ຈົ່ງຮຽນແບບພວກຜູ້ພະຍາກອນ—ຫາບາກຸກ
1. ເປັນຫຍັງເຮົາອາດຮູ້ສຶກຄືກັບຜູ້ພະຍາກອນຫາບາກຸກ?
1 ເມື່ອປະສົບກັບຄວາມຊົ່ວຮ້າຍທີ່ເພີ່ມຂຶ້ນໃນໂລກອ້ອມຕົວເຮົາ ເຮົາອາດຮູ້ສຶກຄືກັບຜູ້ພະຍາກອນຫາບາກຸກທີ່ຖາມພະເຢໂຫວາວ່າ: “ເຫດສັນໃດພະອົງໃຫ້ຂ້ານ້ອຍເຫັນຄວາມອະທຳແລະພະອົງແຍງເບິ່ງການບັງບຽດ?” (ຫາບາ. 1:3; 2 ຕີໂມ. 3:1, 13) ການຄິດຕຶກຕອງກ່ຽວກັບຂ່າວສານຂອງຫາບາກຸກແລະຕົວຢ່າງທີ່ສັດຊື່ຂອງລາວສາມາດຊ່ວຍເຮົາໃຫ້ອົດທົນໃນຂະນະທີ່ລໍຖ້າວັນພິພາກສາຂອງພະເຢໂຫວາ.—2 ເປ. 3:7
2. ໃນທຸກມື້ນີ້ ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາໃຊ້ຊີວິດດ້ວຍຄວາມເຊື່ອ?
2 ໃຊ້ຊີວິດດ້ວຍຄວາມເຊື່ອ: ແທນທີ່ຈະທຸກໃຈກັບສະພາບການທີ່ບໍ່ດີ. ຫາບາກຸກຕື່ນຕົວແລະກະຕືລືລົ້ນທາງດ້ານຄວາມເຊື່ອຢູ່ສະເໝີ. (ຫາບາ. 2:1) ພະເຢໂຫວາຮັບຮອງກັບລາວວ່າຄຳຂອງພະອົງຈະຕ້ອງສຳເລັດຕາມເວລາກຳນົດແລະ “ຄົນຊອບທຳຈະມີຊີວິດຢູ່ດ້ວຍຄວາມເຊື່ອແຫ່ງຕົນ.” (ຫາບາ. 2:2-4) ນັ້ນໝາຍຄວາມວ່າແນວໃດສຳລັບຄລິດສະຕຽນທີ່ມີຊີວິດຢູ່ຕອນທ້າຍໆຂອງສະໄໝສຸດທ້າຍ? ການເຊື່ອວ່າອະວະສານຈະເກີດຂຶ້ນສຳຄັນກວ່າການຮູ້ວ່າອະວະສານຈະມາເມື່ອໃດ. ຄວາມເຊື່ອກະຕຸ້ນເຮົາໃຫ້ເຝົ້າລະວັງຢູ່ສະເໝີແລະຈັດໃຫ້ວຽກຮັບໃຊ້ພະເຢໂຫວາມາເປັນອັນດັບທຳອິດ.—ເຫບ. 10:38, 39
3. ເປັນຫຍັງເຮົາຕ້ອງຮັກສາຄວາມຍິນດີໃນການຮັບໃຊ້ພະເຢໂຫວາ?
3 ຊົມຊື່ນຍິນດີໃນພະເຢໂຫວາ: ເມື່ອໂຄກແຫ່ງມາໂຄກໂຈມຕີປະຊາຊົນຂອງພະເຢໂຫວາ ຄວາມເຊື່ອຂອງເຮົາຈະຖືກທົດລອງ. (ເອເຊກ. 38:2, 10-12) ສົງຄາມເຮັດໃຫ້ເກີດຄວາມທຸກລຳບາກ ແມ່ນແຕ່ກັບຝ່າຍທີ່ຊະນະເຊັ່ນ: ການຂາດແຄນອາຫານ ການສູນເສຍຊັບສິນແລະມາດຕະຖານການຄອງຊີບອາດຕົກຕ່ຳລົງ. ເຮົາຈະເຮັດແນວໃດເມື່ອມີຄວາມທຸກລຳບາກເກີດຂຶ້ນ? ຫາບາກຸກຄາດໝາຍວ່າຈະຕ້ອງປະສົບຄວາມທຸກລຳບາກ. ດັ່ງນັ້ນ ລາວຈຶ່ງຕັ້ງໃຈທີ່ຈະຮັກສາຄວາມຍິນດີໃນການຮັບໃຊ້ພະເຢໂຫວາ. (ຫາບາ. 3:16-19) “ຄວາມຍິນດີຂອງພະເຢໂຫວາ” ຈະຊ່ວຍເຮົາໃຫ້ອົດທົນກັບການທົດລອງໃນອະນາຄົດ.—ນເຫ. 8:10; ເຫບ. 12:2
4. ອັນໃດເຮັດໃຫ້ເຮົາມີຄວາມຍິນດີໃນຕອນນີ້ແລະໃນອະນາຄົດ?
4 ຜູ້ທີ່ພະເຢໂຫວາປົກປ້ອງໃຫ້ລອດຜ່ານວັນພິພາກສາຂອງພະອົງທີ່ໃກ້ເຂົ້າມາຈະໄດ້ຮັບການສອນຕໍ່ໆໄປຕາມແນວທາງຂອງພະອົງ. (ຫາບາ. 2:14) ຜູ້ທີ່ຖືກປຸກໃຫ້ຟື້ນຄືນຈາກຕາຍກໍຈະຮຽນຮູ້ກ່ຽວກັບພະເຢໂຫວາເຊັ່ນກັນ. ໃນຕອນນີ້ ຂໍໃຫ້ເຮົາໃຊ້ທຸກໆໂອກາດທີ່ຈະເວົ້າເລື່ອງຂອງພະເຢໂຫວາແລະສິ່ງອັດສະຈັນຕ່າງໆທີ່ພະອົງໄດ້ສ້າງ!—ເພງ. 34:1; 71:17