ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ18 ພະຈິກ ໜ້າ 7
  • “ຍົກ​ຂອງ​ຖວາຍ​ມາ​ຖວາຍ​ແກ່​ພະ​ເຢໂຫວາ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຍົກ​ຂອງ​ຖວາຍ​ມາ​ຖວາຍ​ແກ່​ພະ​ເຢໂຫວາ”
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລື່ອງທີ່ຄ້າຍກັນ
  • ພວກເຮົາຂອບໃຈພະເຢໂຫວາສຳລັບຄວາມຮັກຂອງພວກເຈົ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ແນວ​ໃດ?
    ຄຳຖາມ​ທີ່​ພົບ​ເລື້ອຍໆ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ
  • ມູນຄ່າຂອງເງິນ “ຫຼຽນນ້ອຍໆ 2 ຫຼຽນ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ສະແດງ​ຄວາມ​ຮູ້​ຄຸນຄ່າ​ສຳລັບ​ຄວາມ​ເອື້ອເຟື້ອ​ຂອງ​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ຄມປ18 ພະຈິກ ໜ້າ 7

ຊີວິດ​ຄລິດສະຕຽນ

“ຍົກ​ຂອງ​ຖວາຍ​ມາ​ຖວາຍ​ແກ່​ພະ​ເຢໂຫວາ”

ຄົນ​ຜູ້​ໜຶ່ງ​ບໍລິຈາກ​ເງິນ​ໃສ່​ກ່ອງ​ບໍລິຈາກ; ຄົນ​ອີກ​ຜູ້​ໜຶ່ງ​ບໍລິຈາກ​ທາງ​ເອເລັກໂຕຣນິກ

ເຮົາ​ຈະ “ມີ​ນ້ຳໃຈ​ຊອບ​ເພື່ອ​ຈະ​ຍົກ​ຂອງ​ຖວາຍ​ມາ​ຖວາຍ​ແກ່​ພະ​ເຢໂຫວາ” ໄດ້​ແນວ​ໃດ? (1 ຂ່າວ. 29:5, 9, 14) ເຮົາ​ສາມາດ​ບໍລິຈາກ​ເພື່ອ​ສະໜັບສະໜູນ​ວຽກ​ຮັບໃຊ້​ຂອງ​ພະຍານ​ພະ​ເຢໂຫວາ​ທັງ​ພາຍ​ໃນ​ປະເທດ​ແລະ​ທົ່ວ​ໂລກ​ໄດ້​ໃນ​ວິທີ​ຕໍ່​ໄປ​ນີ້.

ເງິນ​ບໍລິຈາກ​ທາງ​ອອນລາຍ​ຫຼື​ເງິນ​ທີ່​ປ່ອນ​ລົງ​ໃສ່​ກ່ອງ​ບໍລິຈາກ​ຊ່ວຍ​ສະໜັບສະໜູນ:

  • ການ​ບໍລິຈາກ​ສຳລັບ​ວຽກ​ງານ​ທົ່ວ​ໂລກ

    ວຽກ​ງານ​ທົ່ວ​ໂລກ

    ວຽກ​ກໍ່​ສ້າງ​ແລະ​ການ​ດຳເນີນ​ງານ​ຂອງ​ສຳນັກງານ​ສາຂາ​ແລະ​ສຳນັກງານ​ແປ

    ໂຮງ​ຮຽນ​ຕ່າງໆທີ່​ອົງການ​ຈັດ​ຂຶ້ນ

    ຜູ້​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ

    ວຽກ​ບັນເທົາ​ທຸກ

    ການ​ພິມ ການ​ຜະລິດ​ວິດີໂອ ສື່​ແລະ​ສິ່ງ​ພິມ​ໃນ​ຮູບ​ແບບ​ດີ​ຈີ​ຕໍ

  • ການ​ບໍລິຈາກ​ສຳລັບ​ຫໍ​ປະຊຸມ​ທ້ອງຖິ່ນ

    ຄ່າ​ໃຊ້​ຈ່າຍ​ຂອງ​ປະຊາຄົມ

    ຄ່າ​ໃຊ້​ຈ່າຍ​ຂອງ​ປະຊາຄົມ​ເຊັ່ນ: ຄ່າ​ນ້ຳ ຄ່າ​ໄຟ ແລະ​ຄ່າ​ບຳລຸງ​ຮັກສາ​ຫໍ​ປະຊຸມ

    ເງິນ​ບໍລິຈາກ​ທີ່​ປະຊາຄົມ​ຕົກ​ລົງ​ເຫັນ​ດີ​ວ່າ​ຈະ​ສົ່ງ​ໃຫ້​ສຳນັກງານ​ສາຂາ​ສຳລັບ . . .

    • ສ້າງ​ຫໍ​ປະຊຸມ​ທ້ອງຖິ່ນ​ແລະ​ຫໍ​ປະຊຸມ​ໃຫຍ່​ທົ່ວ​ໂລກ

    • ການ​ຊ່ວຍ​ເຫຼືອ​ທົ່ວ​ໂລກ

    • ກິດຈະກຳ​ອື່ນໆຂອງ​ອົງການ​ໃນ​ທົ່ວ​ໂລກ

ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ

ເງິນ​ບໍລິຈາກ​ທີ່​ໄດ້​ຮັບ​ຈາກ​ການ​ປະຊຸມ​ພາກ​ຈະ​ຖືກ​ເອົາ​ໄປ​ລວມ​ກັບ​ເງິນ​ບໍລິຈາກ​ສຳລັບ​ວຽກ​ງານ​ທົ່ວ​ໂລກ. ທີ່​ຈິງ ຄ່າ​ໃຊ້​ຈ່າຍ​ທີ່​ໃຊ້​ເພື່ອ​ການ​ປະຊຸມ​ພາກ ການ​ປະຊຸມ​ພິເສດ ແລະ​ການ​ປະຊຸມ​ນານາ​ຊາດ​ແມ່ນ​ມາ​ຈາກ​ເງິນ​ບໍລິຈາກ​ສຳລັບ​ວຽກ​ງານ​ທົ່ວ​ໂລກ.

ເງິນ​ບໍລິຈາກ​ທີ່​ພີ່​ນ້ອງ​ໃຫ້​ກັບ​ໝວດ​ຈະ​ໃຊ້​ເພື່ອ​ເຊົ່າ ດຳເນີນ​ງານ ແລະ​ບຳລຸງ​ຮັກສາ​ຫ້ອງ​ປະຊຸມ​ທີ່​ໃຊ້​ປະຊຸມ​ໃຫຍ່ ແລະ​ຄ່າ​ໃຊ້​ຈ່າຍ​ອື່ນໆທີ່​ກ່ຽວ​ຂ້ອງ​ກັບ​ໝວດ. ໝວດ​ອາດ​ລົງ​ມະຕິ​ວ່າ​ຈະ​ບໍລິຈາກ​ເງິນ​ສ່ວນ​ທີ່​ເຫຼືອ​ໃຫ້​ກັບ​ເງິນ​ບໍລິຈາກ​ສຳລັບ​ວຽກ​ງານ​ທົ່ວ​ໂລກ.

donate.jw.org

ເບິ່ງ​ຂໍ້​ມູນ​ເພີ່ມ​ເຕີມ​ທາງ​ອອນລາຍ

ເຈົ້າ​ສາມາດ​ບໍລິຈາກ​ເງິນ​ໄດ້​ໂດຍ​ວິທີ​ດັ່ງ​ຕໍ່​ໄປ​ນີ້:

  • ໄປ​ທີ່ donate.jw.org

  • ໄປ​ທີ່​ເວັບໄຊ jw.org ກົດ​ແທັບ​ກ່ຽວ​ກັບ​ເຮົາ ແລ້ວ​ເລືອກ “ບໍລິຈາກ”

  • ໄປ​ທີ່​ແອັບ JW Library ເລືອກ “ບໍລິຈາກ” ທີ່​ຢູ່​ທາງ​ລຸ່ມ​ສຸດ​ຂອງ​ໜ້າ​ຫຼັກ

ໃນ​ບາງ​ປະເທດ​ຈະ​ມີ​ຂໍ້​ມູນ​ໃນ​ຫົວ​ຂໍ້ “ຄຳຖາມ​ທີ່​ພົບ​ເລື້ອຍໆ” ເຊິ່ງ​ຈະ​ຕອບ​ຄຳຖາມ​ຕ່າງໆກ່ຽວ​ກັບ​ການ​ບໍລິຈາກ.

ວິດີໂອ​ເລື່ອງ​ວິທີ​ບໍລິຈາກ​ທາງ​ເອເລັກໂຕຣນິກ ເພື່ອ​ໃຫ້​ຂໍ້​ມູນ​ທີ່​ເປັນ​ປະໂຫຍດ​ກັບ​ວິທີ​ການ​ບໍລິຈາກ.

ການ​ບໍລິຈາກ​ແບບ​ກຳນົດ​ໄວ້​ກ່ອນ​ແລ້ວ

ການ​ບໍລິຈາກ​ບາງ​ຢ່າງ​ທີ່​ໃຫ້​ກັບ​ວຽກ​ທົ່ວ​ໂລກ​ຕ້ອງ​ໄດ້​ວາງ​ແຜນ​ໄວ້​ລ່ວງ​ໜ້າ/ຫຼື​ຄຳ​ແນະນຳ​ທາງ​ກົດ​ໝາຍ ເຊັ່ນ:

  • ພິໄນກຳ

  • ອະສັງຫາລິມະຊັບ ຫຸ້ນ ເງິນ​ສົດ ແລະ​ເງິນ​ປະກັນ

  • ບໍລິຈາກ​ແບບ​ມີ​ເງື່ອນ​ໄຂ

ຖ້າ​ເຮົາ​ຢາກ​ບໍລິຈາກ​ແບບ​ນີ້ ເຮົາ​ຕ້ອງ​ຕິດ​ຕໍ່​ສຳນັກງານ​ສາຂາ​ຕາມ​ທີ່​ຢູ່​ໃນ donate.jw.org.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌