ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ມິຖຸນາ ໜ້າ 14-19
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຮົາ​ບໍ່​ຮູ້​ວ່າ​ຈຸດຈົບ​ຈະ​ເກີດຂຶ້ນ​ຕອນ​ໃດ
  • ເຮົາ​ບໍ່​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ
  • ເຮົາ​ບໍ່​ຮູ້​ວ່າ​ມື້​ອື່ນ​ຈະ​ເກີດ​ຫຍັງ​ຂຶ້ນ
  • ເຮົາ​ບໍ່​ສາມາດ​ເຂົ້າໃຈ​ເຕັມທີ​ວ່າ​ພະ​ເຢໂຫວາ​ຮູ້​ຈັກ​ເຮົາ​ດີ​ສ່ຳ​ໃດ
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ເຮົາ​ຮູ້​ຫຍັງ​ແດ່​ກ່ຽວກັບ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃນ​ອະນາຄົດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຮຽນ​ຈາກ​ຄຳເວົ້າ​ສຸດທ້າຍ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ມິຖຸນາ ໜ້າ 14-19

ບົດ​ຄວາມ​ສຶກສາ​ທີ 26

ເພງ​ທີ 123 ເຊື່ອຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້

“ເຮົາ​ບໍ່​ສາມາດ​ເຂົ້າໃຈ​ກ່ຽວກັບ​ຜູ້​ມີ​ລິດເດດ​ສູງ​ສຸດ.”—ໂຢບ 37:23

ຈຸດ​ສຳຄັນ

ເຮົາ​ສາມາດ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ໄດ້​ເມື່ອ​ເຮົາ​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້ ແຕ່​ໃຫ້​ເຮົາ​ສົນໃຈ​ໃນ​ສິ່ງ​ທີ່​ເຮົາ​ຮູ້​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ.

1. ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ເປັນ​ແນວ​ໃດ ແລະ​ຍ້ອນຫຍັງ​ເພິ່ນ​ຈຶ່ງ​ສ້າງ​ເຮົາ​ແບບ​ນີ້?

ພະ​ເຢໂຫວາ​ສ້າງ​ເຮົາ​ໃນ​ວິທີ​ທີ່​ອັດສະຈັນ. ເພິ່ນ​ສ້າງ​ເຮົາ​ໃຫ້​ຮູ້​ຈັກ​ຄິດ ໃຫ້​ຮຽນ​ຮູ້​ສິ່ງ​ໃໝ່ໆ ໃຫ້​ມີ​ຄວາມ​ເຂົ້າໃຈ ແລະ​ໃຫ້​ມີ​ສະຕິ​ປັນຍາ. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສ້າງ​ເຮົາ​ແບບ​ນີ້? ຍ້ອນ​ເພິ່ນ​ຢາກ​ໃຫ້​ເຮົາ “ພົບ​ຄວາມ​ຮູ້​ຂອງ​ພະເຈົ້າ” ແລະ​ຢາກ​ໃຫ້​ເຮົາ​ຕັດສິນໃຈ​ຢ່າງ​ສະຫຼາດ​ໂດຍ​ອາໄສ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເມື່ອ​ເຮົາ​ຮັບໃຊ້​ເພິ່ນ.—ສພສ. 2:1-5; ຣມ. 12:1

2. ເຮົາ​ຄວນ​ຍອມຮັບ​ໃນ​ເລື່ອງ​ໃດ ແລະ​ເປັນ​ຫຍັງ​ການ​ຍອມຮັບ​ແບບ​ນັ້ນ​ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ເຮົາ? (ໂຢບ 37:23, 24) (ເບິ່ງ​ຮູບ​ນຳ)

2 ເຖິງ​ວ່າ​ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ສາມາດ​ໃນ​ການ​ຮຽນ​ຮູ້ ແຕ່​ກໍ​ມີ​ຫຼາຍ​ຢ່າງ​ທີ່​ເຮົາ​ບໍ່​ຮູ້. (ອ່ານ​ໂຢບ 37:23, 24) ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ໂຢບ. ພະ​ເຢໂຫວາ​ຖາມ​ໂຢບ​ຫຼາຍ​ຄຳ​ຖາມ​ເພື່ອ​ຊ່ວຍ​ໂຢບ​ໃຫ້​ເຂົ້າໃຈ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ລາວ​ບໍ່​ຮູ້. ການ​ລົມ​ກັນ​ເທື່ອ​ນັ້ນ​ພະ​ເຢໂຫວາ​ຊ່ວຍ​ໂຢບ​ໃຫ້​ເຫັນ​ວ່າ​ລາວ​ຕ້ອງ​ເປັນ​ຄົນ​ຖ່ອມ​ແລະ​ຕ້ອງ​ປ່ຽນແປງ​ຄວາມ​ຄິດ​ຂອງ​ໂຕເອງ. (ໂຢບ 42:3-6) ເຮົາ​ກໍ​ໄດ້​ຮັບ​ປະໂຫຍດ​ຄື​ກັນ​ເມື່ອ​ເຮົາ​ຖ່ອມ​ໃຈ​ຍອມຮັບ​ວ່າ​ເຮົາ​ກໍ​ບໍ່​ຮູ້​ທຸກ​ສິ່ງ. ການ​ຖ່ອມ​ໃຈ​ແບບ​ນັ້ນ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ບອກ​ໃຫ້​ເຮົາ​ຮູ້​ໃນ​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ຮູ້​ແທ້ໆ​ເພື່ອ​ເຮົາ​ຈະ​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ.—ສພສ. 2:6

ມີ​ແສງ​ສ່ອງ​ຜ່ານ​ຂີ້ເຝື້ອ​ສ່ອງ​ລົງ​ມາ​ໃສ່​ໂຢບ​ຕອນ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ລາວ. ເອລີຮູ​ກັບ​ໝູ່​ຈອມ​ປອມ 3 ຄົນ​ແນມ​ເບິ່ງ​ຢູ່​ໃກ້ໆ.

ການ​ຖ່ອມ​ໃຈ​ຍອມຮັບ​ວ່າ​ເຮົາ​ບໍ່​ຮູ້​ທຸກ​ສິ່ງ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຄື​ກັບ​ທີ່​ເປັນ​ປະໂຫຍດ​ຕໍ່​ໂຢບ (ເບິ່ງ​ຂໍ້ 2)


3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ໃນ​ບົດ​ນີ້ ເຮົາ​ຈະ​ຮຽນ​ກ່ຽວກັບ​ບາງ​ເລື່ອງ​ທີ່​ເຮົາ​ບໍ່​ຮູ້ ແລະ​ເປັນ​ຫຍັງ​ການ​ຮູ້​ເລື່ອງ​ເຫຼົ່າ​ນີ້​ອາດ​ເຮັດ​ໃຫ້​ຍາກ​ສຳລັບ​ເຮົາ. ເຮົາ​ຍັງ​ຈະ​ຮຽນ​ນຳ​ວ່າ​ເປັນ​ຫຍັງ​ການ​ບໍ່​ຮູ້​ບາງ​ເລື່ອງ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ເຮົາ​ຈະ​ຮຽນ​ນີ້​ຈະ​ຊ່ວຍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ “ຜູ້​ທີ່​ຮູ້​ໝົດ​ທຸກ​ຢ່າງ” ຈະ​ບອກ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ຮູ້​ແທ້ໆ.—ໂຢບ 37:16

ເຮົາ​ບໍ່​ຮູ້​ວ່າ​ຈຸດຈົບ​ຈະ​ເກີດຂຶ້ນ​ຕອນ​ໃດ

4. ຕາມ​ມັດທາຍ 24:36 ມີ​ຫຍັງ​ທີ່​ເຮົາ​ບໍ່​ຮູ້?

4 ອ່ານ​ມັດທາຍ 24:36. ເຮົາ​ບໍ່​ຮູ້​ວ່າ​ລະບົບ​ທີ່​ຊາຕານ​ປົກຄອງ​ຈະ​ຖືກ​ທຳລາຍ​ຕອນ​ໃດ. ແມ່ນ​ແຕ່​ຕອນ​ທີ່​ພະ​ເຢຊູ​ຢູ່​ໂລກ​ນີ້​ເພິ່ນ​ກໍ​ບໍ່​ຮູ້ “ວັນ​ແລະ​ເວລາ​ນັ້ນ.”a ຕໍ່​ມາ ເພິ່ນ​ບອກ​ພວກ​ອັກຄະສາວົກ​ວ່າ ພະ​ເຢໂຫວາ​ທີ່​ເປັນ​ຜູ້​ຮັກສາ​ເວລາ​ອົງ​ຍິ່ງໃຫຍ່ “ເປັນ​ຜູ້​ກຳນົດ​ວັນ​ເວລາ” ສຳລັບ​ເຫດການ​ຕ່າງໆ ແລະ​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ສິດ​ຕັດສິນໃຈ​ວ່າ​ມັນ​ຈະ​ເກີດຂຶ້ນ​ຕອນ​ໃດ. (ກຈກ. 1:6, 7) ພະ​ເຢໂຫວາ​ໄດ້​ກຳນົດ​ເວລາ​ໄວ້​ແລ້ວ​ວ່າ​ລະບົບ​ນີ້​ຈະ​ຈົບ​ລົງ​ຕອນ​ໃດ ແຕ່​ເຮົາ​ບໍ່​ຮູ້​ວ່າ​ແມ່ນ​ມື້​ໃດ​ແທ້ໆ.

5. ຍ້ອນ​ເຮົາ​ບໍ່​ຮູ້​ວ່າ​ຈຸດຈົບ​ຈະ​ມາ​ຕອນ​ໃດ ເຮົາ​ອາດ​ຮູ້ສຶກ​ແນວ​ໃດ?

5 ຈາກ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ ເຮົາ​ບໍ່​ຮູ້​ວ່າ​ເຮົາ​ຕ້ອງ​ຖ້າ​ອີກ​ດົນ​ປານ​ໃດ​ຈຸດຈົບ​ຂອງ​ລະບົບ​ນີ້​ຈຶ່ງ​ຈະ​ມາ​ຮອດ. ສະນັ້ນ ເຮົາ​ອາດ​ໝົດ​ຄວາມ​ອົດທົນ​ຫຼື​ຮູ້ສຶກ​ທໍ້ໃຈ​ໂດຍ​ສະເພາະ​ຖ້າ​ເຮົາ​ໄດ້​ລໍ​ຖ້າ​ວັນ​ຂອງ​ພະ​ເຢໂຫວາ​ມາ​ດົນ​ແລ້ວ. ນອກ​ຈາກ​ນັ້ນ ເຮົາ​ອາດ​ຮູ້ສຶກ​ທໍ້ໃຈ​ຄື​ກັນ​ຖ້າ​ຄົນ​ອື່ນ​ຫຼື​ຄົນ​ໃນ​ຄອບຄົວ​ເຍາະເຍີ້ຍ​ເຮົາ​ຍ້ອນ​ຈຸດຈົບ​ບໍ່​ມາ​ຮອດ​ຈັກ​ເທື່ອ. (2ປຕ. 3:3, 4) ອາດ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ຮູ້ສຶກ​ວ່າ​ຖ້າ​ເຮົາ​ຮູ້​ວ່າ​ຈຸດຈົບ​ຈະ​ມາ​ມື້​ໃດ​ແທ້ໆ ມັນ​ຈະ​ງ່າຍ​ຂຶ້ນ​ທີ່​ຈະ​ລໍ​ຖ້າ​ແລະ​ບໍ່​ທໍ້ໃຈ​ຫຼາຍ​ເກີນ​ໄປ​ຖ້າ​ມີ​ຄົນ​ເຍາະເຍີ້ຍ​ເຮົາ.

6. ເປັນ​ຫຍັງ​ການ​ທີ່​ເຮົາ​ບໍ່​ຮູ້​ວ່າ​ຈຸດຈົບ​ຈະ​ມາ​ມື້​ໃດ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ?

6 ຍ້ອນ​ພະ​ເຢໂຫວາ​ບໍ່​ບອກ​ເຮົາ​ໃຫ້​ຮູ້​ວ່າ​ຈຸດຈົບ​ຈະ​ມາ​ມື້​ໃດ​ແທ້ໆ ເຮົາ​ຈຶ່ງ​ມີ​ໂອກາດ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຮັບໃຊ້​ເພິ່ນ​ຍ້ອນ​ເຮົາ​ຮັກ​ແລະ​ໄວ້​ວາງໃຈ​ເພິ່ນ. ເຮົາ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຕະຫຼອດ​ໄປ ບໍ່​ແມ່ນ​ຮັບໃຊ້​ຮອດ​ແຕ່​ມື້​ທີ່​ຈຸດຈົບ​ຈະ​ມາ​ຮອດ​ເທົ່າ​ນັ້ນ. ແທນ​ທີ່​ຈະ​ສົນໃຈ​ແຕ່​ວ່າ “ວັນ​ຂອງ​ພະ​ເຢໂຫວາ” ຈະ​ມາ​ມື້​ໃດ ມັນ​ດີ​ກວ່າ​ທີ່​ເຮົາ​ຈະ​ສົນໃຈ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ຫຼັງ​ຈາກ​ນັ້ນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ ໄວ້​ວາງໃຈ​ເພິ່ນ ແລະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ໃຫ້​ເພິ່ນ​ພໍໃຈ.—2ປຕ. 3:11, 12

7. ເຮົາ​ຮູ້​ຫຍັງ?

7 ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ສົນໃຈ​ໃນ​ສິ່ງ​ທີ່​ເຮົາ​ຮູ້ ນັ້ນ​ຄື​ສະໄໝ​ສຸດທ້າຍ​ເລີ່ມ​ຕົ້ນ​ໃນ​ປີ 1914. ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ໃຫ້​ເຮົາ​ຮູ້​ຈັກ​ຄຳ​ພະຍາກອນ​ຕ່າງໆ​ທີ່​ພິສູດ​ວ່າ​ປີ 1914 ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ສະໄໝ​ສຸດທ້າຍ. ເພິ່ນ​ຍັງ​ບອກ​ໃຫ້​ເຮົາ​ຮູ້​ລາຍລະອຽດ​ຫຼາຍ​ຢ່າງ​ກ່ຽວກັບ​ສະພາບການ​ໃນ​ໂລກ​ຫຼັງ​ຈາກ​ປີ​ນັ້ນ. ຍ້ອນ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ເກີດຂຶ້ນ​ແທ້ ເຮົາ​ຈຶ່ງ​ໝັ້ນໃຈ​ວ່າ “ວັນ​ໃຫຍ່​ຂອງ​ພະ​ເຢໂຫວາ​ໃກ້​ມາ​ຮອດ​ແລ້ວ.” (ຊຟຢ. 1:14) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ວຽກ​ຫຍັງ? ເພິ່ນ​ຢາກ​ໃຫ້​ເຮົາ​ບອກ​ຫຼາຍ​ຄົນ​ເທົ່າ​ທີ່​ເປັນ​ໄປ​ໄດ້​ກ່ຽວກັບ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.” (ມທ. 24:14) ເຮົາ​ກຳລັງ​ປະກາດ​ຂ່າວ​ດີ​ນີ້​ໃນ​ປະມານ 240 ດິນແດນ​ແລະ​ໃນ​ຫຼາຍ​ກວ່າ 1.000 ພາສາ. ເຮົາ​ບໍ່​ຈຳເປັນ​ຕ້ອງ​ຮູ້ “ວັນ​ແລະ​ເວລາ​ນັ້ນ” ເພື່ອ​ຈະ​ປະກາດ​ຢ່າງ​ກະຕືລືລົ້ນ​ໃນ​ວຽກ​ທີ່​ສຳຄັນ​ນີ້.

ເຮົາ​ບໍ່​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ

8. ເຮົາ​ຮຽນ​ຫຍັງ​ຈາກ​ປັນຍາຈານ 11:5?

8 ອ່ານ​ປັນຍາຈານ 11:5. ເຮົາ​ຮຽນ​ຈາກ​ຂໍ້​ຄຳພີ​ນີ້​ວ່າ ເຮົາ​ບໍ່​ຮູ້​ແທ້ໆ​ໃນ “ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ເຮັດ” ຫຼື​ເພິ່ນ​ຈະ​ຍອມ​ໃຫ້​ເກີດ​ຫຍັງ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ. ສະນັ້ນ ເຮົາ​ບໍ່​ຮູ້​ເຫດຜົນ​ທັງໝົດ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຍອມ​ໃຫ້​ບາງ​ສິ່ງ​ເກີດຂຶ້ນ​ຫຼື​ເພິ່ນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ແທ້ໆ. (ພສ. 37:5) ຄຳພີ​ໄບເບິນ​ສົມທຽບ​ການ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ເຮັດ​ເປັນ​ຄື​ກັບ​ການ​ບໍ່​ເຂົ້າໃຈ​ວ່າ​ແອນ້ອຍ​ທີ່​ຢູ່​ໃນ​ທ້ອງ​ແມ່​ເຕີບໃຫຍ່​ຂຶ້ນ​ໄດ້​ແນວ​ໃດ. ແມ່ນ​ແຕ່​ນັກ​ວິທະຍາສາດ​ກໍ​ຍັງ​ບໍ່​ເຂົ້າໃຈ​ເຕັມທີ​ກ່ຽວກັບ​ເລື່ອງ​ນີ້. ຄ້າຍຄື​ກັນ ເຮົາ​ກໍ​ບໍ່​ເຂົ້າໃຈ​ເຕັມທີ​ວ່າ​ພະ​ເຢໂຫວາ​ເຮັດ​ສິ່ງ​ຕ່າງໆ​ແນວ​ໃດ.

9. ຍ້ອນ​ບໍ່​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ແນວ​ໃດ ເຮົາ​ອາດ​ເລີ່ມ​ຮູ້ສຶກ​ຈັ່ງ​ໃດ?

9 ເມື່ອ​ເຮົາ​ບໍ່​ຮູ້​ແທ້ໆ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ ເຮົາ​ອາດ​ລັງເລ​ທີ່​ຈະ​ຕັດສິນໃຈ​ເຮັດ​ບາງ​ຢ່າງ. ເຮົາ​ອາດ​ບໍ່​ກ້າ​ທີ່​ຈະ​ເສຍ​ສະລະ​ບາງ​ຢ່າງ​ເພື່ອ​ຈະ​ເຮັດ​ວຽກ​ປະກາດ​ໄດ້​ຫຼາຍ​ຂຶ້ນ​ຫຼື​ຍ້າຍ​ໄປ​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ຫຼື​ເຮົາ​ອາດ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ພໍໃຈ​ເຮົາ​ບໍ​ຖ້າ​ເຮົາ​ຮັບໃຊ້​ເພິ່ນ​ບໍ່​ໄດ້​ຕາມ​ເປົ້າໝາຍ​ທີ່​ຕັ້ງ​ໄວ້ ຖ້າ​ເຮົາ​ບໍ່​ເຫັນ​ຜົນ​ທີ່​ດີ​ຈາກ​ວຽກ​ໜັກ​ທີ່​ເຮົາ​ເຮັດ​ໃນ​ການ​ປະກາດ ຫຼື​ຖ້າ​ເຮົາ​ເຈິ​ອຸປະສັກ​ໃນ​ໂຄງ​ການ​ບາງ​ຢ່າງ​ຂອງ​ອົງການ​ເຖິງ​ວ່າ​ເຮົາ​ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ແລ້ວ.

10. ການ​ທີ່​ເຮົາ​ບໍ່​ຮູ້​ແທ້ໆ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ແນວ​ໃດ ມັນ​ຊ່ວຍ​ເຮົາ​ໃຫ້​ປູກ​ຝັງ​ຄຸນລັກສະນະ​ທີ່​ສຳຄັນ​ຫຍັງ?

10 ການ​ທີ່​ເຮົາ​ບໍ່​ຮູ້​ແທ້ໆ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ ທີ່​ຈິງ​ແລ້ວ​ມັນ​ຊ່ວຍ​ເຮົາ​ໃຫ້​ປູກ​ຝັງ​ຄຸນລັກສະນະ​ທີ່​ສຳຄັນ ເຊັ່ນ: ຄວາມ​ຖ່ອມ. ຄວາມ​ຖ່ອມ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ຄວາມ​ຄິດ​ແລະ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ຢູ່​ເໜືອ​ເຮົາ. (ອຊຢ. 55:8, 9) ເຮົາ​ຍັງ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ເຕັມທີ​ແລະ​ເຊື່ອ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ໄດ້​ສຳເລັດ. ເມື່ອ​ເຮົາ​ເຫັນ​ຜົນ​ດີ​ໃນ​ວຽກ​ປະກາດ​ຫຼື​ໃນ​ໂຄງ​ການ​ບາງ​ຢ່າງ​ຂອງ​ອົງການ ເຮົາ​ຈະ​ຍ້ອງຍໍ​ສັນລະເສີນ​ພະ​ເຢໂຫວາ. (ພສ. 127:1; 1ກຣ. 3:7) ຖ້າ​ບາງ​ຢ່າງ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ເຮົາ​ຄາດ​ຫວັງ​ໄວ້ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຮູ້​ແລະ​ເຫັນ​ທຸກ​ສິ່ງ. ການ​ຈື່​ເລື່ອງ​ນີ້​ໄວ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ໃຈ​ທີ່​ສະຫງົບ. (ອຊຢ. 26:12) ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ສະເໝີ. ເຮົາ​ເຊື່ອ​ໝັ້ນ​ວ່າ​ພະ​ເຢໂຫວາ​ຈະ​ຊີ້ນຳ​ເຮົາ​ເຖິງ​ວ່າ​ເພິ່ນ​ຈະ​ບໍ່​ໄດ້​ເຮັດ​ໃນ​ແບບ​ທີ່​ອັດສະຈັນ​ຄື​ກັບ​ທີ່​ເພິ່ນ​ເຮັດ​ໃນ​ສະໄໝ​ແຕ່​ກີ້.—ກຈກ. 16:6-10

11. ມີ​ຫຍັງ​ແດ່​ທີ່​ເຮົາ​ຮູ້?

11 ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ ຍຸຕິທຳ ແລະ​ມີ​ສະຕິ​ປັນຍາ. ເຮົາ​ຮູ້​ວ່າ​ເພິ່ນ​ເຫັນຄ່າ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ເພິ່ນ​ແລະ​ເພື່ອ​ພີ່ນ້ອງ. ເຮົາ​ຍັງ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ຜູ້​ທີ່​ພັກດີ​ຕໍ່​ເພິ່ນ.—ຮຣ. 11:6

ເຮົາ​ບໍ່​ຮູ້​ວ່າ​ມື້​ອື່ນ​ຈະ​ເກີດ​ຫຍັງ​ຂຶ້ນ

12. ຕາມ​ຢາໂກໂບ 4:13, 14 ເຮົາ​ບໍ່​ຮູ້​ໃນ​ເລື່ອງ​ໃດ?

12 ອ່ານ​ຢາໂກໂບ 4:13, 14. ເຮົາ​ບໍ່​ຮູ້​ວ່າ​ມື້​ອື່ນ​ຊີວິດ​ເຮົາ​ຊິ​ເປັນ​ແນວ​ໃດ? ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ສາມາດ​ເກີດຂຶ້ນ​ກັບ​ເຮົາ​ຍ້ອນ “ເວລາ​ແລະ​ເຫດການ​ທີ່​ບໍ່​ຄາດ​ຄິດ” ເກີດຂຶ້ນ​ໄດ້​ສະເໜີ. (ປຍຈ. 9:11) ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ບໍ່​ຮູ້​ວ່າ​ແຜນການ​ທີ່​ເຮົາ​ວາງ​ໄວ້​ຈະ​ສຳເລັດ​ຫຼື​ບໍ່ ຫຼື​ເຮົາ​ຈະ​ຍັງ​ມີ​ຊີວິດ​ຢູ່​ຈົນ​ເຫັນ​ແຜນການ​ນັ້ນ​ສຳເລັດ​ບໍ.

13. ຄວາມ​ບໍ່​ແນ່ນອນ​ໃນ​ຊີວິດ​ອາດ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ?

13 ຄວາມ​ບໍ່​ແນ່ນອນ​ຂອງ​ຊີວິດ​ອາດ​ເຮັດ​ໃຫ້​ມັນ​ຍາກ​ສຳລັບ​ເຮົາ​ທີ່​ຈະ​ອົດທົນ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ເຮົາ​ອາດ​ກັງວົນ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ ແລະ​ຄວາມ​ກັງວົນ​ນັ້ນ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ສຸກ. ຊີວິດ​ຂອງ​ເຮົາ​ອາດ​ປ່ຽນ​ໄປ​ແບບ​ບໍ່​ຄາດ​ຄິດ ຫຼື​ອາດ​ຈະ​ມີ​ສິ່ງ​ທີ່​ບໍ່​ດີ​ເກີດຂຶ້ນ​ກັບ​ເຮົາ​ແບບ​ກະທັນຫັນ. ເລື່ອງ​ແບບ​ນີ້​ສາມາດ​ເຮັດ​ໃຫ້​ເຮົາ​ໂສກເສົ້າ​ເສຍໃຈ. ເມື່ອ​ຄວາມ​ຄາດ​ຫວັງ​ຂອງ​ເຮົາ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ເຮົາ​ຫວັງ​ໄວ້ ເຮົາ​ອາດ​ຮູ້ສຶກ​ຜິດ​ຫວັງ​ແລະ​ທໍ້ໃຈ.—ສພສ. 13:12

14. ຄວາມ​ສຸກ​ຂອງ​ເຮົາ​ຂຶ້ນ​ຢູ່​ກັບ​ຫຍັງ? (ເບິ່ງ​ຮູບ​ນຳ)

14 ຕອນ​ທີ່​ເຮົາ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ບໍ່​ວ່າ​ຈະ​ເລື່ອງ​ໃດ​ກໍ​ຕາມ ເຮົາ​ພິສູດ​ໃຫ້​ເຫັນ​ວ່າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ຄວາມ​ຮັກ​ບໍ່​ແມ່ນ​ຍ້ອນ​ຄວາມ​ເຫັນ​ແກ່​ໂຕ. ເລື່ອງ​ໃນ​ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ບໍ່​ຄວນ​ຄາດໝາຍ​ວ່າ​ພະ​ເຢໂຫວາ​ຈະ​ປົກປ້ອງ​ເຮົາ​ຈາກ​ຄວາມ​ຍາກ​ລຳບາກ​ຕ່າງໆ ແລະ​ເພິ່ນ​ບໍ່​ໄດ້​ກຳນົດ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ຊີວິດ​ຂອງ​ເຮົາ. ພະ​ເຢໂຫວາ​ຮູ້​ວ່າ​ຄວາມ​ສຸກ​ຂອງ​ເຮົາ​ບໍ່​ໄດ້​ຂຶ້ນ​ກັບ​ການ​ຮູ້​ວ່າ​ອະນາຄົດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ ແຕ່​ມັນ​ຂຶ້ນ​ກັບ​ການ​ຊອກ​ຫາ​ການ​ຊີ້ນຳ​ຈາກ​ເພິ່ນ​ແລະ​ເຊື່ອຟັງ​ເພິ່ນ. (ຢຣມ. 10:23) ເມື່ອ​ເຮົາ​ຕ້ອງ​ຕັດສິນໃຈ​ໃນ​ບາງ​ເລື່ອງ​ແລະ​ຂໍ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ​ກໍ​ເປັນ​ຄື​ກັບ​ເຮົາ​ກຳລັງ​ເວົ້າ​ວ່າ: “ຖ້າ​ພະ​ເຢໂຫວາ​ຕ້ອງການ ພວກ​ເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່​ແລະ​ເຮັດ​ສິ່ງ​ນັ້ນ​ສິ່ງ​ນີ້​ໄດ້.”—ຢກບ. 4:15

ຮູບ: ຮູບ​ທີ 1. ພໍ່​ກັບ​ລູກ​ຊາຍ​ກຽມ​ກະເປົາ​ສຸກເສີນ. ເຂົາເຈົ້າ​ເອົາ​ຄຳພີ​ໄບເບິນ​ໃສ່​ໃນ​ກະເປົາ​ພ້ອມ​ກັບ​ເຄື່ອງ​ອື່ນໆ​ທີ່​ຕ້ອງ​ໃຊ້​ໃນ​ເວລາ​ສຸກເສີນ. 2. ພໍ່ ແມ່ ແລະ​ລູກ​ຊາຍ​ນັ່ງ​ຫຼົບ​ຝົນ​ຢູ່​ໃນ​ເຕັ້ນ. ເຂົາເຈົ້າ​ໃຊ້​ສິ່ງ​ຕ່າງໆ​ຈາກ​ກະເປົາ​ສຸກເສີນ​ໃນ​ຍາມ​ທີ່​ສຸກເສີນ​ແບບ​ນີ້.

ການ​ຊອກ​ຫາ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ​ແລະ​ເຊື່ອຟັງ​ເພິ່ນ​ສາມາດ​ປົກປ້ອງ​ເຮົາ​ໄດ້ (ເບິ່ງ​ຂໍ້ 14-15)b


15. ເຮົາ​ຮູ້​ຫຍັງ​ກ່ຽວກັບ​ອະນາຄົດ?

15 ເຖິງ​ເຮົາ​ບໍ່​ຮູ້​ວ່າ​ຊີວິດ​ໃນ​ແຕ່​ລະ​ມື້​ຈະ​ເປັນ​ແນວ​ໃດ ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ເຮົາ​ເລື່ອງ​ຊີວິດ​ຕະຫຼອດ​ໄປ ບໍ່​ວ່າ​ຈະ​ເປັນ​ຊີວິດ​ທີ່​ຢູ່​ໃນ​ສະຫວັນ​ຫຼື​ໃນ​ໂລກ​ນີ້. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ເວົ້າ​ຕົວະ​ແລະ​ບໍ່​ມີ​ຫຍັງ​ສາມາດ​ຂັດຂວາງ​ເພິ່ນ​ບໍ່​ໃຫ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ເພິ່ນ​ສັນຍາ​ໄວ້. (ຕຕ. 1:2) ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ສາມາດ “ບອກ​ລ່ວງ​ໜ້າ​ວ່າ​ຜົນ​ອອກ​ມາ​ຈະ​ເປັນ​ແນວ​ໃດ ແລະ​ຕັ້ງແຕ່​ດົນ​ແລ້ວ [ເພິ່ນ] ໄດ້​ບອກ​ລ່ວງ​ໜ້າ​ກ່ຽວກັບ​ສິ່ງ​ຕ່າງໆ​ທີ່​ຍັງ​ບໍ່​ທັນ​ເກີດຂຶ້ນ.” ທຸກ​ສິ່ງ​ທີ່​ເພິ່ນ​ບອກ​ໄວ້​ລ່ວງ​ໜ້າ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ໄດ້​ເກີດຂຶ້ນ​ແທ້ ແລະ​ທຸກ​ສິ່ງ​ທີ່​ເພິ່ນ​ບອກ​ລ່ວງ​ໜ້າ​ກ່ຽວກັບ​ອະນາຄົດ​ກໍ​ຈະ​ເກີດຂຶ້ນ​ແທ້​ຄື​ກັນ. (ອຊຢ. 46:10) ເຮົາ​ຮູ້​ວ່າ​ບໍ່​ມີ​ຫຍັງ​ຈະ​ສາມາດ​ຂັດຂວາງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ເຮົາ. (ຣມ. 8:35-39) ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສະຕິ​ປັນຍາ ໄດ້​ຮັບ​ການ​ປອບ​ໂຍນ ແລະ​ມີ​ກຳລັງ​ເພື່ອ​ຈະ​ອົດທົນ​ກັບ​ທຸກ​ສິ່ງ​ທີ່​ເຮົາ​ເຈິ. ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແລະ​ອວຍພອນ​ເຮົາ.—ຢຣມ. 17:7, 8

ເຮົາ​ບໍ່​ສາມາດ​ເຂົ້າໃຈ​ເຕັມທີ​ວ່າ​ພະ​ເຢໂຫວາ​ຮູ້​ຈັກ​ເຮົາ​ດີ​ສ່ຳ​ໃດ

16. ພະ​ເຢໂຫວາ​ຮູ້​ຫຍັງ​ກ່ຽວກັບ​ໂຕ​ເຮົາ ແລະ​ເລື່ອງ​ນັ້ນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ? (ເພງ​ສັນລະເສີນ 139:1-6)

16 ອ່ານ​ເພງ​ສັນລະເສີນ 139:1-6. ພະ​ເຢໂຫວາ​ຜູ້​ທີ່​ສ້າງ​ເຮົາ​ຮູ້​ວ່າ​ເຮົາ​ຖືກ​ສ້າງ​ມາ​ແນວ​ໃດ. ເພິ່ນ​ຮູ້​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຄິດ​ແລະ​ຮູ້ສຶກ​ແບບ​ນັ້ນ. ເພິ່ນ​ຮູ້​ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ເຮົາ. ເພິ່ນ​ຍັງ​ຮູ້​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເຮັດ​ແບບ​ນັ້ນ. ພະ​ເຢໂຫວາ​ສົນໃຈ​ເຮົາ​ຕະຫຼອດ​ເວລາ. ກະສັດ​ດາວິດ​ເວົ້າ​ວ່າ ພະ​ເຢໂຫວາ​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍ​ເຮົາ ແລະ​ເພິ່ນ​ກໍ​ສາມາດ​ຊ່ວຍ​ເຮົາ​ໄດ້​ແທ້ໆ. ເປັນ​ຕາ​ງຶດ​ແທ້ໆ​ທີ່​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ແລະ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ສົນໃຈ​ເຮົາ​ຫຼາຍ​ປານ​ນີ້. ດາວິດ​ເວົ້າ​ວ່າ: “ພະອົງ​ຮູ້​ຈັກ​ລູກ​ດີ​ຫຼາຍ ແລະ​ມັນ​ເກີນ​ກວ່າ​ທີ່​ລູກ​ຈະ​ຄິດ​ອອກ​ໄດ້.”—ພສ. 139:6, ໄຂເງື່ອນ

17. ເປັນ​ຫຍັງ​ອາດ​ຍາກ​ສຳລັບ​ເຮົາ​ທີ່​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ສົນໃຈ​ເຮົາ​ແທ້ໆ?

17 ບາງ​ເທື່ອ​ຍ້ອນ​ພູມ​ຫຼັງ​ທາງ​ຄອບຄົວ ວັດທະນະທຳ ຫຼື​ຄວາມ​ເຊື່ອ​ເກົ່າ​ຂອງ​ເຮົາ ມັນ​ອາດ​ຍາກ​ສຳລັບ​ເຮົາ​ທີ່​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ທີ່​ມີ​ຄວາມ​ຮັກ​ທີ່​ສົນໃຈ​ເຮົາ​ແທ້ໆ. ຫຼື​ເຮົາ​ອາດ​ຮູ້ສຶກ​ວ່າ​ສິ່ງ​ທີ່​ເຮົາ​ເຄີຍ​ເຮັດ​ຜິດ​ໃນ​ອະດີດ​ມັນ​ບໍ່​ດີ​ແທ້ໆ​ຈົນ​ພະ​ເຢໂຫວາ​ບໍ່​ຢາກ​ຮູ້​ຈັກ​ເຮົາ​ແລະ​ຢູ່​ໄກໆ​ຈາກ​ເຮົາ. ແມ່ນ​ແຕ່​ດາວິດ​ບາງ​ເທື່ອ​ກໍ​ເຄີຍ​ຮູ້ສຶກ​ແບບ​ນັ້ນ. (ພສ. 38:18, 21) ຫຼື​ບາງ​ຄົນ​ທີ່​ກຳລັງ​ໃຊ້​ຊີວິດ​ແບບ​ຜິດ​ສິນລະທຳ​ທາງ​ເພດ​ເຊິ່ງ​ກຳລັງ​ພະຍາຍາມ​ແທ້ໆ​ທີ່​ຈະ​ປ່ຽນແປງ​ຮູບ​ແບບ​ຊີວິດ​ຂອງ​ໂຕເອງ​ແລະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ອາດ​ສົງໄສ​ວ່າ ‘ຖ້າ​ພະ​ເຢໂຫວາ​ຮູ້​ຈັກ​ຂ້ອຍ​ແທ້ໆ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຢາກ​ໃຫ້​ຂ້ອຍ​ປ່ຽນແປງ​ໂຕເອງ​ແທນ​ທີ່​ຈະ​ຍອມຮັບ​ຂ້ອຍ​ໃນ​ແບບ​ທີ່​ຂ້ອຍ​ເປັນ​ລະ​ກະ​ແລ້ວ?’

18. ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ຍອມຮັບ​ວ່າ​ພະ​ເຢໂຫວາ​ຮູ້​ຈັກ​ເຮົາ​ດີ​ກວ່າ​ທີ່​ເຮົາ​ຮູ້​ຈັກ​ໂຕເອງ? (ເບິ່ງ​ຮູບ​ນຳ)

18 ເຮົາ​ຕ້ອງ​ຍອມຮັບ​ວ່າ​ພະ​ເຢໂຫວາ​ຮູ້​ຈັກ​ເຮົາ​ດີ​ກວ່າ​ທີ່​ເຮົາ​ຮູ້​ຈັກ​ໂຕເອງ ແລະ​ເຮົາ​ຕ້ອງ​ຍອມຮັບ​ວ່າ​ເພິ່ນ​ເຫັນ​ຈຸດ​ທີ່​ດີ​ໃນ​ໂຕ​ເຮົາ​ເຊິ່ງ​ເຮົາ​ເບິ່ງ​ບໍ່​ເຫັນ. ເຖິງ​ວ່າ​ເພິ່ນ​ຈະ​ເຫັນ​ຈຸດ​ທີ່​ບໍ່​ດີ​ໃນ​ໂຕ​ເຮົາ​ແລະ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ​ແລະ​ເຮັດ​ຈັ່ງ​ຊັ້ນ ແຕ່​ເພິ່ນ​ກໍ​ຮັກ​ເຮົາ. ເພິ່ນ​ຮູ້​ວ່າ​ເຮົາ​ປ່ຽນແປງ​ໂຕເອງ​ໄດ້​ແລະ​ຢາກ​ຊ່ວຍ​ເຮົາ. (ຣມ. 7:15) ເມື່ອ​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ດີ​ໃນ​ໂຕ​ເຮົາ ເຮົາ​ກໍ​ໝັ້ນໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່​ແລະ​ດ້ວຍ​ຄວາມ​ຍິນດີ.

ຮູບ: ຮູບ​ທີ 1. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ທໍ້ໃຈ​ແນມ​ອອກ​ໄປ​ທາງ​ນອກ​ປ່ອງ​ຢ້ຽມ​ໃນ​ມື້​ທີ່​ຝົນ​ຕົກ​ຟ້າ​ມືດ. ຮູບ​ທີ 2. ໃນ​ໂລກ​ໃໝ່ ພີ່ນ້ອງ​ຊາຍ​ຜູ້​ນີ້​ກັບ​ໝູ່​ຂອງ​ລາວ​ໄປ​ຍ່າງ​ຫຼິ້ນ​ຕາມ​ພູ ແລະ​ລາວ​ມີ​ຄວາມ​ສຸກ​ກັບ​ການ​ເບິ່ງ​ທຳມະຊາດ​ທີ່​ງາມໆ.

ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮັບມື​ກັບ​ບັນຫາ​ທີ່​ເຮົາ​ເຈິ​ແບບ​ບໍ່​ຄາດ​ຄິດ​ໃນ​ໂລກ​ນີ້ໂດຍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໃນ​ຄຳ​ສັນຍາ​ຕ່າງໆ​ຂອງ​ເພິ່ນ​ກ່ຽວກັບ​ຊ່ວງ​ເວລາ​ທີ່​ມີ​ຄວາມ​ສຸກ​ເຊິ່ງ​ລໍ​ຖ້າ​ເຮົາ​ໃນ​ໂລກ​ໃໝ່ (ເບິ່ງ​ຂໍ້ 18-19)c


19. ເຮົາ​ຮູ້​ຫຍັງ​ແດ່​ກ່ຽວກັບ​ພະ​ເຢໂຫວາ?

19 ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຄວາມ​ຮັກ ແລະ​ເຮົາ​ບໍ່​ມີ​ຂໍ້​ສົງໄສ​ກ່ຽວກັບ​ເລື່ອງ​ນີ້​ເລີຍ. (1ຢຮ. 4:8) ເຮົາ​ຮູ້​ວ່າ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ເຮັດ​ຫຼື​ຫ້າມ​ບໍ່​ໃຫ້​ເຮັດ​ກໍ​ຍ້ອນ​ເພິ່ນ​ຮັກ​ເຮົາ​ແລະ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ ເພິ່ນ​ຈຶ່ງ​ຈັດ​ກຽມ​ໃຫ້​ມີ​ຄ່າໄຖ່. ຄ່າໄຖ່​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ​ທີ່​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ເຮົາ​ສາມາດ​ຮັບໃຊ້​ເພິ່ນ​ໃນ​ແບບ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ​ໄດ້​ເຖິງ​ວ່າ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ. (ຣມ. 7:24, 25) ເຮົາ​ຮູ້​ວ່າ “[ພະ​ເຢໂຫວາ] ໃຫຍ່​ກວ່າ​ໃຈ​ຂອງ​ພວກ​ເຮົາ​ແລະ​ເພິ່ນ​ຮູ້​ທຸກ​ສິ່ງ.” (1ຢຮ. 3:19, 20) ພະ​ເຢໂຫວາ​ເຫັນ​ທຸກ​ສິ່ງ​ກ່ຽວກັບ​ໂຕ​ເຮົາ ແລະ​ເພິ່ນ​ໝັ້ນໃຈ​ວ່າ​ເຮົາ​ສາມາດ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ໄດ້​ສຳເລັດ.

20. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ກັງວົນ​ຫຼາຍ​ເກີນ​ໄປ?

20 ພະ​ເຢໂຫວາ​ບອກ​ເຮົາ​ໃຫ້​ຮູ້​ທຸກ​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ຮູ້​ແທ້ໆ. ເມື່ອ​ເຮົາ​ຖ່ອມ​ໃຈ​ຍອມຮັບ​ຄວາມ​ຈິງ​ນີ້ ເຮົາ​ກໍ​ຈະ​ບໍ່​ກັງວົນ​ຫຼາຍ​ເກີນ​ໄປ​ໃນ​ສິ່ງ​ທີ່​ເຮົາ​ບໍ່​ຮູ້​ແລະ​ສົນໃຈ​ໃນ​ສິ່ງ​ທີ່​ເຮົາ​ຮູ້​ເຊິ່ງ​ເປັນ​ສິ່ງ​ທີ່​ສຳຄັນ​ແທ້ໆ. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ຖ່ອມ​ແລະ​ໝັ້ນໃຈ​ເຕັມທີ​ໃນ​ພະ​ເຢໂຫວາ “ພະເຈົ້າ​ຜູ້​ທີ່​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ.” (ໂຢບ 36:4) ເຖິງ​ວ່າ​ຕອນນີ້​ເຮົາ​ບໍ່​ເຂົ້າໃຈ​ບາງ​ເລື່ອງ ແຕ່​ເຮົາ​ລໍ​ຖ້າ​ທີ່​ຈະ​ຮຽນ​ຮູ້​ສິ່ງ​ໃໝ່ໆ​ທີ່​ພະ​ເຢໂຫວາ​ຈະ​ສອນ​ເຮົາ​ຕະຫຼອດ​ໄປ​ແລະ​ທັງ​ລໍ​ຖ້າ​ທີ່​ຈະ​ຮຽນ​ຮູ້​ສິ່ງ​ໃໝ່ໆ​ກ່ຽວກັບ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ຂອງ​ເຮົາ​ຕະຫຼອດ​ໄປ​ຄື​ກັນ.—ປຍຈ. 3:11

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ເປັນ​ຫຍັງ​ການ​ທີ່​ເຮົາ​ບໍ່​ຮູ້​ວ່າ​ຈຸດຈົບ​ຈະ​ເກີດຂຶ້ນ​ຕອນ​ໃດ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ?

  •  ເພື່ອ​ຈະ​ມີ​ຄວາມ​ສຸກ ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ຮູ້​ວ່າ​ມື້​ອື່ນ​ຈະ​ເກີດ​ຫຍັງ​ຂຶ້ນ?

  •  ເປັນ​ຫຍັງ​ການ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້​ຈັກ​ເຮົາ​ດີ​ແທ້ໆ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ?

ເພງ​ທີ 104 ພະລັງ​ບໍລິສຸດ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ

a ພະ​ເຢຊູ​ຈະ​ນຳໜ້າ​ໃນ​ການ​ທຳລາຍ​ໂລກ​ຊົ່ວ​ທີ່​ຊາຕານ​ປົກຄອງ. ສະນັ້ນ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ສະຫຼຸບ​ວ່າ​ຕອນນີ້​ເພິ່ນ​ຮູ້​ແລ້ວ​ວ່າ​ອາມາເຄໂດນ​ຈະ​ແມ່ນ​ມື້​ໃດ ແລະ​ຕອນ​ໃດ​ທີ່​ເພິ່ນ​ຈະ “ໄດ້​ໄຊ​ຊະນະ​ຢ່າງ​ເດັດຂາດ.”—ພນມ. 6:2; 19:11-16

b ຄຳ​ອະທິບາຍ​ຮູບ: ພໍ່​ກັບ​ລູກ​ຊາຍ​ເອົາ​ເຄື່ອງ​ໃສ່​ໃນ​ກະເປົາ​ສຸກເສີນ​ເພື່ອ​ຄອບຄົວ​ຈະ​ກຽມ​ພ້ອມ​ໃນ​ກໍລະນີ​ທີ່​ມີ​ເຫດການ​ສຸກເສີນ.

c ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ກຳລັງ​ເຈິ​ກັບ​ບັນຫາ​ຄິດ​ເຖິງ​ຄວາມ​ສຸກ​ທີ່​ລໍ​ຖ້າ​ລາວ​ໃນ​ໂລກ​ໃໝ່.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌