ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ມັງກອນ ໜ້າ 8
  • ວິທີເລີ່ມເວົ້າກັບຄົນອື່ນໂດຍໃຊ້ແຜ່ນພັບ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີເລີ່ມເວົ້າກັບຄົນອື່ນໂດຍໃຊ້ແຜ່ນພັບ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ວິທີໃຊ້ຕົວຢ່າງການສົນທະນາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ຕົວຢ່າງ​ການ​ສົນທະນາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ຕົວຢ່າງການສະເໜີ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ວິທີໃຊ້ຕົວຢ່າງການລົມກັນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ມັງກອນ ໜ້າ 8
ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ບ່ອນ​ຖ້າ​ລົດ​ເມ​ໂດຍ​ໃຊ້​ແຜ່ນ​ພັບ ‘ຄວາມ​ທຸກ​ລຳບາກ​ຈະ​ມີ​ມື້​ໝົດ​ໄປ​ບໍ?’

ຊີວິດ​ຄລິດສະຕຽນ

ວິທີ​ເລີ່ມ​ເວົ້າ​ກັບ​ຄົນ​ອື່ນ​ໂດຍ​ໃຊ້​ແຜ່ນ​ພັບ

ນັບ​ຕັ້ງ​ແຕ່​ເດືອນ​ມັງກອນ ປີ 2018 ມີ​ການ​ເພີ່ມ​ຕົວຢ່າງ​ການ​ສົນທະນາ​ໄວ້​ໃນ​ໜ້າ​ປົກ​ຂອງ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ການ​ປະຊຸມ. ມີ​ການ​ສະໜັບສະໜູນ​ໃຫ້​ເຮົາ​ເນັ້ນ​ການ​ເວົ້າ​ກັບ​ຜູ້​ຄົນ​ແທນ​ທີ່​ຈະ​ສະເໜີ​ແຕ່​ສິ່ງ​ພິມ​ໃຫ້​ພວກ​ເຂົາ. ເພື່ອ​ຊ່ວຍ​ຜູ້​ປະກາດ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້ ເຮົາ​ມີ​ວິດີໂອ​ຕົວຢ່າງ​ການ​ສົນທະນາ​ເຊິ່ງ​ຊ່ວຍ​ໃຫ້​ຮູ້​ວ່າ​ຈະ​ເລີ່ມ​ເວົ້າ​ກັບ​ຄົນ​ອື່ນ​ແນວ​ໃດ​ໂດຍ​ໃຊ້​ແຕ່​ຄຳພີ​ໄບເບິນ​ເທົ່າ​ນັ້ນ. ແຕ່​ນີ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຄວນ​ໃຊ້​ສິ່ງ​ພິມ​ເລີຍ​ບໍ​ເມື່ອ​ປະກາດ​ຕາມ​ບ້ານ​ເຮືອນ? ບໍ່​ແມ່ນ! ການ​ໃຊ້​ແຜ່ນ​ພັບ​ເພື່ອ​ເລີ່ມ​ເວົ້າ​ກັບ​ຄົນ​ອື່ນ​ເປັນ​ວິທີ​ໜຶ່ງ​ທີ່​ມີ​ປະສິດທິພາບ. ເມື່ອ​ໃຊ້​ແຜ່ນ​ພັບ ເຮົາ​ສາມາດ​ເຮັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

  1. ຖາມ​ຄຳຖາມ​ຢູ່​ໜ້າ​ທຳອິດ​ຂອງ​ແຜ່ນ​ພັບ​ທີ່​ມີ​ຄຳຕອບ​ໃຫ້​ເລືອກ.

  2. ໃຫ້​ເບິ່ງ​ຄຳຕອບ​ຈາກ​ຂໍ້​ພະ​ຄຳພີ​ທີ່​ຢູ່​ໃນ​ໜ້າ​ທີ​ສອງ. ຖ້າ​ມີ​ເວລາ ໃຫ້​ອ່ານ​ແລະ​ລົມ​ກັນ​ກ່ຽວ​ກັບ​ລາຍ​ລະອຽດ​ບາງ​ຢ່າງ​ໃນ​ແຜ່ນ​ພັບ​ນັ້ນ.

  3. ເອົາ​ແຜ່ນ​ພັບ​ໃຫ້​ເຈົ້າ​ຂອງ​ເຮືອນ ແລະ​ສະໜັບສະໜູນ​ໃຫ້​ລາວ​ອ່ານ​ສ່ວນ​ທີ່​ເຫຼືອ​ຕອນ​ທີ່​ລາວ​ຫວ່າງ.

  4. ກ່ອນ​ໄປ ໃຫ້​ເຈົ້າ​ຂອງ​ເຮືອນ​ເບິ່ງ​ໃນ​ສ່ວນ “ສິ່ງ​ທີ່​ຄວນ​ຄິດ​ເຖິງ” ແລະ​ນັດ​ເພື່ອ​ກັບ​ມາ​ເບິ່ງ​ຄຳຕອບ​ຈາກ​ຄຳພີ​ໄບເບິນ​ໃນ​ເທື່ອ​ໜ້າ.

ແຜ່ນ​ພັບ ‘ທ່ານ​ຄິດ​ແນວ​ໃດ​ກ່ຽວ​ກັບ​ອະນາຄົດ’ ເປັນ​ໜຶ່ງ​ໃນ​ສີ່​ແຜ່ນ​ພັບ​ທີ່​ມີ​ລັກສະນະ​ສະເພາະ​ເຈາະ​ຈົງ.

ເມື່ອ​ກັບ​ໄປ​ຫາ ໃຫ້​ເບິ່ງ​ຄຳຕອບ​ຈາກ​ຄຳພີ​ໄບເບິນ​ແລະ​ຝາກ​ຄຳຖາມ​ອີກ​ເພື່ອ​ຈະ​ກັບ​ໄປ​ຫາ​ເທື່ອ​ໜ້າ. ເຈົ້າ​ອາດ​ເລືອກ​ຄຳຖາມ​ຈາກ​ເວັບໄຊ​ຂອງ​ເຮົາ​ຫຼື​ຄຳຖາມ​ຈາກ​ປຶ້ມ​ທີ່​ອ້າງ​ເຖິງ​ຢູ່​ຫຼັງ​ແຜ່ນ​ພັບ. ຖ້າ​ເຫັນ​ວ່າ​ເໝາະ​ສົມ​ໃຫ້​ສະເໜີ​ປຶ້ມ​ຂ່າວ​ດີ​ຈາກ​ພະເຈົ້າ! ຫຼື​ປຶ້ມ​ອື່ນໆທີ່​ໃຊ້​ສຶກສາ​ຈາກ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌