ໄວ້ວາງໃຈພະເຢໂຫວາແລ້ວຈະມີຊີວິດຢູ່!
“ຈົ່ງປົງໃຈໃນພະເຢໂຫວາດ້ວຍສຸດຈິດ ແລະຢ່າວາງໃຈໃນສະຕິປັນຍາຂອງເຈົ້າ.”—ສຸພາສິດ 3:5
1. ເປັນຫຍັງເຮົາທຸກຄົນຕ້ອງການກຳລັງໃຈ?
ເຮົາທຸກຄົນຕ້ອງການກຳລັງໃຈ. ອາດເປັນຍ້ອນຊີວິດເຮົາມີເລື່ອງທີ່ເຮັດໃຫ້ອຸກໃຈ ກັງວົນ ແລະຜິດຫວັງ. ເຮົາອາດທຸກໃຈຍ້ອນເຈັບປ່ວຍ ເຖົ້າລົງ ຫຼືຄົນທີ່ຮັກຕາຍ. ບາງຄົນກໍຖືກຄົນອື່ນເຮັດບໍ່ດີໃສ່. ນອກຈາກນັ້ນ ຄົນອ້ອມຂ້າງເຮົາກໍມັກໃຊ້ຄວາມຮຸນແຮງຫຼາຍຂຶ້ນເລື້ອຍໆ. ທີ່ຈິງ ໃນ “ຊ່ວງເວລາວິກິດ” ນີ້ເປັນຂໍ້ພິສູດວ່າເຮົາມີຊີວິດຢູ່ໃນ “ສະໄໝສຸດທ້າຍ” ແລະໂລກໃໝ່ກໍກຳລັງເຂົ້າມາໃກ້ຫຼາຍແລ້ວ. (2 ຕີໂມເຕ 3:1, ລ.ມ.) ແຕ່ເຮົາກໍອາດລໍຖ້າມາດົນແລ້ວວ່າເມື່ອໃດຄຳສັນຍາຂອງພະເຢໂຫວາຈະເປັນຈິງ ແລະເຮົາອາດປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຂຶ້ນເລື້ອຍໆ. ແລ້ວເຮົາຈະໄດ້ກຳລັງໃຈຈາກໃສ?
2, 3. (ກ) ເຮົາຮູ້ຫຍັງແດ່ກ່ຽວກັບຫາບາກຸກ? (ຂ) ເປັນຫຍັງເຮົາຈຶ່ງຕ້ອງຄົ້ນຄວ້າພະທຳຫາບາກຸກ?
2 ຂໍໃຫ້ເຮົາເບິ່ງໃນພະທຳຫາບາກຸກເພື່ອຈະໄດ້ຮັບຄຳຕອບ. ເຖິງວ່າຄຳພີໄບເບິນບໍ່ໄດ້ບອກລາຍລະອຽດຫຼາຍກ່ຽວກັບຊີວິດຂອງຫາບາກຸກ ແຕ່ພະທຳຫາບາກຸກກໍໃຫ້ກຳລັງໃຈເຮົາແທ້ໆ. ຊື່ຫາບາກຸກມີຄວາມໝາຍວ່າ “ກອດແໜ້ນໆ.” ນີ້ອາດໝາຍເຖິງການກອດອັນອົບອຸ່ນຂອງພະເຢໂຫວາທີ່ໃຫ້ກຳລັງໃຈເຮົາ ຫຼືອາດໝາຍເຖິງວິທີທີ່ເຮົາກອດພະອົງໄວ້ໃຫ້ແໜ້ນ. ຫາບາກຸກໄດ້ລົມກັບພະເຢໂຫວາແລະຖາມພະອົງຫຼາຍຢ່າງ. ພະເຢໂຫວາດົນໃຈໃຫ້ລາວຂຽນເລື່ອງທີ່ລົມກັນນີ້ ເພາະພະອົງຮູ້ວ່າເຮົາຈະໄດ້ຮັບປະໂຫຍດຈາກເລື່ອງນີ້.—ຫາບາກຸກ 2:2
3 ຄຳພີໄບເບິນບັນທຶກແຕ່ສິ່ງດຽວທີ່ເຮັດໃຫ້ເຮົາຮູ້ຈັກຜູ້ພະຍາກອນທີ່ທຸກໃຈຄົນນີ້ຄື ເລື່ອງທີ່ລາວສົນທະນາກັບພະເຢໂຫວາ. ແຕ່ພະທຳຂອງລາວເປັນສ່ວນໜຶ່ງຂອງຄຳພີໄບເບິນທີ່ “ຂຽນໄວ້ມາດົນແລ້ວ” ເພື່ອ “ເຮົາຈະໄດ້ມີຄວາມຫວັງເພາະພະຄຳພີຊ່ວຍໃຫ້ເຮົາອົດທົນແລະມີກຳລັງໃຈ.” (ໂລມ 15:4, ລ.ມ.) ພະທຳຫາບາກຸກຊ່ວຍເຮົາແຕ່ລະຄົນແນວໃດ? ພະທຳນີ້ຊ່ວຍເຮົາໃຫ້ຮູ້ຈັກຄວາມໝາຍຂອງການວາງໃຈພະເຢໂຫວາ ແລະຄຳພະຍາກອນຂອງຫາບາກຸກກໍຍັງຊ່ວຍໃຫ້ເຮົາໝັ້ນໃຈວ່າເຮົາສາມາດມີຄວາມສະຫງົບໃຈໄດ້ບໍ່ວ່າຈະປະສົບບັນຫາຫຼືຄວາມທຸກລຳບາກແບບໃດກໍຕາມ.
ອະທິດຖານເຖິງພະເຢໂຫວາ
4. ເປັນຫຍັງຫາບາກຸກຈຶ່ງທຸກໃຈ?
4 ອ່ານຫາບາກຸກ 1:2, 3. ຫາບາກຸກມີຊີວິດໃນໄລຍະທີ່ຫຍຸ້ງຍາກລຳບາກຫຼາຍ. ຜູ້ຄົນອ້ອມຂ້າງລາວມີແຕ່ຄົນເຮັດຊົ່ວແລະໃຊ້ຄວາມຮຸນແຮງ ມັນເຮັດໃຫ້ລາວຮູ້ສຶກທຸກໃຈຫຼາຍແທ້ໆ. ແຕ່ລະບ່ອນທີ່ລາວແນມເບິ່ງ ລາວເຫັນຄົນອິດສະລາແອນປະຕິບັດຕໍ່ກັນຢ່າງໂຫດຮ້າຍແລະບໍ່ຍຸຕິທຳ. ຫາບາກຸກຄິດສົງໄສວ່າ: ປານໃດຄວາມຊົ່ວຈະໝົດໄປ? ເປັນຫຍັງພະເຢໂຫວາຈຶ່ງປ່ອຍໄວ້ດົນແທ້ທີ່ຈະຈັດການກັບມັນ? ລາວຮູ້ສຶກໝົດແຮງ. ດັ່ງນັ້ນ ລາວຈຶ່ງຂໍຮ້ອງພະເຢໂຫວາໃຫ້ຈັດການເລື່ອງນີ້. ຫາບາກຸກອາດເລີ່ມຄິດວ່າພະເຢໂຫວາບໍ່ສົນໃຈປະຊາຊົນຂອງພະອົງແລ້ວ ຫຼືອາດຄິດວ່າພະເຢໂຫວາຈະບໍ່ຈັດການກັບຄວາມຊົ່ວ. ເຈົ້າເດເຄີຍຄິດແບບນີ້ບໍ?
ເຮົາບໍ່ຕ້ອງຢ້ານທີ່ຈະເວົ້າກັບພະອົງໃນເລື່ອງທີ່ເຮົາກັງວົນຫຼືສົງໄສ
5. ເຮົາໄດ້ຮຽນຮູ້ຫຍັງຈາກພະທຳຫາບາກຸກ? (ເບິ່ງຮູບທຳອິດ)
5 ຫາບາກຸກຖາມຄຳຖາມຂຶ້ນມາແບບນີ້ ຍ້ອນລາວເຊົາວາງໃຈພະເຢໂຫວາແລະຄຳສັນຍາຂອງພະອົງແລ້ວບໍ? ບໍ່ແມ່ນ! ຫາບາກຸກຂໍໃຫ້ພະເຢໂຫວາຊ່ວຍເລື່ອງທີ່ລາວສົງໄສແລະຊ່ວຍແກ້ບັນຫາຂອງລາວ. ນີ້ສະແດງໃຫ້ເຫັນວ່າລາວບໍ່ໄດ້ໝົດຫວັງ ແຕ່ລາວຍັງໄວ້ວາງໃຈພະເຢໂຫວາ. ຫາບາກຸກກໍຍັງຮູ້ສຶກກັງວົນແລະສັບສົນ. ລາວບໍ່ໄດ້ເຂົ້າໃຈວ່າເປັນຫຍັງຕ້ອງລໍຖ້າໃຫ້ພະເຢໂຫວາຈັດການ ແລະເປັນຫຍັງພະອົງຈຶ່ງຍອມໃຫ້ມີຄວາມທຸກຫຼາຍແທ້. ທີ່ຈິງ ພະເຢໂຫວາດົນໃຈໃຫ້ຫາບາກຸກຂຽນເລື່ອງຄວາມກັງວົນຂອງລາວເພື່ອສອນບົດຮຽນທີ່ສຳຄັນໃຫ້ກັບເຮົາ. ເຮົາບໍ່ຕ້ອງຢ້ານທີ່ຈະເວົ້າກັບພະອົງໃນເລື່ອງທີ່ເຮົາກັງວົນຫຼືສົງໄສ. ພະອົງເຊີນເຮົາດ້ວຍຄວາມອົບອຸ່ນໃຫ້ອະທິດຖານເຖິງພະອົງແລະເວົ້າກັບພະອົງວ່າເຮົາຮູ້ສຶກແນວໃດແທ້ໆ. (ຄຳເພງ 50:15; 62:8) ເຮົາທຸກຄົນໄດ້ຮັບກຳລັງໃຈຈາກສຸພາສິດ 3:5 ທີ່ບອກວ່າ: “ຈົ່ງປົງໃຈໃນພະເຢໂຫວາດ້ວຍສຸດຈິດ ແລະຢ່າວາງໃຈໃນສະຕິປັນຍາຂອງເຈົ້າ.” ຫາບາກຸກໄດ້ຮັບຖ້ອຍຄຳທີ່ໃຫ້ກຳລັງໃຈເຫຼົ່ານີ້.
6. ເປັນຫຍັງການອະທິດຖານຈຶ່ງສຳຄັນ?
6 ຫາບາກຸກວາງໃຈໃນພະເຢໂຫວາ ຜູ້ເປັນໝູ່ແລະເປັນພໍ່ຂອງລາວ ແລະລາວກໍຕັ້ງໃຈເຂົ້າຫາພະອົງ. ແທນທີ່ຫາບາກຸກຈະມີແຕ່ທີ່ກັງວົນກ່ຽວກັບບັນຫາຂອງລາວແລະພະຍາຍາມທີ່ຈະແກ້ໄຂດ້ວຍຕົວເອງ ແຕ່ລາວໄດ້ອະທິດຖານເຖິງພະເຢໂຫວາກ່ຽວກັບຮູ້ສຶກແລະສິ່ງທີ່ລາວກັງວົນ. ນີ້ເປັນຕົວຢ່າງທີ່ດີສຳລັບເຮົາ ພະເຢໂຫວາຜູ້ຟັງຄຳອະທິດຖານໄດ້ເຊີນເຮົາໃຫ້ສະແດງຄວາມໄວ້ວາງໃຈພະອົງໂດຍການອະທິດຖານແລະບອກເລື່ອງທີ່ເຮົາກັງວົນ. (ຄຳເພງ 65:2) ເມື່ອເຮົາເຮັດແບບນັ້ນ ເຮົາກໍຈະເຫັນວ່າພະເຢໂຫວາຕອບຄຳອະທິດຖານຂອງເຮົາແນວໃດ. ເຮົາຈະຮູ້ສຶກຄືກັບວ່າໄດ້ຢູ່ໃນອ້ອມກອດທີ່ອົບອຸ່ນເມື່ອພະອົງໃຫ້ກຳລັງໃຈແລະຊີ້ນຳເຮົາ. (ຄຳເພງ 73:23, 24) ບໍ່ວ່າເຮົາຈະປະສົບກັບການທົດສອບແບບໃດກໍຕາມ ພະອົງຈະຊ່ວຍເຮົາໃຫ້ເຂົ້າໃຈວ່າພະອົງເຫັນສະພາບການຂອງເຮົາ. ການອະທິດຖານເຖິງພະເຢໂຫວາເປັນວິທີທີ່ດີທີ່ສຸດທີ່ຈະສະແດງວ່າເຮົາໄວ້ວາງໃຈພະອົງ.
ຟັງພະເຢໂຫວາ
7. ພະເຢໂຫວາເຮັດແນວໃດຕອນທີ່ຫາບາກຸກບອກພະອົງກ່ຽວກັບຄວາມກັງວົນຂອງລາວ?
7 ອ່ານຫາບາກຸກ 1:5-7. ຫຼັງຈາກຫາບາກຸກບອກພະເຢໂຫວາກ່ຽວກັບຄວາມກັງວົນຂອງລາວ ລາວອາດສົງໄສວ່າພະເຢໂຫວາຈະຕອບແນວໃດ. ພະເຢໂຫວາພໍ່ທີ່ຮັກເຂົ້າໃຈດີວ່າຫາບາກຸກຮູ້ສຶກແນວໃດ. ພະອົງຮູ້ວ່າຫາບາກຸກທຸກໃຈແລະກຳລັງຂໍຄວາມຊ່ວຍເຫຼືອ. ດັ່ງນັ້ນ ພະເຢໂຫວາບໍ່ຕຳໜິຫາບາກຸກ ແຕ່ພະອົງບອກລາວວ່າອີກບໍ່ດົນພະອົງຈະເຮັດຫຍັງກັບຄົນຢິວທີ່ບໍ່ສັດຊື່. ທີ່ຈິງ ຫາບາກຸກອາດເປັນຜູ້ທຳອິດທີ່ພະເຢໂຫວາບອກວ່າອີກບໍ່ດົນພະອົງຈະມາລົງໂທດເຂົາເຈົ້າ.
8. ເປັນຫຍັງຄຳຕອບຂອງພະເຢໂຫວາຈຶ່ງບໍ່ຄືກັບທີ່ຫາບາກຸກຄາດຄິດໄວ້?
8 ພະເຢໂຫວາອະທິບາຍກັບຫາບາກຸກວ່າພະອົງພ້ອມທີ່ຈະຈັດການແລ້ວ. ພະອົງຈະລົງໂທດຊາວຢູດາທີ່ຊົ່ວຮ້າຍແລະມັກໃຊ້ຄວາມຮຸນແຮງ. ຄຳເວົ້າຂອງພະເຢໂຫວາທີ່ວ່າ: “ໃນຄາວ [ສະໄໝ] ຂອງພວກທ່ານ” ສະແດງວ່າສິ່ງນີ້ຈະເກີດຂຶ້ນໃນສະໄໝຂອງຫາບາກຸກເອງ ຫຼືບໍ່ກໍເກີດຂຶ້ນໃນສະໄໝຂອງຊາວອິດສະລາແອນທີ່ຢູ່ໃນຍຸກດຽວກັບລາວ. ຄຳຕອບຂອງພະເຢໂຫວາບໍ່ຄືກັບທີ່ຫາບາກຸກຄາດຄິດໄວ້ເລີຍ. ຊາວການເດຫຼືບາບີໂລນເປັນຄົນໂຫດຮ້າຍປ່າເຖື່ອນຫຼາຍ ແລະມັກໃຊ້ຄວາມຮຸນແຮງຫຼາຍກວ່າຊາວອິດສະລາແອນເຊິ່ງຢ່າງໜ້ອຍກໍຍັງຮູ້ຈັກມາດຕະຖານຂອງພະເຢໂຫວາ. ດັ່ງນັ້ນ ເປັນຫຍັງພະເຢໂຫວາຈຶ່ງໃຊ້ຊາດນອກຮີດທີ່ຊົ່ວຮ້າຍນີ້ມາລົງໂທດປະຊາຊົນຂອງພະອົງ? ການເຮັດແບບນີ້ຈະແຮ່ງເຮັດໃຫ້ຊາວຢູດາທຸກລຳບາກຫຼາຍກວ່າເກົ່າອີກ. ຖ້າເຈົ້າເປັນຫາບາກຸກເຈົ້າຈະຮູ້ສຶກແນວໃດ?
9. ຫາບາກຸກຍັງຖາມພະເຢໂຫວາແນວໃດຕື່ມອີກ?
9 ອ່ານຫາບາກຸກ 1:12-14, 17. ເຖິງວ່າຫາບາກຸກເຂົ້າໃຈວ່າພະເຢໂຫວາຈະໃຊ້ພວກບາບີໂລນເພື່ອລົງໂທດຄົນຊົ່ວໃນສະໄໝຂອງລາວ ແຕ່ລາວກໍຍັງສັບສົນ. ເຖິງຢ່າງນັ້ນ ລາວກໍຍັງຖ່ອມຕົວແລະຕັ້ງໃຈທີ່ຈະໄວ້ວາງໃຈໃນພະເຢໂຫວາຕໍ່ໆໄປ. ທີ່ຈິງ ລາວບອກວ່າພະເຢໂຫວາເປັນຄື “ຫີນດານ” ສຳລັບລາວ. (ພະບັນຍັດ 32:4; ເອຊາອີ 26:4) ຫາບາກຸກຍັງເຊື່ອໝັ້ນວ່າພະເຈົ້າມີຄວາມຮັກແລະກະລຸນາ ດັ່ງນັ້ນ ລາວບໍ່ຢ້ານທີ່ຈະຖາມພະເຢໂຫວາອີກ ເຊັ່ນ: ເປັນຫຍັງພະເຢໂຫວາຍອມໃຫ້ສະພາບການໃນຢູດາຊົ່ວຮ້າຍຂຶ້ນເລື້ອຍໆ ແລະປະຊາຊົນທຸກລຳບາກຫຼາຍຂຶ້ນ? ເປັນຫຍັງພະອົງບໍ່ຈັດການທັນທີ? ເປັນຫຍັງຜູ້ມີອຳນາດສູງສຸດຈຶ່ງ “ມິດປາກຢູ່” ແລະຍອມໃຫ້ມີຄວາມຊົ່ວຢູ່ທຸກບ່ອນທັງໆທີ່ພະເຢໂຫວາເປັນຜູ້ “ບໍລິສຸດ” ແລະ “ພະອົງມີຕາບໍລິສຸດໂພດຈຶ່ງເຫັນ [“ບໍລິສຸດເກີນກວ່າຈະເບິ່ງ,” ລ.ມ.] ການຮ້າຍໄດ້.”
10. ເປັນຫຍັງບາງເທື່ອເຮົາອາດຮູ້ສຶກຄືກັນກັບຫາບາກຸກ?
10 ບາງເທື່ອເຮົາອາດຮູ້ສຶກຄືກັບຫາບາກຸກ. ເຮົາຟັງພະເຢໂຫວາ ເຮົາໄວ້ວາງໃຈພະອົງ ເຮົາອ່ານແລະສຶກສາຄຳພີໄບເບິນເຊິ່ງເຮັດໃຫ້ຄວາມຫວັງຂອງເຮົາເຂັ້ມແຂງ. ເຮົາຍັງໄດ້ຍິນເລື່ອງຄຳສັນຍາຂອງພະອົງເມື່ອຟັງສິ່ງທີ່ອົງການຂອງພະອົງສອນ. ແຕ່ເຮົາອາດຈະຍັງສົງໄສວ່າ: ‘ປານໃດຄວາມທຸກລຳບາກຈະໝົດໄປ?’ ຂໍເຮົາມາເບິ່ງວ່າຫາບາກຸກໄດ້ເຮັດຫຍັງຕໍ່ໄປເຊິ່ງຈະຊ່ວຍເຮົາໄດ້ບົດຮຽນ.
ລໍຖ້າໃຫ້ພະເຢໂຫວາຈັດການ
11. ຫາບາກຸກໄດ້ຕັ້ງໃຈທີ່ຈະເຮັດຫຍັງ?
11 ອ່ານຫາບາກຸກ 2:1. ການທີ່ຫາບາກຸກເວົ້າກັບພະເຢໂຫວາເຮັດໃຫ້ລາວມີຄວາມສະຫງົບໃຈ ແລະເຮັດໃຫ້ລາວຕັ້ງໃຈລໍຖ້າພະເຢໂຫວາຈັດການ. ຫາບາກຸກເວົ້າເຖິງຄວາມຕັ້ງໃຈຂອງລາວອີກເມື່ອບອກວ່າ: “ຂ້ອຍຈະລໍຖ້າຢູ່ງຽບໆຈົນກວ່າຈະເຖິງວັນນັ້ນ.” (ຫາບາກຸກ 3:16, ລ.ມ.) ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າຄົນອື່ນໆຍັງໄດ້ລໍຖ້າພະເຢໂຫວາຈັດການຄືກັນ. ຕົວຢ່າງຂອງເຂົາເຈົ້າເຮັດໃຫ້ເຮົາມີກຳລັງໃຈເພາະພິສູດໃຫ້ເຫັນວ່າເຮົາສາມາດເຮັດແບບດຽວກັນໄດ້.—ມີເກ 7:7; ຢາໂກໂບ 5:7, 8
ເຮົາຄວນລໍຖ້າດ້ວຍຄວາມອົດທົນໃຫ້ພະເຢໂຫວາລົງມືຈັດການແລະໄວ້ໃຈວ່າພະອົງຈະແກ້ໄຂບັນຫາຂອງເຮົາໃນເວລາທີ່ພະອົງເຫັນວ່າເໝາະສົມ
12. ເຮົາໄດ້ຮຽນຮູ້ຫຍັງຈາກຫາບາກຸກ?
12 ເຮົາໄດ້ຮຽນຮູ້ຫຍັງຈາກຄວາມຕັ້ງໃຈຂອງຫາບາກຸກ? ທຳອິດ ເຮົາບໍ່ຄວນເຊົາອະທິດຖານເຖິງພະເຢໂຫວາບໍ່ວ່າເຮົາຈະມີບັນຫາໃດກໍຕາມ. ສອງ ເຮົາຈຳເປັນຕ້ອງຟັງສິ່ງທີ່ພະເຢໂຫວາບອກເຮົາໂດຍຜ່ານທາງຄຳພີໄບເບິນແລະອົງການ. ສາມ ເຮົາຄວນລໍຖ້າດ້ວຍຄວາມອົດທົນໃຫ້ພະເຢໂຫວາລົງມືຈັດການ ແລະໄວ້ໃຈວ່າພະອົງຈະແກ້ໄຂບັນຫາຂອງເຮົາໃນເວລາທີ່ພະອົງເຫັນວ່າເໝາະສົມ. ຖ້າເຮົາຮຽນແບບຫາບາກຸກ ເຮົາກໍຈະມີຄວາມສະຫງົບໃຈແລະອົດທົນໄດ້. ຄວາມຫວັງຂອງເຮົາຈະຊ່ວຍເຮົາໃຫ້ອົດທົນແລະມີຄວາມສຸກບໍ່ວ່າຈະມີບັນຫາແບບໃດກໍຕາມ. ເຮົາເຊື່ອໝັ້ນໄດ້ວ່າພໍ່ຂອງເຮົາຜູ້ຢູ່ໃນສະຫວັນຈະລົງມືຈັດການກັບບັນຫາເຫຼົ່ານັ້ນ.—ໂລມ 12:12
13. ພະເຢໂຫວາໃຫ້ກຳລັງໃຈຫາບາກຸກແນວໃດ?
13 ອ່ານຫາບາກຸກ 2:3. ເຮົາໝັ້ນໃຈໄດ້ວ່າພະເຢໂຫວາພໍໃຈຫາບາກຸກທີ່ລາວຕັດສິນໃຈລໍຖ້າໃຫ້ພະອົງລົງມືແກ້ໄຂຈັດການ. ຜູ້ມີອຳນາດສູງສຸດຮູ້ວ່າຫາບາກຸກກຳລັງທົນກັບຄວາມທຸກລຳບາກແບບໃດ ສະນັ້ນ ພະອົງຈຶ່ງໃຫ້ກຳລັງໃຈແລະຢືນຢັນດ້ວຍຄວາມຮັກກັບລາວວ່າພະອົງຈະຕອບຄຳຖາມທີ່ຈິງໃຈນັ້ນ. ອີກບໍ່ດົນຄວາມກັງວົນທັງໝົດຂອງຫາບາກຸກກໍຈະຖືກແກ້ໄຂຈັດການ. ຄືກັບວ່າພະເຢໂຫວາບອກຫາບາກຸກວ່າ: “ໃຫ້ອົດທົນເອົາເດີ້ແລະໄວ້ໃຈເຮົາ. ເຖິງອາດຈະເບິ່ງຄືວ່າໃຊ້ເວລາດົນ ແຕ່ເຮົາຈະຕອບຄຳອະທິດຖານຂອງເຈົ້າແນ່ນອນ.” ພະເຢໂຫວາເຕືອນຫາບາກຸກວ່າພະອົງຕັດສິນໃຈແລ້ວວ່າຈະເຮັດໃຫ້ຄຳສັນຍາຂອງພະອົງສຳເລັດເມື່ອໃດ. ສະນັ້ນ ພະອົງຈຶ່ງແນະນຳຫາບາກຸກໃຫ້ລໍຖ້າຕໍ່ໄປ ແລະໃນທີ່ສຸດລາວຈະບໍ່ຜິດຫວັງແນ່ນອນ.
ເປັນຫຍັງເຮົາຈຶ່ງຕັ້ງໃຈເຮັດສຸດຄວາມສາມາດເພື່ອພະເຢໂຫວາ? (ເບິ່ງຂໍ້ 14)
14. ເຮົາຄວນຕັ້ງໃຈເຮັດຫຍັງເມື່ອປະສົບກັບຄວາມທຸກລຳບາກ?
14 ເຮົາກໍຄືກັນ ເຮົາຕ້ອງລໍຖ້າໃຫ້ພະເຢໂຫວາລົງມືຈັດການ ແລະເຮົາກໍຍັງຕ້ອງຕັ້ງໃຈຟັງໃນສິ່ງທີ່ພະອົງບອກ. ແລ້ວເຮົາກໍຈະມີຄວາມໝັ້ນໃຈແລະມີຄວາມສະຫງົບໃຈບໍ່ວ່າເຮົາຈະປະສົບກັບຄວາມທຸກລຳບາກແບບໃດກໍຕາມ. ພະເຍຊູແນະນຳເຮົາບໍ່ໃຫ້ຈົດຈໍ່ຢູ່ກັບແຕ່ ‘ວັນເວລາ’ ທີ່ພະເຈົ້າບໍ່ທັນບອກລາຍລະອຽດ. (ກິດຈະການ 1:7) ເຮົາຕ້ອງໄວ້ວາງໃຈວ່າພະເຢໂຫວາຮູ້ວ່າຕອນໃດດີທີ່ສຸດທີ່ຈະຈັດການ. ດັ່ງນັ້ນ ເຮົາບໍ່ຄວນຍອມແພ້ ເຮົາຕ້ອງຖ່ອມໃຈ ອົດທົນ ແລະມີຄວາມເຊື່ອໃນພະເຈົ້າ. ໃນລະຫວ່າງທີ່ເຮົາລໍຖ້າ ເຮົາຄວນໃຊ້ເວລາຢ່າງສະຫຼາດແລະຮັບໃຊ້ພະເຢໂຫວາສຸດຄວາມສາມາດ.—ມາລະໂກ 13:35-37; ຄາລາຊີ 6:9
ພະເຢໂຫວາຈະໃຫ້ຊີວິດຕະຫຼອດໄປກັບຄົນທີ່ໄວ້ວາງໃຈພະອົງ
15, 16. (ກ) ໃນພະທຳຫາບາກຸກມີຄຳສັນຍາຫຍັງແດ່? (ຂ) ເຮົາໄດ້ຮຽນຮູ້ຫຍັງຈາກຄຳສັນຍາເຫຼົ່ານີ້?
15 ພະເຢໂຫວາສັນຍາວ່າ: “ຄົນດີຈະມີຊີວິດຢູ່ເພາະເຂົາເຈົ້າສັດຊື່” ແລະ “ໂລກຈະເຕັມໄປດ້ວຍຄົນທີ່ຮູ້ຈັກຄວາມຍິ່ງໃຫຍ່ຂອງພະເຢໂຫວາ.” (ຫາບາກຸກ 2:4, 14, ລ.ມ.) ແນ່ນອນ ພະເຢໂຫວາສັນຍາວ່າຈະໃຫ້ຊີວິດຕະຫຼອດໄປກັບຄົນທີ່ອົດທົນແລະໄວ້ວາງໃຈໃນພະອົງ.
16 ຄຳສັນຍາທີ່ຂຽນໄວ້ໃນຫາບາກຸກ 2:4 ນັ້ນສຳຄັນຫຼາຍຈົນໂປໂລຍົກຂຶ້ນມາເວົ້າໃນຈົດໝາຍຂອງລາວຕັ້ງສາມເທື່ອ! (ໂລມ 1:17; ຄາລາຊີ 3:11; ເຫບເລີ 10:38) ເຮົາສາມາດໝັ້ນໃຈໄດ້ວ່າ ບໍ່ວ່າຈະເຈິກັບຄວາມຫຍຸ້ງຍາກຫຍັງ ເຮົາກໍຈະເຫັນຄຳສັນຍາຕ່າງໆຂອງພະເຢໂຫວາສຳເລັດເປັນຈິງ ຖ້າເຮົາໄວ້ວາງໃຈພະອົງ. ພະເຢໂຫວາຢາກໃຫ້ເຮົາຈົດຈໍ່ກັບຄວາມຫວັງຂອງເຮົາກ່ຽວກັບອະນາຄົດ.
17. ຖ້າເຮົາໄວ້ວາງໃຈໃນພະເຢໂຫວາ ພະອົງຈະເຮັດໃຫ້ເຮົາໝັ້ນໃຈໃນເລື່ອງຫຍັງ?
17 ພະທຳຫາບາກຸກມີບົດຮຽນທີ່ສຳຄັນສຳລັບທຸກຄົນທີ່ມີຊີວິດໃນສະໄໝສຸດທ້າຍນີ້. ພະເຢໂຫວາສັນຍາວ່າຈະໃຫ້ຊີວິດຕະຫຼອດໄປກັບຄົນຊອບທຳທີ່ໄວ້ວາງໃຈພະອົງ. ດັ່ງນັ້ນ ບໍ່ວ່າຈະປະສົບກັບບັນຫາຫຼືມີຄວາມອຸກໃຈຫຍັງກໍຕາມ ຂໍໃຫ້ເຮົາເສີມສ້າງຄວາມເຊື່ອແລະຄວາມໄວ້ວາງໃຈໃນພະເຈົ້າໃຫ້ຫຼາຍຂຶ້ນຕໍ່ໆໄປ. ສິ່ງທີ່ພະເຢໂຫວາເວົ້າກັບຫາບາກຸກເຮັດໃຫ້ເຮົາໝັ້ນໃຈວ່າພະອົງຈະປົກປ້ອງແລະຊ່ວຍເຮົາໃຫ້ລອດຊີວິດ. ພະອົງຂໍໃຫ້ເຮົາໄວ້ວາງໃຈໃນພະອົງແລະລໍຖ້າດ້ວຍຄວາມອົດທົນຈົນເຖິງເວລາທີ່ພະອົງກຳນົດໄວ້ວ່າຈະໃຫ້ລາຊະອານາຈັກຂອງພະອົງມາປົກຄອງໂລກ. ໃນຕອນນັ້ນ ໂລກຈະມີແຕ່ຄົນທີ່ນະມັດສະການພະເຢໂຫວາ ເຂົາເຈົ້າຈະມີຄວາມສຸກແລະສັນຕິສຸກ.—ມັດທາຍ 5:5; ເຫບເລີ 10:36-39
ໄວ້ວາງໃຈພະເຢໂຫວາແລະມີຄວາມສຸກ
18. ຄຳເວົ້າຂອງພະເຢໂຫວາສົ່ງຜົນຕໍ່ຫາບາກຸກແນວໃດ?
18 ອ່ານຫາບາກຸກ 3:16-19. ສິ່ງທີ່ພະເຢໂຫວາບອກຫາບາກຸກໄດ້ສົ່ງຜົນຕໍ່ລາວຫຼາຍ. ລາວໄດ້ຄິດຕຶກຕອງສິ່ງທີ່ໜ້າງຶດງໍ້ທີ່ພະເຢໂຫວາເຮັດໃຫ້ປະຊາຊົນຂອງພະອົງໃນອະດີດ. ຕອນນີ້ ຫາບາກຸກໄວ້ວາງໃຈພະເຢໂຫວາຫຼາຍຂຶ້ນ. ລາວໝັ້ນໃຈວ່າອີກບໍ່ດົນພະອົງຈະລົງມືຈັດການ! ສິ່ງນີ້ເຮັດໃຫ້ຜູ້ພະຍາກອນຫາບາກຸກມີກຳລັງໃຈ ເຖິງວ່າລາວຮູ້ວ່າອາດຈະຕ້ອງທົນທຸກລຳບາກອີກຈັກໄລຍະໜຶ່ງ. ຫາບາກຸກບໍ່ໄດ້ສົງໄສຫຍັງອີກແລ້ວ ລາວໄວ້ວາງໃຈຢ່າງເຕັມທີວ່າພະເຢໂຫວາຈະຊ່ວຍລາວໃຫ້ລອດ. ທີ່ຈິງ ສິ່ງທີ່ລາວຂຽນໃນຂໍ້ 18 ອາດຈະເປັນໜຶ່ງໃນການສະແດງຄວາມໄວ້ວາງໃຈທີ່ເດັ່ນທີ່ສຸດໃນຄຳພີໄບເບິນ. ຜູ້ຊ່ຽວຊານບາງຄົນເຊື່ອວ່າຂໍ້ນີ້ແປວ່າ: “ຂ້ອຍຈະເຕັ້ນດ້ວຍຄວາມຍິນດີເພາະພະເຈົ້າ ຂ້ອຍປິ່ນອ້ອມຕົວເອງຍ້ອນດີໃຈໃນພະເຈົ້າ.” ນີ້ເປັນບົດຮຽນທີ່ສຳຄັນຫຼາຍສຳລັບເຮົາທຸກຄົນ! ພະເຢໂຫວາບໍ່ພຽງແຕ່ໃຫ້ເຮົາມີຄຳສັນຍາທີ່ດີກ່ຽວກັບອະນາຄົດເທົ່ານັ້ນ ແຕ່ພະອົງຍັງເຮັດໃຫ້ເຮົາໝັ້ນໃຈວ່າອີກບໍ່ດົນພະອົງຈະເຮັດໃຫ້ຄຳສັນຍາເຫຼົ່ານັ້ນສຳເລັດເປັນຈິງ.
19. ຄືກັບຫາບາກຸກ ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ກຳລັງໃຈຈາກພະເຢໂຫວາ?
19 ບົດຮຽນສຳຄັນທີ່ເຮົາໄດ້ຮຽນຮູ້ຈາກພະທຳຫາບາກຸກກໍຄື ເຮົາຕ້ອງໄວ້ວາງໃຈພະເຢໂຫວາ. (ຫາບາກຸກ 2:4) ເພື່ອຈະໄວ້ວາງໃຈພະເຢໂຫວາຕໍ່ໆໄປ ເຮົາຕ້ອງເຮັດໃຫ້ສາຍສຳພັນຂອງເຮົາກັບພະອົງເຂັ້ມແຂງຂຶ້ນ. ດັ່ງນັ້ນ ສິ່ງທີ່ເຮົາຕ້ອງເຮັດກໍຄື: (1) ອະທິດຖານເລື້ອຍໆ ບອກພະເຢໂຫວາທຸກເລື່ອງທີ່ເຮົາກັງວົນແລະອຸກໃຈ. (2) ຕັ້ງໃຈຟັງສິ່ງທີ່ພະເຢໂຫວາບອກເຮົາໂດຍຜ່ານທາງຄຳພີໄບເບິນແລະເຮັດຕາມການຊີ້ນຳຈາກອົງການຂອງພະອົງ. (3) ໃຫ້ສັດຊື່ແລະອົດທົນໃນຂະນະທີ່ລໍຖ້າພະເຢໂຫວາເຮັດໃຫ້ຄຳສັນຍາຕ່າງໆຂອງພະອົງສຳເລັດເປັນຈິງ. ຫາບາກຸກໄດ້ເຮັດແນວນັ້ນ ເຖິງວ່າລາວຈະທຸກໃຈຫຼາຍ ແຕ່ເມື່ອໄດ້ລົມກັບພະເຢໂຫວາ ໃນທີ່ສຸດລາວກໍມີກຳລັງໃຈແລະມີຄວາມສຸກ! ຖ້າເຮົາຮຽນແບບຫາບາກຸກ ເຮົາກໍຈະໄດ້ຮັບກຳລັງໃຈຄືກັບວ່າພະເຢໂຫວາພໍ່ທີ່ຮັກໃນສະຫວັນກອດເຮົາຢ່າງອົບອຸ່ນ. ຈະມີບ່ອນໃດບໍໃນໂລກທີ່ຊົ່ວຮ້າຍນີ້ທີ່ຈະໃຫ້ກຳລັງໃຈເຮົາໄດ້ຫຼາຍກວ່ານີ້?