ຊີວິດຄລິດສະຕຽນ
ໃຊ້ ຊີວິດທີ່ມີຄວາມສຸກຕະຫຼອດໄປ! ໃນວຽກຮັບໃຊ້
ເຮົາຮູ້ສຶກຕື່ນເຕັ້ນແທ້ໆທີ່ມີຈຸນລະສານແລະປຶ້ມໃໝ່ສຳລັບນຳການສຶກສາຄຳພີໄບເບິນ! ເຮົາອະທິດຖານຂໍພະເຢໂຫວາອວຍພອນຄວາມພະຍາຍາມຂອງເຮົາທີ່ຈະຊ່ວຍຫຼາຍຄົນໃຫ້ເຂົ້າມາເປັນລູກສິດ. (ມທ 28:18-20; 1ກຣ 3:6-9) ເຮົາຈະໃຊ້ເຄື່ອງມືໃໝ່ນີ້ແນວໃດ?
ເນື່ອງຈາກທັງຈຸນລະສານແລະປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ເປັນຫຼັກສູດການຮຽນຄຳພີໄບເບິນແບບໂຕ້ຕອບ ເຊິ່ງເປັນການສຶກສາຮູບແບບໃໝ່ ຕອນທີ່ເຈົ້າກຽມແລະນຳການສຶກສາ ໃຫ້ເຮັດຕາມຄຳແນະນຳຕໍ່ໄປນີ້.a
- ອ່ານເນື້ອໃນ ແລະລົມກັນກ່ຽວກັບຄຳຖາມ 
- ອ່ານຂໍ້ຄຳພີທີ່ກຳນົດໃຫ້ “ອ່ານ” ແລະຊ່ວຍນັກສຶກສາໃຫ້ຮູ້ວິທີເອົາໄປໃຊ້ 
- ເປີດວິດີໂອ ແລ້ວລົມກັນໂດຍໃຊ້ຄຳຖາມທີ່ໃຫ້ໄວ້ 
- ພະຍາຍາມສຶກສາໃຫ້ຈົບບົດໃນເທື່ອດຽວ 
ໃນວຽກຮັບໃຊ້ ໃຫ້ລອງສະເໜີຈຸນລະສານນີ້ເພື່ອເບິ່ງວ່າເຈົ້າຂອງເຮືອນສົນໃຈບໍ. (ເບິ່ງຂອບ “ວິທີສະເໜີຈຸນລະສານຊີວິດທີ່ມີຄວາມສຸກຕະຫຼອດໄປ! ໃນການປະກາດ.”) ຖ້າສຶກສາຈຸນລະສານນີ້ຈົບແລ້ວແລະນັກສຶກສາຍັງຢາກສຶກສາຕໍ່ ໃຫ້ສະເໜີປຶ້ມຫົວໃຫຍ່ແລະເລີ່ມສຶກສາກັບລາວໃນບົດທີ 04. ຖ້າເຈົ້ານຳການສຶກສາກັບບາງຄົນໂດຍໃຊ້ປຶ້ມຮຽນໄບເບິນຫຼືປຶ້ມຮັກຂອງພະເຈົ້າຢູ່ ໃຫ້ປ່ຽນມາໃຊ້ປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ແລະເບິ່ງວ່າຈະເລີ່ມຈາກບົດໃດ.
ເບິ່ງວິດີໂອຍິນດີຕ້ອນຮັບສູ່ການຮຽນຄຳພີໄບເບິນ ແລ້ວຕອບຄຳຖາມຕໍ່ໄປນີ້:
- ນັກສຶກສາຈະໄດ້ຮຽນຫຍັງຈາກປຶ້ມໃໝ່ນີ້? 
- ເປັນຫຍັງເຈົ້າຄວນເປີດວິດີໂອນີ້ໃຫ້ນັກສຶກສາໃໝ່ເບິ່ງ? 
- ເຈົ້າຄວນສະໜັບສະໜູນໃຫ້ນັກສຶກສາຕັ້ງເປົ້າໝາຍຫຍັງແດ່ແລະເຮັດຕາມເປົ້າໝາຍນັ້ນໃຫ້ໄດ້?—ເບິ່ງຕາຕະລາງ “ຈຸດສຳຄັນແລະສິ່ງທີ່ເຈົ້າເຮັດໄດ້ໃນແຕ່ລະຕອນ” 
a ຂໍ້ສັງເກດ: ເຖິງວ່າສ່ວນ “ເບິ່ງເພີ່ມເຕີມ” ຈະເປັນສ່ວນທີ່ສຶກສາຫຼືບໍ່ສຶກສາກໍໄດ້ ແຕ່ຕອນທີ່ເຈົ້າກຽມໃຫ້ໃຊ້ເວລາອ່ານແລະເບິ່ງວິດີໂອເຫຼົ່ານັ້ນ ເພື່ອຈະຮູ້ວ່າອັນໃດທີ່ເໝາະກັບນັກສຶກສາແລະຊ່ວຍລາວໄດ້ແທ້ໆ. ສິ່ງພິມນີ້ໃນຮູບແບບເອເລັກໂຕຣນິກມີລິ້ງເພື່ອເປີດວິດີໂອແລະຂໍ້ມູນເພີ່ມເຕີມ.
| ຈຸດສຳຄັນແລະສິ່ງທີ່ເຈົ້າເຮັດໄດ້ໃນແຕ່ລະຕອນ | |||
|---|---|---|---|
| ບົດ | ຈຸດສຳຄັນ | ສິ່ງທີ່ນັກສຶກສາເຮັດໄດ້ | |
| 01-12 | ຄຳພີໄບເບິນມີປະໂຫຍດແນວໃດຕໍ່ເຈົ້າແລະເຈົ້າຈະຮູ້ຈັກຜູ້ແຕ່ງຄຳພີໄບເບິນໄດ້ແນວໃດ? | ສະໜັບສະໜູນນັກສຶກສາໃຫ້ອ່ານຄຳພີໄບເບິນ ກຽມການສຶກສາ ແລະເຂົ້າຮ່ວມປະຊຸມ | |
| 13-33 | ພະເຈົ້າຈະເຮັດຫຍັງເພື່ອເຮົາແລະເພິ່ນຍອມຮັບການນະມັດສະການແບບໃດ? | ກະຕຸ້ນນັກສຶກສາໃຫ້ບອກຄວາມຈິງກັບຄົນອື່ນແລະເປັນຜູ້ປະກາດ | |
| 34-47 | ພະເຈົ້າຢາກໃຫ້ຄົນທີ່ນະມັດສະການເພິ່ນເຮັດຫຍັງແດ່? | ກະຕຸ້ນນັກສຶກສາອຸທິດຕົວໃຫ້ພະເຢໂຫວາແລະຮັບບັບເຕມາ | |
| 48-60 | ເຮັດແນວໃດໃຫ້ພະເຈົ້າຮັກເຮົາສະເໝີ? | ສອນນັກສຶກສາໃຫ້ແຍກອອກວ່າອັນໃດຖືກອັນໃດຜິດແລະສະໜິດກັບພະເຈົ້າຫຼາຍຂຶ້ນ | |