ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ18 ສິງຫາ ໜ້າ 3
  • ຈົ່ງ​ຈື່​ເມຍ​ຂອງ​ໂລດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈົ່ງ​ຈື່​ເມຍ​ຂອງ​ໂລດ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລື່ອງທີ່ຄ້າຍກັນ
  • ຈື່​ເລື່ອງ​ເມຍ​ຂອງ​ໂລດ​ໄວ້​ໃຫ້​ດີ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເມຍຂອງໂລດຫຼຽວໄປເບິ່ງຂ້າງຫຼັງ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ທຸກ​ຍາກ​ໃນ​ຕອນ​ຕົ້ນ ຮັ່ງມີ​ໃນ​ຕອນ​ປາຍ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຊ່ວຍ​ຄົນ​ອື່ນ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ຄມປ18 ສິງຫາ ໜ້າ 3
ເມຍ​ຂອງ​ໂລດ​ຫຼຽວ​ກັບ​ໄປ​ເບິ່ງ​ເມືອງ​ຊໍດົມ​ແລະ​ໄດ້​ກາຍ​ເປັນ​ເສົາ​ເກືອ

ຊີວິດ​ຄລິດສະຕຽນ

ຈົ່ງ​ຈື່​ເມຍ​ຂອງ​ໂລດ

ເປັນ​ຫຍັງ​ເມຍ​ຂອງ​ໂລດ​ຈຶ່ງ​ຫຼຽວ​ຫຼັງ​ໃນ​ຂະນະ​ທີ່​ໜີ​ອອກ​ຈາກ​ເມືອງ​ຊໍດົມ? ຄຳພີ​ໄບເບິນ​ບໍ່​ໄດ້​ບອກ. (ຕົ້ນ. 19:17, 26) ແວດ​ບົດ​ໃນ​ຄຳ​ເຕືອນ​ຂອງ​ພະ​ເຍຊູ​ຊີ້​ໃຫ້​ເຫັນ​ວ່າ​ລາວ​ອາໄລ​ອາ​ວອນ​ສິ່ງ​ທີ່​ລາວ​ໄດ້​ຖິ້ມ​ໄວ້​ທາງ​ຫຼັງ. (ລືກາ 17:31, 32) ເຮົາ​ຈະ​ຫຼີກ​ລ່ຽງ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ສູນ​ເສຍ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ​ຄື​ກັບ​ເມຍ​ຂອງ​ໂລດ? ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ການ​ຢາກ​ມີ​ຄວາມ​ສະດວກ​ສະບາຍ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ. (ມັດ. 6:33) ພະ​ເຍຊູ​ສອນ​ວ່າ​ເຮົາ “ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ​ແລະ​ຂ້າ​ໃຊ້​ຂອງ​ເຂົ້າ​ຂອງ​ເງິນ​ຄຳ​ກໍ​ບໍ່​ໄດ້.” (ມັດ. 6:24) ແຕ່​ຖ້າ​ເຮົາ​ເຫັນ​ວ່າ​ຊັບ​ສົມບັດ​ເລີ່ມ​ມາ​ແທນ​ທີ່​ພະເຈົ້າ​ໃນ​ຊີວິດ​ເຮົາ ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ສາມາດ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເພື່ອ​ໃຫ້​ເບິ່ງ​ອອກ​ວ່າ​ເຮົາ​ຈຳເປັນ​ຕ້ອງ​ປ່ຽນ​ຈຸດ​ໃດ ແລະ​ຊ່ວຍ​ໃຫ້​ມີ​ຄວາມ​ກ້າ​ແລະ​ມີ​ກຳລັງ​ທີ່​ຈະ​ເຮັດ​ແບບ​ນັ້ນ.

ຂໍ​ໃຫ້​ເບິ່ງ​ວິດີໂອ​ຈົ່ງ​ຈື່​ເມຍ​ຂອງ​ໂລດ ທັງ 3 ຕອນ ແລະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ແອນນາ​ຢູ່​ບ່ອນ​ເຮັດ​ວຽກ ກລໍເຣຍ​ກັບ​ລຸງ ໄບຣອັນ​ແລະ​ກລໍເຣຍ​ອະທິດຖານ​ນຳ​ກັນ

    ໂດຍ​ການ​ປະພຶດ​ຂອງ​ຂ້ອຍ ຂ້ອຍ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຂ້ອຍ “ຈື່​ເມຍ​ຂອງ​ໂລດ”?

    ຄວາມ​ກົດ​ດັນ​ເພື່ອ​ຈະ​ຫາ​ເງິນ​ຄຳ​ໃຫ້​ໄດ້​ຫຼາຍໆ​ສົ່ງ​ຜົນ​ຕໍ່​ຄວາມ​ຄິດ ຄຳ​ເວົ້າ ແລະ​ການ​ກະທຳ​ຂອງ​ກລໍເຣຍ​ແນວ​ໃດ?

  • ເມຍ​ຂອງ​ໂລດ​ເປັນ​ຕົວຢ່າງ​ເຕືອນ​ໃຈ​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

  • ການ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ໂຈ​ແລະ​ຄອບຄົວ​ຂອງ​ລາວ​ແນວ​ໃດ?

  • ການ​ທີ່​ແອນນາ​ໄປ​ສະໜິດ​ກັບ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ສົ່ງ​ຜົນ​ຕໍ່​ຄວາມ​ເຊື່ອ​ຂອງ​ລາວ​ແນວ​ໃດ?

  • ເປັນ​ຫຍັງ​ເຮົາ​ຕ້ອງ​ກ້າຫານ​ຖ້າ​ເຮົາ​ຖືກ​ກົດ​ດັນ​ໃຫ້​ເອົາ​ການ​ຫາ​ເງິນ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ?

  • ໄບຣອັນ​ແລະ​ກລໍເຣຍ​ໄດ້​ຈັດ​ໃຫ້​ພະເຈົ້າ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ອີກ​ເທື່ອ​ໜຶ່ງ​ໄດ້​ແນວ​ໃດ?

  • ມີ​ຫຼັກ​ການ​ຫຍັງ​ແດ່​ໃນ​ຄຳພີ​ໄບເບິນ​ທີ່​ເຈົ້າ​ເຫັນ​ໃນ​ວິດີໂອ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌