ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ມັງກອນ ໜ້າ 3
  • ພໍ່ແມ່ ສອນລູກໃນສິ່ງທີ່ເຂົາເຈົ້າຕ້ອງຮູ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພໍ່ແມ່ ສອນລູກໃນສິ່ງທີ່ເຂົາເຈົ້າຕ້ອງຮູ້
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ?—ຕອນ​ທີ 2
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຜູ້​ທີ່​ເປັນ​ພໍ່​ແມ່ ຂໍ​ເຈົ້າ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ພໍ່​ແມ່ ສອນ​ລູກ​ຂອງ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ຈົ່ງ​ປ້ອງກັນ​ຄອບຄົວ​ຂອງ​ເຈົ້າ​ໄວ້​ຈາກ​ອິດທິພົນ​ທີ່​ຍັງ​ຄວາມ​ເສຍຫາຍ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ມັງກອນ ໜ້າ 3
ລູກ​ກຳລັງ​ເຮັດ​ທ່າ​ທາງ ‘ຢຸດ!’ ຕອນ​ທີ່​ພໍ່​ແມ່​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້ຈັກ​ປົກ​ປ້ອງ​ໂຕ​ເອງ.

ຊີວິດ​ຄລິດສະຕຽນ

ພໍ່​ແມ່ ສອນ​ລູກ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ຮູ້

ເຮົາ​ຢູ່​ໃນ​ໂລກ​ທີ່​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຫັນ​ດີ​ເປັນ​ຊົ່ວ​ແລະ​ເຫັນ​ຊົ່ວ​ເປັນ​ດີ. (ເອຊາ 5:20) ໜ້າ​ເສົ້າ ບາງ​ຄົນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຊັງ ລວມ​ທັງ​ການ​ເຮັດ​ສິ່ງ​ທີ່​ບໍ່​ເໝາະ​ສົມ​ລະຫວ່າງ​ເພດ​ດຽວ​ກັນ. ໝູ່​ຢູ່​ໂຮງ​ຮຽນ​ຫຼື​ຄົນ​ອື່ນ​ອາດ​ພະຍາຍາມ​ຊັກຊວນ​ລູກ​ຂອງ​ເຮົາ​ໃຫ້​ເຮັດ​ຕາມ​ເຂົາ​ເຈົ້າ. ເຈົ້າ​ຈະ​ກຽມ​ລູກ​ແນວ​ໃດ​ໃຫ້​ຮູ້​ວິທີ​ປົກ​ປ້ອງ​ໂຕ​ເອງ​ເມື່ອ​ເຈິ​ເລື່ອງ​ແບບ​ນີ້?

ສອນ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ໃຫ້​ລູກ. (ເລວີ 18:3) ຄ່ອຍໆສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ເລື່ອງ​ເພດ​ແນວ​ໃດ ເຈົ້າ​ຄວນ​ສອນ​ໃຫ້​ເໝາະ​ກັບ​ອາຍຸ​ແລະ​ຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ເຈົ້າ. (ບັນຍັດ 6:7) ໃຫ້​ຖາມ​ໂຕ​ເອງ​ວ່າ: ‘ຂ້ອຍ​ໄດ້​ສອນ​ລູກ​ບໍ​ວ່າ​ການ​ສະແດງ​ຄວາມ​ຮັກ​ຢ່າງ​ເໝາະ​ສົມ​ເປັນ​ແນວ​ໃດ ການ​ແຕ່ງ​ໂຕ​ສຸພາບ​ສຳຄັນ​ສ່ຳ​ໃດ ແລະ​ໄດ້​ສອນ​ບໍ​ວ່າ​ຄົນ​ອື່ນ​ຕ້ອງ​ນັບຖື​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ລູກ? ລູກ​ຂ້ອຍ​ຮູ້​ບໍ​ວ່າ​ຕ້ອງ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ພະຍາຍາມ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ສື່​ລາມົກ​ຫຼື​ຊວນ​ເຂົາ​ເຈົ້າ​ເຮັດ​ບາງ​ຢ່າງ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຜິດ?’ ການ​ສອນ​ເລື່ອງ​ເຫຼົ່າ​ນີ້​ໃຫ້​ລູກ​ຈະ​ຊ່ວຍ​ປົກ​ປ້ອງ​ເຂົາ​ເຈົ້າ​ຈາກ​ອັນຕະລາຍ​ຕ່າງໆ. (ສຸພາ 27:12; ຜູ້ປ 7:12) ການ​ທີ່​ເຈົ້າ​ສອນ​ລູກ ເຮັດ​ໃຫ້​ເຫັນ​ວ່າ​ເຈົ້າ​ຮັກ​ມໍລະດົກ​ທີ່​ລ້ຳ​ຄ່າ​ທີ່​ໄດ້​ຈາກ​ພະ​ເຢໂຫວາ.—ເພງ 127:3

ເບິ່ງ​ວິດີໂອ​ສ້າງ​ເຮືອນ​ທີ່​ທົນ​ທານ—ປົກ​ປ້ອງ​ລູກ​ຈາກ​ສິ່ງ​ທີ່ “ຊົ່ວ” ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ສ້າງ​ເຮືອນ​ທີ່​ທົນ​ທານ—ປົກ​ປ້ອງ​ລູກ​ຈາກ​ສິ່ງ​ທີ່ ‘ຊົ່ວ.’’ ແມ່​ກັບ​ລູກ​ເບິ່ງ​ວິດີໂອ ‘ປົກ​ປ້ອງ​ລູກ​ຂອງ​ເຈົ້າ.’

    ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ລັງເລ​ທີ່​ຈະ​ສອນ​ລູກ​ເລື່ອງ​ເພດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ສ້າງ​ເຮືອນ​ທີ່​ທົນ​ທານ—ປົກ​ປ້ອງ​ລູກ​ຈາກ​ສິ່ງ​ທີ່ ‘ຊົ່ວ.’’ ພໍ່​ແມ່​ລົມ​ກັບ​ລູກ​ສອງ​ຄົນ​ກ່ຽວ​ກັບ​ປຶ້ມ ‘ຮຽນ​ຈາກ​ຄູ​ຜູ້​ຍິ່ງໃຫຍ່’ ແລະ​ປຶ້ມ​ອື່ນໆ.

    ເປັນ​ຫຍັງ​ພໍ່​ແມ່​ຕ້ອງ​ຝຶກ​ສອນ​ລູກ​ດ້ວຍ “ຄຳ​ສັ່ງ​ສອນ​ແລະ​ຄຳ​ຕັກ​ເຕືອນ​ຈາກ​ພະ​ເຢໂຫວາ”?—ອຟຊ 6:4

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ສ້າງ​ເຮືອນ​ທີ່​ທົນ​ທານ—ປົກ​ປ້ອງ​ລູກ​ຈາກ​ສິ່ງ​ທີ່ ‘ຊົ່ວ.’’ ພໍ່​ແມ່​ໃນ​ທະວີບ​ອາຝຼິກກາ​ອ່ານ​ຄຳພີ​ໄບເບິນ​ນຳ​ລູກ​ແລະ​ລົມ​ນຳ​ລູກ​ເລື່ອງ​ຂໍ້​ຄຳພີ​ທີ່​ໄດ້​ອ່ານ.

    ຄວາມ​ຮູ້​ເປັນ​ເຄື່ອງ​ປ້ອງກັນ

    ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ຫຍັງ​ແດ່​ເພື່ອ​ຊ່ວຍ​ພໍ່​ແມ່​ສອນ​ລູກ​ເລື່ອງ​ເພດ?—ຫ​19.05 ຂອບ​ໜ້າ 12

  • ເປັນ​ຫຍັງ​ເຈົ້າ​ຄວນ​ລົມ​ກັບ​ລູກ​ເປັນ​ປະຈຳ​ກ່ອນ​ທີ່​ຈະ​ມີ​ບັນຫາ​ຮ້າຍແຮງ​ເກີດ​ຂຶ້ນ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌