ຊີວິດຄລິດສະຕຽນ | ຕັ້ງເປົ້າໝາຍສຳລັບປີການຮັບໃຊ້ໃໝ່
ສະໝັກເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກ
ເຈົ້າບໍ່ຈຳເປັນຕ້ອງມີຊີວິດດີພ້ອມເພື່ອຈະຕັ້ງເປົ້າໝາຍເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກ (SKE). ສິ່ງສຳຄັນທີ່ສຸດທີ່ເຈົ້າຕ້ອງມີແມ່ນ ຄວາມຮັກຕໍ່ພະເຢໂຫວາ ຄວາມເຊື່ອແລະໃຈທີ່ພ້ອມຈະຮັບວຽກມອບໝາຍອັນໃດກໍຕາມຈາກອົງການຂອງພະເຢໂຫວາ.—ເອຊາ 6:8
ເບິ່ງວິດີໂອມີຄວາມເຊື່ອແລະຮັບໂອກາດທີ່ເປີດກວ້າງໃຫ້ເຮັດວຽກຮັບໃຊ້—ສະໝັກເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກ ແລ້ວຕອບຄຳຖາມຕໍ່ໄປນີ້:
ເປັນຫຍັງກາບຣ້ຽນຮູ້ສຶກບໍ່ໝັ້ນໃຈ ແລະການຄິດຕຶກຕອງຂໍ້ຄຳພີໃນຟີລິບປອຍ 4:13 ຊ່ວຍລາວແນວໃດ?