ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫສ16 ສະບັບທີ 4 ໜ້າ 8
  • ເຫດຜົນ​ທີ່​ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ໄດ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຫດຜົນ​ທີ່​ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ໄດ້
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2016
  • ເລື່ອງທີ່ຄ້າຍກັນ
  • ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເລື່ອງ​ນີ້​ສຳຄັນ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2016
  • ທ່ານ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຄຳພີ​ໄບເບິນ?
    ທ່ານຄິດແນວໃດກ່ຽວກັບຄຳພີໄບເບິນ?
  • ຄຳ​ພີ​ໄບເບິນ​ເຮັດ​ໃຫ້​ຊີວິດ​ເຈົ້າ​ດີ​ຂຶ້ນ​ໄດ້​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2017
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2016
ຫສ16 ສະບັບທີ 4 ໜ້າ 8
ຜູ້​ຊາຍ​ຄົນ​ໜຶ່ງ​ອ່ານ​ຄຳ​ພີ​ໄບເບິນ

ຈາກ​ປົກ | ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ເຮົາ​ໄດ້​ແນວ​ໃດ?

ເຫດຜົນ​ທີ່​ຄຳພີ​ໄບເບິນ​ຢູ່​ລອດ​ມາ​ໄດ້

ຍ້ອນ​ຄຳພີ​ໄບເບິນ​ຢູ່​ລອດ​ມາ​ໄດ້ ເຈົ້າ​ຈຶ່ງ​ສາມາດ​ຫາ​ອ່ານ​ໄດ້​ໃນ​ທຸກ​ມື້​ນີ້. ແລະ​ຖ້າ​ເຈົ້າ​ເລືອກ​ຄຳພີ​ໄບເບິນ​ສະບັບ​ແປ​ທີ່​ດີ ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ເຈົ້າ​ກຳລັງ​ອ່ານ​ຫົວ​ທີ່​ມີ​ຂໍ້​ຄວາມ​ກົງ​ກັບ​ຕົ້ນ​ສະບັບ.a ແຕ່​ເປັນ​ຫຍັງ​ການ​ທີ່​ຄຳພີ​ໄບເບິນ​ຢູ່​ລອດ​ມາ​ໄດ້​ຈຶ່ງ​ເປັນ​ເລື່ອງ​ທີ່​ໜ້າ​ງຶດງໍ້​ທັງໆທີ່​ຕ້ອງ​ເຈິ​ກັບ​ການ​ຍ່ອຍ​ສະ​ຫຼາຍ​ຕາມ​ທຳມະຊາດ ການ​ຕໍ່​ຕ້ານ​ຢ່າງ​ໂຫດ​ຮ້າຍ ແລະ​ການ​ຕັ້ງ​ໃຈ​ປ່ຽນ​ຂໍ້​ຄວາມ? ອັນ​ໃດ​ເຮັດ​ໃຫ້​ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ພິເສດ​ຫຼາຍ?

“ຕອນ​ນີ້​ຂ້ອຍ​ໝັ້ນ​ໃຈ​ແລ້ວ​ວ່າ​ຄຳພີ​ໄບເບິນ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ”

ນັກ​ສຶກສາ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ໄດ້​ຂໍ້​ສະຫຼຸບ​ຄື​ກັບ​ອັກຄະສາວົກ​ໂປໂລ​ວ່າ: “ພະ​ຄຳພີ​ທຸກ​ຕອນ ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ.” (2 ຕີໂມທຽວ 3:16) ເຂົາເຈົ້າ​ເຊື່ອ​ວ່າ​ຄຳພີ​ໄບເບິນ​ຢູ່​ລອດ​ມາ​ໄດ້​ຍ້ອນ​ເປັນ​ຖ້ອຍຄຳ​ຂອງ​ພະເຈົ້າ​ແລະ​ພະເຈົ້າ​ປົກປ້ອງ​ໃຫ້​ຄຳພີ​ໄບເບິນ​ຢູ່​ລອດ​ມາ​ຈົນ​ເຖິງ​ທຸກ​ມື້​ນີ້. ໄຟ​ຊານ​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ທຳ​ອິດ​ຢາກ​ກວດ​ສອບ​ດ້ວຍ​ໂຕ​ເອງ​ວ່າ​ຂໍ້​ຄວາມ​ໃນ​ຄຳພີ​ໄບເບິນ​ປ່ຽນ​ໄປ​ແລ້ວ​ແທ້​ບໍ​ຕາມ​ທີ່​ມີ​ຄົນ​ກ່າວ​ຫາ ລາວ​ຈຶ່ງ​ຕັດສິນ​ໃຈ​ຮຽນ​ຄຳພີ​ໄບເບິນ. ສິ່ງ​ທີ່​ຄົ້ນພົບ​ເຮັດ​ໃຫ້​ລາວ​ແປກ​ໃຈ. ບໍ່​ດົນ​ລາວ​ກໍ​ຮູ້​ວ່າ​ຄຳ​ສອນ​ຫຼາຍ​ຢ່າງ​ທີ່​ມີ​ການສອນ​ໃນ​ຄລິດຕະຈັກ​ບໍ່​ມີ​ໃນ​ຄຳພີ​ໄບເບິນ. ນອກຈາກນັ້​ນ ລາວ​ປະທັບ​ໃຈ​ທີ່​ຮູ້​ວ່າ​ພະເຈົ້າ​ມີ​ຄວາມ​ຕ້ອງການ​ແນວ​ໃດ​ສຳລັບ​ໂລກ​ຕາມ​ທີ່​ບອກ​ໄວ້​ໃນ​ຖ້ອຍຄຳ​ຂອງ​ເພິ່ນ.

ລາວ​ບອກ​ວ່າ “ຕອນ​ນີ້​ຂ້ອຍ​ໝັ້ນ​ໃຈ​ແລ້ວ​ວ່າ​ຄຳພີ​ໄບເບິນ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ. ແລະ​ຖ້າ​ພະເຈົ້າ​ສ້າງ​ເອກະພົບ​ໄດ້ ເພິ່ນ​ກໍ​ມີ​ອຳ​ນາດ​ທີ່​ຈະ​ໃຫ້​ຄຳພີ​ໄບເບິນ​ກັບ​ເຮົາ​ແລະ​ປົກປ້ອງ​ປຶ້ມ​ນີ້​ໃຫ້​ຢູ່​ລອດ​ມາ​ເຖິງ​ເຮົາ​ໄດ້​ນຳ​ບໍ່​ແມ່ນ​ບໍ? ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື​ພະເຈົ້າ​ເປັນ​ຜູ້​ມີ​ພະລັງ​ອຳ​ນາດ​ສູງ​ສຸດ​ບໍ່​ມີ​ຂີດ​ຈຳກັດ. ແລ້ວ​ຂ້ອຍ​ແມ່ນ​ໃຜ​ທີ່​ຈະ​ໄປ​ຈຳກັດ​ອຳ​ນາດ​ຂອງ​ເພິ່ນ?”—ເອຊາອີ 40:8

a ເບິ່ງ​ບົດ​ຄວາມ “ເຈົ້າ​ຈະ​ເລືອກ​ສະບັບ​ແປ​ຄຳພີ​ໄບເບິນ​ທີ່​ດີ​ໄດ້​ແນວ​ໃດ?” ໃນ​ຫໍສັງເກດການ 1 ພຶດສະພາ 2008

ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳ​ພີ​ໄບເບິນ​ເປັນ​ຄວາມ​ຈິງ?

ບົດ​ຄວາມ​ຊຸດ​ນີ້​ອະທິບາຍ​ວ່າ​ຄຳ​ພີ​ໄບເບິນ​ໄດ້​ຮັບ​ການ​ປົກປ້ອງ​ເບິ່ງ​ແຍງ​ຈາກ​ພະເຈົ້າ​ໄດ້​ແນວ​ໃດ. ເຈົ້າ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳ​ພີ​ໄບເບິນ​ເປັນ “ຄຳ​ສອນ​ຂອງ​ພະເຈົ້າ” ແທ້ໆບໍ່​ແມ່ນ​ເລື່ອງ​ເລົ່າ​ຫຼື​ນິທານ? (1 ເທຊະໂລນິກ 2:13) ເຊີນ​ເບິ່ງ​ວິດີໂອ​ເລື່ອງ​ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳ​ພີ​ໄບເບິນ​ເປັນ​ຄວາມ​ຈິງ? ໃນ www.jw.org/lo. (ເບິ່ງ​ຫົວ​ຂໍ້ ສື່​ແລະ​ສິ່ງ​ພິມ > ວິດີໂອ)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌