ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ22 ມີນາ ໜ້າ 13
  • ບັນຫາທຸກຢ່າງຈະມີມື້ສິ້ນສຸດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ບັນຫາທຸກຢ່າງຈະມີມື້ສິ້ນສຸດ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເລື່ອງທີ່ຄ້າຍກັນ
  • ພະເຢໂຫວາຊ່ວຍເຮົາໃຫ້ຜ່ານຄວາມຍາກລຳບາກໄດ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ອົດທົນ​ຕໍ່​ໆ​ໄປ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ເຈົ້າເຕັມໃຈລໍຖ້າຢ່າງອົດທົນບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ລໍຖ້າພະເຢໂຫວາດ້ວຍຄວາມອົດທົນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄມປ22 ມີນາ ໜ້າ 13
ຮູບ: ສາກໜຶ່ງຈາກວິດີໂອ “ປະຊາຊົນ​ທີ່​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ໂລກ​ທີ່​ແຕກ​ແຍກ.” 1. ກຸ່ມ​ພີ່ນ້ອງ​ຜິວ​ດຳ​ຢູ່​ປະຊຸມ​ໃຫຍ່. 2. ຜູ້​ດູ​ແລ​ທັງ​ຜິວ​ດຳ​ແລະ​ຜິວ​ຂາວ​ກັບ​ເມຍ​ເຂົາເຈົ້າ​ຖ່າຍ​ຮູບ​ນຳ​ກັນ. 3. ພີ່ນ້ອງ​ຍິງ​ສອງ​ຄົນ​ທີ່​ອາຍຸ​ແລະ​ເຊື້ອ​ຊາດ​ຕ່າງ​ກັນ​ຮ່ວມ​ປະກາດ​ສາທາລະນະ.

ຊີວິດ​ຄລິດສະຕຽນ

ບັນຫາ​ທຸກ​ຢ່າງ​ຈະ​ມີ​ມື້​ສິ້ນ​ສຸດ

ບັນຫາ​ເຮັດ​ໃຫ້​ເຮົາ​ທໍ້​ໃຈ​ງ່າຍ ໂດຍ​ສະເພາະ​ຖ້າ​ບັນຫາ​ນັ້ນ​ບໍ່​ໝົດ​ໄປ. ດາວິດ​ຮູ້​ວ່າ​ໃນ​ທີ່​ສຸດ​ບັນຫາ​ຂອງ​ລາວ​ກັບ​ກະສັດ​ຊາອູນ​ຈະ​ຈົບ​ລົງ​ແລະ​ລາວ​ຈະ​ໄດ້​ເປັນ​ກະສັດ ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້. (1​ຊາມ 16:13) ຄວາມ​ເຊື່ອ​ຂອງ​ດາວິດ​ເຮັດ​ໃຫ້​ລາວ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ.

ເມື່ອ​ເຮົາ​ເຈິ​ບັນຫາ​ບາງ​ຢ່າງ ເຮົາ​ອາດ​ໃຊ້​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ເພື່ອ​ແກ້ໄຂ​ບັນຫາ​ນັ້ນ​ໄດ້. (1​ຊາມ 21:12-14; ສຸພາ 1:4) ແຕ່​ບັນຫາ​ບາງ​ຢ່າງ ເຖິງ​ວ່າ​ເຮົາ​ຈະ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ໂດຍ​ໃຊ້​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ​ແລ້ວ​ກໍ​ຍັງ​ແກ້​ໄຂ​ບໍ່​ໄດ້ ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຕ້ອງ​ອົດ​ທົນ​ແລະ​ລໍ​ຖ້າ​ພະ​ເຢໂຫວາ. ອີກ​ບໍ່​ດົນ​ເພິ່ນ​ຈະ​ເຮັດ​ໃຫ້​ຄວາມທຸກ​ໝົດ​ໄປ​ແລະ “ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ” ຈາກ​ຕາ​ຂອງ​ເຮົາ. (ພນມ 21:4) ບໍ່​ວ່າ​ບັນຫາ​ຂອງ​ເຮົາ​ຈະ​ໝົດ​ໄປ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ຫຼື​ດ້ວຍ​ເຫດຜົນ​ອື່ນໆ ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ ບັນຫາ​ທຸກ​ຢ່າງ​ຈະ​ມີ​ມື້​ສິ້ນ​ສຸດ. ນີ້​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ.

ເບິ່ງ​ວິດີໂອ​ປະຊາຊົນ​ທີ່​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ໂລກ​ທີ່​ແຕກ​ແຍກ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພີ່ນ້ອງ​ຢູ່​ພາກ​ໃຕ້​ຂອງ​ສະຫະລັດ​ອາເມຣິກາ​ເຈິ​ບັນຫາ​ຫຍັງ?

  • ເຂົາເຈົ້າ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ອົດ​ທົນ​ແນວ​ໃດ?

  • ເຂົາເຈົ້າ​ສົນ​ໃຈ​ຢູ່​ກັບ​ສິ່ງ​ທີ່ “ສຳຄັນ​ກວ່າ” ຕໍ່ໆ​ໄປ​ແນວ​ໃດ?—ຟລປ 1:10

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌