ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ23 ພຶດສະພາ ໜ້າ 3
  • ເບິ່ງຕົວເອງແບບທີ່ພະເຢໂຫວາເບິ່ງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເບິ່ງຕົວເອງແບບທີ່ພະເຢໂຫວາເບິ່ງ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເລື່ອງທີ່ຄ້າຍກັນ
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ພະ​ເຢໂຫວາ “ປິ່ນປົວ​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ຄມປ23 ພຶດສະພາ ໜ້າ 3

ຊີວິດ​ຄລິດສະຕຽນ

ເບິ່ງ​ຕົວເອງ​ແບບ​ທີ່​ພະເຢໂຫວາ​ເບິ່ງ

“ພະເຢໂຫວາ​ພໍໃຈ​ປະຊາຊົນ​ຂອງ​ເພິ່ນ.” (ເພງ 149:4, ລ.ມ.) ເຖິງ​ວ່າ​ເຮົາ​ຈະ​ບໍ່​ສົມບູນແບບ ແຕ່​ພະເຢໂຫວາ​ກໍ​ເຫັນ​ຄຸນລັກສະນະ​ທີ່​ດີ​ແລະ​ຄວາມສາມາດ​ຂອງ​ເຮົາ. ແຕ່​ບາງເທື່ອ​ມັນ​ກໍ​ຍາກ​ທີ່​ເຮົາ​ຈະ​ເຫັນ​ຈຸດ​ດີ​ຂອງ​ໂຕເອງ. ເຮົາ​ອາດຈະ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີຄ່າ​ຍ້ອນ​ວິທີ​ທີ່​ຄົນອື່ນ​ປະຕິບັດ​ກັບ​ເຮົາ. ຫຼື​ຖ້າ​ເຮົາ​ເບິ່ງ​ແຕ່​ຄວາມ​ຜິດ​ພາດ​ໃນ​ອະດີດ ເຮົາ​ກໍ​ອາດ​ສົງໄສ​ວ່າ​ພະເຢໂຫວາ​ຮັກ​ເຮົາ​ແທ້ໆ​ບໍ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ຮູ້ສຶກ​ແບບ​ນີ້?

ຂໍ​ໃຫ້​ຈື່​ໄວ້​ວ່າ​ພະເຢໂຫວາ​ເຫັນ​ສິ່ງ​ທີ່​ຄົນ​ເຮົາ​ເບິ່ງ​ບໍ່​ເຫັນ. (1ຊມ 16:7) ນັ້ນ​ໝາຍ​ຄວາມ​ວ່າ ເພິ່ນ​ເຫັນ​ສິ່ງ​ຕ່າງໆ​ໃນ​ໂຕ​ເຮົາ​ຫຼາຍ​ກວ່າ​ທີ່​ເຮົາ​ເຫັນ. ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະເຢໂຫວາ​ເບິ່ງ​ເຮົາ​ແນວໃດ. ເຮົາ​ສາມາດ​ເຂົ້າໃຈ​ເລື່ອງ​ນີ້​ໄດ້​ໂດຍ​ອ່ານ​ຂໍ້​ຄຳພີ​ແລະ​ເລື່ອງ​ລາວ​ຕ່າງໆ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຮັກ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຫຼາຍ.

ເບິ່ງ​ວິດີໂອ​ໝັ້ນໃຈ​ໄດ້​ວ່າ​ພະເຢໂຫວາ​ຮັກ​ເຈົ້າ ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

  • ຕົວຢ່າງ​ຂອງ​ນັກ​ແລ່ນ​ແຂ່ງ​ແລະ​ພໍ່​ຂອງ​ລາວ​ສອນ​ເຮົາ​ແນວໃດ​ກ່ຽວກັບ​ວິທີ​ທີ່​ພະເຢໂຫວາ​ເບິ່ງ​ເຮົາ?

  • ຖ້າ​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ເຮັດ​ຕາມ​ຂັ້ນ​ຕອນ​ຕ່າງໆ​ເພື່ອ​ກັບ​ມາ​ມີ​ສາຍສຳພັນ​ທີ່​ດີ​ກັບ​ພະເຢໂຫວາ ລາວ​ຈະ​ໝັ້ນໃຈ​ໄດ້​ແນວໃດ​ວ່າ​ພະເຢໂຫວາ​ຮັກ​ລາວ?—1ຢຮ 3:19, 20

  • ພີ່ນ້ອງ​ຊາຍ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ອ່ານ​ແລະ​ຄິດຕຶກຕອງ​ເລື່ອງ​ຂອງ​ດາວິດ​ແລະ​ເຢໂຮຊາຟັດ​ແນວໃດ?

ຂໍ້​ຄຳພີ​ທີ່​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ . . .

ພະເຢໂຫວາ​ຮັກ​ເຮົາ​ບໍ່​ວ່າ​ຄົນອື່ນ​ຈະ​ເບິ່ງ​ເຮົາ​ແນວໃດ​ກໍ​ຕາມ

  • ເອນົກ (ປຖກ 5:24; ຮຣ 11:5; ຢດ 14, 15)

  • ຮັນນາ (1ຊມ 1:1–2:11, 18-21, 26)

ພະເຢໂຫວາ​ໃຫ້​ອະໄພ​ຄົນ​ທີ່​ກັບໃຈ​ແທ້ໆ​

  • ມານາເຊ (2ຂຄ 33:1-7, 12, 13)

  • ໂປໂລ (1ຕມ 1:12-16)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌