ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ15 15/4 ໜ້າ 21-26
  • ໄວ້​ວາງໃຈ​ພະ​ເຢໂຫວາ​ສະເໝີ!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໄວ້​ວາງໃຈ​ພະ​ເຢໂຫວາ​ສະເໝີ!
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ໂອກາດ​ທີ່​ຈະ​ສະແດງ​ວ່າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ
  • ເຮົາ​ຈຳເປັນ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ
  • “ປາກ​ສິງ”
  • ໃນ​ຂະນະ​ທີ່​ລໍ​ຖ້າ
  • ເຈົ້າສາມາດໄວ້ໃຈພີ່ນ້ອງໄດ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແໜ້ນ​ແຟ້ນ​ຂະໜາດ​ໃດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ເຈົ້າ​ເຊື່ອ​ວ່າ​ວິທີ​ການ​ຂອງ​ພະ​ເຢໂຫວາ​ດີ​ສະເໝີ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ‘ເຈົ້າ​ຕ້ອງ​ມີ​ຄວາມ​ອົດ​ທົນ’
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫ15 15/4 ໜ້າ 21-26
ອັກຄະສາວົກ​ໂປໂລ​ຖືກ​ລ່າມ​ໂສ້​ຕິດ​ກັບ​ທະຫານ​ໂລມ

ໄວ້​ວາງໃຈ​ພະ​ເຢໂຫວາ​ສະເໝີ!

“ລາສະດອນ​ເອີຍ ຈົ່ງ​ປົງ​ໃຈ​ໃນ​ພະອົງ​ທຸກ​ເວລາ.”—ຄຳເພງ 62:8

ເຮົາ​ຈະ​ຕອບ​ແນວ​ໃດ?

  • ເປັນ​ຫຍັງ​ບາງ​ຄັ້ງ​ພະ​ເຢໂຫວາ​ບໍ່​ຕອບ​ຄຳ​ອະທິດຖານ​ທັນທີ?

  • ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ໃນ 1 ໂກລິນໂທ 10:13 ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

  • ວຽກ​ອັນ​ໃດ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ ແລະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ?

1-3. ເປັນ​ຫຍັງ​ໂປໂລ​ໝັ້ນ​ໃຈ​ວ່າ ລາວ​ສາມາດ​ໄວ້​ວາງໃຈ​ພະ​ເຢໂຫວາ​ໄດ້? (ເບິ່ງ​ຮູບ​ທຳອິດ)

ຖ້າ​ເຮົາ​ເປັນ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ແລະ​ອາໄສ​ຢູ່​ເມືອງ​ໂລມ ເຮົາ​ກໍ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ມີ​ແຕ່​ອັນຕະລາຍ. ຊາວ​ໂລມ​ກົດ​ຂີ່​ຂົ່ມເຫງ​ຄລິດສະຕຽນ​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ. ຊາວ​ໂລມ​ໂທດ​ຄລິດສະຕຽນ​ວ່າ​ເປັນ​ຕົ້ນ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ໃນ​ເມືອງ​ໂລມ ແລະ​ຍັງ​ກ່າວ​ຫາ​ເຂົາ​ເຈົ້າ​ວ່າ​ເປັນ​ພວກ​ທີ່​ກຽດ​ຊັງ​ເພື່ອນ​ມະນຸດ. ພີ່​ນ້ອງ​ຄລິດສະຕຽນ​ຊາຍ​ຍິງ​ຫຼາຍ​ຄົນ​ຖືກ​ຈັບ. ບາງ​ຄົນ​ຖືກ​ສັດ​ຈີກ​ເປັນ​ຕ່ອນໆ. ສ່ວນ​ຄົນ​ອື່ນໆ​ຖືກ​ຕອກ​ໃສ່​ຫຼັກ​ເສົາ ແລ້ວ​ກໍ​ຖືກ​ເຜົາ​ທັງ​ເປັນ​ເພື່ອ​ໃຊ້​ເປັນ​ແສງ​ສະຫວ່າງ​ໃນ​ຕອນ​ກາງຄືນ. ເຮົາ​ຮູ້​ວ່າ​ໃນ​ມື້​ໃດ​ມື້​ໜຶ່ງ​ອາດ​ຈະ​ມີ​ສິ່ງ​ໃດ​ສິ່ງ​ໜຶ່ງ​ແບບ​ນີ້​ເກີດ​ຂຶ້ນ​ກັບ​ເຮົາ.

2 ໃນ​ໄລຍະ​ທີ່​ຍາກ​ລຳບາກ​ນີ້ ອັກຄະສາວົກ​ໂປໂລ​ກໍ​ຖືກ​ຂັງ​ຢູ່​ໃນ​ຄຸກ. ລາວ​ອາດ​ສົງໄສ​ວ່າ​ພີ່​ນ້ອງ​ຄລິດສະຕຽນ​ຈະ​ມາ​ຊ່ວຍ​ລາວ​ບໍ ເພາະ​ລາວ​ຈື່​ໄດ້​ວ່າ​ເຫດການ​ກ່ອນ​ໜ້າ​ນັ້ນ​ບໍ່​ໄດ້​ມີ​ໃຜ​ມາ​ຊ່ວຍ​ລາວ. ແຕ່​ໂປໂລ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ໂດຍ​ທາງ​ພະ​ເຍຊູ. ລາວ​ຂຽນ​ວ່າ: “ພະອົງ​ເຈົ້າ​ໄດ້​ຢືນ​ຢູ່​ກັບ​ເຮົາ​ແລະ​ໄດ້​ຊູ​ແຮງ​ຂອງ​ເຮົາ.” ພະ​ເຍຊູ​ໃຫ້​ກຳລັງ​ທີ່​ຈຳເປັນ​ແກ່​ໂປໂລ ດັ່ງ​ນັ້ນ​ໂປໂລ​ຈຶ່ງ​ຂຽນ​ວ່າ: ລາວ​ໄດ້​ຮັບ​ການ​ຊ່ວຍ​ໃຫ້ “ພົ້ນ​ຈາກ​ປາກ​ສິງ.”—2 ຕີໂມເຕ 4:16, 17a

3 ໂປໂລ​ຈື່​ໄດ້​ວ່າ​ກ່ອນ​ໜ້າ​ນັ້ນ​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ລາວ. ສະນັ້ນ ລາວ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ທີ່​ຈຳເປັນ​ເພື່ອ​ອົດ​ທົນ​ກັບ​ສະພາບການ​ໃນ​ຕອນ​ນັ້ນ ແລະ​ຄວາມ​ຫຍຸ້ງຍາກ​ໃດໆ​ກໍ​ຕາມ​ທີ່​ຈະ​ເກີດ​ຂຶ້ນ. ລາວ​ໝັ້ນ​ໃຈ​ໃນ​ເລື່ອງ​ນີ້​ຈົນ​ຂຽນ​ວ່າ: “ພະອົງ​ເຈົ້າ​ຈະ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ການ​ຮ້າຍ​ທຸກ​ຢ່າງ.” (2 ຕີໂມເຕ 4:18) ໂປໂລ​ຮຽນ​ຮູ້​ວ່າ​ເຖິງ​ຈະ​ຕົກ​ຢູ່​ໃນ​ສະຖານະການ​ທີ່​ພີ່​ນ້ອງ​ຊ່ວຍ​ລາວ​ບໍ່​ໄດ້ ແຕ່​ລາວ​ກໍ​ໝັ້ນ​ໃຈ​ໄດ້​ສະເໝີ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ​ຊ່ວຍ​ລາວ.

ໂອກາດ​ທີ່​ຈະ​ສະແດງ​ວ່າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ

4, 5. (ກ) ເມື່ອ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ ໃຜ​ຈະ​ຊ່ວຍ​ເຮົາ​ໄດ້​ແທ້ໆ? (ຂ) ເຮົາ​ຈະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແໜ້ນ​ແຟ້ນ​ຂຶ້ນ​ໄດ້​ແນວ​ໃດ?

4 ເຮົາ​ເຄີຍ​ມີ​ບັນຫາ​ທີ່​ຫຍຸ້ງຍາກ​ແລະ​ຮູ້ສຶກ​ໂດດ​ດ່ຽວ​ເພາະ​ບໍ່​ມີ​ໃຜ​ຊ່ວຍ​ບໍ? ເຮົາ​ອາດ​ຕົກ​ວຽກ ຖືກ​ຄວາມ​ກົດ​ດັນ​ຢູ່​ໂຮງ​ຮຽນ ເຈັບ​ປ່ວຍ​ໜັກ ຫຼື​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ອື່ນໆ. ເຮົາ​ອາດ​ເຄີຍ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ ແຕ່​ກໍ​ຕ້ອງ​ຜິດ​ຫວັງ​ເພາະ​ບໍ່​ມີ​ໃຜ​ຊ່ວຍ​ເຮົາ​ໄດ້​ຕາມ​ຄວາມ​ຈຳເປັນ​ແທ້ໆ. ແນ່ນອນ ມີ​ບັນຫາ​ບາງ​ຢ່າງ​ທີ່​ມະນຸດ​ແກ້ໄຂ​ບໍ່​ໄດ້ ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້ “ປົງ​ໃຈ​ໃນ​ພະ​ເຢໂຫວາ.” (ສຸພາສິດ 3:5, 6) ແຕ່​ເຮົາ​ໝັ້ນ​ໃຈ​ບໍ​ວ່າ​ພະອົງ​ຈະ​ຊ່ວຍ​ເຮົາ? ໝັ້ນ​ໃຈ​ແທ້! ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ ມີ​ຫຼາຍໆ​ຕົວຢ່າງ​ທີ່​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໄດ້​ແທ້ໆ.

ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ເປັນ​ໂອກາດ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ຢ່າງ​ເຕັມທີ

5 ຢ່າ​ຄຽດ​ຖ້າ​ຄົນ​ອື່ນ​ຊ່ວຍ​ເຮົາ​ບໍ່​ໄດ້​ຕາມ​ທີ່​ຕ້ອງ​ການ. ແທນ​ທີ່​ຈະ​ຮູ້ສຶກ​ແບບ​ນັ້ນ ໃຫ້​ຄຶດ​ຄື​ກັບ​ໂປໂລ​ທີ່​ວ່າ​ບັນຫາ​ຕ່າງໆ​ເຊິ່ງ​ເກີດ​ຂຶ້ນ​ເປັນ​ໂອກາດ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ຢ່າງ​ເຕັມທີ ແລະ​ຍັງ​ເປັນ​ໂອກາດ​ທີ່​ເຮົາ​ຈະ​ເຫັນ​ດ້ວຍ​ຕົວ​ເອງ​ວ່າ​ພະ​ເຢໂຫວາ​ເບິ່ງ​ແຍງ​ເຮົາ​ແນວ​ໃດ. ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ກໍ​ຈະ​ແໜ້ນ​ແຟ້ນ​ຂຶ້ນ.

ເຮົາ​ຈຳເປັນ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ

6. ເມື່ອ​ມີ​ບັນຫາ​ຫຍຸ້ງຍາກ ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ?

6 ເຮົາ​ອາດ​ມີ​ບັນຫາ​ຫຍຸ້ງຍາກ​ທີ່​ເຮັດ​ໃຫ້​ອຸກ​ໃຈ. ເຮົາ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ແກ້ໄຂ​ບັນຫາ ລວມ​ທັງ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ຖ້າ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ເພາະ​ເຮົາ​ໄວ້​ວາງໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ. (ອ່ານ ຄຳເພງ 62:8; 1 ເປໂຕ 5:7) ຖ້າ​ເຮົາ​ຢາກ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ການ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ໃນ​ພະອົງ​ເປັນ​ເລື່ອງ​ສຳຄັນ. ແຕ່​ກໍ​ບໍ່​ງ່າຍ​ສະເໝີ​ໄປ​ທີ່​ຈະ​ເຮັດ​ແນວ​ນັ້ນ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະ​ເຢໂຫວາ​ອາດ​ຈະ​ບໍ່​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທັນທີ.—ຄຳເພງ 13:1, 2; 74:10; 89:46; 90:13; ຫາບາກຸກ 1:2

ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ຮັກ​ເຮົາ​ແລະ​ຮູ້​ວ່າ​ສິ່ງ​ໃດ​ຈຳເປັນ​ສຳລັບ​ເຮົາ

7. ເປັນ​ຫຍັງ​ບາງ​ຄັ້ງ​ພະ​ເຢໂຫວາ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທັນທີ?

7 ເປັນ​ຫຍັງ​ບາງ​ຄັ້ງ​ພະ​ເຢໂຫວາ​ບໍ່​ຕອບ​ຄຳ​ອະ​ທິດຖານ​ຂອງ​ເຮົາ​ທັນທີ? ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢ​ໂຫ​ວາ​ເປັນ​ພໍ່​ຂອງ​ເຮົາ​ແລະ​ເຮົາ​ເປັນ​ລູກ​ຂອງ​ພະ​ອົງ. (ຄຳເພງ 103:13) ຕາມ​ປົກກະຕິ​ແລ້ວ ພໍ່​ທີ່​ເປັນ​ມະນຸດ​ຈະ​ບໍ່​ໃຫ້​ທຸກ​ຢ່າງ​ຕາມ​ທີ່​ລູກ​ຂໍ​ແລະ​ບາງ​ເທື່ອ​ກໍ​ບໍ່​ໄດ້​ໃຫ້​ທັນທີ. ພໍ່​ຮູ້​ວ່າ​ລູກ​ອາດ​ຢາກ​ໄດ້​ບາງ​ສິ່ງ​ບາງ​ຢ່າງ​ໃນ​ຕອນ​ນັ້ນ ແລະ​ຖ້າ​ໄດ້​ມາ​ແລ້ວ​ອີກ​ບໍ່​ດົນ​ກໍ​ຈະ​ເບື່ອ. ນອກ​ຈາກ​ນັ້ນ ພໍ່​ຍັງ​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳລັບ​ລູກ ແລະ​ຮູ້​ວ່າ​ນັ້ນ​ຈະ​ມີ​ຜົນ​ກະທົບ​ຕໍ່​ຄົນ​ອື່ນ​ແນວ​ໃດ. ທີ່​ຈິງ ພໍ່​ຮູ້​ວ່າ​ລູກ​ຕ້ອງການ​ຫຍັງ​ແລະ​ຄວນ​ຈະ​ໃຫ້​ຕອນ​ໃດ. ຖ້າ​ພໍ່​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລູກ​ຢາກ​ໄດ້​ທັນທີ ພໍ່​ກໍ​ຈະ​ກາຍ​ເປັນ​ຄົນ​ຮັບໃຊ້​ຂອງ​ລູກ. ພະ​ເຢ​ໂຫ​ວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຮັກ​ເຮົາ ແລະ​ໃນ​ຖານະ​ເປັນ​ຜູ້​ສ້າງ​ທີ່​ມີ​ສະຕິ​ປັນຍາ​ພະອົງ​ຮູ້​ວ່າ​ສິ່ງ​ໃດ​ຈຳເປັນ​ສຳລັບ​ເຮົາ ແລະ​ຮູ້​ວ່າ​ຕອນ​ໃດ​ເໝາະ​ສົມ​ທີ່​ສຸດ​ທີ່​ຈະ​ໃຫ້​ສິ່ງ​ທີ່​ເຮົາ​ຂໍ. ດັ່ງ​ນັ້ນ ເປັນ​ສິ່ງ​ທີ່​ດີ​ທີ່​ເຮົາ​ຈະ​ລໍ​ຖ້າ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແນວ​ໃດ?—ສົມ​ທຽບ​ກັບ​ເອຊາອີ 29:16; 45:9

8. ເນື່ອງ​ຈາກ​ເຮົາ​ມີ​ຂີດ​ຈຳກັດ​ໃນ​ເລື່ອງ​ຄວາມ​ອົດ​ທົນ ພະ​ເຢໂຫວາ​ຈຶ່ງ​ສັນຍາ​ກັບ​ເຮົາ​ວ່າ​ແນວ​ໃດ?

8 ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ຂີດ​ຈຳກັດ​ຫຼາຍ​ໜ້ອຍ​ສ່ຳ​ໃດ. (ຄຳເພງ 103:14) ດັ່ງ​ນັ້ນ ພະອົງ​ຈະ​ໃຫ້​ກຳລັງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ. ແມ່ນ​ຢູ່ ບາງ​ຄັ້ງ​ເຮົາ​ອາດ​ຈະ​ຮູ້ສຶກ​ວ່າ​ອົດ​ທົນ​ຕໍ່​ໄປ​ບໍ່​ໄດ້​ແລ້ວ ແຕ່​ພະ​ເຢໂຫວາ​ສັນຍາ​ວ່າ​ຖ້າ​ບັນຫາ​ໜັກ​ເກີນ​ກວ່າ​ເຮົາ​ຈະ​ອົດ​ທົນ​ໄດ້ ພະອົງ​ກໍ​ຈະ “ໃຫ້​ມີ​ທາງ​ທີ່​ໜີ​ໄດ້.” (ອ່ານ 1 ໂກລິນໂທ 10:13) ເຮົາ​ໄດ້​ກຳລັງ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ຮູ້​ຂີດ​ຈຳກັດ​ຂອງ​ເຮົາ ແລະ​ນັ້ນ​ເຮັດ​ໃຫ້​ເຮົາ​ໄວ້​ວາງໃຈ​ພະອົງ​ໄດ້.

9. ຖ້າ​ເຮົາ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແຕ່​ພະອົງ​ບໍ່​ຕອບ​ທັນທີ ເຮົາ​ຄວນ​ເຮັດ​ຫຍັງ?

9 ຖ້າ​ເຮົາ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢ​ໂຫວາ ແຕ່​ພະອົງ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທັນທີ ກໍ​ຂໍ​ໃຫ້​ເຮົາ​ອົດ​ທົນ​ລໍ​ຖ້າ. ຂໍ​ໃຫ້​ຈື່​ໄວ້ວ່າ ພະ​ເຢໂຫວາ​ຢາກ​ຊ່ວຍ​ເຮົາ​ແທ້ໆ ແຕ່​ພະອົງ​ກໍອົດ​ທົນ​ລໍ​ຖ້າ​ໃຫ້​ເຖິງ​ເວລາ​ທີ່​ເໝາະ​ສົມ​ທີ່​ສຸດ​ເພື່ອ​ໃຫ້ສິ່ງ​ທີ່​ຈຳເປັນ​ສຳລັບ​ພວກເຮົາ. ຄຳພີ​ໄບເບິນບອກ​ວ່າ: “ພະເຢໂຫວາ​ຈະ​ຄອຍ​ຖ້າ​ຢູ່​ຈະ​ໄດ້​ໂຜດ​ພະ​ຄຸນ​ໃຫ້​ທ່ານ​ທັງ​ຫຼາຍ​ແລະ​ເພາະ​ເຫດ​ນັ້ນ​ພະອົງ​ຈະ​ສະເດັດ​ຂຶ້ນ​ໄປ​ສູງ​ຈຶ່ງ​ໄດ້​ອີ່ດູ​ແກ່​ພວກ​ທ່ານ. ເຫດ​ວ່າ​ພະ​ເຢໂຫວາ​ແມ່ນ​ພະເຈົ້າ​ຜູ້ຕັດສິນ. ຄົນ​ທັງ​ປວງ​ທີ່​ປົງ​ໃຈ​ໃນ​ພະອົງ​ກໍ​ເປັນ​ສຸກ​ຫຼາຍ.”—ເອຊາອີ 30:18

“ປາກ​ສິງ”

10-12. (ກ) ມີ​ຫຍັງ​ອາດ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ໃນ​ການ​ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ​ທີ່​ເຈັບ​ປ່ວຍ​ຊຳເຮື້ອ? (ຂ) ການ​ໄວ້​ວາງໃຈ​ພະ​ເຢໂຫວາ​ໃນ​ຍາມ​ທີ່​ຍາກ​ລຳບາກ​ຈະ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ? ຂໍ​ໃຫ້​ຍົກ​ຕົວຢ່າງ.

10 ເຮົາ​ອາດ​ຕົກ​ຢູ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ລຳບາກ​ຈົນ​ເຮັດ​ໃຫ້​ຮູ້ສຶກ​ຄື​ກັບ​ໂປໂລ ເຊິ່ງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ຈາກ “ປາກ​ສິງ.” (2 ຕີໂມເຕ 4:17) ໃນ​ເວລາ​ແບບ​ນີ້​ແຫຼະ​ທີ່​ເຮົາ​ແຮ່ງ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ກຳລັງ​ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ​ທີ່​ເຈັບ​ປ່ວຍ​ຊຳເຮື້ອ ແລະ​ເຮົາ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພື່ອ​ຂໍ​ພະອົງ​ໃຫ້​ຊ່ວຍ​ເຮົາ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ ແລະ​ໃຫ້​ເຮົາ​ມີ​ຄວາມ​ເຂັ້ມແຂງ.b ເຮົາ​ຄົງ​ຈະ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ແລະ​ເຂົ້າ​ໃຈ​ສະພາບການ​ຂອງ​ເຮົາ. ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ແລະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະອົງ.—ຄຳເພງ 32:8

ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ວ່າ​ຈະ​ໃຫ້​ກຳລັງ​ເພື່ອ​ເຮົາ​ຈະ​ເຊື່ອ​ຟັງ​ໄດ້​ຢ່າງ​ສັດ​ຊື່

11 ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຊ່ວຍ​ເຮົາ ຍົກ​ຕົວຢ່າງ​ເຊັ່ນ: ທ່ານ​ໝໍ​ອາດ​ບໍ່​ເຫັນ​ດີ​ກັບ​ການ​ປິ່ນປົວ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ຫຼື​ເຮົາ​ອາດ​ຄາດ​ໝາຍ​ວ່າ​ຍາດ​ຕິ​ພີ່​ນ້ອງ​ຈະ​ໃຫ້​ກຳ​ລັງ​ໃຈ​ເຮົາ​ແຕ່​ເບິ່ງ​ຄື​ວ່າ​ເຂົາ​ເຈົ້າ​ພັດ​ເຮັດ​ໃຫ້​ສິ່ງ​ຕ່າງໆ​ຮ້າຍ​ແຮງ​ກວ່າ​ເກົ່າ. ເມື່ອ​ເປັນ​ແບບ​ນັ້ນ ຂໍ​ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ສະເໝີ​ວ່າ​ພະອົງ​ຈະ​ໃຫ້​ກຳລັງ​ແກ່​ເຮົາ ແລະ​ຂໍ​ໃຫ້​ເຮົາ​ໃກ້​ຊິດ​ພະອົງ​ຕໍ່ໆ​ໄປ. (ອ່ານ 1 ຊາເມືອນ 30:3, 6) ເມື່ອ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢ​ໂຫ​ວາ​ຊ່ວຍ​ເຮົາ ນັ້ນ​ຈະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ.

12 ນາງ ລິນ​ດາc ເປັນ​ຄົນ​ໜຶ່ງ​ທີ່​ເຄີຍ​ຮູ້ສຶກ​ແບບ​ນັ້ນ. ລາວ​ຕ້ອງ​ເບິ່ງ​ແຍງ​ພໍ່​ແມ່​ທີ່​ເຈັບ​ປ່ວຍ​ເປັນ​ເວລາ​ຫຼາຍ​ປີ​ຈົນ​ວ່າ​ເຂົາ​ເຈົ້າ​ເສຍ​ຊີວິດ. ລາວ​ເວົ້າ​ວ່າ: “ໃນ​ຕອນ​ນັ້ນ ມີ​ຫຼາຍ​ເທື່ອ​ທີ່​ຂ້ອຍ​ກັບ​ຜົວ ແລະ​ນ້ອງ​ຊາຍ ສັບສົນ​ຫຼາຍ​ຈົນ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ດີ. ບາງ​ເທື່ອ​ກໍ​ຮູ້ສຶກ​ວ່າ​ເຮັດ​ຫຍັງ​ບໍ່​ຖືກ​ເລີຍ ແຕ່​ເມື່ອ​ຄຶດ​ຄືນ​ຫຼັງ​ກໍ​ເຫັນ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ພວກ​ເຮົາ. ພະອົງ​ໃຫ້​ກຳລັງ​ແລະ​ໃຫ້​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ​ເມື່ອ​ເບິ່ງ​ຄື​ວ່າ​ເຮົາ​ໝົດ​ຫົນ​ທາງ​ແລ້ວ.”

13. ການ​ໄວ້​ວາງໃຈ​ພະ​ເຢໂຫວາ​ຊ່ວຍ​ນາງ ຣອນ​ດາ​ແນວ​ໃດ​ໃຫ້​ອົດ​ທົນ​ກັບ​ເລື່ອງ​ໂຫດ​ຮ້າຍ​ຕ່າງໆ​ທີ່​ເກີດ​ຂຶ້ນ​ເທື່ອ​ແລ້ວ​ເທື່ອ​ອີກ?

13 ການ​ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ເຫດການ​ທີ່​ໂຫດ​ຮ້າຍ​ຕ່າງໆ​ໄດ້. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ນາງ ຣອນ​ດາ. ຜົວ​ຂອງ​ລາວ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ຂໍ​ຢ່າ​ຮ້າງ​ກັບ​ລາວ. ໃນ​ເວລາ​ດຽວ​ກັນ ນ້ອງ​ຊາຍ​ຂອງ​ຣອນ​ດາ​ກໍ​ຮູ້​ວ່າ​ຕົວ​ເອງ​ເປັນ​ພະຍາດ​ຮ້າຍແຮງ​ຊະນິດ​ໜຶ່ງ​ທີ່​ເອີ້ນ​ວ່າ: ລູ​ພັດ​ສ ຫຼື​ພະຍາດ​ແພ້​ພູມ​ຕ້ານ​ທານ​ຕົວ​ເອງ. ສອງ​ສາມ​ເດືອນ​ຫຼັງ​ຈາກ​ນັ້ນ ນ້ອງ​ໃພ້​ຂອງ​ລາວ​ກໍ​ເສຍ​ຊີວິດ. ເມື່ອ​ຄວາມ​ສະເທືອນ​ໃຈ​ຈາກ​ເຫດການ​ເຫຼົ່າ​ນີ້​ຄ່ອຍໆ​ຫຼຸດ​ຜ່ອນ​ລົງ ຣອນ​ດາ​ກໍ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ. ແຕ່​ຕໍ່​ມາ​ແມ່​ຂອງ​ລາວ​ກໍ​ເສຍ​ຊີວິດ. ຣອນ​ດາ​ອົດ​ທົນ​ກັບ​ເລື່ອງ​ໂຫດ​ຮ້າຍ​ເຫຼົ່າ​ນີ້​ໄດ້​ແນວ​ໃດ? ລາວ​ບອກ​ວ່າ: “ຂ້ອຍ​ລົມ​ກັບ​ພະ​ເຢໂຫວາ​ທຸກ​ມື້ ແມ່ນ​ແຕ່​ເລື່ອງ​ເລັກໆ​ນ້ອຍໆ​ທີ່​ຂ້ອຍ​ຕ້ອງ​ຕັດສິນ​ໃຈ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ເປັນ​ບຸກຄົນ​ແທ້ໆ​ສຳລັບ​ຂ້ອຍ. ເລື່ອງ​ນີ້​ສອນ​ຂ້ອຍ​ໃຫ້​ເພິ່ງ​ອາໄສ​ພະ​ເຢໂຫວາ​ແທນ​ທີ່​ຈະ​ເພິ່ງ​ອາ​ໃສ​ຕົວ​ເອງ​ຫຼື​ຄົນ​ອື່ນ. ຂ້ອຍ​ຮູ້​ວ່າ​ພະອົງ​ຊ່ວຍ​ຂ້ອຍ​ໄດ້​ແທ້ໆ ເພາະ​ຂ້ອຍ​ບໍ່​ເຄີຍ​ຂາດ​ສິ່ງ​ຈຳເປັນ​ໃດໆ​ເລີຍ. ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຢູ່​ຄຽງ​ຂ້າງ​ຂ້ອຍ​ສະເໝີ.”

ລູກ​ຊາຍ​ທີ່​ຖືກ​ຕັດ​ສຳພັນ​ກຳລັງ​ຍ່າງ​ອອກ​ຈາກ​ເຮືອນ​ສ່ວນ​ພໍ່​ແມ່​ກຳລັງ​ປອບ​ໂຍນ​ກັນ​ແລະ​ກັນ

ສະຖານະການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ຄອບຄົວ ອາດ​ທົດ​ສອບ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ (ເບິ່ງ​ຂໍ້ 14-16)

14. ເມື່ອ​ມີ​ຄົນ​ໃນ​ຄອບຄົວ​ຖືກ​ຕັດ​ສຳພັນ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

14 ຂໍ​ໃຫ້​ຄິດ​ເຖິງ​ສະພາບການ​ທີ່​ຫຍຸ້ງຍາກ​ອີກ​ຢ່າງ​ໜຶ່ງ. ບາງ​ທີ​ອາດ​ມີ​ຄົນ​ໃນ​ຄອບຄົວ​ຂອງເຮົາຖືກ​ຕັດ​ສຳພັນ ແລະ​ເຮົາ​ກໍ​ຮູ້​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ຄວນ​ປະ​ຕິ​ບັດ​ແນວ​ໃດ​ກັບ​ຄົນ​ທີ່​ຖືກ​ຕັດ​ສຳພັນ. (1 ໂກ​ລິນໂທ 5:11; 2 ໂຢຮັນ 10) ແຕ່​ຍ້ອນ​ວ່າ​ຮັກ​ຜູ້​ນັ້ນ ເຮົາ​ອາດ​ຮູ້ສຶກ​ວ່າ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ໃນ​ຄຳພີ​ໄບ​ເບິນ​ກ່ຽວ​ກັບ​ເລື່ອງ​ນີ້​ເປັນ​ສິ່ງ​ທີ່​ຍາກ​ຫຼາຍ​ຫຼື​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ຈະ​ເຮັດ​ຕາມ. ເຮົາ​ຈະ​ໄວ້​ວາງໃຈ​ບໍ​ວ່າ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ຈະ​ໃຫ້​ກຳລັງ​ເພື່ອ​ເຮົາ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ນີ້​ຢ່າງ​ສັດ​ຊື່? ເຮົາ​ຈະ​ຖື​ວ່າ​ສະຖານະການ​ແບບ​ນີ້​ເປີດ​ໂອກາດ​ໃຫ້​ເຮົາ​ໄດ້​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ?

15. ເປັນ​ຫຍັງ​ອາດາມ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ?

15 ເລື່ອງ​ນີ້​ອາດ​ສົມ​ທຽບ​ໄດ້​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ອາດາມ​ມະນຸດ​ຄົນ​ທຳອິດ. ອາດາມ​ເຊື່ອ​ບໍ​ວ່າ ບໍ່​ຕ້ອງ​ເຊື່ອ​ຟັງ​ພະ​ເຢໂຫວາ​ແຕ່​ກໍ​ຈະ​ຍັງ​ມີ​ຊີວິດ​ຕໍ່​ໄປ​ໄດ້? ລາວ​ບໍ່​ໄດ້​ເຊື່ອ​ແບບ​ນັ້ນ. ຄັນ​ຊັ້ນ​ເປັນ​ຫຍັງ​ລາວ​ຈຶ່ງ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ? ຄຳພີ​ໄບເບິນ​ບອກ​ວ່າ​ອາດາມ “ຖືກ​ລໍ້​ລວງ.” (1 ຕີໂມເຕ 2:14) ອາດາມ​ກິນ​ໝາກ​ໄມ້​ທີ່​ເອວາ​ຍື່ນ​ໃຫ້​ເພາະ​ວ່າ​ລາວ​ຮັກ​ເມຍ​ຫຼາຍ​ກວ່າ​ຮັກ​ພະ​ເຢໂຫວາ. ລາວ​ຟັງ​ຄວາມ​ເມຍ​ຫຼາຍ​ກວ່າ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.—ຕົ້ນເດີມ 3: 6, 17

16. ເຮົາ​ຄວນ​ຮັກ​ໃຜ​ຫຼາຍ​ທີ່​ສຸດ ແລະ​ເປັນ​ຫຍັງ?

16 ການ​ຕັດສິນ​ໃຈ​ຂອງ​ອາດາມ​ສອນ​ວ່າ ເຮົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ຫຼາຍ​ກວ່າ​ຮັກ​ຄົນ​ໃນ​ຄອບ​ຄົວ. (ອ່ານ ມັດທາຍ 22:37, 38) ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ຫຼາຍ​ກວ່າ ເຮົາ​ກໍ​ສາມາດ​ຊ່ວຍ​ຄົນ​ໃນ​ຄອບ​ຄົວ​ໃນ​ວິທີ​ທີ່​ດີ​ທີ່​ສຸດ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເລືອກ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ບໍ່​ກໍ​ຕາມ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ເສີມ​ສ້າງ​ຄວາມ​ຮັກ​ແລະ​ຄວາມ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ສະເໝີ. ຖ້າ​ກັງວົນ​ກ່ຽວ​ກັບ​ຄົນ​ໃນ​ຄອບຄົວ​ທີ່​ຖືກ​ຕັດ​ສຳພັນ ຂໍ​ໃຫ້​ອະ​ທິດ​ຖານ​ເຖິງ​ພະ​ເຢໂຫວາ​ແລະ​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ກັບ​ພະອົງ.d (ໂລມ 12:12; ຟີລິບ 4:6, 7) ເຖິງ​ວ່າ​ຈະ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ ແຕ່​ຂໍ​ໃຫ້​ຄຶດ​ວ່າ​ນີ້​ເປັນ​ໂອກາດ​ທີ່ຈະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ. ແລ້ວ​ເຮົາ​ຈະ​ສາມາດ​ໄວ້​ວາງ​ໃຈ​ພະອົງ ເພາະ​ຮູ້​ວ່າ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ຈະ​ກໍ່​ຜົນ​ທີ່​ດີ​ທີ່​ສຸດ​ຢ່າງ​ແນ່ນອນ.

ໃນ​ຂະນະ​ທີ່​ລໍ​ຖ້າ

ພີ່​ນ້ອງ​ຍິງ​ສອງ​ຄົນ​ກຳລັງ​ປະກາດ​ຕາມ​ບ້ານ​ເຮືອນ

ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ໄວ້​ວາງໃຈ​ໃນ​ພະອົງ ໂດຍ​ການ​ເຮັດ​ວຽກ​ປະກາດ​ຢ່າງ​ຫ້າວຫັນ​ຕໍ່ໆ​ໄປ (ເບິ່ງ​ຂໍ້ 17)

17. ຖ້າ​ເຮົາ​ເຮັດ​ວຽກ​ປະກາດ​ຢ່າງ​ຫ້າວຫັນ​ຕໍ່ໆ​ໄປ ເຮົາ​ສາມາດ​ໄວ້​ວາງໃຈ​ໃນ​ເລື່ອງ​ໃດ?

17 ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຊ່ວຍ​ໂປໂລ​ໃຫ້​ລອດ​ຈາກ “ປາກ​ສິງ”? ໂປໂລ​ບອກ​ວ່າ “ເພື່ອຄຳ​ປະກາດ​ຈະ​ໄດ້​ສຳເລັດ​ດ້ວຍ​ເຮົາ.” (2 ຕີໂມເຕ 4:17) ພະ​ເຢໂຫວາ​ມອບ​ໝາຍ​ວຽກ​ປະກາດ “ຄຳ​ປະ​ເສີດ [ຂ່າວ​ດີ]” ໃຫ້​ເຮົາ​ເຮັດ​ຄື​ກັນ ແລະ​ພະອົງ​ເອີ້ນ​ເຮົາ​ວ່າ​ເປັນ “ຜູ້​ກະທຳ​ການ [ເພື່ອນ​ຮ່ວມ​ງານ].” (1 ເທຊະໂລນີກ 2:4; 1 ໂກລິນໂທ 3:9) ຖ້າ​ເຮົາ​ເຮັດ​ວຽກ​ນີ້​ຢ່າງ​ຫ້າວຫັນ​ຕໍ່ໆ​ໄປ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ທຸກ​ສິ່ງ​ທີ່​ຈຳເປັນ​ແກ່​ເຮົາ. (ມັດທາຍ 6:33) ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ.

18. ເຮົາ​ຈະ​ສ້າງ​ຄວາມ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ແໜ້ນ​ແຟ້ນ​ຂຶ້ນ​ໄດ້​ໂດຍ​ວິທີ​ໃດ?

18 ໃນ​ແຕ່​ລະ​ມື້ ຂໍ​ໃຫ້​ເຮົາ​ເສີມ​ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໃຫ້​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ​ເລື້ອຍໆ. ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ​ແລະ​ເຮົາ​ຮູ້ສຶກ​ກັງວົນ​ໃຈ ຂໍ​ໃຫ້​ຄຶດ​ວ່າ​ນີ້​ເປັນ​ໂອກາດ​ທີ່​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ. ຂໍ​ໃຫ້ ອ່ານ ສຶກສາ ແລະ​ຄຶດ​ຕຶກຕອງ​ສິ່ງ​ທີ່​ເຮົາ​ອ່ານ​ໃນ​ຄຳພີ​ໄບເບິນ. ອະທິດຖານ​ເຖິງ​ພະ​ເຢ​ໂຫວາ​ເປັນ​ປະຈຳ ແລະ​ຮັບໃຊ້​ພະອົງ​ຢ່າງ​ຫ້າວຫັນ​ຕໍ່ໆ​ໄປ. ຖ້າ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຮົາ​ກໍ​ໄວ້​ວາງໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ຕ່າງໆ​ທີ່​ເຮົາ​ປະສົບ​ໃນ​ຕອນ​ນີ້​ແລະ​ບັນ​ຫາ​ໃດໆ​ກໍ​ຕາມ​ທີ່​ເກີດ​ຂຶ້ນ​ໃນ​ອະນາຄົດ.

a ໂປໂລ​ອາດ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ໂຕ​ສິງ​ແທ້ໆ ຫຼື​ຈາກ​ສະຖານະການ​ອື່ນໆ​ທີ່​ເປັນ​ອັນຕະລາຍ.

b ມີ​ການ​ພິມ​ບົດ​ຄວາມ​ເພື່ອ​ຊ່ວຍ​ຄົນ​ທີ່​ອົດ​ທົນ​ກັບ​ຄວາມ​ເຈັບ​ປ່ວຍ​ແລະ​ຊ່ວຍ​ຄົນ​ທີ່​ເບິ່ງ​ແຍງ​ຄົນ​ທີ່​ເຈັບ​ປ່ວຍ ໃນ​ຕື່ນ​ເຖີດ! 8 ກຸມພາ 1994 (ພາສາ​ອັງກິດ) 8 ກຸມພາ 1997 22 ພຶດສະພາ 2000 ແລະ 22 ມັງກອນ 2001.

c ຊື່​ສົມມຸດ.

d ມີ​ການ​ພິມ​ບົດ​ຄວາມ​ເພື່ອ​ຊ່ວຍ​ເຮົາ​ເມື່ອ​ຄົນ​ໃນ​ຄອບຄົວ​ປະ​ຖິ້ມ​ພະ​ເຢໂຫວາ. ຂໍ​ໃຫ້​ເບິ່ງ​ໃນ​ຫໍສັງເກດການ 1 ກັນ​ຍາ 2006 ໜ້າ 17-21 ແລະ 15 ມັງກອນ 2007 ໜ້າ 17-20.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌