ຊີວິດຄລິດສະຕຽນ
ເຈົ້າຈະໃຫ້ອະໄພຕົນເອງບໍ?
ເປັນເລື່ອງຍາກທີ່ຈະໃຫ້ອະໄພຕົວເອງສຳລັບຄວາມຜິດພາດໃນອະດີດ ເຖິງວ່າພະເຢໂຫວາໃຫ້ອະໄພເຮົາແລ້ວ. ການປະຊຸມພາກ ປີ 2016 ໄດ້ພິຈາລະນາເລື່ອງນີ້ໃນຄຳບັນລະຍາຍແລະວິດີໂອ ຫົວຂໍ້ “ຮັກສາຄວາມພັກດີຕໍ່ພະເຢໂຫວາ.” ເບິ່ງວິດີໂອຄືນຈາກແອັບ JW Library ແລະຕອບຄຳຖາມລຸ່ມນີ້:
- ຊອນຢາຖືກຕັດສຳພັນດົນປານໃດ? 
- ຜູ້ເຖົ້າແກ່ເປີດພະຄຳພີຂໍ້ໃດໃຫ້ຊອນຢາເບິ່ງ ແລະສິ່ງນີ້ຊ່ວຍລາວແນວໃດ? 
- ພີ່ນ້ອງໃນປະຊາຄົມຕ້ອນຮັບຊອນຢາແນວໃດເມື່ອລາວຖືກຮັບເຂົ້າມາ? 
- ຊອນຢາພະຍາຍາມຕໍ່ສູ້ກັບຄວາມຮູ້ສຶກແບບໃດ ແລະພໍ່ຂອງລາວຊ່ວຍລາວແນວໃດ?