ສິ່ງທີ່ເຈົ້າຈະເອົາໄປໃຊ້ໃນວຽກປະກາດ | ເພີ່ມຄວາມສຸກໃນວຽກຮັບໃຊ້
ຊ່ວຍນັກສຶກສາໃຫ້ສ້າງສາຍສຳພັນເປັນສ່ວນຕົວກັບພະເຢໂຫວາ
ພະເຢໂຫວາຢາກໃຫ້ເຮົາຮັບໃຊ້ເພິ່ນເພາະເຮົາຮັກເພິ່ນ. (ມທ 22:37, 38) ຄວາມຮັກຕໍ່ພະເຈົ້າຈະຊ່ວຍນັກສຶກສາໃຫ້ປ່ຽນແປງຊີວິດແລະສັດຊື່ຕໍ່ໄປໄດ້ເມື່ອເຈິການທົດສອບ. (1ຢຮ 5:3) ແລະຄວາມຮັກນີ້ແຫຼະທີ່ເຮັດໃຫ້ເຂົາເຈົ້າຢາກຮັບບັບເຕມາ.
ຊ່ວຍໃຫ້ນັກສຶກສາເຫັນວ່າພະເຈົ້າຮັກເຂົາເຈົ້າ. ເຈົ້າອາດຖາມເຂົາເຈົ້າວ່າ “ເລື່ອງນີ້ສອນຫຍັງເຈົ້າກ່ຽວກັບພະເຢໂຫວາ?” ຫຼື “ເລື່ອງນີ້ເຮັດໃຫ້ເຫັນແນວໃດວ່າພະເຈົ້າຮັກເຈົ້າ?” ພະຍາຍາມຊ່ວຍໃຫ້ເຂົາເຈົ້າເຫັນວ່າພະເຢໂຫວາກຳລັງຊ່ວຍເຂົາເຈົ້າແນວໃດ. (2ຂ່າວ 16:9) ເລົ່າໃຫ້ເຂົາເຈົ້າຟັງວ່າຕອນທີ່ເຈົ້າອະທິດຖານຂໍພະເຢໂຫວາເລື່ອງໃດເລື່ອງໜຶ່ງ ເພິ່ນຕອບຄຳອະທິດຖານນັ້ນແນວໃດ ແລະບອກເຂົາເຈົ້າໃຫ້ສັງເກດວ່າເພິ່ນຕອບຄຳອະທິດຖານຂອງໂຕເຂົາເຈົ້າເອງແນວໃດ. ເຈົ້າຈະມີຄວາມສຸກຫຼາຍທີ່ເຫັນນັກສຶກສາໝັ້ນໃຈວ່າພະເຢໂຫວາຮັກເຂົາເຈົ້າແລະເຂົາເຈົ້າກໍຮັກແລະຢາກເປັນໝູ່ກັບເພິ່ນ.
ເບິ່ງວິດີໂອຊ່ວຍນັກສຶກສາໃຫ້ສ້າງສາຍສຳພັນເປັນສ່ວນຕົວກັບພະເຢໂຫວາ ແລ້ວຕອບຄຳຖາມຕໍ່ໄປນີ້:
ເຈດີ້ເຈິບັນຫາຫຍັງ?
ນີຕ້າຊ່ວຍເຈດີ້ແນວໃດ?
ເຈດີ້ເອົາຊະນະບັນຫານັ້ນໄດ້ແນວໃດ?