ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ23 ມັງກອນ ໜ້າ 9
  • ພະເຢໂຫວາຊ່ວຍເຮົາໃຫ້ຜ່ານຄວາມຍາກລຳບາກໄດ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະເຢໂຫວາຊ່ວຍເຮົາໃຫ້ຜ່ານຄວາມຍາກລຳບາກໄດ້
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ອົດທົນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຄຳຖາມຈາກຜູ້ອ່ານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ຄມປ23 ມັງກອນ ໜ້າ 9
ພໍ່​ແມ່​ກັບ​ລູກ​ນ້ອຍໆ 2 ຄົນ​ລົມ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ຜ່ານ​ວິດີໂອ​ຄໍ.

ຊີວິດ​ຄລິດສະຕຽນ

ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ຄວາມ​ຍາກ​ລຳບາກ​ໄດ້

ໃນ​ສະໄໝ​ສຸດທ້າຍ ເຮົາ​ເຈິ​ບັນຫາ​ຫຼາຍ​ຢ່າງ​ທີ່​ຮັບ​ມື​ຍາກ. ບາງເທື່ອ ບັນຫາ​ທີ່​ເຮົາ​ເຈິ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ທົນ​ບໍ່​ໄຫວ​ແລ້ວ. ແຕ່​ຖ້າ​ເຮົາ​ພະຍາຍາມ​ສະໜິດ​ກັບ​ພະເຢໂຫວາ​ຕໍ່ໄປ ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້​ເຖິງ​ວ່າ​ບັນຫາ​ທີ່​ເຮົາ​ເຈິ​ຈະ​ໃຫຍ່​ຫຼາຍ. (ເອຊາ 43:2, 4) ເຮົາ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ຈະ​ສະໜິດ​ກັບ​ພະເຢໂຫວາ​ໃນ​ຊ່ວງ​ທີ່​ເຈິ​ບັນຫາ?

ອະທິດຖານ. ເມື່ອ​ເຮົາ​ລະບາຍ​ຄວາມ​ຮູ້ສຶກ​ຈາກ​ໃຈ​ກັບ​ພະເຢໂຫວາ ເພິ່ນ​ຈະ​ໃຫ້​ເຮົາ​ມີ​ສັນຕິສຸກ​ໃນ​ໃຈ​ແລະ​ມີ​ກຳລັງ​ທີ່​ຈະ​ອົດທົນ​ໄດ້.—ຟລປ 4:6, 7; 1ທຊ 5:17

ປະຊຸມ. ໃນ​ຊ່ວງ​ເວລາ​ນີ້ ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ​ອາຫານ​ທີ່​ເສີມ​ຄວາມເຊື່ອ​ແລະ​ການ​ຄົບຫາ​ກັບ​ພີ່ນ້ອງ​ຫຼາຍ​ກວ່າ​ເມື່ອ​ກ່ອນ. (ຮຣ 10:24, 25) ເມື່ອ​ເຮົາ​ກຽມ​ໂຕ ໄປ​ປະຊຸມ ແລະ​ມີ​ສ່ວນ​ຮ່ວມ ເຮົາ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ພະລັງ​ຂອງ​ພະເຢໂຫວາ​ຢ່າງ​ເຕັມທີ.—ພນມ 2:29

ຮັບໃຊ້. ຖ້າ​ເຮົາ​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ຢູ່​ສະເໝີ ເຮົາ​ຈະ​ຮູ້ສຶກ​ງ່າຍ​ຂຶ້ນ​ທີ່​ຈະ​ຄິດ​ໃນ​ແງ່​ບວກ. ແລະ​ເຮົາ​ຈະ​ສະໜິດ​ກັບ​ພະເຢໂຫວາ​ແລະ​ພີ່ນ້ອງ​ຫຼາຍ​ຂຶ້ນ​ນຳ.—1ກຣ 3:5-10

ເບິ່ງ​ວິດີໂອ​ພະເຢໂຫວາ​ຈະ​ຮັບ​ເຈົ້າ​ໄວ້ ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

  • ອັນ​ໃດ​ຊ່ວຍ​ມາລູ​ໃຫ້​ສະໜິດ​ກັບ​ພະເຢໂຫວາ​ໃນ​ຊ່ວງ​ທີ່​ເຈິ​ບັນຫາ?

  • ເຮົາ​ຈະ​ຮັບ​ກຳລັງໃຈ​ຈາກ​ຄຳເພງ 34:18 ຄື​ກັບ​ມາລູ​ໄດ້​ແນວໃດ?

  • ປະສົບການ​ຂອງ​ມາລູ​ເຮັດ​ໃຫ້​ເຫັນ​ແນວໃດ​ວ່າ​ພະເຢໂຫວາ​ໃຫ້ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ເມື່ອ​ເຮົາ​ເຈິ​ກັບ​ບັນຫາ?—2ກຣ 4:7

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌