ເລື່ອງຊີວິດຈິງ
ເຮົາໄດ້ຮຽນຈາກຄູຜູ້ຍິ່ງໃຫຍ່ຕະຫຼອດຊີວິດຂອງເຮົາ
ດ່ານທີ່ມີກອງທະຫານກວດ ຄົນຈູດສິ່ງຂອງເພື່ອກັ້ນຫົນທາງ ພາຍຸໄຊໂຄນ ສົງຄາມກາງເມືອງ ແລະການອົບພະຍົບອອກຈາກເຂດທີ່ເປັນອັນຕະລາຍ. ນີ້ແມ່ນສິ່ງທີ່ຂ້ອຍກັບເມຍເຈິຕອນທີ່ເຮົາເປັນໄພໂອເນຍແລະມິດຊັນນາຣີ. ເຖິງວ່າຈະເຈິຈັ່ງຊັ້ນ ແຕ່ເຮົາຈະບໍ່ແລກການໃຊ້ຊີວິດແບບນັ້ນກັບແນວອື່ນເດັດຂາດ. ໃນໄລຍະເວລາແບບນັ້ນ ພະເຢໂຫວາໄດ້ຊ່ວຍເຫຼືອແລະໃຫ້ສິ່ງດີໆກັບເຮົາ. ພະເຢໂຫວາທີ່ເປັນຄູຜູ້ຍິ່ງໃຫຍ່ຂອງເຮົາຍັງໄດ້ສອນບົດຮຽນທີ່ສຳຄັນອີກຫຼາຍຢ່າງໃຫ້ເຮົາ.—ໂຢບ 36:22; ອຊຢ. 30:20
ຕົວຢ່າງຂອງພໍ່ແມ່
ໃນປີ 1957 ພໍ່ແມ່ຂ້ອຍອົບພະຍົບຈາກປະເທດອີຕາລີມາຢູ່ເມືອງຄິນເດີສະເລໃນແຂວງຊາສ໌ຄາເຊວວານປະເທດການາດາ. ຫຼັງຈາກນັ້ນບໍ່ດົນ ພວກເພິ່ນກໍໄດ້ຮຽນຄຳພີໄບເບິນ ແລະມັນໄດ້ກາຍເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງພວກເພິ່ນ. ຂ້ອຍຈື່ໄດ້ວ່າຕອນຍັງນ້ອຍ ຂ້ອຍໄປປະກາດກັບຄອບຄົວຕະຫຼອດ ບາງເທື່ອຂ້ອຍຈຶ່ງເວົ້າຕະຫຼົກວ່າ: “ລູກອາຍຸ 8 ປີ ແຕ່ເປັນໄພໂອເນຍສົມທົບລະໄດ໋ນິ!”
ຖ່າຍຮູບກັບຄອບຄົວ ປະມານປີ 1966
ພໍ່ແມ່ຂອງຂ້ອຍທຸກ ແຕ່ພວກເພິ່ນກໍເປັນຕົວຢ່າງທີ່ດີໃນການເສຍສະລະເພື່ອພະເຢໂຫວາ. ຕົວຢ່າງເຊັ່ນ: ໃນປີ 1963 ພວກເພິ່ນຂາຍຊັບສິນສ່ວນໂຕເພື່ອຈະມີເງິນພໍໄປປະຊຸມນາໆຊາດຢູ່ເມືອງປາຊາເດນາໃນລັດຄາລິຟໍເນຍ ປະເທດອາເມຣິກາ. ໃນປີ 1972 ພໍ່ແມ່ຂ້ອຍຕັດສິນໃຈຍ້າຍໄປເມືອງທຣາຍໃນບຣິທິດ ໂຄລຳເບຍ ປະເທດການາດາເຊິ່ງໄກຈາກບ່ອນທີ່ເຮົາຢູ່ປະມານ 1.000 ກິໂລແມັດເພື່ອຊ່ວຍປະກາດກັບຄົນທີ່ເວົ້າພາສາອີຕາລີຢູ່ຫັ້ນ. ພໍ່ເຮັດວຽກອະນາໄມແລະເປັນຊ່າງສ້ອມແປງຢູ່ຮ້ານຂາຍເຄື່ອງແຫ້ງ. ພໍ່ບໍ່ຍອມຮັບເອົາການເລື່ອນຕຳແໜ່ງຍ້ອນເພິ່ນຢາກຈົດຈໍ່ຢູ່ກັບການຮັບໃຊ້ພະເຢໂຫວາ.
ຂ້ອຍຂອບໃຈແທ້ໆທີ່ພໍ່ແມ່ວາງຕົວຢ່າງທີ່ດີໃຫ້ຂ້ອຍກັບອ້າຍແລະນ້ອງສາວ 2 ຄົນ. ຕົວຢ່າງທີ່ດີຂອງພໍ່ແມ່ເປັນສ່ວນສຳຄັນໃນການຝຶກຂ້ອຍໃນການຮັບໃຊ້ພະເຢໂຫວາ. ພວກເພິ່ນສອນຂ້ອຍສິ່ງໜຶ່ງເຊິ່ງຂ້ອຍຈະຈື່ໄວ້ຕະຫຼອດຊີວິດ ນັ້ນຄືຖ້າຂ້ອຍໃຫ້ການປົກຄອງຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດສະເໝີ ເພິ່ນຈະເບິ່ງແຍງຂ້ອຍ.—ມທ. 6:33
ເລີ່ມຮັບໃຊ້ເຕັມເວລາ
ໃນປີ 1980 ຂ້ອຍແຕ່ງດອງກັບເດັບບີ້ພີ່ນ້ອງຍິງທີ່ໜ້າຮັກ. ລາວຮັກການຮັບໃຊ້ພະເຢໂຫວາ. ເດັບບີ້ຢາກຮັບໃຊ້ເຕັມເວລາ ລາວຈຶ່ງເລີ່ມເປັນໄພໂອເນຍປະຈຳຫຼັງຈາກເຮົາແຕ່ງດອງກັນໄດ້ 3 ເດືອນ. ຫຼັງຈາກແຕ່ງດອງໄດ້ 1 ປີ ເຮົາຍ້າຍໄປປະຊາຄົມນ້ອຍໆທີ່ຕ້ອງການຜູ້ປະກາດ ແລະຂ້ອຍກໍເລີ່ມເປັນໄພໂອເນຍນຳກັນກັບລາວ.
ມື້ທີ່ຂ້ອຍກັບເດັບບີ້ແຕ່ງດອງ ປີ 1980
ຜ່ານໄປໄລຍະໜຶ່ງ ເຮົາບໍ່ມີຄວາມສຸກໃນການຮັບໃຊ້ແລະຕັດສິນໃຈທີ່ຈະຍ້າຍອອກຈາກຫັ້ນ. ແຕ່ເຮົາໄປລົມກັບຜູ້ເບິ່ງແຍງໝວດກ່ອນ. ລາວເວົ້າກັບເຮົາໃນແບບທີ່ສະແດງຄວາມຮັກ ແຕ່ກໍບອກເຮົາກົງໆວ່າ: “ພວກເຈົ້າກໍມີສ່ວນເຮັດໃຫ້ສະພາບການຂອງໂຕເອງຍາກຂຶ້ນ. ພວກເຈົ້າຄິດແຕ່ໃນແງ່ລົບກ່ຽວກັບບັນຫາທີ່ພວກເຈົ້າເຈິ. ແຕ່ຖ້າພວກເຈົ້າຊອກເບິ່ງສິ່ງທີ່ໃຫ້ກຳລັງໃຈ ພວກເຈົ້າກໍຈະເຫັນແນ່ນອນ.” ນັ້ນເປັນຄຳແນະນຳທີ່ເຮົາຕ້ອງການພໍດີ. (ພສ. 141:5) ເຮົາໃຊ້ຄຳແນະນຳນັ້ນທັນທີແລະບໍ່ດົນກໍເຫັນວ່າ ທີ່ຈິງແລ້ວມີສິ່ງດີໆຫຼາຍຢ່າງທີ່ໃຫ້ກຳລັງໃຈ. ຫຼາຍຄົນໃນປະຊາຄົມຢາກຮັບໃຊ້ພະເຢໂຫວາຫຼາຍຂຶ້ນລວມທັງເດັກນ້ອຍແລະບາງຄົນທີ່ຄູ່ຂອງເຂົາເຈົ້າບໍ່ໄດ້ຮັບໃຊ້ພະເຢໂຫວາ. ຄຳແນະນຳນັ້ນເປັນບົດຮຽນທີ່ສຳຄັນຫຼາຍສຳລັບເຮົາ. ເຮົາຮຽນຮູ້ທີ່ຈະຊອກເບິ່ງສິ່ງທີ່ດີແລະອົດທົນລໍຖ້າໃຫ້ພະເຢໂຫວາແກ້ໄຂບັນຫາທີ່ເຮົາກຳລັງເຈິ. (ມກ. 7:7) ເຮົາກັບມາມີຄວາມສຸກອີກແລະສະພາບການຂອງເຮົາກໍດີຂຶ້ນ.
ຄູສອນຢູ່ໂຮງຮຽນໄພໂອເນຍເທື່ອທຳອິດຂອງເຮົາ ບາງຄົນເຄີຍຮັບໃຊ້ຢູ່ປະເທດອື່ນ. ເຂົາເຈົ້າເອົາຮູບໃຫ້ເຮົາເບິ່ງແລະເລົ່າໃຫ້ເຮົາຟັງກ່ຽວກັບອຸປະສັກແລະສິ່ງດີໆທີ່ເຂົາເຈົ້າເຈິຕອນຮັບໃຊ້ຢູ່ປະເທດອື່ນ. ສິ່ງນີ້ເຮັດໃຫ້ເຮົາຢາກເປັນມິດຊັນນາຣີ. ສະນັ້ນ ເຮົາຈຶ່ງຕັ້ງເປົ້າໝາຍທີ່ຈະເປັນມິດຊັນນາຣີ.
ຫໍປະຊຸມຢູ່ບຣິທິດ ໂຄລຳເບຍ ປີ 1983
ເພື່ອຈະເຮັດຕາມເປົ້າໝາຍໃຫ້ໄດ້ ໃນປີ 1984 ເຮົາໄດ້ຍ້າຍໄປເກເບັກເຊິ່ງເປັນເຂດທີ່ເວົ້າພາສາຝຣັ່ງແລະຢູ່ໄກຈາກບຣິທິດ ໂຄລຳເບຍຫຼາຍກວ່າ 4.000 ກິໂລແມັດ. ຢູ່ຫັ້ນ ເຮົາຕ້ອງຮຽນພາສາໃໝ່ແລະວັດທະນະທຳໃໝ່. ບັນຫາອີກຢ່າງໜຶ່ງກໍຄືເຮົາມີເງິນແຕ່ໜ້ອຍດຽວ. ມີໄລຍະໜຶ່ງເຮົາຕ້ອງກິນແຕ່ມັນຝຣັ່ງທີ່ຊາວສວນຄົນໜຶ່ງອະນຸຍາດໃຫ້ເຮົາເກັບເອົາໜ່ວຍທີ່ເຮ່ຍຢູ່ສວນຂອງລາວ. ເດັບບີ້ເອົາມັນຝຣັ່ງມາເຮັດຂອງກິນຫຼາຍໆແບບທີ່ແຊບ. ເຖິງວ່າເຈິຄວາມລຳບາກ ແຕ່ເຮົາກໍອົດທົນດ້ວຍຄວາມຍິນດີ. ເຮົາໝັ້ນໃຈວ່າພະເຢໂຫວາກຳລັງເບິ່ງແຍງເຮົາ.—ພສ. 64:10
ມີມື້ໜຶ່ງ ເບເທນການາດາໄດ້ໂທລະສັບມາຫາເຮົາເຊິ່ງເຮົາບໍ່ໄດ້ຄາດຄິດມາກ່ອນ. ເຮົາຖືກເຊີນໃຫ້ໄປຮັບໃຊ້ຢູ່ຫັ້ນ. ກ່ອນໜ້ານີ້ເຮົາໄດ້ສະໝັກເຂົ້າໂຮງຮຽນກິລຽດ ເຖິງວ່າເຮົາດີໃຈທີ່ຖືກເຊີນເຂົ້າເບເທນ ແຕ່ເຮົາກໍຮູ້ສຶກຜິດຫວັງ. ແນວໃດກໍຕາມ ເຮົາໄດ້ຮັບເອົາຄຳເຊີນນັ້ນ. ເມື່ອໄປຮອດເບເທນ ເຮົາຖາມພີ່ນ້ອງເຄັນເນັດ ລິດໂທ້ທີ່ເປັນຄະນະກຳມະການສາຂາວ່າ: “ເຮົາຈະເຮັດແນວໃດຖ້າຖືກເຊີນເຂົ້າໂຮງຮຽນກິລຽດ?” ລາວຕອບວ່າ: “ຄັນພວກເຈົ້າຖືກເຊີນ ເຮົາຈຶ່ງລົມກັນນຳຫຼັງກ່ຽວກັບເລື່ອງນັ້ນ.”
ອາທິດໜຶ່ງຕໍ່ມາ ຂ້ອຍກັບເດັບບີ້ຖືກເຊີນເຂົ້າໂຮງຮຽນກິລຽດ. ເຮົາຕ້ອງຕັດສິນໃຈ. ພີ່ນ້ອງເຄັນເນັດບອກເຮົາວ່າ: “ບໍ່ວ່າພວກເຈົ້າຈະເລືອກເອົາອັນໃດໃນຕອນນີ້ ມີມື້ໜຶ່ງພວກເຈົ້າຊິຄິດວ່າໜ້າຈະເລືອກອີກແບບໜຶ່ງ. ສິ່ງທີ່ພວກເຈົ້າເລືອກຕອນນີ້ບໍ່ໄດ້ດີກວ່າສິ່ງທີ່ພວກເຈົ້າບໍ່ໄດ້ເລືອກ ພະເຢໂຫວາສາມາດອວຍພອນທັງສອງທາງເລືອກ.” ເຮົາຮັບເອົາຄຳເຊີນເຂົ້າໂຮງຮຽນກິລຽດ ແລະໃນຫຼາຍປີຜ່ານມາເຮົາເຫັນວ່າສິ່ງທີ່ພີ່ນ້ອງເຄັນເນັດເວົ້າເປັນຄວາມຈິງ. ເຮົາມັກຍົກເອົາຄຳເວົ້າຂອງລາວມາເວົ້າເມື່ອຕ້ອງແນະນຳບາງຄົນວ່າຄວນເລືອກເອົາວຽກມອບໝາຍແບບໃດ.
ຊີວິດມິດຊັນນາຣີ
(ເບື້ອງຊ້າຍ) ພີ່ນ້ອງຢູລິເຊັດສ໌ ກລາດ
(ເບື້ອງຂວາ) ພີ່ນ້ອງແຈັກ ເລດຟອດ
ເຮົາຕື່ນເຕັ້ນຫຼາຍທີ່ໄດ້ຢູ່ໃນກຸ່ມນັກຮຽນ 24 ຄົນໃນໂຮງຮຽນກິລຽດລຸ້ນທີ 83 ເຊິ່ງຈັດຢູ່ເມືອງບຸກລິນ ລັດນິວຢອກ ໃນເດືອນເມສາ ປີ 1987. ພີ່ນ້ອງຢູລິເຊັດສ໌ ກລາດ ແລະພີ່ນ້ອງແຈັກ ເລດຟອດເປັນຄູສອນຫຼັກຂອງເຮົາ. ເວລາ 5 ເດືອນຜ່ານໄປໄວຫຼາຍ ເຮົາຮຽນຈົບໃນວັນທີ 6 ກັນຍາ 1987. ເຮົາຖືກມອບໝາຍໄປປະເທດເຮຕິນຳກັນກັບຈອນແລະມາຣີ ກູດ.
ຢູ່ເຮຕິ ປີ 1988
ມິດຊັນນາຣີຈາກໂຮງຮຽນກິລຽດບໍ່ໄດ້ຖືກສົ່ງໄປປະເທດເຮຕິຕັ້ງແຕ່ປີ 1962 ເມື່ອມິດຊັນນາຣີກຸ່ມສຸດທ້າຍຖືກໄລ່ອອກຈາກປະເທດ. ສາມອາທິດຫຼັງຈາກຮຽນຈົບ ເຮົາສອງຄົນກໍເລີ່ມຮັບໃຊ້ຢູ່ເຮຕິກັບປະຊາຄົມນ້ອຍໆທີ່ມີຜູ້ປະກາດ 35 ຄົນໃນເຂດຫ່າງໄກທີ່ຢູ່ຕາມພູ. ເຮົາຍັງໜຸ່ມແລະບໍ່ມີປະສົບການ ແລະມີແຕ່ເຮົາຢູ່ເຮືອນມິດຊັນນາຣີ. ຄົນຢູ່ຫັ້ນທຸກຫຼາຍແລະສ່ວນຫຼາຍອ່ານໜັງສືບໍ່ໄດ້. ຕອນທີ່ຢູ່ຫັ້ນ ເຮົາເຈິກັບຄວາມບໍ່ສະຫງົບທາງການເມືອງ ການໂຄ່ນລົ້ມລັດຖະບານ ການປະທ້ວງ ແລະພາຍຸໄຊໂຄນ.
ເຮົາໄດ້ຮຽນຮູ້ຫຼາຍຢ່າງຈາກພີ່ນ້ອງຢູ່ເຮຕິທີ່ເຂັ້ມແຂງແລະມີຄວາມສຸກ. ພີ່ນ້ອງຫຼາຍຄົນມີຊີວິດທີ່ລຳບາກ ແຕ່ເຂົາເຈົ້າຮັກພະເຢໂຫວາແລະວຽກປະກາດ. ພີ່ນ້ອງຍິງສູງອາຍຸຄົນໜຶ່ງອ່ານໜັງສືບໍ່ໄດ້ ແຕ່ລາວຈື່ພະຄຳພີໄດ້ 150 ຂໍ້. ສິ່ງທີ່ເກີດຂຶ້ນຢູ່ຫັ້ນໃນແຕ່ລະມື້ແຮ່ງເຮັດໃຫ້ເຮົາຕັ້ງໃຈທີ່ຈະບອກຄົນອື່ນໃຫ້ຮູ້ວ່າມີແຕ່ການປົກຄອງຂອງພະເຢໂຫວາເທົ່ານັ້ນທີ່ຈະແກ້ໄຂບັນຫາຂອງມະນຸດໄດ້. ເຮົາມີຄວາມສຸກຫຼາຍທີ່ເຫັນບາງຄົນທີ່ເຮົາສຶກສານຳຕອນທີ່ໄປຮອດໃໝ່ໆຮັບໃຊ້ເປັນໄພໂອເນຍປະຈຳ ເປັນໄພໂອເນຍພິເສດ ແລະເປັນຜູ້ເບິ່ງແຍງ.
ຕອນຢູ່ເຮຕິ ຂ້ອຍເຈິກັບມິດຊັນນາຣີໜຸ່ມທີ່ເປັນມໍມອນ ແລະເຮົາມີໂອກາດໄດ້ລົມກັນຫຼາຍເທື່ອເລື່ອງຄຳພີໄບເບິນ. ຫຼາຍປີຕໍ່ມາ ຂ້ອຍໄດ້ຮັບຈົດໝາຍຈາກລາວແບບບໍ່ຄາດຄິດ. ລາວຂຽນວ່າ: “ຂ້ອຍຊິຮັບບັບເຕມາໃນການປະຊຸມໝວດເທື່ອຕໍ່ໄປໄດ໋! ຂ້ອຍຢາກກັບໄປເຮຕິແລະຮັບໃຊ້ເປັນໄພໂອເນຍພິເສດໃນເຂດທີ່ຂ້ອຍເຄີຍເປັນມິດຊັນນາຣີຂອງມໍມອນ.” ລາວໄດ້ເຮັດແບບນັ້ນແທ້ໆກັບເມຍຂອງລາວ.
ໄປເອີຣົບ ແລ້ວກໍໄປອາຟຣິກາ
ເຮັດວຽກຢູ່ສະໂລວີເນຍ ປີ 1994
ພວກເຮົາຖືກມອບໝາຍໃຫ້ໄປຮັບໃຊ້ຢູ່ສ່ວນໜຶ່ງຂອງເອີຣົບເຊິ່ງວຽກປະກາດຢູ່ຫັ້ນກຳລັງເປີດກວ້າງ. ໃນປີ 1992 ເຮົາໄປຮອດເມືອງລູບຈານາ ປະເທດສະໂລວີເນຍເຊິ່ງໃກ້ກັບບ່ອນທີ່ພໍ່ແມ່ຂ້ອຍໃຫຍ່ກ່ອນທີ່ພວກເພິ່ນຍ້າຍໄປອີຕາລີ. ໃນຕອນນັ້ນຍັງມີສົງຄາມໃນເຂດຕ່າງໆຂອງອະດີດຢູໂກສະລາວີ. ສຳນັກງານສາຂາຢູ່ວຽນນາປະເທດອອດເຕຣຍລວມທັງສຳນັກງານສາຂາຢູ່ເຊເກຣບປະເທດໂຄຣເອເຊຍແລະຢູ່ເບເກຣດປະເທດເຊີເບຍເບິ່ງແຍງວຽກປະກາດໃນເຂດນີ້. ຕອນນີ້ແຕ່ລະບ່ອນມີສຳນັກງານສາຂາຂອງໂຕເອງ.
ສະນັ້ນ ເຮົາຕ້ອງຮຽນພາສາໃໝ່ແລະວັດທະນະທຳໃໝ່. ຄົນທ້ອງຖິ່ນມັກເວົ້າວ່າ: “ພາສານີ້ຍາກ.” ມັນກະຍາກແທ້ໆ! ເຮົາປະທັບໃຈກັບຄວາມພັກດີຂອງພີ່ນ້ອງທີ່ເຕັມໃຈຍອມຮັບການປັບປ່ຽນຕ່າງໆຂອງອົງການ ແລະເຮົາໄດ້ເຫັນວິທີທີ່ພະເຢໂຫວາອວຍພອນເຂົາເຈົ້າ. ອີກເທື່ອໜຶ່ງ ເຮົາເຫັນວິທີທີ່ພະເຢໂຫວາແກ້ໄຂເລື່ອງຕ່າງໆໃນແບບທີ່ສະແດງເຖິງຄວາມຮັກແລະໃນເວລາທີ່ເໝາະສົມ. ເຮົາຮຽນຮູ້ຫຼາຍຢ່າງຕອນທີ່ຢູ່ສະໂລວີເນຍ ແລະບົດຮຽນຫຼາຍຢ່າງທີ່ເຮົາຮຽນກ່ອນໜ້ານີ້ໄດ້ຊ່ວຍເຮົາໃຫ້ອົດທົນກັບຄວາມຍາກລຳບາກຕ່າງໆທີ່ເຮົາເຈິຢູ່ຫັ້ນ.
ແຕ່ຊີວິດຂອງເຮົາກໍຍັງປ່ຽນແປງຕໍ່ໄປອີກ. ໃນປີ 2000 ເຮົາຖືກມອບໝາຍໃຫ້ໄປໂກດດີວົວທີ່ຢູ່ອາຟຣິກາຕາເວັນຕົກ. ຍ້ອນມີສົງຄາມກາງເມືອງຢູ່ຫັ້ນ ໃນເດືອນພະຈິກ ປີ 2002 ເຮົາຈຶ່ງອົບພະຍົບໄປເຊຍຣາລີໂອນ. ສົງຄາມກາງເມືອງທີ່ເກີດຢູ່ໂກດດີວົວເປັນເວລາ 11 ປີ ຫາກໍຈົບລົງ. ມັນຍາກຫຼາຍທີ່ຈະໄປຈາກຫັ້ນທັນທີ. ແຕ່ບົດຮຽນຕ່າງໆທີ່ເຮົາໄດ້ຮຽນຮູ້ຊ່ວຍເຮົາໃຫ້ມີຄວາມສຸກຕໍ່ໆໄປ.
ເຮົາຈົດຈໍ່ກັບການຊ່ວຍຫຼາຍຄົນຢູ່ຫັ້ນທີ່ຢາກຮຽນຮູ້ຄວາມຈິງ ແລະສະແດງຄວາມສົນໃຈພີ່ນ້ອງທີ່ມີຄວາມຮັກເຊິ່ງອົດທົນກັບສົງຄາມເປັນເວລາຫຼາຍປີ. ເຂົາເຈົ້າທຸກຍາກຂາດເຂີນທາງດ້ານວັດຖຸ ແຕ່ເຂົາເຈົ້າຢາກແບ່ງປັນໃນສິ່ງທີ່ເຂົາເຈົ້າມີ. ພີ່ນ້ອງຍິງຄົນໜຶ່ງເອົາເຄື່ອງນຸ່ງໃຫ້ເດັບບີ້. ທຳອິດ ລາວບໍ່ຢາກເອົາ ແຕ່ພີ່ນ້ອງຜູ້ນັ້ນເວົ້າວ່າ: “ຕອນທີ່ມີສົງຄາມ ພີ່ນ້ອງຢູ່ບ່ອນອື່ນຊ່ວຍເຫຼືອເຮົາ. ຕອນນີ້ຮອດຜຽນເຮົາຊ່ວຍແລ້ວ.” ເຮົາຕັ້ງເປົ້າໝາຍທີ່ຈະເຮັດຕາມຕົວຢ່າງຂອງເຂົາເຈົ້າ.
ໃນທີ່ສຸດເຮົາກໍກັບໄປໂກດດີວົວ ແຕ່ບັນຫາທາງການເມືອງຢູ່ຫັ້ນເຮັດໃຫ້ເກີດຄວາມຮຸນແຮງອີກເທື່ອໜຶ່ງ. ສະນັ້ນ ໃນເດືອນພະຈິກ ປີ 2004 ເຮົາຈຶ່ງຖືກອົບພະຍົບໂດຍເຮລີຄົບເຕີ້ ແລະເຮົາມີກະເປົາແຕ່ຜູ້ລະໜ່ວຍເທົ່ານັ້ນເຊິ່ງແຕ່ລະໜ່ວຍໜັກ 10 ກິໂລ. ເຮົານອນຄ້າງຄືນຢູ່ພື້ນຢູ່ຄ້າຍທະຫານຂອງຝຣັ່ງ ແລະມື້ຕໍ່ໄປເຮົາກໍຂີ່ຍົນໄປປະເທດສະວິດເຊີແລນ. ເມື່ອເຮົາໄປຮອດສຳນັກງານສາຂາຕອນປະມານທ່ຽງຄືນ ຄະນະກຳມະການສາຂາແລະພວກພີ່ນ້ອງທີ່ສອນໃນໂຮງຮຽນຝຶກອົບຮົມເພື່ອວຽກຮັບໃຊ້ພ້ອມກັບເມຍຂອງເຂົາເຈົ້າໄດ້ຕ້ອນຮັບເຮົາຢ່າງອົບອຸ່ນດ້ວຍການກອດ ດ້ວຍຂອງກິນທີ່ຮ້ອນໆແລະຊ໋ອກໂກແລັດສະວິດບັກຫຼາຍໆ. ເຮົາຮູ້ສຶກໄດ້ເລີຍວ່າເຂົາເຈົ້າຮັກເຮົາຫຼາຍ.
ບັນລະຍາຍໃຫ້ຜູ້ອົບພະຍົບຟັງຢູ່ໂກດດີວົວ ປີ 2005
ເຮົາຖືກມອບໝາຍໃຫ້ໄປຮັບໃຊ້ຢູ່ການາຊົ່ວຄາວ ແລ້ວເຮົາກໍກັບໄປໂກດດີວົວອີກຫຼັງຈາກສົງຄາມກາງເມືອງສະຫງົບລົງ. ຄວາມມີນ້ຳໃຈຂອງພີ່ນ້ອງຊ່ວຍເຮົາໃຫ້ອົດທົນຕອນອົບພະຍົບໃນຍາມທີ່ບໍ່ມີຄວາມສະຫງົບສຸກແລະອົດທົນກັບວຽກມອບໝາຍຊົ່ວຄາວ. ເດັບບີ້ກັບຂ້ອຍເຫັນດີວ່າເຖິງວ່າການສະແດງຄວາມຮັກໃນລະຫວ່າງພະຍານພະເຢໂຫວາເປັນເລື່ອງປົກກະຕິ ແຕ່ເຮົາຈະບໍ່ຖືເບົາໃນເລື່ອງນີ້. ທີ່ຈິງ ແມ່ນແຕ່ຕອນທີ່ມີເຫດການຮຸນແຮງກໍເປັນບົດຮຽນທີ່ມີຄ່າໃນການຝຶກເຮົາ.
ໄປປະເທດໃນຕາເວັນອອກກາງ
ຢູ່ຕາເວັນອອກກາງ ປີ 2007
ໃນປີ 2006 ຈົດໝາຍຈາກສຳນັກງານໃຫຍ່ບອກເຮົາວ່າເຮົາໄດ້ຮັບວຽກມອບໝາຍໃໝ່ຢູ່ຕາເວັນອອກກາງ. ອີກເທື່ອໜຶ່ງທີ່ເຮົາໄດ້ເຈິກັບປະສົບການໃໝ່ໆທີ່ໜ້າຕື່ນເຕັ້ນ ຂໍ້ທ້າທາຍໃໝ່ໆ ພາສາໃໝ່ ແລະວັດທະນະທຳໃໝ່. ມີຫຼາຍແນວໃຫ້ຮຽນຮູ້ໃນເຂດທີ່ມີບັນຫາຫຼາຍຢ່າງຍ້ອນການເມືອງແລະສາສະໜາ. ເຮົາມັກຄວາມຫຼາກຫຼາຍຂອງພາສາທີ່ມີຢູ່ໃນປະຊາຄົມ ແລະເຮົາເຫັນວ່າພວກເຮົາເປັນນ້ຳໜຶ່ງໃຈດຽວກັນໄດ້ເມື່ອເຮັດຕາມການຊີ້ນຳຂອງອົງການ. ເຮົາຊົມເຊີຍພີ່ນ້ອງຍ້ອນເຂົາເຈົ້າສ່ວນຫຼາຍອົດທົນຢ່າງກ້າຫານກັບການຕໍ່ຕ້ານຈາກຄົນໃນຄອບຄົວ ໝູ່ຢູ່ໂຮງຮຽນ ແລະເພື່ອນບ້ານ.
ໃນປີ 2012 ເຮົາເຂົ້າຮ່ວມການປະຊຸມພິເສດຢູ່ເມືອງເທວອາວິບປະເທດອິດສະຣາເອນ. ການປະຊຸມນີ້ເປັນເທື່ອທຳອິດທີ່ປະຊາຊົນຂອງພະເຢໂຫວາໃນຂົງເຂດນັ້ນມາຢູ່ລວມກັນເປັນຈຳນວນຫຼາຍແບບນີ້ນັບຕັ້ງແຕ່ວັນເພັນເຕກອດ ປີ 33. ນັ້ນເປັນໂອກາດທີ່ໜ້າຈົດຈຳແທ້ໆ!
ຫຼາຍປີທີ່ຢູ່ຫັ້ນ ເຮົາຖືກສົ່ງໄປຢາມປະເທດໜຶ່ງທີ່ວຽກປະກາດຂອງເຮົາບໍ່ມີອິດສະຫຼະ. ເຮົາເອົາປຶ້ມຈຳນວນໜຶ່ງໄປນຳ ໄປປະກາດ ແລະເຂົ້າຮ່ວມການປະຊຸມໝວດທີ່ຈັດແບບນ້ອຍໆ. ພວກທະຫານທີ່ມີອາວຸດແລະດ່ານກວດມີຢູ່ທຸກບ່ອນ ແຕ່ເຮົາຮູ້ສຶກປອດໄພຍ້ອນເຮົາໄປບ່ອນຕ່າງໆແບບລະມັດລະວັງນຳກັນກັບພີ່ນ້ອງສອງສາມຄົນ.
ກັບໄປອາຟຣິກາ
ກຽມຄຳບັນລະຍາຍຢູ່ກົງໂກ ປີ 2014
ໃນປີ 2013 ເຮົາໄດ້ຮັບວຽກມອບໝາຍທີ່ແຕກຕ່າງຫຼາຍ ນັ້ນຄືຮັບໃຊ້ຢູ່ສຳນັກງານສາຂາໃນເມືອງກິນຊາຊາປະເທດກົງໂກ. ປະເທດນີ້ກວ້າງໃຫຍ່ແລະມີທຳມະຊາດທີ່ສວຍງາມ ແຕ່ເປັນປະເທດທີ່ທຸກຍາກຫຼາຍແລະມີສົງຄາມ. ຕອນທີ່ເຮົາຖືກສົ່ງໄປຫັ້ນໃໝ່ໆ ເຮົາເວົ້າວ່າ: “ເຮົາຮູ້ວ່າຊີວິດໃນອາຟຣິກາເປັນແນວໃດຍ້ອນເຮົາເຄີຍຢູ່ຫັ້ນມາກ່ອນ. ເຮົາພ້ອມແລ້ວທີ່ຈະຢູ່ກົງໂກ.” ແຕ່ມີຫຼາຍຢ່າງທີ່ເຮົາຕ້ອງຮຽນຮູ້ ໂດຍສະເພາະແມ່ນຕອນທີ່ເດີນທາງໃນເຂດທີ່ດ້ອຍພັດທະນາເຊິ່ງບໍ່ມີຫົນທາງແລະຂົວ. ແນວໃດກໍຕາມ ເຮົາເຫັນສິ່ງທີ່ດີຫຼາຍຢ່າງທີ່ເຮົາສາມາດຄິດເຖິງໄດ້ ເຊິ່ງລວມເຖິງຄວາມພະຍາຍາມແລະຄວາມຍິນດີຂອງພີ່ນ້ອງເຖິງວ່າມີບັນຫາເສດຖະກິດ ຄວາມຮັກທີ່ເຂົາເຈົ້າມີຕໍ່ວຽກປະກາດ ແລະຄວາມພະຍາຍາມຂອງເຂົາເຈົ້າທີ່ຈະເຂົ້າຮ່ວມການປະຊຸມປະຈຳອາທິດແລະການປະຊຸມໃຫຍ່. ເຮົາເຫັນດ້ວຍໂຕເອງວ່າວຽກປະກາດກ້າວໜ້າໄດ້ກໍຍ້ອນພະເຢໂຫວາຊ່ວຍແລະອວຍພອນວຽກນີ້. ຫຼາຍປີທີ່ເຮົາຮັບໃຊ້ເຕັມເວລາຢູ່ກົງໂກສອນບົດຮຽນທີ່ສຳຄັນໃຫ້ເຮົາຫຼາຍຢ່າງແລະໃຫ້ເຮົາມີໝູ່ທີ່ເປັນຄືກັບຄອບຄົວຂອງເຮົາ.
ປະກາດຢູ່ອາຟຣິກາໃຕ້ ປີ 2023
ໃນທ້າຍປີ 2017 ເຮົາມາຮອດອີກວຽກມອບໝາຍໜຶ່ງ ນັ້ນຄືອາຟຣິກາໃຕ້. ນີ້ເປັນສຳນັກງານສາຂາທີ່ໃຫຍ່ທີ່ສຸດທີ່ເຮົາເຄີຍຮັບໃຊ້ ແລະເຮົາຖືກມອບໝາຍໃຫ້ເຮັດວຽກຢູ່ເບເທນເຊິ່ງເປັນວຽກທີ່ເຮົາບໍ່ເຄີຍເຮັດມາກ່ອນ. ອີກເທື່ອໜຶ່ງ ມີຫຼາຍຢ່າງໃຫ້ຮຽນຮູ້ແຕ່ເຮົາໄດ້ໃຊ້ສິ່ງທີ່ໄດ້ຮຽນຜ່ານມາໃນວຽກມອບໝາຍນີ້. ເຮົາຮັກພີ່ນ້ອງຊາຍຍິງທີ່ໄດ້ອົດທົນເປັນເວລາຫຼາຍສິບປີ. ເປັນຕາງຶດແທ້ໆທີ່ຄອບຄົວເບເທນເຮັດວຽກນຳກັນແບບເປັນນ້ຳໜຶ່ງໃຈດຽວກັນເຖິງວ່າເຂົາເຈົ້າມາຈາກຫຼາຍເຊື້ອຊາດແລະຫຼາຍວັດທະນະທຳ. ເຫັນໄດ້ເລີຍວ່າພະເຢໂຫວາກຳລັງອວຍພອນປະຊາຊົນຂອງເພິ່ນໃຫ້ມີສັນຕິສຸກຍ້ອນເຂົາເຈົ້າປ່ຽນແປງນິດໄສໃຈຄໍຂອງໂຕເອງແລະໃຊ້ຫຼັກການໃນຄຳພີໄບເບິນ.
ຕະຫຼອດຫຼາຍປີທີ່ຜ່ານມາ ເດັບບີ້ກັບຂ້ອຍໄດ້ຮັບວຽກມອບໝາຍຫຼາຍຢ່າງທີ່ໜ້າຕື່ນເຕັ້ນ ໄດ້ປັບໂຕໃຫ້ເຂົ້າກັບວັດທະນະທຳຕ່າງໆ ແລະໄດ້ຮຽນພາສາໃໝ່. ມັນບໍ່ງ່າຍສະເໝີໄປ ແຕ່ເຮົາຮູ້ສຶກໄດ້ຕະຫຼອດວ່າພະເຢໂຫວາໃຊ້ອົງການຂອງເພິ່ນແລະພີ່ນ້ອງເພື່ອສະແດງໃຫ້ເຫັນວ່າເພິ່ນຮັກເຮົາ. (ພສ. 144:2) ເຮົາໝັ້ນໃຈວ່າຫຼາຍສິ່ງທີ່ເຮົາໄດ້ຮຽນຮູ້ຈາກການຮັບໃຊ້ເຕັມເວລາໄດ້ຊ່ວຍເຮົາໃຫ້ເປັນຜູ້ຮັບໃຊ້ທີ່ດີຂຶ້ນຂອງພະເຢໂຫວາ.
ຂ້ອຍຂອບໃຈແທ້ໆໃນສິ່ງທີ່ພໍ່ແມ່ໄດ້ສອນຂ້ອຍ ການສະໜັບສະໜູນຈາກເດັບບີ້ເມຍທີ່ຮັກຂອງຂ້ອຍ ແລະຕົວຢ່າງທີ່ດີຂອງພີ່ນ້ອງຢູ່ທົ່ວໂລກ. ເມື່ອຂ້ອຍກັບເມຍຄິດເຖິງຊີວິດຂອງເຮົາໃນວັນຂ້າງໜ້າ ເຮົາຕັ້ງໃຈທີ່ຈະຮຽນຮູ້ຕໍ່ໆໄປໃນສິ່ງທີ່ຄູຜູ້ຍິ່ງໃຫຍ່ຂອງເຮົາຈະສອນເຮົາ.