ຊີວິດຄລິດສະຕຽນ
ສິ່ງພິມຮູບແບບໃໝ່ສຳລັບເລີ່ມການສົນທະນາ
ເລີ່ມແຕ່ເດືອນມັງກອນ ປີ 2016 ຫຼັງປົກຂອງວາລະສານຫໍສັງເກດການ ສາທາ ລະນະໄດ້ມີການແກ້ໄຂເປັນຮູບແບບໃໝ່ເຊິ່ງມີຫົວເລື່ອງ “ຄຳພີໄບເບິນບອກແນວໃດ?” ຮູບແບບໃໝ່ນີ້ຖືກອອກແບບມາເພື່ອຊ່ວຍເຮົາເລີ່ມການສົນທະນາເລື່ອງຄຳພີໄບເບິນ. ຮູບແບບຄ້າຍຄືກັບແຜ່ນພັບຂອງເຮົາ. ມີຄຳຖາມ ຄຳຕອບຈາກຂໍ້ພະຄຳພີ ແລະລວມທັງມີຈຸດເພີ່ມເຕີມເພື່ອພິຈາລະນາ.
ການສົນທະນາແບບເປັນມິດທີ່ໃຊ້ພະຄຳພີມັກນຳໄປສູ່ການສຶກສາຄຳພີໄບເບິນ. ຂໍໃຫ້ໃຊ້ຮູບແບບໃໝ່ນີ້ເພື່ອຊ່ວຍຫຼາຍຄົນທີ່ຫິວໂຫຍຄວາມຮູ້ກ່ຽວກັບພະເຈົ້າ.—ມັດ. 5:6
ວິທີໃຊ້:
ຖາມຄວາມຄິດເຫັນເຈົ້າຂອງເຮືອນຈັກຄຳຖາມໜຶ່ງ.
ຟັງແລະຍອມຮັບຄຳຕອບຂອງລາວ.
ອ່ານຂໍ້ພະຄຳພີຢູ່ກ້ອງຫົວຂໍ້ “ສິ່ງທີ່ຄຳພີໄບເບິນບອກ” ແລະຖາມຄວາມຄິດເຫັນຂອງລາວກ່ຽວກັບຂໍ້ພະຄຳ ພີ. ຖ້າລາວມີເວລາກໍໃຫ້ສືບຕໍ່ສົນທະນາໂດຍໃຊ້ຈຸດທີ່ຢູ່ກ້ອງຫົວຂໍ້ “ເຮົາຮູ້ຫຍັງອີກຈາກຄຳພີໄບເບິນ?”
ສະເໜີວາລະສານ.
ກຽມການກັບໄປຢາມແລະພິຈາລະນາຄຳຖາມທີສອງ.