ບົດຄວາມສຶກສາທີ 35
ພະເຢໂຫວາເຫັນຄ່າຜູ້ຮັບໃຊ້ທີ່ຖ່ອມຕົວ
“ພະເຢໂຫວາ . . . ສົນໃຈຄົນຖ່ອມ.”—ເພງ. 138:6, ລ.ມ.
ເພງ 48 ໃຊ້ຊີວິດຕາມແນວທາງຂອງພະເຢໂຫວາທຸກວັນ
ໃຈຄວາມສຳຄັນa
1. ພະເຢໂຫວາຮູ້ສຶກແນວໃດກັບຄົນຖ່ອມຕົວ? ຂໍໃຫ້ອະທິບາຍ.
ພະເຢໂຫວາຮັກຄົນຖ່ອມຕົວ. ມີແຕ່ຄົນຖ່ອມຕົວແທ້ໆເທົ່ານັ້ນທີ່ຈະໄດ້ໃກ້ຊິດກັບພະເຢໂຫວາ ແຕ່ “ຄົນຍິ່ງນັ້ນພະອົງບໍ່ຢາກຢູ່ໃກ້.” (ເພງ. 138:6, ລ.ມ.) ເຮົາທຸກຄົນຢາກເຮັດໃຫ້ພະເຢໂຫວາພໍໃຈ ແລະຢາກເຮັດໃຫ້ພະອົງຮັກເຮົາ ດັ່ງນັ້ນຈຶ່ງມີເຫດຜົນທີ່ດີທີ່ເຮົາຕ້ອງຮຽນຮູ້ທີ່ຈະເປັນຄົນຖ່ອມຕົວ.
2. ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
2 ໃນບົດຄວາມນີ້ ເຮົາຈະພິຈາລະນາ 3 ຄຳຖາມຕໍ່ໄປນີ້ຄື: (1) ຄວາມຖ່ອມແມ່ນຫຍັງ? (2) ເປັນຫຍັງເຮົາຄວນມີຄວາມຖ່ອມ? (3) ເມື່ອໃດທີ່ຮູ້ສຶກວ່າຍາກທີ່ຈະເປັນຄົນຖ່ອມຕົວ? ດັ່ງທີ່ເຮົາຈະໄດ້ເຫັນ ເມື່ອເຮົາມີຄວາມຖ່ອມ ເຮົາກໍຈະເຮັດໃຫ້ພະເຢໂຫວາມີຄວາມສຸກແລະເຮົາເອງກໍຈະໄດ້ຮັບປະໂຫຍດ.—ສຸພາ. 27:11; ເອຊາ. 48:17
ຄວາມຖ່ອມແມ່ນຫຍັງ?
3. ຄວາມຖ່ອມແມ່ນຫຍັງ?
3 ຄວາມຖ່ອມແມ່ນຄວາມອ່ອນນ້ອມໃນໃຈເຊິ່ງບໍ່ມີຄວາມຍິ່ງແລະຄວາມຈອງຫອງປົນຢູ່ນຳ. ຄຳພີໄບເບິນບອກວ່າ ຄົນຖ່ອມຄິດວ່າພະເຢໂຫວາຍິ່ງໃຫຍ່ກວ່າລາວຫຼາຍແລະລາວຖືວ່າຄົນອື່ນມີດີກວ່າລາວບໍ່ທາງໃດກໍທາງໜຶ່ງ.—ຟີລິບ 2:3, 4
4-5. ເປັນຫຍັງຈຶ່ງບອກໄດ້ວ່າຄົນທີ່ເບິ່ງຄືຖ່ອມຕົວ ແຕ່ໃນຕົວຈິງແລ້ວອາດຈະບໍ່ຖ່ອມຕົວ?
4 ບາງຄົນເບິ່ງຄືວ່າເປັນຄົນຖ່ອມຕົວ ແຕ່ໃນຕົວຈິງແລ້ວອາດຈະບໍ່ໄດ້ເປັນແບບນັ້ນ. ລາວອາດເປັນຄົນງຽບໆຫຼືຂີ້ອາຍ ຫຼືເປັນຄົນທີ່ສຸພາບຮຽບຮ້ອຍແລະນັບຖືຄົນອື່ນ ນີ້ອາດເປັນຍ້ອນວັດທະນະທຳຫຼືພໍ່ແມ່ສອນໃຫ້ເຮັດແບບນັ້ນ. ແຕ່ເລິກໆແລ້ວ ລາວອາດເປັນຄົນຍິ່ງຈອງຫອງກໍໄດ້ ແລະບໍ່ຊ້າກໍໄວ ຄົນອື່ນກໍຈະຮູ້ວ່າລາວເປັນຄົນແນວໃດແທ້ໆ.—ລືກາ 6:45
5 ກົງກັນຂ້າມ ຄົນທີ່ໝັ້ນໃຈໃນຕົວເອງແລະເວົ້າກົງໆກໍບໍ່ໄດ້ໝາຍຄວາມວ່າຈະເປັນຄົນຍິ່ງ. (ໂຢ. 1:46, 47) ແຕ່ຄົນທີ່ໝັ້ນໃຈຕົວເອງຕ້ອງລະວັງທີ່ຈະບໍ່ເພິ່ງຄວາມສາມາດຂອງຕົວເອງ. ບໍ່ວ່າເຮົາຈະເປັນຄົນທີ່ໝັ້ນໃຈໃນຕົວເອງຫຼືບໍ່ກໍຕາມ ເຮົາທຸກຄົນຕ້ອງພະຍາຍາມແທ້ໆທີ່ຈະເປັນຄົນຖ່ອມຕົວຈາກຫົວໃຈ.
ອັກຄະສາວົກໂປໂລເປັນຄົນຖ່ອມຕົວແລະບໍ່ໄດ້ຄິດວ່າຕົວເອງເປັນຄົນສຳຄັນ (ເບິ່ງຂໍ້ 6)d
6. ຕາມ 1 ໂກລິນໂທ 15:10 ເຮົາໄດ້ຮຽນຮູ້ຫຍັງຈາກອັກຄະສາວົກໂປໂລ?
6 ຂໍໃຫ້ຄິດເຖິງຕົວຢ່າງຂອງອັກຄະສາວົກໂປໂລ. ພະເຢໂຫວາໄດ້ໃຊ້ລາວຫຼາຍແທ້ໆໂດຍໃຫ້ລາວໄປກໍຕັ້ງປະຊາຄົມໃໝ່ໃນຫຼາຍໆເມືອງ. ທີ່ຈິງ ລາວອາດເຮັດວຽກຮັບໃຊ້ຫຼາຍກວ່າພວກອັກຄະສາວົກຄົນອື່ນໆຂອງພະເຍຊູ. ແຕ່ລາວກໍບໍ່ໄດ້ຄິດວ່າຕົວລາວເອງດີກວ່າພີ່ນ້ອງຄົນອື່ນ. ລາວເວົ້າຢ່າງຖ່ອມໃຈວ່າ: “ເຮົາເປັນຜູ້ນ້ອຍທີ່ສຸດໃນພວກລາຊະທູດ ເຮົາບໍ່ສົມຄວນຈະໄດ້ຊື່ວ່າເປັນລາຊະທູດເພາະວ່າເຮົາໄດ້ຂົ່ມເຫງພວກຊຸມນຸມຂອງພະເຈົ້າ.” (1 ໂກ. 15:9) ຈາກນັ້ນ ໂປໂລເວົ້າຢ່າງຖືກຕ້ອງວ່າ ການທີ່ລາວມີສາຍສຳພັນທີ່ດີກັບພະເຢໂຫວາກໍເປັນຍ້ອນພະເຢໂຫວາສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຕໍ່ລາວ ບໍ່ແມ່ນວ່າຍ້ອນລາວເປັນຄົນພິເສດຫຼືປະສົບຄວາມສຳເລັດໃນວຽກຮັບໃຊ້ຫຼາຍຢ່າງ. (ອ່ານ 1 ໂກລິນໂທ 15:10) ໂປໂລເປັນຕົວຢ່າງທີ່ດີແທ້ໆໃນເລື່ອງຄວາມຖ່ອມ ເຊິ່ງເຮົາເຫັນໄດ້ແຈ້ງຈາກຕອນທີ່ລາວຂຽນຈົດໝາຍເຖິງພີ່ນ້ອງໃນເມືອງໂກລິນໂທ ລາວບໍ່ໄດ້ໂອ້ອວດເລື່ອງຂອງຕົວເອງເຖິງວ່າຈະມີບາງຄົນໃນປະຊາຄົມວິພາກວິຈານລາວກໍຕາມ!—2 ໂກ. 10:10
ພີ່ນ້ອງຄານ ເອັຟ. ຄລາຍເຊິ່ງເປັນຄະນະກຳມະການປົກຄອງເປັນຄົນຖ່ອມ (ເບິ່ງຂໍ້ 7)
7. ພີ່ນ້ອງທີ່ມີຊື່ສຽງຄົນໜຶ່ງສະແດງໃຫ້ເຫັນແນວໃດວ່າລາວເປັນຄົນຖ່ອມຕົວ?
7 ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນກໍໄດ້ຮັບກຳລັງໃຈຈາກເລື່ອງຊີວິດຈິງຂອງພີ່ນ້ອງຄານ ເອັຟ. ຄລາຍ ເຊິ່ງເປັນສະມາຊິກຄະນະກຳມະການປົກຄອງ. ພີ່ນ້ອງຄລາຍຍອມຮັບຢ່າງຖ່ອມຕົວວ່າລາວມີຈຸດອ່ອນແລະບັນຫາຫຼາຍຢ່າງໃນຊີວິດ. ຕົວຢ່າງ: ໃນປີ 1922 ຫຼັງຈາກທີ່ລາວພະຍາຍາມປະກາດຕາມເຮືອນເປັນເທື່ອທຳອິດ ລາວຮູ້ສຶກວ່າເປັນເລື່ອງທີ່ຍາກຫຼາຍຈົນບໍ່ໄປປະກາດອີກເລີຍເປັນເວລາ 2 ປີ. ຕໍ່ມາ ຕອນທີ່ລາວຮັບໃຊ້ຢູ່ເບເທນກໍມີພີ່ນ້ອງຄົນໜຶ່ງໃຫ້ຄຳແນະນຳລາວ ລາວຮູ້ສຶກຄຽດໃຫ້ພີ່ນ້ອງຄົນນັ້ນໄລຍະໜຶ່ງ. ນອກຈາກນັ້ນ ມີຕອນໜຶ່ງທີ່ລາວເປັນໂລກປະສາດເຊິ່ງຕໍ່ມາລາວກໍເຊົາ. ແຕ່ເຖິງຈະເປັນແບບນັ້ນ ລາວກໍຍັງໄດ້ເຮັດວຽກມອບໝາຍທີ່ສຳຄັນແລະໜ້າຕື່ນເຕັ້ນຫຼາຍຢ່າງ. ລອງຄິດເບິ່ງວ່າພີ່ນ້ອງທີ່ມີຊື່ສຽງຄົນນີ້ຕ້ອງຖ່ອມຕົວຫຼາຍສ່ຳໃດເພື່ອຈະຍອມຮັບວ່າຕົວເອງມີຈຸດອ່ອນ! ພີ່ນ້ອງຫຼາຍຄົນຍັງຄົງຈື່ເລື່ອງລາວຊີວິດຂອງພີ່ນ້ອງຄລາຍທີ່ເວົ້າຢ່າງກົງໄປກົງມາ ເຊິ່ງເປັນຕາໜ້າສົນໃຈແທ້ໆ.b
ເປັນຫຍັງເຮົາຄວນມີຄວາມຖ່ອມ?
8. 1 ເປໂຕ 5:6 ຊ່ວຍເຮົາແນວໃດໃຫ້ເຫັນວ່າຄວາມຖ່ອມເຮັດໃຫ້ພະເຢໂຫວາມີຄວາມສຸກ?
8 ເຫດຜົນສຳຄັນທີ່ສຸດທີ່ເຮົາຕ້ອງເປັນຄົນຖ່ອມຄື ເຮົາຢາກໃຫ້ພະເຢໂຫວາມີຄວາມສຸກ. ອັກຄະສາວົກເປໂຕໄດ້ເວົ້າເລື່ອງນີ້ຢ່າງຈະແຈ້ງ. (ອ່ານ 1 ເປໂຕ 5:6) ປຶ້ມ“ຕາມເຮົາໄປເຖີ້ນ” ໄດ້ອະທິບາຍຄຳເວົ້າຂອງເປໂຕດັ່ງນີ້: “ຄວາມຍິ່ງເປັນຄືກັນກັບຢາພິດເຊິ່ງອາດກໍ່ຜົນເສຍຫາຍທີ່ຮ້າຍແຮງໄດ້. ຄວາມຍິ່ງອາດເຮັດໃຫ້ຄົນທີ່ມີຄວາມສາມາດທີ່ສຸດກາຍເປັນຄົນໄຮ້ຄ່າສຳລັບພະເຈົ້າ. ໃນອີກດ້ານໜຶ່ງ ຄວາມຖ່ອມໃຈອາດເຮັດໃຫ້ຄົນທີ່ມີຄວາມສາມາດໜ້ອຍທີ່ສຸດເປັນຄົນທີ່ມີຄ່າຫຼາຍສຳລັບພະເຢໂຫວາ. . . . [ພະອົງ] ຈະໃຫ້ລາງວັນສຳລັບຄວາມຖ່ອມໃຈຂອງເຮົາ.”c ແທ້ໆແລ້ວ ບໍ່ມີຫຍັງດີໄປກວ່າການເຮັດໃຫ້ພະເຢໂຫວາມີຄວາມສຸກ.—ສຸພາ. 23:15
9. ເປັນຫຍັງຄົນອື່ນຢາກຢູ່ໃກ້ເຮົາຖ້າເຮົາເປັນຄົນຖ່ອມ?
9 ນອກຈາກຈະເຮັດໃຫ້ພະເຢໂຫວາມີຄວາມສຸກແລ້ວ ເຮົາກໍຍັງໄດ້ຮັບປະໂຫຍດອີກຫຼາຍຢ່າງເມື່ອເປັນຄົນຖ່ອມຕົວ ເຊັ່ນ: ເຮັດໃຫ້ຄົນອື່ນຢາກຢູ່ໃກ້ເຮົາ. ຍ້ອນຫຍັງ? ລອງຄິດເບິ່ງວ່າຄົນແບບໃດທີ່ເຈົ້າຢາກຢູ່ນຳ. (ມັດ. 7:12) ປົກກະຕິແລ້ວ ເຈົ້າຄົງບໍ່ຢາກຢູ່ນຳຄົນທີ່ເອົາແຕ່ຄວາມຄິດຂອງຕົວເອງເປັນໃຫຍ່ແລະບໍ່ຟັງຄົນອື່ນ. ກົງກັນຂ້າມ ເຮົາຢາກຢູ່ກັບພີ່ນ້ອງທີ່ ‘ມີໃຈເລົ້າໂລມກັນ ຮັກກັນເໝືອນພີ່ນ້ອງ ມີໃຈອີ່ດູແລະຖ່ອມໃຈລົງ.’ (1 ເປ. 3:8) ເຮົາເອງຢາກຢູ່ໃກ້ຄົນແບບນັ້ນ ສະນັ້ນຖ້າເຮົາເປັນຄົນຖ່ອມຕົວ ຄົນອື່ນກໍຢາກຢູ່ໃກ້ເຮົາຄືກັນ.
10. ຄວາມຖ່ອມເຮັດໃຫ້ຊີວິດເຮົາງ່າຍຂຶ້ນແນວໃດ?
10 ຄວາມຖ່ອມຍັງເຮັດໃຫ້ຊີວິດຂອງເຮົາງ່າຍຂຶ້ນ. ບາງເທື່ອເຮົາອາດເຫັນຫຼືປະສົບກັບຄວາມບໍ່ຍຸຕິທຳ. ຊາໂລໂມນກະສັດທີ່ສະຫຼາດບອກວ່າ: “ຂ້ອຍໄດ້ເຫັນພວກຂ້າໃຊ້ຂີ່ມ້າ ແລະພວກເຈົ້ານາຍທຽວດິນຄືຂ້າໃຊ້.” (ຜູ້ປ. 10:7) ຄົນທີ່ມີຄວາມສາມາດຫຼາຍອາດບໍ່ໄດ້ຮັບການຍ້ອງຍໍສະເໝີໄປ ແຕ່ບາງເທື່ອຄົນທີ່ມີຄວາມສາມາດໜ້ອຍກວ່າອາດຖືກຍ້ອງຍໍຫຼາຍກວ່າ. ເຖິງວ່າເປັນແບບນັ້ນ ຊາໂລໂມນກໍຍອມຮັບວ່າ ເປັນເລື່ອງສະຫຼາດທີ່ເຮົາຈະຍອມຮັບສະພາບຄວາມເປັນຈິງແທນທີ່ຈະຜິດຫວັງກັບສິ່ງທີ່ບໍ່ດີທີ່ເກີດຂຶ້ນໃນຊີວິດ. (ຜູ້ປ. 6:9) ຖ້າເຮົາຖ່ອມຕົວ ກໍເປັນເລື່ອງງ່າຍຂຶ້ນທີ່ເຮົາຈະຍອມຮັບສິ່ງຕ່າງໆທີ່ເກີດຂຶ້ນໃນຊີວິດເຖິງວ່າເຮົາຈະບໍ່ມັກ.
ເມື່ອໃດທີ່ຮູ້ສຶກວ່າຍາກທີ່ຈະເປັນຄົນຖ່ອມຕົວ?
ເປັນຫຍັງສະຖານະການນີ້ເຮັດໃຫ້ຍາກທີ່ຈະເປັນຄົນຖ່ອມ? (ເບິ່ງຂໍ້ 11-12)e
11. ເຮົາຄວນເຮັດແນວໃດເມື່ອໄດ້ຮັບຄຳແນະນຳ?
11 ໃນແຕ່ລະມື້ເຮົາມີໂອກາດນັບບໍ່ຖ້ວນທີ່ຈະພິສູດວ່າເຮົາເປັນຄົນຖ່ອມຕົວ. ຂໍໃຫ້ພິຈາລະນາບາງສະຖານະການນຳກັນ ເຊັ່ນ: ຕອນທີ່ໄດ້ຮັບຄຳແນະນຳ. ເຮົາຄວນຈື່ໄວ້ວ່າຖ້າບາງຄົນພະຍາຍາມໃຫ້ຄຳແນະນຳກັບເຮົາ ນັ້ນອາດໝາຍຄວາມວ່າເຮົາເຮັດຜິດພາດຫຼາຍກວ່າທີ່ເຮົາຄິດ. ໃນເວລານັ້ນ ເມື່ອມີຄົນໃຫ້ຄຳແນະນຳກັບເຮົາ ເຮົາອາດຢາກປະຕິເສດທັນທີ. ເຮົາອາດວິຈານຄົນທີ່ໃຫ້ຄຳແນະນຳຫຼືວິທີທີ່ລາວໃຫ້ຄຳແນະນຳ. ແຕ່ຖ້າເຮົາເປັນຄົນຖ່ອມຕົວ ເຮົາຈະພະຍາຍາມສະແດງຄວາມຄິດທີ່ຖືກຕ້ອງ.
12. ຕາມສຸພາສິດ 27:5, 6 ເປັນຫຍັງເຮົາຄວນຮູ້ສຶກຂອບໃຈຄົນທີ່ໃຫ້ຄຳແນະນຳເຮົາ? ຂໍໃຫ້ຍົກຕົວຢ່າງ.
12 ຄົນຖ່ອມຕົວຈະຮູ້ສຶກຂອບໃຈເມື່ອໄດ້ຮັບຄຳແນະນຳ. ຕົວຢ່າງ: ລອງນຶກພາບເບິ່ງວ່າຫຼັງຈາກທີ່ເຈົ້າລົມກັບພີ່ນ້ອງຫຼາຍຄົນຢູ່ຫໍປະຊຸມ ກໍມີພີ່ນ້ອງຄົນໜຶ່ງມາບອກເຈົ້າວ່າມີຜັກຕິດແຂ້ວເຈົ້າ. ເຈົ້າຄືຊິອາຍຫຼາຍ ແຕ່ກໍຮູ້ສຶກຂອບໃຈພີ່ນ້ອງຄົນນັ້ນ. ທີ່ຈິງ ເຈົ້າຄົງຢາກໃຫ້ມີຄົນບອກເຈົ້າໄວກວ່ານີ້! ຄ້າຍຄືກັນ ເຮົາຄວນຖ່ອມໃຈແລະຂອບໃຈພີ່ນ້ອງທີ່ໃຫ້ຄຳແນະນຳທີ່ຈຳເປັນກັບເຮົາ ແລະເບິ່ງວ່າພີ່ນ້ອງຄົນນັ້ນເປັນໝູ່ ບໍ່ແມ່ນສັດຕູ.—ອ່ານສຸພາສິດ 27:5, 6; ຄລາ. 4:16
ເປັນຫຍັງເຮົາຕ້ອງເປັນຄົນຖ່ອມຕອນທີ່ຄົນອື່ນໄດ້ຮັບສິດທິພິເສດ? (ເບິ່ງຂໍ້ 13-14)f
13. ເຮົາຈະສະແດງຄວາມຖ່ອມໄດ້ແນວໃດເມື່ອຄົນອື່ນໄດ້ຮັບສິດທິພິເສດ?
13 ຕອນທີ່ຄົນອື່ນໄດ້ຮັບສິດທິພິເສດ. ຜູ້ດູແລຄົນໜຶ່ງຊື່ ເຈສັນບອກວ່າ: “ເມື່ອຂ້ອຍເຫັນຄົນອື່ນໄດ້ຮັບສິດທິພິເສດ ບາງເທື່ອຂ້ອຍກໍສົງໄສວ່າເປັນຫຍັງຈຶ່ງບໍ່ແມ່ນຂ້ອຍ.” ເຈົ້າເຄີຍຮູ້ສຶກແບບນີ້ບໍ? ບໍ່ແມ່ນເລື່ອງຜິດທີ່ຈະ “ພະຍາຍາມຈະໄດ້ເຮັດໜ້າທີ່” ຫຼາຍຂຶ້ນໃນການຮັບໃຊ້ພະເຢໂຫວາ. (1 ຕີໂມ. 3:1, ລ.ມ.) ແຕ່ເຮົາຕ້ອງລະວັງສິ່ງທີ່ເຮົາຄິດ ຖ້າເຮົາບໍ່ລະວັງ ເຮົາອາດປ່ອຍໃຫ້ຄວາມຍິ່ງເກີດຂຶ້ນໃນຫົວໃຈຂອງເຮົາ. ຕົວຢ່າງ: ພີ່ນ້ອງຊາຍຄົນໜຶ່ງອາດເລີ່ມຄິດວ່າລາວເປັນຄົນດຽວທີ່ມີຄຸນສົມບັດພໍທີ່ຈະເຮັດວຽກມອບໝາຍໃດໜຶ່ງ ຫຼືພີ່ນ້ອງຍິງຄົນໜຶ່ງອາດຈະຄິດວ່າ ‘ຖ້າແມ່ນຜົວຂ້ອຍ ກໍຄືຊິເຮັດໄດ້ດີກວ່າພີ່ນ້ອງຊາຍຄົນນີ້ຫຼາຍ!’ ແຕ່ຖ້າເຮົາເປັນຄົນຖ່ອມຕົວແທ້ໆ ເຮົາກໍຈະບໍ່ຄິດແບບນັ້ນ.
14. ເຮົາໄດ້ຮຽນຮູ້ຫຍັງຈາກໂມເຊຕອນທີ່ຄົນອື່ນໄດ້ຮັບສິດທິພິເສດ?
14 ເຮົາສາມາດຮຽນເລື່ອງນີ້ໄດ້ຈາກຕົວຢ່າງຂອງໂມເຊຕອນທີ່ຄົນອື່ນໄດ້ຮັບສິດທິພິເສດ. ໂມເຊເຫັນຄຸນຄ່າໃນໜ້າທີ່ຮັບຜິດຊອບທີ່ລາວໄດ້ເປັນຜູ້ນຳຊາດອິດສະລາແອນ. ແຕ່ເມື່ອພະເຢໂຫວາເປີດໂອກາດໃຫ້ຄົນອື່ນເຮັດວຽກຮັບໃຊ້ກັບໂມເຊ ລາວມີທ່າທີແນວໃດ? ລາວບໍ່ອິດສາ. (ຈົດເຊັນ. 11:24-29) ລາວຖ່ອມຕົວແລະຍອມໃຫ້ຄົນອື່ນມາຊ່ວຍລາວໃນການເຮັດວຽກຕັດສິນຄະດີ. (ອົບ. 18:13-24) ຊາວອິດສະລາແອນຈຶ່ງມີຜູ້ຊາຍຫຼາຍຄົນເຮັດໜ້າທີ່ນັ້ນຫຼາຍຂຶ້ນ ແລະເຮັດໃຫ້ພວກເຂົາບໍ່ຕ້ອງລໍຖ້າການຕັດສິນຄະດີຄວາມດົນເກີນໄປ. ນີ້ສະແດງໃຫ້ເຮົາເຫັນວ່າໂມເຊຢາກໃຫ້ຜົນປະໂຫຍດຂອງປະຊາຊົນມາກ່ອນສິດທິພິເສດຂອງລາວ. ໂມເຊເປັນຕົວຢ່າງທີ່ດີຫຼາຍສຳລັບເຮົາ! ຖ້າເຮົາຢາກເປັນປະໂຫຍດຕໍ່ພະເຢໂຫວາແທ້ໆ ຂໍໃຫ້ຈື່ໄວ້ວ່າ ຄວາມຖ່ອມສຳຄັນກວ່າຄວາມສາມາດທີ່ເຮົາມີ. ເຖິງວ່າ “ພະເຢໂຫວາສູງສົ່ງ ແຕ່ພະອົງກໍສົນໃຈຄົນຖ່ອມ.”—ເພງ. 138:6, ລ.ມ.
15. ພີ່ນ້ອງຫຼາຍຄົນປະສົບການປ່ຽນແປງຫຍັງແດ່?
15 ເມື່ອເຮົາປະສົບການປ່ຽນແປງ. ໃນປີທີ່ຜ່ານມາ ພີ່ນ້ອງຫຼາຍຄົນທີ່ຮັບໃຊ້ພະເຢໂຫວາມາຫຼາຍປີໄດ້ຖືກປ່ຽນວຽກມອບໝາຍ. ຕົວຢ່າງ: ໃນປີ 2014 ອົງການບອກວ່າຈະບໍ່ມີຜູ້ດູແລພາກອີກຕໍ່ໄປ ດັ່ງນັ້ນ ພີ່ນ້ອງເຫຼົ່ານັ້ນແລະເມຍຈຶ່ງໄດ້ຮັບວຽກມອບໝາຍໃໝ່ໃຫ້ໄປຮັບໃຊ້ເຕັມເວລາໃນຮູບແບບອື່ນ. ແລະໃນປີດຽວກັນ ຜູ້ດູແລໝວດທີ່ອາຍຸກາຍ 70 ປີຈະບໍ່ໄດ້ເຮັດວຽກນັ້ນອີກຕໍ່ໄປ ແລະພີ່ນ້ອງທີ່ອາຍຸ 80 ປີຂຶ້ນໄປຈະບໍ່ເປັນຜູ້ປະສານງານຄະນະຜູ້ດູແລ. ນອກຈາກນັ້ນ ໃນໄລຍະຫຼາຍປີທີ່ຜ່ານມາ ພີ່ນ້ອງທີ່ຮັບໃຊ້ຢູ່ເບເທນຫຼາຍຄົນກໍຖືກມອບໝາຍໃຫ້ໄປຮັບໃຊ້ຢູ່ເຂດປະກາດ. ແລະຜູ້ຮັບໃຊ້ເຕັມເວລາປະເພດພິເສດບາງຄົນກໍຕ້ອງໄດ້ອອກຈາກວຽກມອບໝາຍຍ້ອນບັນຫາສຸຂະພາບ ເບິ່ງແຍງຄົນໃນຄອບຄົວ ຫຼືບັນຫາອື່ນໆ.
16. ພີ່ນ້ອງຂອງເຮົາສະແດງຄວາມຖ່ອມຕົວແນວໃດເມື່ອປະສົບການປ່ຽນແປງ?
16 ພີ່ນ້ອງຫຼາຍຄົນຮູ້ສຶກວ່າເປັນເລື່ອງຍາກທີ່ຈະຍອມຮັບການປ່ຽນແປງເຫຼົ່ານີ້. ຫຼາຍຄົນທີ່ປ່ຽນວຽກມອບໝາຍຍັງຮູ້ສຶກຜູກພັນກັບວຽກມອບໝາຍເກົ່າທີ່ພວກເຂົາໄດ້ເຮັດມາຫຼາຍປີ. ບາງຄົນຮູ້ສຶກ “ເສຍໃຈ” ຍ້ອນສູນເສຍວຽກມອບໝາຍທີ່ພວກເຂົາມັກ. ເມື່ອເວລາຜ່ານໄປ ພວກເຂົາກໍປັບໂຕໄດ້. ຍ້ອນຫຍັງ? ສິ່ງສຳຄັນທີ່ຊ່ວຍພວກເຂົາໄດ້ກໍຄື ພວກເຂົາຮັກພະເຢໂຫວາ. ພວກເຂົາຮູ້ວ່າຕົວເອງອຸທິດຊີວິດໃຫ້ພະອົງ ບໍ່ແມ່ນອຸທິດຊີວິດໃຫ້ວຽກມອບໝາຍຫຼືໜ້າທີ່ຕຳແໜ່ງ. (ໂກໂລ. 3:23) ພວກເຂົາຖ່ອມໃຈແລະດີໃຈທີ່ໄດ້ຮັບໃຊ້ພະເຢໂຫວາຕໍ່ໆໄປໃນວຽກມອບໝາຍທຸກຢ່າງ. ພວກເຂົາເອົາ ‘ຄວາມອຸກໃຈ . . . ທັງໝົດປົງໄວ້ຢູ່ເທິງພະອົງ’ ເພາະຮູ້ວ່າພະອົງເປັນຫ່ວງພວກເຂົາແທ້ໆ.—1 ເປ. 5:6, 7
17. ເປັນຫຍັງເຮົາຮູ້ສຶກຂອບໃຈທີ່ຄຳພີໄບເບິນສອນເຮົາໃຫ້ເປັນຄົນຖ່ອມຕົວ?
17 ພວກເຮົາຮູ້ສຶກຂອບໃຈຫຼາຍທີ່ຄຳພີໄບເບິນສອນເຮົາໃຫ້ເປັນຄົນຖ່ອມຕົວ. ເມື່ອເຮົາເປັນຄົນຖ່ອມຕົວ ເຮົາເອງຈະໄດ້ຮັບປະໂຫຍດແລະຄົນອື່ນກໍຢາກຢູ່ໃກ້ເຮົາ. ເຮົາຈະຮັບມືກັບບັນຫາຕ່າງໆໃນຊີວິດໄດ້ງ່າຍຂຶ້ນ ແລະທີ່ສຳຄັນທີ່ສຸດ ເຮົາຈະໃກ້ຊິດກັບພະເຢໂຫວາພໍ່ຂອງເຮົາໃນສະຫວັນຫຼາຍຂຶ້ນ. ເຮົາມີຄວາມສຸກຫຼາຍແທ້ໆທີ່ຮູ້ວ່າ ເຖິງວ່າພະເຢໂຫວາເປັນ “ພະເຈົ້າອົງສູງສຸດ” ແຕ່ພະອົງກໍຮັກແລະເຫັນຄ່າຜູ້ຮັບໃຊ້ທີ່ຖ່ອມຕົວຂອງພະອົງ!—ເອຊາ. 57:15
ເພງ 45 ສິ່ງທີ່ຄິດຕຶກຕອງໃນໃຈ
a ຄຸນລັກສະນະສຳຄັນທີ່ສຸດຢ່າງໜຶ່ງທີ່ເຮົາຕ້ອງມີຄືຄວາມຖ່ອມ. ຄວາມຖ່ອມແມ່ນຫຍັງ? ເປັນຫຍັງເຮົາຕ້ອງມີຄວາມຖ່ອມ? ເປັນຫຍັງຈຶ່ງຍາກທີ່ຈະເປັນຄົນຖ່ອມຕົວເມື່ອປະສົບກັບການປ່ຽນແປງ? ໃນບົດຄວາມນີ້ເຮົາຈະພິຈາລະນາຄຳຖາມສຳຄັນເຫຼົ່ານີ້.
b ເບິ່ງບົດຄວາມ “ພະເຢໂຫວາແຈກລາງວັນໃຫ້ຂ້ອຍແລ້ວ” ຫໍສັງເກດການ 1 ຕຸລາ 1984 (ພາສາອັງກິດ)
c ເບິ່ງບົດທີ 3 ຂໍ້ 23
d ຄຳອະທິບາຍຮູບພາບ: ຕອນທີ່ຢູ່ບ້ານຂອງພີ່ນ້ອງ ອັກຄະສາວົກໂປໂລຖ່ອມຕົວແລະມີຄວາມສຸກທີ່ໄດ້ເປັນໝູ່ກັບພີ່ນ້ອງຄົນອື່ນໆລວມທັງເດັກນ້ອຍນຳ.
e ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍຄົນໜຶ່ງຍອມຮັບຄຳແນະນຳຈາກພີ່ນ້ອງຊາຍທີ່ອາຍຸໜ້ອຍກວ່າ.
f ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍທີ່ອາຍຸຫຼາຍກວ່າບໍ່ອິດສາພີ່ນ້ອງຊາຍທີ່ອາຍຸໜ້ອຍກວ່າເຊິ່ງໄດ້ຮັບສິດທິພິເສດໃນປະຊາຄົມ.