ການແຈກໃບເຊີນ
1. ເຮົາຈະເລີ່ມແຈກໃບເຊີນການປະຊຸມພາກເມື່ອໃດ?
1 ຖ້າເຈົ້າຕັ້ງໃຈເປັນພິເສດທີ່ຈະເຊີນໝູ່ຫຼືຄົນໃນຄອບຄົວມາກິນເຂົ້າ ເຈົ້າຄົງຈະໄດ້ໃຊ້ຄວາມພະຍາຍາມແລະເງິນບໍ່ໜ້ອຍເພື່ອຕຽມອາຫານຄາບນັ້ນ ແລະເຈົ້າຄົງຈະຕື່ນເຕັ້ນແທ້ໆຕອນທີ່ໄປເຊີນເຂົາເຈົ້າ. ຄ້າຍຄືກັນ ການປະຊຸມພາກທີ່ໃກ້ຈະເຖິງນີ້ກໍເປັນການລ້ຽງອາຫານຂອງພະເຢໂຫວາເຊິ່ງມີການອອກຄວາມພະຍາຍາມຫຼາຍເພື່ອກຽມສິ່ງທີ່ພະເຈົ້າຕ້ອງການສອນ. ໃນໄລຍະສາມອາທິດກ່ອນການປະຊຸມພາກຂອງເຮົາ ພະເຢໂຫວາໃຫ້ເຮົາມີສິດທິພິເສດທີ່ຈະເຊີນຄົນອື່ນໃຫ້ເຂົ້າຮ່ວມ. ເຮົາຈະເຮັດວຽກນີ້ດ້ວຍຄວາມກະຕືລືລົ້ນໄດ້ແນວໃດ?
2. ອັນໃດຈະເຮັດໃຫ້ເຮົາຢາກມີສ່ວນຮ່ວມຢ່າງເຕັມທີໃນການແຈກໃບເຊີນ?
2 ຖ້າເຮົາຄິດວ່າຕົວເຮົາເອງໄດ້ຮັບປະໂຫຍດຫຼາຍສ່ຳໃດຈາກຄຳແນະນຳຂອງພະເຢໂຫວາທີ່ການປະຊຸມພາກ. ເຮົາກໍຈະຢາກມີສ່ວນຢ່າງເຕັມທີໃນການເຊີນຄົນອື່ນໃຫ້ມາປະຊຸມກັບເຮົາ (ເອຊາ. 65:13, 14) ເຮົາຄວນຈື່ວ່າໂຄງການແຈກໃບເຊີນນີ້ໄດ້ຜົນດີທຸກປີ. (ເບິ່ງຂອບ “ເກີດຜົນທີ່ດີ.”) ເຖິງວ່າບໍ່ແມ່ນໝົດທຸກຄົນທີ່ເຮົາໄດ້ເຊີນຈະມາປະຊຸມ ແຕ່ກໍມີບາງຄົນທີ່ມາ. ບໍ່ວ່າຄົນຈະມາຫຼາຍຫຼືໜ້ອຍ ເມື່ອເຮົາໝັ່ນຊວນຄົນອື່ນ ເຮົາກໍກຳລັງສັນລະເສີນພະເຢໂຫວາແລະເຮັດໃຫ້ຜູ້ຄົນຮູ້ວ່າພະອົງໃຈກວ້າງກັບທຸກຄົນ.—ເພງ. 145:3, 7; ຄຳປ. 22:17
3. ເຮົາຈະແຈກໃບເຊີນການປະຊຸມພາກແນວໃດ?
3 ຄະນະຜູ້ເຖົ້າແກ່ຂອງແຕ່ລະປະຊາຄົມຈະຫາວິທີທີ່ຈະແຈກໃບເຊີນໃຫ້ທົ່ວເຖິງຫຼາຍທີ່ສຸດ. ເຂົາເຈົ້າຈະຕັດສິນວ່າຈະສອດໃບເຊີນໄວ້ເຮືອນທີ່ບໍ່ມີຄົນຢູ່ຫຼືຄວນເອົາໄປແຈກຕາມບ່ອນສາທາລະນະໃນເຂດຂອງປະຊາຄົມ. ໃນວັນເສົາວັນອາທິດພີ່ນ້ອງຄວນຈະສະເໜີວາລະສານພ້ອມກັບໃບເຊີນ ເມື່ອເຫັນວ່າເໝາະສົມ. ເຮົາຈະມີຄວາມສຸກຖ້າເຮົາມີສ່ວນຮ່ວມຢ່າງກະຕືລືລົ້ນແລະໄດ້ຊວນຄົນມາງານລ້ຽງຂອງພະເຢໂຫວາໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາຈະເຮັດໄດ້!