ຊີວິດຄລິດສະຕຽນ
ຄລິດສະຕຽນແທ້ມີຄວາມຮັກຕໍ່ກັນ—ຮັກສາຄວາມເປັນໜຶ່ງດຽວ
ເປັນຫຍັງຈຶ່ງສຳຄັນ? ໃນຄືນທີ່ພະເຍຊູຈະຕາຍ ເພິ່ນອະທິດຖານວ່າລູກສິດຈະ “ເປັນໜຶ່ງດຽວກັນຢ່າງແທ້ຈິງ.” (ໂຢ. 17:23, ລ.ມ.) ເພື່ອຈະເປັນໜຶ່ງດຽວກັນ ເຮົາຕ້ອງສະແດງຄວາມຮັກໂດຍ “ບໍ່ຈົດຈຳເລື່ອງທີ່ເຮັດໃຫ້ເຈັບໃຈ.”—1 ໂກ. 13:5, ລ.ມ.
ສິ່ງທີ່ຄວນເຮັດ:
ຮຽນແບບພະເຢໂຫວາໂດຍເບິ່ງຂໍ້ດີຂອງຄົນອື່ນ
ໃຫ້ອະໄພຢ່າງໃຈກວ້າງ
ຫຼັງຈາກແກ້ໄຂແລ້ວ ຢ່າເອົາກັບມາເວົ້າອີກ.—ສຸພາ. 17:9
ເບິ່ງວິດີໂອ ໃຫ້ “ມີຄວາມຮັກໃນທ່າມກາງພວກທ່ານ”—ບໍ່ຈົດຈຳເລື່ອງທີ່ເຮັດໃຫ້ເຈັບໃຈ. ແລ້ວຕອບຄຳຖາມຕໍ່ໄປນີ້:
ໃນວິດີໂອສ່ວນທຳອິດ ເຫເລນສະແດງໃຫ້ເຫັນແນວໃດວ່າລາວ ‘ຈົດຈຳເລື່ອງທີ່ເຮັດໃຫ້ເຈັບໃຈ’?
ໃນວິດີໂອສ່ວນທີສອງ ເຫເລນເອົາຊະນະຄວາມຄິດໃນແງ່ລົບແລະພະຍາຍາມຄິດໃນແງ່ບວກໄດ້ແນວໃດ?
ເຫເລນເຮັດຫຍັງທີ່ສົ່ງເສີມຄວາມເປັນໜຶ່ງດຽວໃນປະຊາຄົມ?
ການຈົດຈຳເລື່ອງທີ່ເຮັດໃຫ້ເຈັບໃຈຈະເຮັດໃຫ້ໃຜໄດ້ຮັບຜົນເສຍຫຼາຍທີ່ສຸດ?