ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫສ16 ສະບັບທີ 4
  • ເລື່ອງ​ນີ້​ສຳຄັນ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເລື່ອງ​ນີ້​ສຳຄັນ​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2016
  • ເລື່ອງທີ່ຄ້າຍກັນ
  • ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ສະໄໝ​ຂອງ​ເຮົາ​ໂດຍ​ວິທີໃດ?
    ຕື່ນເຖີດ!—2007
  • ກ3 ຄຳພີໄບເບິນລອດມາຮອດເຮົາໄດ້ແນວໃດ
    ຄຳພີໄບເບິນສະບັບແປໂລກໃໝ່
  • ໃຫ້​ໝັ້ນໃຈ​ວ່າ​ຖ້ອຍຄຳ​ຂອງ​ພະເຈົ້າ “ເປັນ​ຄວາມຈິງ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ເຫດຜົນ​ທີ່​ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ໄດ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2016
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2016
ຫສ16 ສະບັບທີ 4

ຈາກ​ປົກ | ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ເຮົາ​ໄດ້​ແນວ​ໃດ?

ເລື່ອງ​ນີ້​ສຳ​ຄັນ​ບໍ?

ຜູ້​ຊາຍ​ຄົນ​ໜຶ່ງ​ຖື​ຄຳ​ພີ​ໄບເບິນ​ແລະ​ເບິ່ງ​ຄື​ວ່າ​ກຳລັງ​ສົງໄສ

ຄຳ​ພີ​ໄບເບິນ​ເປັນ​ປຶ້ມ​ທີ່​ໂດດ​ເດັ່ນ​ທີ່​ສຸດ. ບໍ່​ມີ​ປຶ້ມ​ທາງ​ສາສະໜາ​ຫົວ​ໃດ​ຄື​ກັບ​ຄຳ​ພີ​ໄບເບິນ ປຶ້ມ​ນີ້​ມີ​ຜົນ​ຕໍ່​ຄວາມ​ເຊື່ອ​ຂອງ​ຜູ້​ຄົນ​ຈຳນວນ​ຫຼາຍ​ມາ​ດົນ​ແລ້ວ. ໃນ​ອີກ​ດ້ານ​ໜຶ່ງ ບໍ່​ມີ​ປຶ້ມ​ຫົວ​ໃດ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ວິພາກ​ວິຈານ​ແລະ​ຢາກ​ກວດ​ສອບ​ຫຼາຍ​ເທົ່າ​ກັບ​ຄຳ​ພີ​ໄບເບິນ.

ຕົວຢ່າງ​ເຊັ່ນ ນັກ​ວິຊາການ​ບາງ​ຄົນ​ສົງໄສ​ວ່າ​ຄຳ​ພີ​ໄບເບິນ​ທີ່​ໃຊ້​ໃນ​ປັດຈຸບັນ​ນີ້​ກົງ​ກັບ​ສະບັບ​ດັ້ງເດີມ​ບໍ. ສາດສະດາຈານ​ດ້ານ​ການ​ສຶກສາ​ສາສະໜາ​ຄົນ​ໜຶ່ງ​ບອກ​ວ່າ “ເຮົາ​ບໍ່​ຄ່ອຍ​ແນ່​ໃຈ​ວ່າ​ສະບັບ​ທີ່​ເຮົາ​ໃຊ້​ຢູ່​ໃນ​ຕອນ​ນີ້​ກົງ​ກັບ​ສະບັບ​ດັ້ງເດີມ​ຫຼື​ບໍ່. ສຳເນົາ​ຕ່າງໆທີ່​ເຮົາ​ມີ​ຢູ່​ກໍ​ມີ​ແຕ່​ຂໍ້​ຜິດ​ພາດ ແລະ​ສຳເນົາ​ສ່ວນ​ຫຼາຍ​ກໍ​ເຮັດ​ຂຶ້ນ​ຫຼາຍ​ຮ້ອຍ​ປີ​ຫຼັງ​ຈາກ​ທີ່​ມີ​ການຂຽນ​ສະບັບ​ດັ້ງເດີມ ແລະ​ເຫັນ​ໄດ້​ແຈ້ງ​ວ່າ​ມີ​ຫຼາຍ​ພັນ​ບ່ອນ​ທີ່​ຕ່າງ​ຈາກ​ສະບັບ​ດັ້ງເດີມ.”

ບາງ​ຄົນ​ສົງໄສ​ຄວາມ​ຖືກຕ້ອງ​ຂອງ​ຄຳ​ພີ​ໄບເບິນ​ກໍ​ຍ້ອນ​ພູມ​ຫຼັງ​ທາງ​ສາສະໜາ​ຂອງ​ເຂົາເຈົ້າ. ຕົວຢ່າງ​ເຊັ່ນ ຄອບຄົວ​ຂອງ​ໄຟ​ຊານ​ບໍ່​ໄດ້​ນັບຖື​ສາສະໜາ​ຄລິດ ລາວ​ຖືກ​ສອນ​ວ່າ​ຄຳ​ພີ​ໄບເບິນ​ເປັນ​ປຶ້ມ​ສັກສິດ​ແຕ່​ເນື້ອ​ຫາ​ໃນ​ນັ້ນ​ປ່ຽນ​ໄປ​ແລ້ວ. ລາວ​ບອກ​ວ່າ “ເມື່ອ​ມີ​ຄົນ​ມາ​ລົມ​ກັບ​ຂ້ອຍ​ເລື່ອງ​ຄຳ​ພີ​ໄບເບິນ ຂ້ອຍ​ກໍ​ຈະ​ບໍ່​ຄອຍ​ເຊື່ອ ຍ້ອນ​ຄຳ​ພີ​ໄບເບິນ​ທີ່​ເຂົາເຈົ້າ​ມີ​ມັນ​ປ່ຽນ​ໄປ​ຈາກ​ສະບັບ​ດັ້ງເດີມ​ແລ້ວ!”

ການ​ທີ່​ເນື້ອ​ຫາ​ໃນ​ຄຳ​ພີ​ໄບເບິນ​ຈະ​ກົງ​ຫຼື​ບໍ່​ກົງ​ກັບ​ຕົ້ນ​ສະບັບ​ເປັນ​ເລື່ອງ​ສຳຄັນ​ແທ້ໆບໍ? ລອງ​ຄິດ​ເບິ່ງ​ວ່າ: ເຈົ້າ​ຈະ​ໄວ້​ໃຈ​ຄຳ​ສັນຍາ​ຕ່າງໆເລື່ອງ​ອະນາຄົດ​ທີ່​ໃຫ້​ກຳລັງໃຈ​ຈາກ​ຄຳ​ພີ​ໄບເບິນ​ໄດ້​ບໍ ຖ້າ​ເຈົ້າ​ບໍ່​ຮູ້​ວ່າ​ຄຳ​ສັນຍາ​ເຫຼົ່າ​ນັ້ນ​ມີ​ຢູ່​ໃນ​ຂໍ້​ຄວາມ​ຕົ້ນ​ສະບັບ​ແທ້​ຫຼື​ບໍ່? (ໂຣມ 15:4) ເຈົ້າ​ຈະ​ເອົາ​ຫຼັກ​ການ​ຕ່າງໆໃນ​ຄຳ​ພີ​ໄບເບິນ​ມາ​ຊ່ວຍ​ໃນ​ການ​ຕັດສິນ​ໃຈ​ເລື່ອງ​ສຳຄັນ​ບໍ ເຊັ່ນ ເລື່ອງ​ວຽກ ຄອບຄົວ ຫຼື​ການ​ນະມັດສະການ ຖ້າ​ຄຳ​ພີ​ໄບເບິນ​ໃນ​ປັດຈຸບັນ​ມາ​ຈາກ​ສຳເນົາ​ທີ່​ກ່າຍ​ຄືນ​ໂດຍ​ມະນຸດ​ເຊິ່ງ​ມີ​ແຕ່​ຂໍ້​ຜິດ​ພາດ?

ເຖິງ​ວ່າ​ບໍ່​ມີ​ຄຳ​ພີ​ໄບເບິນ​ຕົ້ນ​ສະບັບ​ເຫຼືອ​ຢູ່​ແລ້ວ ແຕ່​ເຮົາ​ກໍ​ສາມາດ​ຄົ້ນ​ເບິ່ງ​ສຳເນົາ​ສະໄໝ​ບູຮານ​ຕ່າງໆ ລວມ​ທັງ​ສຳເນົາ​ຕົ້ນ​ສະບັບ​ຂອງ​ຄຳ​ພີ​ໄບເບິນ​ຫຼາຍ​ພັນ​ສະບັບ​ໄດ້. ສຳເນົາ​ເຫຼົ່າ​ນັ້ນ​ລອດ​ຈາກ​ການ​ຍ່ອຍ​ສະ​ຫຼາຍ ການ​ຕໍ່​ຕ້ານ ແລະ​ການ​ພະຍາຍາມ​ປ່ຽນ​ແປງ​ຂໍ້​ຄວາມ​ໄດ້​ແນວ​ໃດ? ການ​ທີ່​ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ໄດ້​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ໝັ້ນ​ໃຈ​ໃນ​ຄວາມ​ຖືກຕ້ອງ​ຂອງ​ຄຳ​ພີ​ໄບເບິນ​ທີ່​ເຈົ້າ​ມີ​ຢູ່​ໃນ​ປັດຈຸບັນ? ລອງ​ເບິ່ງ​ຄຳ​ຕອບ​ສຳລັບ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ​ວ່າ​ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ເຮົາ​ໄດ້​ແນວ​ໃດ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌