ຊີວິດຄລິດສະຕຽນ
ຊ່ວຍລູກໃຫ້ພັດທະນາຄວາມເຊື່ອທີ່ໝັ້ນຄົງຕໍ່ຜູ້ສ້າງ
ສິ່ງທີ່ຖືກສ້າງປະກາດສະຫງ່າລາສີຂອງພະເຢໂຫວາ. (ເພງ. 19:1-4; 139:14) ແຕ່ໂລກທີ່ຊາຕານປົກຄອງສົ່ງເສີມທິດສະດີຕ່າງໆກ່ຽວກັບຕົ້ນກຳເນີດຂອງຊີວິດເຊິ່ງບໍ່ໄດ້ໃຫ້ກຽດພະເຈົ້າ. (ໂລມ 1:18-25) ເຈົ້າຈະປ້ອງກັນແນວໃດເພື່ອບໍ່ໃຫ້ສິ່ງນີ້ຝັງຮາກເລິກໃນຄວາມຄິດແລະໃນຫົວໃຈຂອງລູກ? ຊ່ວຍລູກຕັ້ງແຕ່ຍັງນ້ອຍໃຫ້ພັດທະນາຄວາມເຊື່ອທີ່ວ່າພະເຢໂຫວາມີຊິວິດຢູ່ແທ້ແລະພະອົງສົນໃຈເຂົາເຈົ້າເປັນສ່ວນຕົວ. (2 ໂກ. 10:4, 5; ເອເຟ. 6:16) ດຶງຄວາມຄິດຂອງລູກໃນສ່ວນທີ່ເລິກທີ່ສຸດອອກມາກ່ຽວກັບສິ່ງທີ່ເຂົາເຈົ້າຖືກສອນຢູ່ໂຮງຮຽນ ແລະໃຊ້ເຄື່ອງມືຫຼາຍຢ່າງທີ່ມີຢູ່ເພື່ອເຂົ້າເຖິງໃຈລູກ.—ສຸພາ. 20:5; ຢໂກ. 1:19
ເບິ່ງວິດີໂອເພື່ອນຂອງເຈົ້າຄິດແນວໃດ—ການເຊື່ອວ່າມີພະເຈົ້າ ແລະຖາມວ່າ:
ມີຄວາມເຂົ້າໃຈຜິດແນວໃດເມື່ອເວົ້າເຖິງການເຊື່ອໃນພະເຈົ້າ?
ຢູ່ໂຮງຮຽນເຈົ້າຖືກສອນແນວໃດ?
ອັນໃດເຮັດໃຫ້ເຈົ້າໝັ້ນໃຈວ່າພະເຢໂຫວາມີຊີວິດຢູ່ແທ້?
ເຈົ້າອາດຊ່ວຍບາງຄົນແນວໃດໃຫ້ຫາເຫດຜົນວ່າພະເຈົ້າສ້າງທຸກສິ່ງ?