ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ19 ພະຈິກ ໜ້າ 31
  • ເຈົ້າ​ຮູ້​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຮູ້​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ເລື່ອງທີ່ຄ້າຍກັນ
  • ຕຽມ​ການ​ສຳລັບ​ອະນາຄົດ​ດ້ວຍ​ສະຕິ​ປັນຍາ​ທີ່​ໃຊ້​ການ​ໄດ້
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຈົ່ງ​ຕຽມ​ຕົວ​ໄວ້​ໃຫ້​ພ້ອມ!
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ຫ19 ພະຈິກ ໜ້າ 31
ພໍ່​ບ້ານ​ໃນ​ສະໄໝ​ເອຢິບ​ບູຮານ​ເບິ່ງ​ແຍງ​ກິດຈະກຳ​ຕ່າງໆ​ຂອງ​ຄົນ​ງານ

ເຈົ້າ​ຮູ້​ບໍ?

ພໍ່​ບ້ານ​ໃນ​ສະໄໝ​ຄຳພີ​ໄບເບິນ​ມີ​ໜ້າ​ທີ່​ຫຍັງ?

ໃນ​ສະໄໝ​ຄຳພີ​ໄບເບິນ ພໍ່​ບ້ານ​ມີ​ໜ້າ​ທີ່​ເບິ່ງ​ແຍງ​ເຮືອນ​ຫຼື​ຊັບ​ສົມບັດ​ຂອງ​ເຈົ້ານາຍ. ຄຳ​ພາສາ​ເຫບເລີ​ແລະ​ພາສາ​ເກັຣກ​ແປ​ຄຳ​ວ່າ “ພໍ່​ບ້ານ” ບາງ​ເທື່ອ​ກໍ​ໝາຍ​ເຖິງ​ຜູ້​ເບິ່ງ​ແຍງ​ເຮືອນ​ຫຼື​ຜູ້​ຈັດການ​ບ້ານ.

ຕອນ​ທີ່​ໂຢເຊບ​ລູກ​ຊາຍ​ຂອງ​ຢາໂຄບ​ເປັນ​ທາດ​ໃນ​ເອຢິບ ໂຢເຊບ​ໄດ້​ກາຍ​ມາ​ເປັນ​ພໍ່​ບ້ານ​ທີ່​ແຍງ​ເຮືອນ​ຂອງ​ເຈົ້ານາຍ​ທີ່ເປັນ​ຄົນ​ເອຢິບ. ທີ່​ຈິງ ເຈົ້ານາຍ​ໄດ້ “ມອບ​ຂອງ​ທັງ​ປວງ​ແຫ່ງ​ຕົນ​ໄວ້​ໃນ​ມື​ທ້າວ​ໂຢເຊບ.” (ຕົ້ນ. 39:2-6) ຕໍ່​ມາ ເມື່ອ​ໂຢເຊບ​ໄດ້​ເປັນ​ຜູ້​ປົກຄອງ​ທີ່​ມີ​ອຳນາດ​ຫຼາຍ​ໃນ​ເອຢິບ ລາວ​ກໍ່​ໄດ້​ແຕ່ງ​ຕັ້ງ​ພໍ່​ບ້ານ​ຄົນ​ໜຶ່ງ​ໃຫ້​ເບິ່ງ​ແຍງ​ເຮືອນ​ຂອງ​ລາວ.—ຕົ້ນ. 44:4

ໃນ​ສະໄໝ​ພະ​ເຍຊູ ເຈົ້າ​ຂອງ​ທີ່​ດິນ​ມັກ​ຈະ​ອາໄສ​ຢູ່​ໃນ​ເມືອງ​ເຊິ່ງ​ໄກ​ຈາກ​ຟາມ​ຂອງ​ພວກ​ເຂົາ. ດັ່ງ​ນັ້ນ ເຈົ້າ​ຂອງ​ທີ່​ດິນ​ຈຶ່ງ​ແຕ່ງ​ຕັ້ງ​ພໍ່​ບ້ານ​ໃຫ້​ເບິ່ງ​ແຍງ​ຄົນ​ທີ່​ເຮັດ​ວຽກ​ໃນ​ຟາມ​ນັ້ນ.

ຄົນ​ທີ່​ຈະ​ມາ​ເປັນ​ພໍ່​ບ້ານ​ຕ້ອງ​ມີ​ຄຸນສົມບັດ​ຫຍັງ​ແດ່? ນັກຂຽນ​ຊາວ​ໂລມ​ໃນ​ສະຕະວັດ​ທຳອິດ​ທີ່​ຊື່ ຄໍລູເມວລາ​ບອກ​ວ່າ ທາດ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ເບິ່ງ​ແຍງ​ເຮືອນ​ຫຼື​ພໍ່​ບ້ານ​ຄວນ​ຈະ​ເປັນ “ຄົນ​ທີ່​ມີ​ປະສົບການ” ທີ່​ເຄີຍ​ເຮັດ​ວຽກ​ຢູ່​ຟາມ​ມາ​ກ່ອນ ແລະ​ລາວ​ຄວນ​ຈະ​ເປັນ​ຄົນ​ທີ່ “ສາມາດ​ຄວບຄຸມ​ຄົນ​ງານ​ໃຫ້​ເຮັດ​ຕາມ​ທີ່​ຕ້ອງການ​ໄດ້ ແຕ່​ບໍ່​ໄດ້​ເຮັດ​ແບບ​ໂຫດ​ຮ້າຍ.” ນັກ​ຂຽນ​ຄົນ​ນີ້​ຍັງ​ບອກ​ອີກ​ວ່າ ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ຄົນ​ທີ່​ເປັນ​ພໍ່​ບ້ານ​ຄື ລາວ​ບໍ່​ຄວນ​ຄິດ​ວ່າ​ລາວ​ຮູ້​ທຸກ​ຢ່າງ ແຕ່​ລາວ​ຄວນ​ຈະ​ເປັນ​ຄົນ​ທີ່​ກະຕືລືລົ້ນ​ຢາກ​ຮຽນ​ຮູ້​ສິ່ງ​ໃໝ່ໆສະເໝີ.

ຄຳພີ​ໄບເບິນ​ໃຊ້​ຕົວຢ່າງ​ຂອງ​ພໍ່​ບ້ານ​ຫຼື​ຄົນ​ຮັບໃຊ້​ເພື່ອ​ປຽບ​ທຽບ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ປະຊາຄົມ​ຄລິດສະຕຽນ. ຕົວຢ່າງ: ອັກຄະສາວົກ​ເປໂຕ​ບອກ​ຄລິດສະຕຽນ “ໃຫ້​ໃຊ້​ຄວາມ​ສາມາດ​ຕາມ​ຂະໜາດ​ທີ່​ໄດ້​ຮັບ​ມາ​ເພື່ອ​ຮັບໃຊ້​ກັນ​ໃນ​ຖານະ​ຄົນ​ຮັບໃຊ້​ທີ່​ດີ.”—1 ເປ. 4:10, ລ.ມ.

ພະ​ເຍຊູ​ເອງ​ກໍ​ໃຊ້​ຕົວຢ່າງ​ຂອງ​ພໍ່​ບ້ານ​ຫຼື​ຜູ້​ຈັດການ​ໃນ​ຕົວຢ່າງ​ປຽບ​ທຽບ​ໃນ​ພະທຳ​ລືກາ 16:1-8. ນອກ​ຈາກ​ນັ້ນ ໃນ​ຄຳ​ພະຍາກອນ​ກ່ຽວ​ກັບ​ສັນຍານ​ການ​ປະທັບ​ເປັນ​ກະສັດ​ຂອງ​ພະ​ເຍຊູ ເພິ່ນ​ໄດ້​ສັນຍາ​ກັບ​ລູກ​ສິດ​ວ່າ​ຈະ​ແຕ່ງ​ຕັ້ງ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ຫຼື “ຄົນ​ຮັບໃຊ້​ທີ່​ສັດ​ຊື່​ແລະ​ສຸຂຸມ” ເຊິ່ງ​ເອີ້ນ​ອີກ​ຢ່າງ​ໜຶ່ງ​ວ່າ “ພໍ່​ບ້ານ.” ວຽກ​ມອບ​ໝາຍ​ຫຼັກ​ຂອງ​ພວກ​ເຂົາ​ຄື ແຈກ​ຢາຍ​ອາຫານ​ເຊິ່ງ​ເປັນ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ​ທີ່​ລູກ​ສິດ​ຂອງ​ພະ​ຄລິດ​ຈຳເປັນ​ຕ້ອງ​ໄດ້​ຮັບ​ໃນ​ໄລຍະ​ສະໄໝ​ສຸດ​ທ້າຍ. (ມັດ. 24:45-47, ລ.ມ.; ລືກາ 12:42, ລ.ມ.) ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆທີ່​ເຮົາ​ໄດ້​ຮັບ​ປຶ້ມ​ແລະ​ສື່​ຕ່າງໆທີ່​ຄົນ​ຮັບໃຊ້​ທີ່​ສັດ​ຊື່​ແລະ​ສຸຂຸມ​ຈັດ​ກຽມ​ໃຫ້​ພວກ​ເຮົາ​ທົ່ວ​ໂລກ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌