ບົດທີ 10
ຈື່ເລື່ອງເມຍຂອງໂລດໄວ້ໃຫ້ດີ
ໂລດອາໄສຢູ່ກັບອັບຣາຮາມອາວຂອງລາວໃນແຜ່ນດິນການາອານ. ຕໍ່ມາ ອັບຣາຮາມແລະໂລດກໍມີຝູງສັດເພີ່ມຂຶ້ນຫຼາຍແທ້ຫຼາຍວ່າຈົນບໍ່ມີດິນພໍທີ່ຊິຢູ່ນຳກັນໄດ້. ອັບຣາຮາມຈຶ່ງບອກໂລດວ່າ: ‘ເຮົາຢູ່ບ່ອນດຽວກັນບໍ່ໄດ້ແລ້ວ. ໃຫ້ຫຼານເລືອກກ່ອນວ່າຢາກໄປຢູ່ທາງໃດ ແລ້ວອາວຊິໄປອີກທາງໜຶ່ງ.’ ນີ້ສະແດງວ່າອັບຣາຮາມບໍ່ແມ່ນຄົນເຫັນແກ່ໂຕ.
ໂລດເຫັນດິນງາມບ່ອນໜຶ່ງເຊິ່ງຢູ່ໃກ້ເມືອງໂຊໂດມ. ຢູ່ຫັ້ນມີທັງນ້ຳແລະຫຍ້າຢ່າງອຸດົມສົມບູນ. ໂລດຈຶ່ງເລືອກບ່ອນນັ້ນແລະພາຄອບຄົວໄປຢູ່ຫັ້ນ.
ມີເມືອງໜຶ່ງຢູ່ໃກ້ເມືອງໂຊໂດມຊື່ເມືອງໂກໂມຣາ ຄົນທັງສອງເມືອງນີ້ຊົ່ວແທ້ຊົ່ວວ່າ. ເຂົາເຈົ້າຊົ່ວອີ່ຫຼີ ພະເຢໂຫວາຈຶ່ງຕັດສິນໃຈຈະທຳລາຍເຂົາເຈົ້າ. ແຕ່ເພິ່ນຢາກຊ່ວຍໂລດກັບຄອບຄົວ ເພິ່ນຈຶ່ງໃຫ້ທູດສະຫວັນ 2 ອົງໄປເຕືອນເຂົາເຈົ້າວ່າ: ‘ໄວໆ! ຟ້າວອອກຈາກເມືອງນີ້! ພະເຢໂຫວາຈະທຳລາຍເມືອງນີ້ແລ້ວ.’
ແຕ່ໂລດບໍ່ໄດ້ຟ້າວອອກໄປທັນທີ. ລາວຍັງຊ້າຢູ່. ທູດສະຫວັນກໍເລີຍດຶງແຂນລາວກັບເມຍແລະລູກສາວສອງຄົນອອກໄປນອກເມືອງ. ແລ້ວບອກເຂົາເຈົ້າວ່າ: ‘ຂ້ຽວໜີໄປເດີ້! ຢ່າຫຼຽວຄືນຫຼັງ. ຖ້າເຈົ້າຫຼຽວຄືນຫຼັງ ເຈົ້າຈະຕາຍ!’
ຕອນທີ່ເຂົາເຈົ້າໜີໄປຮອດເມືອງໂຊອາ ພະເຢໂຫວາເຮັດໃຫ້ໄຟແລະມາດຕົກໃສ່ເມືອງໂຊໂດມແລະເມືອງໂກໂມຣາຄືກັບຝົນ. ທັງສອງເມືອງນີ້ຖືກທຳລາຍຈົນໝົດກ້ຽງ. ເມຍຂອງໂລດບໍ່ເຊື່ອຟັງພະເຢໂຫວາແລະຫຼຽວຄືນຫຼັງ ລາວຈຶ່ງກາຍເປັນເສົາເກືອ! ແຕ່ໂລດກັບລູກສາວສອງຄົນລອດຊີວິດ ຍ້ອນເຂົາເຈົ້າເຊື່ອຟັງພະເຢໂຫວາ. ເຂົາເຈົ້າຄືຊິເສຍໃຈຫຼາຍທີ່ເມຍຂອງໂລດບໍ່ເຊື່ອຟັງ. ເລື່ອງນີ້ສອນເຮົາວ່າເປັນເລື່ອງສຳຄັນແທ້ໆທີ່ເຮົາຈະເຊື່ອຟັງຄຳສັ່ງຂອງພະເຢໂຫວາ.
“ຈື່ເລື່ອງເມຍຂອງໂລດໄວ້ໃຫ້ດີ.”—ລູກາ 17:32