ສິ່ງທີ່ມີຄ່າຈາກຄຳສອນຂອງພະເຈົ້າ
ຮຽນແບບວິທີທີ່ພະເຢໂຫວາໃຊ້ອຳນາດ
ພະເຢໂຫວາມີອຳນາດຫຼາຍທີ່ສຸດ (1ກສ 22:19; it-2-E ໜ້າ 21)
ພະເຢໂຫວາໃຫ້ກຽດຄົນທີ່ຢູ່ໃຕ້ອຳນາດຂອງເພິ່ນ (1ກສ 22:20-22; ຫ21.02 ໜ້າ 4 ຂໍ້ 9)
ພະເຢໂຫວາອວຍພອນວຽກທີ່ທູດສະຫວັນອົງໜຶ່ງເຮັດ (1ກສ 22:23; it-2-E ໜ້າ 245)
ໂດຍສະເພາະຜູ້ດູແລແລະຫົວໜ້າຄອບຄົວ ເຂົາເຈົ້າຕ້ອງພະຍາຍາມຮຽນແບບວິທີທີ່ພະເຢໂຫວາໃຊ້ອຳນາດ. (ອຟຊ 6:4; 1ປຕ 3:7; 5:2, 3) ເມື່ອເຂົາເຈົ້າເຮັດແບບນັ້ນ ຄົນທີ່ຢູ່ໃຕ້ການເບິ່ງແຍງຂອງເຂົາເຈົ້າຈະມີຄວາມສຸກແລະຄວາມພໍໃຈ.