ຊີວິດຄລິດສະຕຽນ
ເປັນຄົນຖ່ອມເມື່ອມີຄົນຍ້ອງ
ບາງເທື່ອ ຖ້າຄົນອື່ນຍ້ອງຫຼືຊົມເຊີຍເຮົາດ້ວຍຄວາມຈິງໃຈແລະມີເຫດຜົນທີ່ດີ ເຮົາກໍຈະໄດ້ຮັບກຳລັງໃຈ. (ສຸພາ 15:23; 31:10, 28) ແຕ່ເຮົາຕ້ອງລະວັງບໍ່ໃຫ້ຄຳຊົມເຊີຍນັ້ນເຮັດໃຫ້ເຮົາກາຍເປັນຄົນຍິ່ງແລະຮູ້ສຶກວ່າຕົວເອງດີກວ່າຄົນອື່ນ.
ເບິ່ງວິດີໂອພັກດີຄືກັບພະເຢຊູ—ເມື່ອໄດ້ຮັບການຍົກຍ້ອງ ແລ້ວຕອບຄຳຖາມຕໍ່ໄປນີ້:
ຄົນອື່ນອາດຈະຍ້ອງເຮົາໃນເລື່ອງຫຍັງແດ່?
ພີ່ນ້ອງຍ້ອງເຊີເກເລື່ອງຫຍັງແດ່?
ເຂົາເຈົ້າຍ້ອງລາວຫຼາຍເກີນໄປຈົນບໍ່ເໝາະສົມແນວໃດ?
ເຈົ້າໄດ້ຮັບບົດຮຽນຫຍັງຈາກການຕອບດ້ວຍຄວາມຖ່ອມຂອງເຊີເກ?