ຊີວິດຄລິດສະຕຽນ
ປູກຝັງຄຸນລັກສະນະແບບພະເຈົ້າ—ຄວາມຖ່ອມ
ເປັນຫຍັງຈຶ່ງສຳຄັນ:
ຄວາມຖ່ອມເຮັດໃຫ້ເຮົາມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ—ເພງ. 138:6
ຄວາມຖ່ອມຊ່ວຍເຮົາໃຫ້ມີສາຍສຳພັນທີ່ດີກັບຄົນອື່ນ—ຟີລິບ 2:3, 4
ຄວາມຍິ່ງນຳໄປສູ່ຄວາມພິນາດ.—ສຸພາ. 16:18; ເອເຊກ. 28:17
ສິ່ງທີ່ຄວນເຮັດ:
ຂໍຄຳແນະນຳແລະນຳມາໃຊ້.—ເພງ. 141:5; ສຸພາ. 19:20
ຮັບໃຊ້ຄົນອື່ນດ້ວຍຄວາມເຕັມໃຈ.—ມັດ. 20:25-27
ຢ່າໃຫ້ຄວາມສາມາດຫຼືສິດທິພິເສດເຮັດໃຫ້ເຈົ້າກາຍເປັນຄົນຍິ່ງ—ໂລມ 12:3
ຂ້ອຍຈະສະແດງຄວາມຖ່ອມໃຫ້ຫຼາຍຂຶ້ນໄດ້ແນວໃດ?
ເບິ່ງວິດີໂອ ຫຼີກລ່ຽງສິ່ງທີ່ກັດເຊາະຄວາມພັກດີ—ຄວາມຍິ່ງ ແລະຕອບຄຳຖາມຕໍ່ໄປນີ້:
ວິທີທີ່ເຮົາຕອບຮັບຄຳແນະນຳບອກໃຫ້ຮູ້ອັນໃດກ່ຽວກັບຫົວໃຈຂອງເຮົາ?
ການອະທິດຖານຊ່ວຍເຮົາໃຫ້ປູກຝັງຄວາມຖ່ອມແນວໃດ?
ເຮົາຈະສະແດງຄວາມຖ່ອມໄດ້ແນວໃດ?