ຊີວິດຄລິດສະຕຽນ
ພະເຢໂຫວາຈະຊ່ວຍໃຫ້ຂ້ອຍມີຄວາມກ້າ
ຖ້າເຈົ້າກຳລັງຮຽນຢູ່ ເຈົ້າເຄີຍຮູ້ສຶກຢ້ານທີ່ຈະບອກວ່າຕົວເອງເປັນພະຍານພະເຢໂຫວາແລະຢ້ານທີ່ຈະປະກາດບໍ? ຖ້າເປັນແບບນັ້ນ ເຈົ້າຈະ “ລວບລວມຄວາມກ້າ” ໄດ້ແນວໃດ? (1 ເທ. 2:2, ລ.ມ.) ເຈົ້າມີເຫດຜົນຫຍັງທີ່ຈະເຮັດແບບນັ້ນ? ຫຼັງຈາກເບິ່ງວິດີໂອພະເຢໂຫວາຈະຊ່ວຍໃຫ້ຂ້ອຍມີຄວາມກ້າ ແລ້ວຂໍໃຫ້ຕອບຄຳຖາມຕໍ່ໄປນີ້:
ຕົວຢ່າງຫຍັງໃນຄຳພີໄບເບິນທີ່ຊ່ວຍໂຊເຟຍໃຫ້ລວບລວມຄວາມກ້າຫານ?
ໂຊເຟຍໄດ້ຮັບປະໂຫຍດແນວໃດຈາກການຝຶກຊ້ອມ?
ເປັນຫຍັງເຈົ້າຄວນປະກາດກັບໝູ່ນັກຮຽນ?
ຖ້າເຈົ້າບໍ່ໄດ້ເປັນນັກຮຽນ ເຈົ້າໄດ້ຮັບປະໂຫຍດຫຍັງແດ່ຈາກວິດີໂອນີ້?