ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ17 ມີນາ ໜ້າ 5
  • ວິທີໃຊ້ປຶ້ມເຊື່ອຟັງພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີໃຊ້ປຶ້ມເຊື່ອຟັງພະເຈົ້າ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ເລື່ອງທີ່ຄ້າຍກັນ
  • ໃຊ້ ຊີວິດທີ່ມີຄວາມສຸກຕະຫຼອດໄປ! ໃນວຽກຮັບໃຊ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ຊ່ວຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 2
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 1
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຄມປ17 ມີນາ ໜ້າ 5

ຊີວິດ​ຄລິດສະຕຽນ

ວິທີ​ໃຊ້​ປຶ້ມ​ເຊື່ອ​ຟັງ​ພະເຈົ້າ

ປຶ້ມ​ເຊື່ອ​ຟັງ​ພະເຈົ້າ

ປຶ້ມ​ເຊື່ອ​ຟັງ​ພະເຈົ້າຖືກ​ອອກ​ແບບ​ເພື່ອ​ສອນ​ຄວາມ​ຈິງ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ໂດຍ​ໃຊ້​ການ​ເບິ່ງ​ຮູບ​ພາບ​ສຳລັບ​ຄົນ​ທີ່​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຮຽນ​ຈາກ​ການ​ອ່ານ​ເນື້ອ​ໃນ. ລັກສະນະ​ເດັ່ນ​ຂອງ​ປຶ້ມ​ຫົວ​ນີ້​ກໍ​ຄື ແຕ່​ລະ​ບົດ​ມີ​ເນື້ອ​ໃນ​ສອງ​ໜ້າ​ແລະ​ມີ​ຮູບ​ພາບ​ທີ່​ເລືອກ​ມາ​ຢ່າງ​ດີ ແລະ​ມີ​ລູກ​ສອນ​ທີ່​ຊ່ວຍ​ໃຫ້​ຮູ້​ວ່າ​ຄວນ​ເບິ່ງ​ຈາກ​ຮູບ​ໃດ​ໄປ​ຫາ​ຮູບ​ໃດ.

ປຶ້ມ​ເຊື່ອ​ຟັງ​ພະເຈົ້າ​ແລ້ວ​ຈະ​ມີ​ຊີວິດ​ຕະຫຼອດ​ໄປມີ​ຮູບ​ຄື​ກັບ​ປຶ້ມ​ເຊື່ອ​ຟັງ​ພະເຈົ້າ ແຕ່​ປຶ້ມ​ນີ້​ມີ​ເນື້ອ​ໃນ​ຫຼາຍ​ກວ່າ​ແລະ​ໃຊ້​ກັບ​ນັກ​ສຶກສາ​ທີ່​ອ່ານ​ໜັງສື​ໄດ້. ຜູ້​ປະກາດ​ມັກ​ໃຊ້​ປຶ້ມ​ຫົວ​ນີ້​ແລະ​ນັກ​ສຶກສາ​ໃຊ້​ປຶ້ມ​ເຊື່ອ​ຟັງ​ພະເຈົ້າ. ໃນ​ຫຼາຍໆໜ້າ​ມີ​ຂອບ​ນ້ອຍໆທີ່​ຢູ່​ແຈ​ທາງ​ລຸ່ມ​ຂອງ​ຮູບ​ເຊິ່ງ​ມີ​ຂໍ້​ຄວາມ​ທີ່​ອາດ​ໃຊ້​ພິຈາລະນາ​ເພີ່ມ​ເຕີມ​ໄດ້ ຂຶ້ນ​ຢູ່​ກັບ​ຄວາມ​ສາມາດ​ຂອງ​ນັກ​ສຶກສາ.

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃຊ້​ປຶ້ມ​ເຊື່ອ​ຟັງ​ພະເຈົ້າ​ແລ້ວ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ແລະ​ນັກ​ສຶກສາ​ໃຊ້​ປຶ້ມ​ເຊື່ອ​ຟັງ​ພະເຈົ້າ

ເຈົ້າ​ອາດ​ສະເໜີ​ປຶ້ມ​ສອງ​ຫົວ​ນີ້​ເວລາ​ໃດ​ກໍ​ໄດ້ ເຖິງ​ວ່າ​ບໍ່​ແມ່ນ​ປຶ້ມ​ທີ່​ກຳນົດ​ໃຫ້​ສະເໜີ​ໃນ​ເດືອນ​ນັ້ນ. ເມື່ອ​ນຳ​ການ​ສຶກສາ ໃຫ້​ໃຊ້​ຮູບ​ເພື່ອ​ອະທິບາຍ​ເລື່ອງ​ທີ່​ຂຽນ​ໃນ​ຄຳພີ​ໄບເບິນ. ຖາມ​ຄຳຖາມ​ເພື່ອ​ໃຫ້​ນັກ​ສຶກສາ​ມີ​ສ່ວນ​ຮ່ວມ​ໃນ​ການ​ສົນທະນາ​ແລະ​ເພື່ອ​ຮູ້​ວ່າ​ລາວ​ເຂົ້າ​ໃຈ​ຫຼາຍ​ໜ້ອຍ​ສ່ຳ​ໃດ. ອ່ານ​ແລະ​ລົມ​ກັນ​ກ່ຽວ​ກັບ​ຂໍ້​ພະ​ຄຳພີ​ທີ່​ຢູ່​ທ້າຍ​ໜ້າ. ຫຼັງ​ຈາກ​ສຶກສາ​ປຶ້ມ​ຫົວ​ນີ້​ຈົບ​ແລ້ວ ໃຫ້​ສຶກສາ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ເພື່ອ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ເຖິງ​ຂັ້ນ​ຮັບ​ບັບເຕມາ.

ບົດຮຽນ​ຈາກ​ປຶ້ມ​ເຊື່ອ​ຟັງ​ພະເຈົ້າ​ກ່ຽວ​ກັບ​ອາດາມ​ແລະ​ເອວາ​ຢູ່​ໃນ​ສວນ​ເອເດນ
    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌