ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ21 ກຸມພາ ໜ້າ 25
  • ສິ່ງ​ດີ​ເກີດ​ຂຶ້ນ​ຍ້ອນ​ຮອຍ​ຍິ້ມ!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສິ່ງ​ດີ​ເກີດ​ຂຶ້ນ​ຍ້ອນ​ຮອຍ​ຍິ້ມ!
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ເລື່ອງທີ່ຄ້າຍກັນ
  • ການ​ປະກາດ​ໂດຍ​ໃຊ້​ລໍ້​ວາງ​ສະແດງ​ໜັງສື​ເກີດ​ຜົນ​ດີ​ທົ່ວ​ໂລກ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ຄລິດສະຕຽນ​ແທ້​ມີ​ຄວາມ​ຮັກ​ຕໍ່​ກັນ—ຮັກສາ​ຄວາມ​ເປັນ​ໜຶ່ງ​ດຽວ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ໄດ້​ຮັບ​ຄວາມ​ນັບຖື​ແລະ​ມີ​ກຽດ​ເມື່ອ​ຢູ່​ພາຍ​ໃຕ້​ການ​ເບິ່ງແຍງ​ຂອງ​ພະເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2012
  • ເປັນ​ຫຍັງ​ຕ້ອງ​ໄປ​ປະຊຸມ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ?
    ໜຸ່ມ​ສາວ​ຖາມ​ວ່າ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ຫ21 ກຸມພາ ໜ້າ 25

ສິ່ງ​ດີ​ເກີດ​ຂຶ້ນ​ຍ້ອນ​ຮອຍ​ຍິ້ມ!

ພີ່ນ້ອງ​ເຮເລັນ​ຍິ້ມ​ຕອນ​ທີ່​ຢືນ​ຢູ່​ຂ້າງ​ລໍ້​ວາງ​ສະແດງ​ປຶ້ມ. ຜູ້​ຍິງ​ສອງ​ຄົນ​ຍ່າງ​ກາຍ​ໄປ.

ມື້​ໜຶ່ງ​ມີ​ຜູ້​ຍິງ​ສອງ​ຄົນ​ທີ່​ຍັງ​ໜຸ່ມ​ກຳລັງ​ຍ່າງ​ຢູ່​ໃນ​ເຂດ​ທຸລະກິດ​ທີ່​ຢູ່​ໃນ​ເມືອງ​ບາ​ກຽວ​ປະເທດ​ຟີລິບປິນ. ເຂົາ​ເຈົ້າ​ໄດ້​ເຫັນ​ລໍ້​ວາງ​ສະແດງ​ປຶ້ມ ແຕ່​ກໍ​ບໍ່​ໄດ້​ຍ່າງ​ເຂົ້າ​ໄປ​ຫາ. ແຕ່​ພີ່ນ້ອງ​ເຮເລັນ​ທີ່​ຢືນ​ຢູ່​ຂ້າງ​ລໍ້​ວາງ​ສະແດງ​ນັ້ນ​ໄດ້​ຍິ້ມ​ໃຫ້​ເຂົາ​ເຈົ້າ. ເຖິງ​ຜູ້​ຍິງ​ສອງ​ຄົນ​ນີ້​ຈະ​ຍ່າງ​ໄປ​ຕໍ່ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ປະທັບ​ໃຈ​ກັບ​ຮອຍ​ຍິ້ມ​ທີ່​ອົບອຸ່ນ​ຂອງ​ເຮເລັນ.

ຈາກ​ນັ້ນ​ຕອນ​ທີ່​ຜູ້​ຍິງ​ສອງ​ຄົນ​ນີ້​ກຳລັງ​ຂີ່​ລົດເມ​ເມືອ​ເຮືອນ ເຂົາ​ເຈົ້າ​ກໍ​ເຫັນ​ປ້າຍ jw.org ຕິດ​ຢູ່​ຫໍ​ປະຊຸມ. ແລ້ວ​ເຂົາ​ເຈົ້າ​ກໍ​ຈື່​ໄດ້​ວ່າ​ມັນ​ເປັນ​ເຄື່ອງ​ໝາຍ​ອັນ​ດຽວ​ກັນ​ກັບ​ທີ່​ເຫັນ​ໃນ​ລໍ້​ວາງ​ສະແດງ​ປຶ້ມ​ກ່ອນ​ໜ້າ​ນີ້. ເຂົາ​ເຈົ້າ​ຈຶ່ງ​ລົງ​ລົດ​ໄປ​ຫໍ​ປະຊຸມ​ແລະ​ເບິ່ງ​ວ່າ​ມີ​ການ​ປະຊຸມ​ມື້​ໃດ​ແດ່.

ຜູ້​ຍິງ​ສອງ​ຄົນ​ນັ້ນ​ຍິ້ມ​ເມື່ອ​ເຫັນ​ພີ່ນ້ອງ​ເຮເລັນ​ຢູ່​ຫໍ​ປະຊຸມ.

ຕໍ່​ມາ​ຜູ້​ຍິງ​ສອງ​ຄົນ​ນີ້​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ ແລະ​ຕອນ​ທີ່​ຍ່າງ​ເຂົ້າ​ມາ​ຫໍ​ປະຊຸມ​ເຂົາ​ເຈົ້າ​ເຫັນ​ໃຜ? ເຫັນ​ເຮເລັນ! ເຂົາ​ເຈົ້າ​ຈື່​ລາວ​ໄດ້​ເລີຍ​ຍ້ອນ​ຮອຍ​ຍິ້ມ. ເຮເລັນ​ບອກ​ວ່າ: “ຕອນ​ທີ່​ເຂົາ​ເຈົ້າ​ຍ່າງ​ມາ​ຫາ​ຂ້ອຍ ຂ້ອຍ​ຢ້ານ​ໜ້ອຍ​ໜຶ່ງ​ແລະ​ຄິດ​ໃນ​ໃຈ​ວ່າ​ຂ້ອຍ​ເຮັດ​ຫຍັງ​ຜິດ​ບໍ?” ແຕ່​ຜູ້​ຍິງ​ສອງ​ຄົນ​ນີ້​ກໍ​ມາ​ບອກ​ເຮເລັນ​ວ່າ​ເຂົາ​ເຈົ້າ​ເຄີຍ​ເຫັນ​ລາວ​ຕອນ​ທີ່​ຢູ່​ລໍ້​ວາງ​ສະແດງ​ປຶ້ມ.

ຜູ້​ຍິງ​ສອງ​ຄົນ​ນີ້​ມ່ວນ​ກັບ​ການ​ປະຊຸມ​ແລະ​ມັກ​ສັງຄົມ​ພີ່ນ້ອງ. ເມື່ອ​ເຂົາ​ເຈົ້າ​ເຫັນ​ພີ່ນ້ອງ​ອະນາໄມ​ຫຼັງ​ເລີກ​ປະຊຸມ ເຂົາ​ເຈົ້າ​ກໍ​ຂໍ​ເຮັດ​ຊ່ອຍ. ເຖິງ​ວ່າ​ຕອນ​ນີ້​ຜູ້​ຍິງ​ຄົນ​ໜຶ່ງ​ຈະ​ຍ້າຍ​ໄປ​ປະເທດ​ອື່ນ​ແລ້ວ ແຕ່​ຜູ້​ຍິງ​ອີກ​ຄົນ​ໜຶ່ງ​ກໍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ. ນັ້ນ​ກໍ​ເປັນ​ຍ້ອນ​ຮອຍ​ຍິ້ມ!

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌