ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ19 ເມສາ ໜ້າ 8
  • ຕິດຕາມການສອນຈາກພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຕິດຕາມການສອນຈາກພະເຈົ້າ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ເລື່ອງທີ່ຄ້າຍກັນ
  • ຜູ້​ຮັບໃຊ້​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ລາຊະອານາຈັກ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ເຈົ້າຢາກສະໝັກເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ສະໝັກເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ມີ​ໂຮງ​ຮຽນ​ໃດ​ແດ່​ທີ່​ເປີດ​ໄວ້​ສຳລັບ​ຜູ້​ທີ່​ເປັນ​ໄພໂອເນຍ?
    ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຄມປ19 ເມສາ ໜ້າ 8

ຊີວິດ​ຄລິດສະຕຽນ

ຕິດ​ຕາມ​ການ​ສອນ​ຈາກ​ພະເຈົ້າ

ເປັນ​ຫຍັງ​ຈຶ່ງ​ສຳຄັນ: ພະ​ເຢໂຫວາ​ຄູ​ອົງ​ຍິ່ງໃຫຍ່​ໃຫ້​ການ​ສຶກສາ​ທີ່​ດີ​ທີ່​ສຸດ​ແກ່​ເຮົາ. ພະອົງ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ປັບ​ປຸງ​ຊີວິດ ແລະ​ກຽມ​ເຮົາ​ສຳລັບ​ອະນາຄົດ​ທີ່​ດີ​ເລີດ—ເຮົາ​ບໍ່​ຕ້ອງ​ຈ່າຍ​ຄ່າ​ຮຽນ​ນີ້! (ເອຊາ. 11:6-9; 30:20, 21; ຄຳປ. 22:17) ໂດຍ​ການ​ສອນ​ນີ້ ພະອົງ​ຍັງ​ໃຫ້​ເຮົາ​ແບ່ງ​ປັນ​ຂ່າວ​ສານ​ທີ່​ຊ່ວຍ​ຊີວິດ​ໃຫ້​ກັບ​ຄົນ​ອື່ນ.—2 ໂກ. 3:5.

ສິ່ງ​ທີ່​ຄວນ​ເຮັດ:

  • ປູກ​ຝັງ​ຄຸນ​ລັກສະນະ​ຄວາມ​ຖ່ອມ​ແລະ​ຄວາມ​ອ່ອນ​ໂຍນ.—ເພງ. 25:8, 9

  • ຍອມ​ຮັບ​ການ​ຝຶກ​ອົບຮົມ​ຈາກ​ພະ​ເຢໂຫວາ​ໃນ​ຕອນ​ນີ້​ເຊັ່ນ ການ​ເຮັດ​ສ່ວນ​ມອບ​ໝາຍ​ນັກ​ຮຽນ​ໃນ​ການ​ປະຊຸມ​ກາງ​ອາທິດ

  • ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ຮັບໃຊ້​ຫຼາຍ​ຂຶ້ນ.—ຟີລິບ 3:13

  • ເສຍ​ສະລະ​ເພື່ອ​ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຫຼາຍ​ຂຶ້ນ.—ຟີລິບ 3:8

ເບິ່ງ​ວິດີໂອ​ໄດ້​ຮັບ​ພອນ​ມາກ​ມາຍ​ຖ້າ​ໃຫ້​ພະ​ເຢໂຫວາ​ສອນ​ເຮົາ (ບໍ່​ມີ​ໃນ​ພາສາ​ລາວ) ຈາກ​ນັ້ນ ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຜູ້​ປະກາດ​ບາງ​ຄົນ​ໄດ້​ເອົາ​ຊະນະ​ອຸປະສັກ​ຫຍັງ​ແດ່​ເພື່ອ​ທີ່​ຈະ​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ?

  • ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ​ໄດ້​ຈັດ​ໃຫ້​ມີ​ການ​ຝຶກ​ອົບຮົມ​ຫຍັງ​ແດ່?

  • ພີ່​ນ້ອງ​ໃນ​ປະຊາຄົມ​ໄດ້​ຊ່ວຍ​ຜູ້​ປະກາດ​ທີ່​ຈົບ​ຈາກ​ໂຮງ​ຮຽນ​ໃນ​ເຂດ​ມອບ​ໝາຍ​ໃໝ່​ຂອງ​ພວກ​ເຂົາ​ແນວ​ໃດ?

  • ມີ​ຂໍ້​ຮຽກ​ຮ້ອງ​ຫຍັງ​ແດ່​ທີ່​ຈະ​ສະໝັກ​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ? (ລປ ໜ້າ 189)

  • ມີ​ການ​ຝຶກ​ອົບຮົມ​ຫຍັງ​ອີກ​ທີ່​ເຈົ້າ​ຕັ້ງ​ເປົ້າ​ໝາຍ​ຈະ​ຮັບ​ເອົາ​ໃນ​ອົງການ​ຂອງ​ພະ​ເຢໂຫວາ?

ຜູ້​ທີ່​ຈົບ​ຈາກ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ​ຮັບໃຊ້​ໃນ​ນາ​ມີ​ບີ, ນອກ​ແວ, ສະຫະລັດ​ອາເມລິກາ​ແລະ​ຍີ່ປຸ່ນ

ມີ​ຜົນ​ດີ​ຫຍັງ​ແດ່​ທີ່​ເຈົ້າ​ຈະ​ໄດ້​ຮັບ​ຈາກ​ການ​ຕິດ​ຕາມ​ການ​ສອນ​ຈາກ​ພະເຈົ້າ?

ການ​ຝຶກ​ອົບຮົມ​ຕາມ​ລະບອບ​ຂອງ​ພະເຈົ້າ​ທີ່​ຂ້ອຍ​ໄດ້​ຮັບ​ປະໂຫຍດ​ແລ້ວ:

  • ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້

  • ໂຮງ​ຮຽນ​ໄພໂອເນຍ

  • ໂຮງ​ຮຽນ​ພະ​ລາຊະກິດ

  • ໂຮງ​ຮຽນ​ສຳລັບ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ

  • ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ

ການ​ຝຶກ​ອົບຮົມ​ຕາມ​ລະບອບ​ຂອງ​ພະເຈົ້າ​ທີ່​ຂ້ອຍ​ຕັ້ງ​ເປົ້າ​ໝາຍ​ຈະ​ຮັບ:

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌