ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ19 ກໍລະກົດ ໜ້າ 25-29
  • ພະ​ເຢໂຫວາ​ອວຍ​ພອນ​ຂ້ອຍ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຄາດ​ຄິດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ອວຍ​ພອນ​ຂ້ອຍ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຄາດ​ຄິດ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເອົາ​ຊະນະ​ນິດໄສ​ຂີ້​ອາຍ
  • ໄດ້​ບົດຮຽນ​ທີ່​ລ້ຳ​ຄ່າ​ຢູ່​ກິລຽດ
  • ການ​ຝຶກ​ອົບຮົມ​ທີ່​ດີ​ເລີດ​ສຳລັບ​ມິດຊັນນາລີ
  • ຮັບໃຊ້​ຢູ່​ເກນ​ຢາ
  • ໄດ້​ຮັບ​ພອນ​ຢ່າງ​ຫຼວງ​ຫຼາຍ​ໃນ​ເອທິໂອປີ
  • ພະ​ເຢໂຫວາ​ເຮັດ​ໃຫ້​ເຕີບ​ໃຫຍ່
  • ວຽກ​ຮັບໃຊ້​ພະເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ຕື່ນ​ຕົກໃຈ ແຕ່​ກໍ​ມີ​ຄວາມສຸກ​ແລະ​ໄດ້​ບົດຮຽນ​ຫຼາຍ​ຢ່າງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ເຮົາ​ໄດ້​ຮຽນ​ຈາກ​ຄູ​ຜູ້​ຍິ່ງໃຫຍ່​ຕະຫຼອດ​ຊີວິດ​ຂອງ​ເຮົາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ຫ19 ກໍລະກົດ ໜ້າ 25-29
ມານເຟຣດ ແລະ​ເກວ​ໂທນັກ​ໃນ​ມື້​ແຕ່ງ​ດອງ

ເລື່ອງ​ຊີວິດ​ຈິງ

ພະ​ເຢໂຫວາ​ອວຍ​ພອນ​ຂ້ອຍ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຄາດ​ຄິດ

ເລົ່າ​ໂດຍ ມານເຟຣດ ໂທນັກ

‘ຂ້ອຍ​ໜ້າ​ຈະ​ເປັນ​ໄພໂອເນຍ ແຕ່​ຂ້ອຍ​ກໍ​ສົງໄສ​ວ່າ​ການ​ເປັນ​ໄພໂອເນຍ​ມັນ​ເປັນ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ​ແທ້ໆຫວາ. ຂ້ອຍ​ມັກ​ວຽກ​ທີ່​ເຮັດ​ໃນ​ເຢຍລະມັນ​ຫຼາຍ ມັນ​ເປັນ​ວຽກ​ບໍລິຫານ​ຈັດ​ສົ່ງ​ອາຫານ​ໄປ​ບ່ອນ​ຕ່າງໆໃນ​ອາຝຼິກກາ​ເຊັ່ນ: ດາ​ເອັດ​ສະ​ລາມ ເອລິຊາເບດວິວ ແລະ​ອັດ​ສະ​ມາຣາ. ຂ້ອຍ​ບໍ່​ເຄີຍ​ຄິດ​ເລີຍ​ວ່າ ມື້​ໜຶ່ງ​ຈະ​ໄດ້​ມາ​ຮັບໃຊ້​ເຕັມ​ເວລາ​ຢູ່​ປະເທດ​ເຫຼົ່າ​ນັ້ນ ແລະ​ບ່ອນ​ອື່ນໆທົ່ວ​ອາຝຼິກກາ!’

ໃນ​ທີ່​ສຸດ ຂ້ອຍ​ກໍ​ເລີ່ມ​ເປັນ​ໄພໂອເນຍ ແລ້ວ​ຊີວິດ​ຂ້ອຍ​ກໍ​ປ່ຽນ​ໄປ​ໃນ​ແບບ​ທີ່​ຂ້ອຍ​ຄິດ​ບໍ່​ເຖິງ. (ເອເຟ. 3:20) ເຈົ້າ​ອາດ​ຈະ​ສົງໄສ​ວ່າ​ສິ່ງ​ນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ. ດຽວ​ຂ້ອຍ​ຈະ​ເລົ່າ​ຕັ້ງ​ແຕ່​ຕອນ​ທຳອິດ​ໃຫ້​ຟັງ​ເດີ້.

ຂ້ອຍ​ເກີດ​ຢູ່​ເມືອງ​ແບັກແລັງ ປະເທດ​ເຢຍລະມັນ​ໃນ​ປີ 1939 ບໍ່​ເທົ່າ​ໃດ​ເດືອນ​ຫຼັງ​ຈາກ​ທີ່​ສົງຄາມ​ໂລກ​ຄັ້ງ​ທີ II ເລີ່ມ​ຕົ້ນ​ຂຶ້ນ. ເມື່ອ​ສົງຄາມ​ໃກ້​ຈະ​ສິ້ນ​ສຸດ​ລົງ​ໃນ​ປີ 1945 ເມືອງ​ແບັກແລັງ​ກໍ​ໄດ້​ຖືກ​ໂຈມຕີ​ທາງ​ອາກາດ​ຢ່າງ​ໜັກ. ມີ​ເທື່ອ​ໜຶ່ງ​ທີ່​ບ້ານ​ເຮົາ​ຖືກ​ໂຈມຕີ​ທາງ​ອາກາດ ເຮືອນ​ຂອງ​ເຮົາ​ໄດ້​ຖືກ​ລະເບີດ ແລະ​ຄອບຄົວ​ເຮົາ​ໄດ້​ແລ່ນ​ເຂົ້າ​ໄປ​ບ່ອນ​ລີ້​ໄພ. ຫຼັງ​ຈາກ​ນັ້ນ​ເພື່ອ​ຄວາມ​ປອດໄພ ພວກ​ເຮົາ​ກໍ​ໜີ​ໄປ​ເມືອງ​ແອຟູດ​ເຊິ່ງ​ເປັນ​ບ້ານ​ເກີດ​ຂອງ​ແມ່​ຂ້ອຍ.

ມານເຟຣດ ໂທນັກ​ກັບ​ພໍ່​ແມ່​ແລະ​ນ້ອງ​ສາວ​ຢູ່​ເຢຍລະມັນ ປະມານ​ປີ 1950

ກັບ​ພໍ່​ແມ່​ແລະ​ນ້ອງ​ສາວ​ໃນ​ເຢຍລະມັນ​ປະມານ​ປີ 1950

ແມ່​ຂອງ​ຂ້ອຍ​ເປັນ​ຄົນ​ທີ່​ສະແຫວງ​ຫາ​ຄວາມ​ຈິງ. ລາວ​ເລີຍ​ອ່ານ​ປຶ້ມ​ຫຼາຍ​ຢ່າງ​ທີ່​ຂຽນ​ໂດຍ​ນັກ​ປັດຊະຍາ​ແລະ​ຄົ້ນ​ຄວ້າ​ກ່ຽວ​ກັບ​ສາສະໜາ​ຕ່າງໆ ແຕ່​ກໍ​ຍັງ​ຮູ້ສຶກ​ບໍ່​ຈຸ​ໃຈ​ເທື່ອ. ປະມານ​ປີ 1948 ມີ​ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ມາ​ເຮືອນ​ເຮົາ ແມ່​ໄດ້​ເຊີນ​ເຂົາ​ເຈົ້າ​ເຂົ້າ​ມາ​ແລ້ວ​ກໍ​ຖາມ​ຫຼາຍ​ຢ່າງ. ບໍ່​ຮອດ​ຊົ່ວ​ໂມງ ແມ່​ກໍ​ບອກ​ຂ້ອຍ​ກັບ​ນ້ອງ​ສາວ​ວ່າ “ແມ່​ພົບ​ຄວາມ​ຈິງ​ແລ້ວ!” ບໍ່​ດົນ​ຫຼັງ​ຈາກ​ນັ້ນ ແມ່ ນ້ອງ​ສາວ​ແລະ​ຂ້ອຍ​ກໍ​ເລີ່ມ​ໄປ​ປະຊຸມ​ຢູ່​ເມືອງ​ແອຟູດ.

ໃນ​ປີ 1950 ພວກ​ເຮົາ​ຍ້າຍ​ກັບ​ໄປ​ເມືອງ​ແບັກແລັງ ແລະ​ກໍ​ໄປ​ປະຊຸມ​ຢູ່​ປະຊາຄົມ​ຄອຍ​ສະ​ບາກ. ຫຼັງ​ຈາກ​ນັ້ນ​ກໍຍ້າຍ​ບ້ານ​ອີກ​ແຕ່​ຍັງ​ຢູ່​ໃນ​ແບັກແລັງ ພວກ​ເຮົາ​ເລີຍ​ໄປ​ປະຊຸມ​ຢູ່​ປະຊາຄົມ​ແທມເປິນໂຮບ. ໃນ​ທີ່​ສຸດ​ແມ່​ຂ້ອຍ​ກໍ​ຮັບ​ບັບເຕມາ ແຕ່​ຂ້ອຍ​ຍັງ​ຮູ້ສຶກ​ບໍ່​ພ້ອມ. ເຈົ້າ​ຢາກ​ຮູ້​ບໍ​ວ່າ​ຍ້ອນ​ຫຍັງ?

ເອົາ​ຊະນະ​ນິດໄສ​ຂີ້​ອາຍ

ຂ້ອຍ​ບໍ່​ຄ່ອຍ​ກ້າວ​ໜ້າ​ປານ​ໃດ​ເພາະ​ຂ້ອຍ​ເປັນ​ຄົນ​ຂີ້​ອາຍ. ເຖິງ​ຂ້ອຍ​ຈະ​ໄປ​ປະກາດ 2 ປີ​ແລ້ວ ແຕ່​ຂ້ອຍ​ບໍ່​ເຄີຍ​ລົມ​ກັບ​ຜູ້​ຄົນ. ແຕ່​ຫຼາຍ​ຢ່າງ​ກໍ​ປ່ຽນ​ໄປ​ເມື່ອ​ຂ້ອຍ​ໃຊ້​ເວລາ​ຢູ່​ກັບ​ພີ່​ນ້ອງ​ທີ່​ກ້າຫານ​ແລະ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ. ພີ່​ນ້ອງ​ບາງ​ຄົນ​ເຄີຍ​ຢູ່​ຄ້າຍ​ກັກ​ຂັງ​ນາຊີ​ແລະ​ບາງ​ຄົນ​ເຄີຍ​ຕິດ​ຄຸກ​ຢູ່​ເຢຍລະມັນ​ຕາເວັນ​ອອກ. ສ່ວນ​ຄົນ​ອື່ນໆກໍ​ຍອມ​ສ່ຽງ​ທີ່​ຈະ​ຖືກ​ຈັບ​ເພາະ​ລັກ​ເອົາ​ໜັງສື​ເຂົ້າ​ໃນ​ໄປ​ໃນ​ເຢຍລະມັນ​ຕາເວັນ​ອອກ. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ປະທັບ​ໃຈ​ຫຼາຍ ຂ້ອຍ​ຄິດ​ວ່າ​ຖ້າ​ເຂົາ​ເຈົ້າ​ຍ່ອມ​ສ່ຽງ​ທີ່​ຈະ​ຕິດ​ຄຸກ​ເພື່ອ​ພະ​ເຢໂຫວາ​ແລະ​ພີ່​ນ້ອງ ຂ້ອຍ​ກໍ​ຄວນ​ເຊົາ​ອາຍ​ໄດ້​ແລ້ວ.

ຂ້ອຍ​ເລີ່ມ​ເອົາ​ຊະນະ​ນິດໄສ​ຂີ້​ອາຍ​ຕອນ​ທີ່​ເຂົ້າ​ຮ່ວມ​ໂຄງການ​ການ​ປະກາດ​ພິເສດ​ໃນ​ປີ 1955. ໃນ​ຈົດ​ໝາຍ​ທີ່​ພິມ​ໃນ​ໃບ​ແຈ້ງ​ຂ່າວa ພີ່​ນ້ອງ​ນາທານ ນໍ ປະກາດ​ວ່າ ນີ້​ເປັນ​ໜຶ່ງ​ໃນ​ໂຄງການ​ທີ່​ໃຫຍ່​ທີ່​ສຸດ​ທີ່​ອົງການ​ເຄີຍ​ຈັດ​ຂຶ້ນ​ມາ. ລາວ​ເວົ້າ​ວ່າ ຖ້າ​ຜູ້​ປະກາດ​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ໂຄງການ​ນີ້ “ມັນ​ຈະ​ເປັນ​ເດືອນ​ທີ່​ດີ​ທີ່​ສຸດ​ຂອງ​ວຽກ​ປະກາດ​ເທົ່າ​ທີ່​ເຄີຍ​ເຮັດ​ມາ” ແລະ​ມັນ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ! ບໍ່​ດົນ​ຫຼັງ​ຈາກ​ການ​ປະກາດ​ພິເສດ​ເທື່ອ​ນັ້ນ ຂ້ອຍ​ກໍ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ ແລະ​ໃນ​ປີ 1956 ຂ້ອຍ​ກໍ​ຮັບ​ບັບເຕມາ​ພ້ອມ​ກັບ​ພໍ່​ແລະ​ນ້ອງ​ສາວ​ຂອງ​ຂ້ອຍ. ແຕ່​ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ມີ​ເລື່ອງ​ສຳຄັນ​ທີ່​ຕ້ອງ​ຕັດສິນ​ໃຈ​ໃນ​ຊີວິດ.

ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ຂ້ອຍ​ຮູ້​ວ່າ​ຂ້ອຍ​ຄວນ​ເລີ່ມ​ເປັນ​ໄພໂອເນຍ ແຕ່​ກໍ​ຄິດ​ວ່າ​ເອົາ​ໄວ້​ເທື່ອ​ໜ້າ​ຄ່ອຍ​ເປັນ​ກໍ​ໄດ້. ທຳອິດ ຂ້ອຍ​ຕັດສິນ​ໃຈ​ໄປ​ຮຽນ​ຢູ່​ແບັກແລັງ​ກ່ຽວ​ກັບ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ສິນ​ຄ້າ​ຕ່າງ​ປະເທດ. ຈາກ​ນັ້ນ ຂ້ອຍ​ກໍ​ຢາກ​ເຮັດ​ວຽກ​ຕາມ​ທີ່​ໄດ້​ຮຽນ​ມາ​ເພື່ອ​ຈະ​ມີ​ປະສົບການ​ຫຼາຍໆແລ້ວ​ຈຶ່ງ​ເລີ່ມ​ເປັນ​ໄພໂອເນຍ. ໃນ​ປີ 1961 ຂ້ອຍ​ໄດ້​ໄປ​ເຮັດ​ວຽກ​ຢູ່​ຮາມ​ບວກ​ເຊິ່ງ​ເປັນ​ເມືອງ​ໃຫຍ່​ທີ່​ສຸດ​ໃນ​ບັນດາ​ເມືອງ​ທີ່​ມີ​ທ່າ​ເຮືອ​ໃນ​ເຢຍລະມັນ ເມື່ອ​ຂ້ອຍ​ເຮັດ​ວຽກ​ນີ້ ຂ້ອຍ​ກໍ​ແຮ່ງ​ມັກ​ມັນ​ຫຼາຍ​ຂຶ້ນ​ຈົນ​ເລື່ອນ​ການ​ເປັນ​ໄພໂອເນຍ. ແລ້ວ​ຂ້ອຍ​ຈະ​ເຮັດ​ແນວ​ໃດ?

ຂ້ອຍ​ຢາກ​ຂອບໃຈ​ພະ​ເຢໂຫວາ​ທີ່​ໃຊ້​ພີ່​ນ້ອງ​ທີ່​ໜ້າ​ຮັກ​ມາ​ຊ່ວຍ​ຂ້ອຍ​ໃຫ້​ເຂົ້າ​ໃຈ​ວ່າ ການ​ຮັບໃຊ້​ພະອົງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ໝູ່​ຂອງ​ຂ້ອຍ​ຫຼາຍ​ຄົນ​ເລີ່ມ​ເປັນ​ໄພໂອເນຍ​ແລະ​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ຂ້ອຍ. ນອກ​ຈາກ​ນັ້ນ ພີ່​ນ້ອງ​ເອຣິກ​ມັນ ເຊິ່ງ​ລອດ​ຊີວິດ​ຈາກ​ຄ້າຍ​ກັກ​ຂັງ​ກໍ​ໃຫ້​ກຳລັງ​ໃຈ​ຂ້ອຍ​ທີ່​ຈະ​ວາງໃຈ​ໃນ​ພະ​ເຢໂຫວາ. ລາວ​ບອກ​ວ່າ​ຕອນ​ຢູ່​ໃນ​ຄ້າຍ​ກັກ​ຂັງ ພີ່​ນ້ອງ​ທີ່​ໄວ້​ວາງໃຈ​ຕົວ​ເອງ​ໃນ​ທີ່​ສຸດ​ຄວາມ​ເຊື່ອ​ກໍ​ອ່ອນແອ ແຕ່​ຜູ້​ທີ່​ວາງໃຈ​ພະ​ເຢໂຫວາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ໄດ້ ແລະ​ເປັນ​ເສົາ​ຫຼັກ​ຂອງ​ປະຊາຄົມ.

ມານເຟຣດ ໂທນັກ ປະມານ​ປີ​1963

ຕອນ​ທີ່​ຂ້ອຍ​ເລີ່ມ​ເປັນ​ໄພໂອເນຍ​ໃນ​ປີ 1963

ນອກ​ຈາກ​ນັ້ນ ພີ່​ນ້ອງ​ມາຕິນ ເພີດຊິງເກີ​ເຊິ່ງ​ຕໍ່​ມາ​ໄດ້​ເປັນ​ຄະນະ​ກຳມະການ​ປົກຄອງ​ກໍ​ໃຫ້​ກຳລັງ​ພີ່​ນ້ອງ​ຄົນ​ອື່ນໆສະເໝີ ໂດຍ​ບອກ​ວ່າ: “ຄວາມ​ກ້າຫານ​ເປັນ​ຄື​ກັບ​ຊັບ​ທີ່​ມີ​ຄ່າ​ທີ່​ສຸດ​ທີ່​ເຮົາ​ຄວນ​ເກັບ​ໄວ້!” ຫຼັງ​ຈາກ​ທີ່​ຄິດ​ຕຶກຕອງ​ກ່ຽວ​ກັບ​ຄຳ​ເວົ້າ​ນັ້ນ ຂ້ອຍ​ກໍ​ລາ​ອອກ​ຈາກ​ວຽກ ແລະ​ເລີ່ມ​ເປັນ​ໄພໂອເນຍ​ໃນ​ເດືອນ​ມິຖຸນາ ປີ 1963. ນັ້ນ​ເປັນ​ການ​ຕັດສິນ​ໃຈ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ! ສອງ​ເດືອນ​ຕໍ່​ມາ ຂ້ອຍ​ກໍ​ໄດ້​ຖືກ​ເຊີນ​ໃຫ້​ເປັນ​ໄພໂອເນຍ​ພິເສດ ເຊິ່ງ​ຕອນ​ນັ້ນ​ຂ້ອຍ​ບໍ່​ທັນ​ໄດ້​ຊອກ​ວຽກ​ເຮັດ​ຊ້ຳ ແລະ​ບໍ່​ເທົ່າ​ໃດ​ປີ ພະ​ເຢໂຫວາ​ກໍ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຄິດ​ບໍ່​ເຖິງ ຂ້ອຍ​ຖືກ​ເຊີນ​ເຂົ້າ​ໂຮງ​ຮຽນ​ກິລຽດ ລຸ້ນ​ທີ 44.

ໄດ້​ບົດຮຽນ​ທີ່​ລ້ຳ​ຄ່າ​ຢູ່​ກິລຽດ

ສິ່ງ​ສຳຄັນ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ຂ້ອຍ​ໄດ້​ຮຽນ​ຈາກ​ພີ່​ນ້ອງ​ນາທານ ນໍ ແລະ​ພີ່​ນ້ອງ​ໄລແມນ ສະວິງໂກ​ກໍ​ຄື “ຢ່າ​ຍອມ​ແພ້​ຕໍ່​ວຽກ​ມອບ​ໝາຍ​ຂອງ​ເຈົ້າ​ໄວ​ເກີນ​ໄປ.” ເຂົາ​ເຈົ້າ​ສະໜັບສະໜຸນ​ເຮົາ​ໃຫ້​ເຮັດ​ວຽກ​ຮັບໃຊ້​ຕໍ່​ໄປ​ເຖິງ​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ. ພີ່​ນ້ອງ​ນໍ ຖາມ​ວ່າ: “ເຈົ້າ​ຈະ​ເບິ່ງ​ຫຍັງ? ຄວາມ​ເປິ​ເປື້ອນ ແມງ​ໄມ້​ແລະ​ຄວາມ​ທຸກ​ຍາກ​ເບາະ? ຫຼື​ເຈົ້າ​ຈະ​ເບິ່ງ​ຕົ້ນ​ໄມ້ ດອກ​ໄມ້ ແລະ​ໃບ​ໜ້າ​ທີ່​ມີ​ຄວາມ​ສຸກ? ເຈົ້າ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຮັກ​ຜູ້​ຄົນ! ມື້​ໜຶ່ງ ພີ່​ນ້ອງ​ສະວິງໂກ​ອະທິບາຍ​ດ້ວຍ​ນ້ຳ​ຕາ​ຊຶມ​ປໍ້​ແລະ​ສະອື້ນ​ວ່າ​ເປັນ​ຫຍັງ​ພີ່​ນ້ອງ​ບາງ​ຄົນ​ຈຶ່ງ​ຍອມ​ແພ້​ຕໍ່​ວຽກ​ມອບ​ໝາຍ​ຢ່າງ​ໄວ​ວາ. ເຫດການ​ນັ້ນ​ມັນ​ເຮັດ​ໃຫ້​ຂ້ອຍ​ປະທັບ​ໃຈ​ຫຼາຍ ແລະ​ຢາກ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ບໍ່​ເຮັດ​ໃຫ້​ພະ​ເຍຊູ​ແລະ​ພີ່​ນ້ອງ​ທີ່​ສັດ​ຊື່​ຕ້ອງ​ຜິດ​ຫວັງ.”—ມັດ. 25:40

ມານເຟຣດ ໂທນັກ, ຄລອດ ລິນຊີ ແລະ​ຮາຍຣິກ ເດັນບຸດໂຊ ຕອນ​ທີ່​ເປັນ​ມິດຊັນນາລີ​ຢູ່​ເມືອງ​ລູບຸມບາຊີ​ຂອງ​ປະເທດ​ກົງໂກ​ປີ 1967

ຂ້ອຍ ຄລັອດ ແລະ​ຮາຍຣິກ​ໃນ​ວຽກ​ມອບ​ໝາຍ​ມິດຊັນນາລີ​ຢູ່​ເມືອງ​ລູບຸມບາຊີ ປະເທດ​ກົງໂກ​ໃນ​ປີ 1967

ຕອນ​ທີ່​ພວກ​ເຮົາ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ເຂດ​ອື່ນ ສະມາຊິກ​ເບເທນ​ບາງ​ຄົນ​ຢາກ​ຮູ້​ຈຶ່ງ​ມາ​ຖາມ​ພວກ​ເຮົາ​ວ່າ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ໄປ​ບ່ອນ​ໃດ​ແດ່. ເມື່ອ​ໝູ່​ຂອງ​ຂ້ອຍ​ບອກ​ວ່າ​ໄດ້​ໄປ​ບ່ອນ​ໃດ ສະມາຊິກ​ເບເທນ​ກໍເວົ້າ​ກ່ຽວ​ກັບ​ເລື່ອງ​ດີໆຂອງ​ປະເທດ​ນັ້ນ ແຕ່​ເມື່ອ​ຮອດ​ທີ່​ຂ້ອຍ​ເວົ້າ ຂ້ອຍ​ບອກ​ວ່າ: “ກົງໂກ (ກິນ​ຊາ​ຊາ).” ເຂົາ​ເຈົ້າ​ກໍ​ຢຸດ​ໄປ​ບຶດ​ໜຶ່ງ​ແລ້ວ​ບອກ​ວ່າ: “ໂອ້ ກົງໂກ​ພຸ້ນ​ຫວາ ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເດີ້!” ໃນ​ຕອນ​ນັ້ນ ກົງໂກ (ກິນ​ຊາ​ຊາ) ມີ​ແຕ່​ຂ່າວ​ເລື່ອງ​ສົງຄາມ ອາ​ຊະ​ຍາ​ກຳ ແລະ​ການ​ລອບ​ສັງຫານ. ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ ຂ້ອຍ​ກໍ​ພະຍາຍາມ​ຄິດ​ເຖິງ​ສິ່ງ​ທີ່​ໄດ້​ຮຽນ​ໃນ​ກິລຽດ. ບໍ່​ດົນ​ຫຼັງ​ຈາກ​ຈົບ​ການ​ຮຽນ​ເດືອນ​ກັນ​ຍາ ປີ 1967 ຂ້ອຍ​ກັບ​ຮາຍຣິກ ເດັນບຸດໂຊ ແລະ​ຄລອດ ລິນຊີ​ກໍ​ເດີນ​ທາງ​ໄປ​ທີ່​ກິນ​ຊາ​ຊາ​ເມືອງ​ຫຼວງ​ຂອງ​ກົງໂກ.

ການ​ຝຶກ​ອົບຮົມ​ທີ່​ດີ​ເລີດ​ສຳລັບ​ມິດຊັນນາລີ

ເມື່ອ​ມາ​ຮອດ​ກິນ​ຊາ​ຊາ ພວກ​ເຮົາ​ກໍ​ໄດ້​ຮຽນ​ພາສາ​ຝຣັ່ງ 3 ເດືອນ. ຈາກ​ນັ້ນ ພວກ​ເຮົາ​ກໍ​ຂີ່​ຍົນ​ໄປ​ເມືອງ​ລູບຸມບາຊີ​ເຊິ່ງ​ກ່ອນ​ໜ້າ​ນັ້ນ​ມີ​ຊື່​ວ່າ ເອລິຊາເບດວິວ ທີ່​ຢູ່​ທາງ​ໃຕ້​ສຸດ​ຂອງ​ກົງ​ໂກໃກ້​ກັບ​ຊາຍ​ແດນ​ຊຳ​ບີ. ພວກ​ເຮົາ​ຍ້າຍ​ໄປ​ເຮືອນ​ມິດຊັນນາລີ​ທີ່​ຢູ່​ໃຈ​ກາງ​ເມືອງ.

ເນື່ອງ​ຈາກ​ເຂດ​ໃນ​ເມືອງ​ລູບຸມບາຊີ​ສ່ວນ​ໃຫຍ່​ຍັງ​ບໍ່​ມີ​ໃຜ​ໄປ​ປະກາດ ພວກ​ເຮົາ​ກໍ​ເລີຍ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ໄດ້​ພົບ​ຜູ້​ຄົນ​ທີ່​ບໍ່​ເຄີຍ​ໄດ້​ຍິນ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ບໍ່​ດົນ​ພວກ​ເຮົາ​ກໍ​ມີ​ນັກ​ສຶກສາ​ຫຼາຍ​ຈົນ​ສຶກສາ​ບໍ່​ໄຫວ. ພວກ​ເຮົາ​ຍັງ​ໄດ້​ປະກາດ​ກັບ​ຕຳຫຼວດ ແລະ​ເຈົ້າ​ໜ້າ​ທີ່​ຫຼາຍ​ຄົນ​ທີ່​ເຮັດ​ວຽກ​ກັບ​ລັດຖະບານ. ຫຼາຍ​ຄົນ​ນັບຖື​ຄຳພີ​ໄບເບິນ​ແລະ​ວຽກ​ຂອງ​ເຮົາ. ຜູ້​ຄົນ​ສ່ວນ​ຫຼາຍ​ເວົ້າ​ພາສາ​ສະ​ວາ​ຮິ​ລີ ຂ້ອຍ​ກັບ​ຄລອດ​ກໍ​ໄດ້​ຮຽນ​ພາສາ​ນັ້ນ​ນຳ ແລະ​ບໍ່​ດົນ ພວກ​ເຮົາ​ກໍ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຢູ່​ປະຊາຄົມ​ພາສາ​ສະວາຮິລີ.

ເຖິງ​ວ່າ​ພວກ​ເຮົາ​ຈະ​ມີ​ປະສົບການ​ດີໆຫຼາຍ​ຢ່າງ ແຕ່​ກໍ​ຍັງ​ປະສົບ​ບັນຫາ. ຫຼາຍ​ເທື່ອ​ເຮົາ​ຕ້ອງ​ເຈິ​ກັບ​ທະຫານ​ເມົາ​ເຫຼົ້າ​ທີ່​ມີ​ປືນ​ແລະ​ພວກ​ຕຳຫຼວດ​ທີ່​ມັກ​ຫາ​ເລື່ອງ​ວ່າ​ພວກ​ເຮົາ​ເຮັດ​ຜິດ. ມີ​ເທື່ອ​ໜຶ່ງ ຕຳຫຼວດ​ຫຼາຍ​ຄົນ​ຖື​ປືນ​ເຂົ້າ​ມາ​ບຸກ​ເຮືອນ​ຂອງ​ມິດຊັນນາລີ​ຕອນ​ທີ່​ປະຊຸມ​ຢູ່ ແລະ​ພາ​ພວກ​ເຮົາ​ໄປ​ຫ້ອງ​ການ​ຕຳຫຼວດ ຈາກ​ນັ້ນ​ກໍ​ບອກ​ໃຫ້​ນັ່ງ​ຢູ່​ພື້ນ​ຈົນ​ຮອດ 10 ໂມງ​ແລງ​ກ່ອນ​ທີ່​ຈະ​ປ່ອຍ​ໃຫ້​ພວກ​ເຮົາ​ໄປ.

ໃນ​ປີ 1969 ຂ້ອຍ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ຜູ້​ດູ​ແລ​ໝວດ. ໃນ​ການ​ເດີນ​ໝວດ​ນັ້ນ ບາງ​ເທື່ອ​ຂ້ອຍ​ຕ້ອງ​ຍ່າງ​ໄກ​ຫຼາຍ​ແລະ​ຍ່າງ​ຜ່ານ​ທາງ​ທີ່​ເປັນ​ຂີ້​ຕົມ​ແລະ​ຫຍ້າ​ສູງ​ເຊິ່ງ​ເປັນ​ເລື່ອງ​ປົກກະຕິ​ໃນ​ອາຝຼິກກາ. ຢູ່​ເຮືອນ​ຫຼັງ​ໜຶ່ງ ມີ​ໄກ່​ໂຕ​ແມ່​ທີ່​ມັກ​ພາ​ລູກ​ຂອງ​ມັນ​ມາ​ນອນ​ຢູ່​ກ້ອງ​ຕຽງ​ຂອງ​ຂ້ອຍ​ຕອນ​ຄ່ຳ ຂ້ອຍ​ບໍ່​ເຄີຍ​ລືມ​ເລີຍ​ວ່າ​ມັນ​ປຸກ​ຂ້ອຍ​ດ້ວຍ​ສຽງ​ບັກ​ດັງໆຕັ້ງ​ແຕ່​ເຊົ້າໆທ້ອງຟ້າ​ກໍ​ຍັງ​ມືດ​ຢູ່. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ຄິດ​ເຖິງ​ຕອນ​ທີ່​ນັ່ງ​ອ້ອມ​ຮອບ​ກອງ​ໄຟ​ແລະ​ໄດ້​ລົມ​ກັບ​ພີ່​ນ້ອງ​ເລື່ອງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ.

ບັນຫາ​ທີ່​ໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ກໍ​ຄື ການ​ຮັບ​ມື​ກັບ​ຄົນ​ທີ່​ປອມ​ຕົວ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ເຊິ່ງ​ແທ້ໆແລ້ວ​ເຂົາ​ເຈົ້າ​ເປັນ​ສະມາຊິກ​ກຸ່ມ​ຄິທາວາລະ.bບາງ​ຄົນ​ໃນ​ກຸ່ມ​ນີ້​ໄດ້​ຮັບ​ບັບເຕມາ​ແລະ​ເຖິງ​ຂັ້ນ​ເປັນ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ ແຕ່​ຄົນ​ເຫຼົ່າ​ນີ້​ເປັນ​ຄື “ກັບ​ຫີນ​ແກ້ງ” ເຂົາ​ເຈົ້າ​ບໍ່​ສາມາດ​ຫຼອກ​ລວງ​ພີ່ນ້ອງ​ທີ່​ສັດ​ຊື່​ຂອງ​ເຮົາ​ໄດ້. (ຢູເດ 12) ໃນ​ທີ່​ສຸດ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຄົນ​ເຫຼົ່າ​ນີ້​ອອກ​ໄປ​ຈາກ​ປະຊາຄົມ ຫຼັງ​ຈາກ​ນັ້ນ ກໍມີ​ຜູ້​ຄົນ​ທີ່​ເຂົ້າ​ມາ​ໃນ​ຄວາມ​ຈິງ​ເພີ່ມ​ຂຶ້ນ​ຢ່າງ​ໜ້າ​ງຶດງໍ້.

ໃນ​ປີ 1971 ຂ້ອຍ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ຢູ່​ສຳນັກງານ​ສາຂາ​ໃນ​ກິນ​ຊາ​ຊາ ຂ້ອຍ​ເບິ່ງ​ແຍງ​ວຽກ​ຫຼາຍ​ຢ່າງ​ເຊັ່ນ: ຕອບ​ຈົດ​ໝາຍ ສັ່ງ​ໜັງສື ແລະ​ເລື່ອງ​ອື່ນໆກ່ຽວ​ກັບ​ວຽກ​ຮັບໃຊ້. ຢູ່​ເບເທນ ຂ້ອຍ​ຮຽນ​ຮູ້​ວິທີ​ທີ່​ຈະ​ຈັດ​ລະບຽບ​ວຽກ​ຮັບໃຊ້​ໃນ​ປະເທດ​ທີ່​ກວ້າງ​ໃຫຍ່​ເຊິ່ງ​ມີ​ພື້ນຖານ​ໂຄງ​ລ່າງ​ບໍ່​ຄ່ອຍ​ດີ​ປານ​ໃດ. ຫຼາຍ​ເທື່ອ ພວກ​ເຮົາ​ໄດ້​ສົ່ງ​ຈົດ​ໝາຍ​ທາງ​ຍົນ ເຊິ່ງ​ຕ້ອງ​ໃຊ້​ເວລາ​ຫຼາຍ​ເດືອນ​ກວ່າ​ຈະ​ຮອດ​ປະຊາຄົມ​ຕ່າງໆ. ປົກກະຕິ​ແລ້ວ ໄປສະນີ​ຈະ​ເອົາ​ຈົດ​ໝາຍ​ຈາກ​ຍົນ​ໃສ່​ໃນ​ເຮືອ ແຕ່​ເຮືອ​ກໍ​ຈະ​ໄປ​ຕິດ​ຢູ່​ກໍ​ຜັກ​ຕົບ​ຫຼາຍ​ອາທິດ. ເຖິງ​ວ່າ​ຈະ​ມີ​ບັນຫາ​ເຫຼົ່າ​ນີ້​ແລະ​ບັນຫາ​ອື່ນໆ ແຕ່​ວຽກ​ກໍ​ປະສົບ​ຜົນ​ສຳເລັດ.

ຂ້ອຍ​ງຶດ​ຂະໜາດ​ທີ່​ເຫັນ​ພີ່​ນ້ອງ​ໃນ​ກົງໂກ​ສາມາດ​ຈັດການ​ປະຊຸມ​ໃຫຍ່​ໄດ້​ເຖິງ​ວ່າ​ຈະ​ບໍ່​ມີ​ເງິນ​ຫຼາຍ. ເຂົາ​ເຈົ້າ​ໄດ້​ຂຸດ​ໂພນ​ປວກ​ເພື່ອ​ຈະ​ເຮັດ​ເປັນ​ເວທີ ໃຊ້​ຫຍ້າ​ເຮັດ​ເປັນ​ຝາ​ກັ້ນ​ແລະ​ຍັງ​ເອົາ​ມາ​ມ້ວນ​ເຂົ້າ​ກັນ​ເພື່ອ​ຈະ​ເຮັດ​ບ່ອນ​ນັ່ງ. ເຂົາ​ເຈົ້າ​ຕັດ​ໄມ້​ໄຜ່​ມາ​ເຮັດ​ເສົາ ເຮັດ​ໂຕະ​ແລະ​ເອົາ​ມາ​ສານ​ເປັນ​ສາດ​ເພື່ອ​ມຸງ​ຫຼັງ​ຄາ. ເນື່ອງ​ຈາກ​ບໍ່​ມີ​ເຫຼັກ​ຕະປູ ເຂົາ​ເຈົ້າ​ຈຶ່ງ​ຕັດ​ໄມ້​ນ້ອຍ​ມາ​ເຮັດ​ເປັນ​ເຫຼັກ​ຕະປູ​ແທນ. ຂ້ອຍ​ປະທັບ​ໃຈ​ຫຼາຍ​ທີ່​ເຫັນ​ຄວາມ​ຄິດ​ສ້າງ​ສັນ​ຂອງ​ພີ່​ນ້ອງ​ໃນ​ການ​ແກ້ໄຂ​ບັນຫາ. ຂ້ອຍ​ຮັກ​ເຂົາ​ເຈົ້າ​ຫຼາຍ. ຂ້ອຍ​ຄິດ​ຮອດ​ເຂົາ​ເຈົ້າ​ແທ້ໆຕອນ​ທີ່​ຕ້ອງ​ຍ້າຍ​ໄປ​ວຽກ​ມອບ​ໝາຍ​ໃໝ່!

ຮັບໃຊ້​ຢູ່​ເກນ​ຢາ

ໃນ​ປີ 1974 ຂ້ອຍ​ຍ້າຍ​ໄປ​ເຮັດ​ວຽກ​ຢູ່​ສຳນັກງານ​ສາຂາ​ໃນ​ເມືອງ​ແນ​ໂຣ​ບີ ປະເທດ​ເກນ​ຢາ. ມີ​ຫຼາຍ​ຢ່າງ​ທີ່​ເຮົາ​ຕ້ອງ​ເຮັດ​ເພາະ​ສາຂາ​ເກນ​ຢາ​ເບິ່ງ​ແຍງ​ວຽກ​ປະກາດ​ໃນ​ອີກ 10 ປະເທດ ແລະ​ບາງ​ປະເທດ​ວຽກ​ຂອງ​ເຮົາ​ກໍ​ຖືກ​ສັ່ງ​ຫ້າມ. ຂ້ອຍ​ຖືກ​ສົ່ງ​ໄປ​ຢາມ​ປະເທດ​ທີ່​ຖືກ​ສັ່ງ​ຫ້າມ​ເລື້ອຍໆ ໂດຍ​ສະເພາະ​ແມ່ນ​ປະເທດ​ເອທິໂອປີ​ເຊິ່ງ​ໃນ​ຕອນ​ນັ້ນ​ພີ່​ນ້ອງ​ຖືກ​ຂົ່ມເຫງ​ແລະ​ລຳບາກ​ຫຼາຍ. ຫຼາຍ​ຄົນ​ຖືກ​ຂົ່ມເຫງ​ຢ່າງ​ໂຫດ​ຮ້າຍ ຖືກ​ຈັບ​ຂັງ​ຄຸກ ບາງ​ຄົນ​ກໍ​ຖືກ​ຂ້າ ແຕ່​ເຂົາ​ເຈົ້າ​ກໍ​ອົດ​ທົນ​ຢ່າງ​ສັດ​ຊື່​ເພາະ​ເຂົາ​ເຈົ້າ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ.

ໃນ​ປີ 1980 ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ແຕ່ງ​ດອງ​ກັບ​ເກວ ແມັດເທີສັນ. ລາວ​ເປັນ​ຄົນ​ການາດາ ແລະ​ລາວ​ກໍ​ຢູ່​ຫ້ອງ​ດຽວ​ກັນ​ກັບ​ຂ້ອຍ​ໃນ​ໂຮງ​ຮຽນ​ກິລຽດ ພວກ​ເຮົາ​ຂຽນ​ຈົດ​ໝາຍ​ຕິດ​ຕໍ່​ຫາ​ກັນ. ເກວ​ຖືກ​ມອບ​ໝາຍ​ໃຫ້​ໄປ​ເປັນມິດຊັນນາລີ​ຢູ່​ປະເທດ​ໂບ​ລີ​ວີ. ຫຼັງ​ຈາກ 12 ປີ​ຜ່ານ​ໄປ ພວກ​ເຮົາ​ກໍ​ມາ​ພົບ​ກັນ​ອີກ​ຢູ່​ເມືອງ​ນິວຢອກ ແລະ​ບໍ່​ດົນ​ຫຼັງ​ຈາກ​ທີ່​ເຮົາ​ແຕ່ງ​ດອງ​ຢູ່​ເກນ​ຢາ. ຂ້ອຍ​ຮູ້ສຶກ​ພູມ​ໃຈ​ໃນ​ຕົວ​ເກວ​ຫຼາຍ ເພາະ​ລາວ​ມັກ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ລາວ​ສະເໝີ ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ຕົວ​ເອງ​ມີ. ຕອນ​ນີ້​ລາວ​ຍັງ​ເປັນ​ຄູ່​ຊີວິດ​ທີ່​ໜ້າ​ຮັກ ສະໜັບສະໜຸນ​ຂ້ອຍ​ສະເໝີ ແລະ​ມີ​ຄ່າ​ສຳລັບ​ຂ້ອຍ​ແທ້ໆ.

ໃນ​ປີ 1986 ຂ້ອຍ​ກັບ​ເກວ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ເປັນ​ຜູ້​ດູ​ແລ​ເດີນ​ທາງ ແລະ​ໃນ​ຕອນ​ນັ້ນ ຂ້ອຍ​ກໍ​ເປັນ​ຄະນະ​ກຳມະການ​ສາຂາ​ນຳ. ວຽກ​ຂອງ​ຜູ້​ດູ​ແລ​ເດີນ​ທາງ​ເຮັດ​ໃຫ້​ເຮົາ​ໄດ້​ເດີນ​ທາງ​ໄປ​ຫຼາຍ​ປະເທດ​ທີ່​ຢູ່​ພາຍ​ໃຕ້​ການ​ເບິ່ງ​ແຍງ​ຂອງ​ສາຂາ​ປະເທດ​ເກນ​ຢາ.

ມານເຟຣດ ໂທນັກ​ບັນລະຍາຍ​ໃນ​ການ​ປະຊຸມ​ພາກ​ຢູ່​ເມືອງ​ອັດ​ມາຣາ (ຢູ່ເອຣີເຕຣ) ປີ​1992

ບັນລະຍາຍ​ຢູ່​ການ​ປະຊຸມ​ໃຫຍ່​ໃນ​ເມືອງ​ອັດ​ສະ​ມາຣາ​ໃນ​ປີ 1992

ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ຄິດ​ເຖິງ​ຕອນ​ທີ່​ກຽມ​ການ​ປະຊຸມ​ໃຫຍ່​ໃນ​ປີ 1992 ຢູ່​ເມືອງ​ອັດ​ມາຣາ (ຢູ່ເອຣີເຕຣ) ໃນ​ຕອນ​ນັ້ນ ວຽກ​ຂອງ​ເຮົາ​ຍັງ​ບໍ່​ຖືກ​ສັ່ງ​ຫ້າມ. ພວກເຮົາ​ຊອກ​ບ່ອນ​ປະຊຸມ​ໄດ້​ແຕ່​ສາງ​ເກັບ​ເຂົ້າ​ບ່ອນ​ໜຶ່ງ ເມື່ອເບິ່ງ​ຈາກ​ທາງ​ນອກ​ແລ້ວ​ມັນ​ຂີ້​ຮ້າຍ ແຕ່​ເບິ່ງ​ທາງ​ໃນ​ກໍ​ແຮ່ງ​ຂີ້​ຮ້າຍ​ກວ່າ. ພໍ​ຮອດ​ມື້​ປະຊຸມ ຂ້ອຍ​ຮູ້ສຶກ​ງຶດ​ອີ່ຫຼີ​ທີ່​ພີ່​ນ້ອງ​ໄດ້​ປ່ຽນ​ບ່ອນ​ນັ້ນ​ໃຫ້​ສະອາດ​ງາມ​ຕາ ແລະ​ເໝາະ​ສົມ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ​ແທ້ໆ. ພີ່​ນ້ອງ​ຫຼາຍ​ຄົນ​ຊ່ວຍ​ກັນ​ເອົາ​ຜ້າ​ມາ​ຕົບ​ແຕ່ງ​ສະຖານ​ທີ່ ແລະ​ມີ​ວິທີ​ບັງ​ສິ່ງ​ຕ່າງໆທີ່​ບໍ່​ງາມ​ໄວ້​ໃຫ້​ຮຽບຮ້ອຍ. ພວກ​ເຮົາ​ປະຊຸມ​ກັນ​ຢ່າງ​ມີ​ຄວາມ​ສຸກ​ແລະ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ 1.279 ຄົນ.

ຕອນ​ທີ່​ເຮັດ​ວຽກ​ເປັນ​ຜູ້​ດູ​ແລ​ໝວດ ເຮົາ​ຕ້ອງ​ປັບ​ຕົວ​ຫຼາຍ​ຢ່າງ​ເພາະ​ບ່ອນ​ພັກ​ໃນ​ແຕ່​ລະ​ອາທິດ​ບໍ່​ຄື​ກັນ. ບາງ​ເທື່ອ​ເຮົາ​ໄດ້​ພັກ​ຢູ່​ເຮືອນ​ຫຼັງ​ໃຫຍ່​ທີ່​ຫຼູຫຼາ​ຕິດ​ທະເລ ບາງ​ເທື່ອ​ເຮົາ​ກໍ​ພັກ​ຢູ່​ຕູບ​ກຳມະກອນ ແລະ​ຫ້ອງ​ນ້ຳ​ກໍ​ຢູ່​ໄກ​ຫຼາຍ​ກວ່າ 100 ແມັດ. ແຕ່​ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ຢູ່​ບ່ອນ​ໃດ ສິ່ງ​ທີ່​ຈື່ໄດ້​ດີ​ແລະ​ມີ​ຄວາມ​ສຸກ​ກໍ​ຄື ການ​ໄປ​ຮັບໃຊ້​ໝົດ​ມື້​ກັບ​ໄພໂອເນຍ​ແລະ​ຜູ້​ປະກາດ​ທີ່​ກະຕືລືລົ້ນ. ຕໍ່​ມາ​ເຮົາ​ກໍ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່​ອີກ ແລ້ວ​ເຮົາ​ກໍ​ຕ້ອງ​ລາ​ຈາກ​ໝູ່​ທີ່​ຮັກ​ເຫຼົ່າ​ນີ້ ພວກ​ເຮົາ​ຄິດ​ຮອດ​ເຂົາ​ເຈົ້າ​ຫຼາຍ​ແທ້ໆ.

ໄດ້​ຮັບ​ພອນ​ຢ່າງ​ຫຼວງ​ຫຼາຍ​ໃນ​ເອທິໂອປີ

ໃນ​ໄລຍະ​ທ້າຍ​ປີ 1980 ຫາ​ຕົ້ນ​ປີ 1990 ວຽກ​ຂອງ​ເຮົາ​ໃນ​ຫຼາຍໆປະເທດ​ທີ່​ຢູ່​ພາຍ​ໃຕ້​ການ​ເບິ່ງ​ແຍງ​ຂອງ​ຂອງ​ສາຂາ​ເກນ​ຢາ​ໄດ້​ຮັບ​ການ​ຮັບຮອງ​ຢ່າງ​ຖືກຕ້ອງ​ຕາມ​ກົດ​ໝາຍ. ຜົນ​ກໍ​ຄື ມີ​ການ​ຕັ້ງ​ສຳນັກງານ​ສາຂາ ແລະ​ສຳນັກງານ​ປະເທດ​ຂຶ້ນ​ຢູ່​ຫຼາຍ​ບ່ອນ. ໃນ​ປີ 1993 ເຮົາ​ສອງ​ຄົນ​ໄດ້ຮັບ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ສາຂາ​ໃນ​ເມືອງ​ອັດດິດ ອາເບບາ ປະເທດ​ເອທິໂອປີ​ເຊິ່ງ​ເຮົາ​ຕ້ອງ​ເຮັດ​ວຽກ​ຢ່າງ​ລັບໆຢູ່​ຫຼາຍ​ສິບ​ປີ ແຕ່​ດຽວ​ນີ້​ວຽກ​ຂອງ​ເຮົາ​ຢູ່​ບ່ອນ​ນັ້ນ​ໃນ​ຮັບ​ການ​ຮັບຮອງ​ຕາມ​ກົດ​ໝາຍ​ແລ້ວ.

ມານເຟຣດ ແລະ​ເກວ​ໂທນັກ​ຢູ່​ປະເທດ​ເອທິໂອປີ​ໃນ​ປີ 1996

ເຮັດ​ວຽກ​ເດີນ​ໝວດ​ຢູ່​ເຂດ​ຊົນນະບົດ​ຂອງ​ເອທິໂອປີ​ໃນ​ປີ 1996

ພະ​ເຢໂຫວາ​ອວຍ​ພອນ​ວຽກ​ງານ​ໃນ​ເອທິໂອປີ. ພີ່​ນ້ອງ​ຫຼາຍ​ຄົນ​ຮັບໃຊ້​ເປັນ​ໄພໂອເນຍ ແຕ່​ລະ​ປີ​ນັບ​ຕັ້ງ​ແຕ່​ປີ 2012 ມີ​ຜູ້​ປະກາດ​ຫຼາຍ​ກວ່າ 20 ເປີເຊັນ​ທີ່​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ. ນອກ​ຈາກ​ນັ້ນ ຍັງ​ມີ​ການ​ຈັດ​ໂຮງ​ຮຽນ​ຂອງ​ອົງການ​ໃນ​ຫຼາຍ​ບ່ອນ​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ ແລະ​ມີ​ການ​ກໍ່​ສ້າງ​ຫໍ​ປະຊຸມ​ຫຼາຍ​ກວ່າ 120 ແຫ່ງ. ໃນ​ປີ 2004 ຄອບຄົວ​ເບເທນ​ໄດ້​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່ ແລະ​ໃນ​ບ່ອນ​ໃໝ່​ນັ້ນ​ກໍ​ມີ​ການ​ສ້າງ​ຫໍ​ປະຊຸມ​ໃຫຍ່​ນຳ ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ແທ້ໆ.

ຫຼາຍ​ປີ​ທີ່​ຜ່ານ​ມາ ຂ້ອຍ​ກັບ​ເກວ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ສະໜິດ​ກັບ​ພີ່​ນ້ອງ​ໃນ​ເອທິໂອປີ. ເຮົາ​ຮັກ​ເຂົາ​ເຈົ້າ​ແທ້ໆເພາະ​ເຂົາ​ເຈົ້າ​ໃຈ​ດີ​ແລະ​ໜ້າ​ຮັກ. ຕອນ​ນີ້​ເຮົາ​ກຳລັງ​ມີ​ບັນຫາ​ສຸຂະພາບ ຈຶ່ງ​ເຮັດ​ໃຫ້​ເຮົາ​ທັງ​ສອງ​ຖືກ​ມອບ​ໝາຍ​ໄປ​ຢູ່ສາຂາ​ເອີຣົບ​ກາງ. ໃນ​ບ່ອນ​ນັ້ນ​ເຮົາ​ໄດ້​ຮັບ​ການ​ເບິ່ງ​ແຍງ​ເປັນ​ຢ່າງ​ດີ ແຕ່​ເຮົາ​ກໍ​ຍັງ​ຄິດ​ຮອດ​ພີ່​ນ້ອງ​ທີ່​ຮັກ​ໃນ​ເອທິໂອປີ​ສະເໝີ.

ພະ​ເຢໂຫວາ​ເຮັດ​ໃຫ້​ເຕີບ​ໃຫຍ່

ເຮົາ​ໄດ້​ເຫັນ​ດ້ວຍ​ຕົວ​ເອງ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ວຽກ​ຂອງ​ພະອົງ​ເຕີບ​ໃຫຍ່​ແລະ​ກ້າວ​ໜ້າ​ແນວ​ໃດ. (1 ໂກ. 3:6, 9) ຕົວຢ່າງ​ເຊັ່ນ ຕອນ​ທີ່​ຂ້ອຍ​ເລີ່ມ​ປະກາດ​ກັບ​ຄົນ​ຣູອັນດາ​ທີ່​ເປັນ​ກຳມະກອນ​ໃນ​ເຂດ​ທີ່​ຂຸດ​ຄົ້ນ​ທອງແດງ​ຢູ່​ກົງໂກ ຕອນ​ນັ້ນ​ບໍ່​ມີ​ຜູ້​ປະກາດ​ໃນ​ຣູອັນດາ​ເລີຍ ແຕ່​ຕອນ​ນີ້​ມີ​ຜູ້​ປະກາດ​ຫຼາຍ​ກວ່າ 30.000 ຄົນ. ນອກ​ຈາກ​ນັ້ນ ໃນ​ປີ 1967 ມີ​ຜູ້​ປະກາດ​ຢູ່​ກົງໂກ (ກິນ​ຊາ​ຊາ) ປະມານ 6.000 ຄົນ ແຕ່​ຕອນ​ນີ້​ມີ​ປະມານ 230.000 ຄົນ ແລະ​ໃນ​ປີ 2018 ມີ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ຫຼາຍ​ກວ່າ 1 ລ້ານ​ຄົນ. ໃນ​ຫຼາຍໆປະເທດ​ທີ່​ເຄີຍ​ຢູ່​ພາຍ​ໃຕ້​ການ​ເບິ່ງ​ແຍງ​ຂອງ​ສາຂາ​ເກນ​ຢາ ມີ​ຈຳນວນ​ຜູ້​ປະກາດ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 100.000 ຄົນ.

ມານເຟຣດ ແລະ​ເກວ​ໂທນັກ​ໃນ​ປັດຈຸບັນ

ຫຼາຍ​ກວ່າ 50 ປີ​ທີ່​ຜ່ານ​ມາ ພະ​ເຢໂຫວາ​ໃຊ້​ພີ່​ນ້ອງ​ຫຼາຍ​ຄົນ​ຊ່ວຍ​ຂ້ອຍ​ໃຫ້​ເລີ່ມ​ຮັບໃຊ້​ເຕັມ​ເວລາ. ເຖິງ​ວ່າ​ຕອນ​ນີ້​ຂ້ອຍ​ຍັງ​ຂີ້​ອາຍ​ຢູ່ ແຕ່​ຂ້ອຍ​ກໍ​ໄດ້​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ພະເຢໂຫວາ. ປະສົບການ​ໃນ​ອາຝຼິກກາ​ຊ່ວຍ​ຂ້ອຍ​ໃຫ້​ຝຶກ​ຄວາມ​ອົດ​ທົນ​ແລະ​ພໍ​ໃຈ​ກັບ​ສິ່ງ​ທີ່​ຕົວ​ເອງ​ມີ. ຂ້ອຍ​ກັບ​ເກວ​ຊົມ​ເຊີຍ​ພີ່​ນ້ອງ​ທີ່​ໜ້າ​ຮັກ​ເຫຼົ່າ​ນັ້ນ​ເຊິ່ງ​ໄດ້​ສະແດງ​ນ້ຳໃຈ​ຕ້ອນຮັບ​ແຂກ ອົດ​ທົນ​ກັບ​ບັນຫາ ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ. ຂ້ອຍ​ຮູ້ສຶກ​ຂອບໃຈ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ແທ້ໆ. ພະອົງ​ອວຍ​ພອນ​ຂ້ອຍ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຄາດ​ຄິດ.—ເພງ. 37:4

a ຕໍ່​ມາ​ເອີ້ນ​ວ່າ​ພະ​ລາຊະກິດ​ຂອງ​ເຮົາ ປັດຈຸບັນ​ແມ່ນ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ການ​ປະຊຸມ.

b “ຄິທາວາລະ” ເປັນ​ພາສາ​ສະ​ວາ​ຮິ​ລີ​ເຊິ່ງ​ໝາຍ​ເຖິງ “ຄອບງຳ ຊີ້​ນຳ​ຫຼື​ປົກຄອງ.” ຈຸດ​ປະສົງ​ຂອງ​ກຸ່ມ​ນີ້​ຄື​ຫວັງ​ຜົນ​ທາງ​ການ​ເມືອງ ເຂົາ​ເຈົ້າ​ຕ້ອງການ​ແຍກ​ຕົວ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ແບນ​ຊິກ. ກຸ່ມ​ຄິທາວາລະ​ໄດ້​ສຶກສາ​ໜັງສື​ຕ່າງໆຂອງ​ພະຍານ​ພະ​ເຢໂຫວາ ແລະ​ບິດ​ເບືອນ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເພື່ອ​ສະໜັບສະໜຸນ​ຄວາມ​ຄິດ​ທາງ​ການ​ເມືອງ ທຳນຽມ​ທີ່​ກ່ຽວ​ຂ້ອງ​ກັບ​ຜີ ແລະ​ການ​ໃຊ້​ຊີວິດ​ແບບ​ຜິດ​ສິນລະທຳ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌