຸກ​ມື້​ນີ້?

13 ລອງ​ນຶກພາບ​ເບິ່ງ​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ທົ່ວ​ໂລກ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ ແລະ​ເຮົາ​ຍັງ​ຈະ​ໄດ້​ເຈິ​ຄົນ​ທີ່​ພະ​ເຢໂຫວາ​ຈະ​ປຸກ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ. ເມື່ອ​ຮອດ​ຕອນ​ນັ້ນ ເຮົາ​ກໍ​ຈະ​ໄດ້​ເຈິ​ຊາຍ​ຍິງ​ທີ່​ກ້າຫານ​ທີ່​ເຮົາ​ໄດ້​ອ່ານ​ເລື່ອງ​ຂອງ​ເຂົາເຈົ້າ​ຢູ່​ໃນ​ປຶ້ມ​ນີ້ ແລະ​ເຮົາ​ຍັງ​ຈະ​ໄດ້​ເຈິ​ອີກ​ຫຼາຍ​ຄົນ​ທີ່​ກ້າຫານ​ຄື​ກັນ. ເຈົ້າ​ຄິດ​ວ່າ​ຈະ​ມີ​ໃຜ​ບໍ​ທີ່​ຄິດ​ເສຍດາຍ​ທີ່​ໄດ້​ເລືອກ​ຮັບໃຊ້​ພະ​ເຢໂຫວາ​ຕອນ​ທີ່​ຢູ່​ໃນ​ໂລກ​ຂອງ​ຊາຕານ​ແລະ​ເຖິງຂັ້ນ​ກ້າ​ສະລະ​ຊີວິດ​ດ້ວຍ​ຊ້ຳ? ບໍ່​ມີ​ໃຜ​ເສຍ​ດາຍ​ດອກ! ແລ້ວ​ເຈົ້າ​ເດ​ຈະ​ຮູ້ສຶກ​ແນວ​ໃດ​ໃນ​ຕອນ​ນັ້ນ? ຕອນ​ທີ່​ເຈົ້າ​ກັບ​ຄົນ​ເຫຼົ່າ​ນັ້ນ​ຊ່ວຍ​ກັນ​ເຮັດ​ໃຫ້​ທົ່ວ​ໂລກ​ກາຍ​ເປັນ​ອຸທິຍານ ເຈົ້າ​ຈະ​ຄິດ​ເສຍດາຍ​ບໍ​ທີ່​ໄດ້​ເລືອກ​ຮັບໃຊ້​ພະ​ເຢໂຫວາ​ໃນ​ສະໄໝ​ສຸດທ້າຍ? ບໍ່​ດອກ! ຂໍ​ໃຫ້​ເຈົ້າ​ຕັ້ງໃຈ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ກ້າຫານ​ຕໍ່ໆ​ໄປ. ແລ້ວ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ທີ່​ໄດ້​ເຮັດ​ແບບ​ນັ້ນ!

ພີ່ນ້ອງ​ຊາຍ​ຍິງ​ແລະ​ເດັກນ້ອຍ​ມີ​ຄວາມ​ສຸກ​ກັບ​ຊີວິດ​ໃນ​ອຸທິຍານ. ບາງ​ຄົນ​ເອົາ​ອາຫານ​ໃຫ້​ຈີຣາບ ບາງ​ຄົນ​ຢືນ​ເບິ່ງ​ແມວ​ປ່າ ບາງ​ຄົນ​ກໍ​ເຮັດ​ພິດ​ຊ້າ ລົມ​ກັນ ຫຼື​ຫຼິ້ນ​ດົນຕີ.
    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌