ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ22 ມີນາ ໜ້າ 13
  • ຄຳຖາມ​ຈາກ​ຜູ້​ອ່ານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳຖາມ​ຈາກ​ຜູ້​ອ່ານ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ເລື່ອງທີ່ຄ້າຍກັນ
  • ໂຢນາທານ​ກ້າຫານ​ແລະ​ພັກດີ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ດາວິດ​ກັບ​ຊາອູນ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເຫດທີ່ດາວິດຕ້ອງໜີໄປ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຊາອຶເລ—ກະສັດທຳອິດຂອງຍິດສະລາເອນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຫ22 ມີນາ ໜ້າ 13

ຄຳຖາມ​ຈາກ​ຜູ້​ອ່ານ

2 ຊາເມືອນ 21:7-9, ລ.ມ. ບອກ​ວ່າ: ດາວິດ “ສົງສານ​ເມຟີໂບເຊດ” ແລ້ວ​ເປັນ​ຫຍັງ​ລາວ​ຈຶ່ງ​ຍອມ​ໃຫ້​ປະຫານ​ຊີວິດ​ເມຟີໂບເຊດ?

ບາງ​ຄົນ​ທີ່​ອ່ານ​ຜ່ານໆ​ອາດ​ຈະ​ສົງໄສ​ກ່ຽວ​ກັບ​ເລື່ອງ​ນີ້. ແຕ່​ໃນ​ຕົວ​ຈິງ​ແລ້ວ ຜູ້​ທີ່​ຊື່​ເມຟີໂບເຊດ​ມີ​ສອງ​ຄົນ. ຄັນ​ຊັ້ນ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ການ​ທົບ​ທວນ​ເລື່ອງ​ນີ້.

ກະສັດ​ຊາອູນ​ມີ​ລູກ​ຊາຍ 7 ຄົນ​ແລະ​ລູກ​ສາວ 2 ຄົນ. ລູກ​ຊາຍ​ກົກ​ຂອງ​ລາວ​ຊື່ ໂຢນາທານ ແລະ​ຕໍ່ມາ​ລາວ​ກໍ​ມີ​ລູກ​ຊາຍ​ທີ່​ຊື່ ເມຟີໂບເຊດ​ເຊິ່ງ​ເປັນ​ລູກ​ທີ່​ເກີດ​ຈາກ​ນາງ​ສະໜົມ​ທີ່​ຊື່ ຣີດເຊປາ. ແຕ່​ໂຢນາທານ​ກໍ​ມີ​ລູກ​ຊາຍ​ທີ່​ຊື່ ເມຟີໂບເຊດ​ຄື​ກັນ. ດັ່ງນັ້ນ ທັງ​ລູກ​ຊາຍ​ແລະ​ຫຼານ​ຊາຍ​ຂອງ​ກະສັດ​ຊາອູນ​ຈຶ່ງ​ມີ​ຊື່​ຄື​ກັນ ນັ້ນ​ຄື​ເມຟີໂບເຊດ.

ມີ​ເທື່ອ​ໜຶ່ງ ກະສັດ​ຊາອູນ​ມີ​ເລື່ອງ​ກັບ​ຄົນ​ຄາບາໂອນ​ທີ່​ຢູ່​ນຳ​ຊາວ​ອິດສະຣາເອນ​ແລະ​ພະຍາຍາມ​ຈະ​ກຳຈັດ​ເຂົາເຈົ້າ​ທຸກ​ຄົນ. ເບິ່ງ​ຄື​ວ່າ​ຄົນ​ຄາບາໂອນ​ຈຳນວນ​ໜຶ່ງ​ຖືກ​ຂ້າ​ຖິ້ມ ແຕ່​ການ​ເຮັດ​ແບບ​ນີ້​ບໍ່​ຖືກຕ້ອງ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ໃນ​ສະໄໝ​ຂອງ​ໂຢຊວຍ ຫົວ​ໜ້າ​ຊາວ​ອິດສະຣາເອນ​ໄດ້​ເຮັດ​ສັນຍາ​ວ່າ​ຈະ​ເປັນ​ໄມຕີ​ກັບ​ຄົນ​ຄາບາໂອນ.—ຢຊວຍ. 9:3-27

ສັນຍາ​ນີ້​ຍັງ​ໃຊ້​ໄດ້​ໃນ​ສະໄໝ​ຂອງ​ຊາອູນ​ຢູ່. ແຕ່​ຊາອູນ​ພັດ​ບໍ່​ໄດ້​ເຮັດ​ຕາມ​ສັນຍາ​ນັ້ນ ເພາະ​ລາວ​ພະຍາຍາມ​ທີ່​ຈະ​ກວາດ​ລ້າງ​ຄົນ​ຄາບາໂອນ. ນີ້​ຈຶ່ງ “ເປັນ​ຄວາມ​ຜິດ​ຂອງ​ຊາອູນ​ກັບ​ລາຊະວົງ​ຂອງ​ລາວ.” (2 ຊາມ. 21:1, ລ.ມ.) ໃນ​ທີ່​ສຸດ ເມື່ອ​ດາວິດ​ຂຶ້ນ​ເປັນ​ກະສັດ ຄົນ​ຄາບາໂອນ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍ​ໄດ້​ມາ​ເວົ້າ​ກັບ​ດາວິດ​ເລື່ອງ​ຄວາມ​ຜິດ​ຮ້າຍແຮງ​ທີ່​ຊາອູນ​ເຮັດ. ແລ້ວ​ດາວິດ​ກໍ​ຖາມ​ເຂົາເຈົ້າ​ວ່າ​ຈະ​ໃຫ້​ທົດ​ແທນ​ຄວາມ​ຜິດ​ນີ້​ແນວ​ໃດ ແລະ​ເພື່ອ​ຈະ​ເປີດ​ໂອກາດ​ໃຫ້​ພະ​ເຢໂຫວາ​ອວຍ​ພອນ​ປະຊາຊົນ​ທຸກ​ຄົນ. ແທນ​ທີ່​ຄົນ​ຄາບາໂອນ​ຈະ​ຂໍ​ຊັບ​ສິນ​ເງິນ​ຄຳ ແຕ່​ເຂົາເຈົ້າ​ໄດ້​ຂໍ​ເອົາ​ລູກ​ຊາຍ 7 ຄົນ​ຂອງ​ຊາອູນ​ຜູ້​ທີ່ “ວາງ​ແຜນ​ກວາດ​ລ້າງ” ເຂົາເຈົ້າ ແລະ​ສັ່ງ​ໃຫ້​ປະຫານ​ຊີວິດ. (ຈົດເຊັນ. 35:30, 31) ແລ້ວ​ດາວິດ​ກໍ​ເຮັດ​ຕາມ​ທີ່​ເຂົາເຈົ້າ​ຮ້ອງ​ຂໍ.—2 ຊາມ. 21:2-6, ລ.ມ.

ໃນ​ຕອນ​ນັ້ນ​ຊາອູນ​ແລະ​ໂຢນາທານ​ໄດ້​ຕາຍ​ໄປ​ແລ້ວ​ໃນ​ສົງຄາມ ແຕ່​ລູກ​ຂອງ​ໂຢນາທານ​ທີ່​ຊື່​ເມຟີໂບເຊດ​ຍັງ​ມີ​ຊີວິດ​ຢູ່. ເມຟີໂບເຊດ​ພິການ​ຂາ​ຍ້ອນ​ອຸບັດ​ຕິ​ເຫດ​ໃນ​ຕອນ​ຍັງ​ນ້ອຍ ແລະ​ລາວ​ກໍ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ກວາດ​ລ້າງ​ຄົນ​ຄາບາໂອນ. ດາວິດ​ໄດ້​ສັນຍາ​ກັບ​ໂຢນາທານ​ໝູ່​ສະໜິດ​ຂອງ​ລາວ​ວ່າ​ຈະ​ເບິ່ງ​ແຍງ​ລູກ​ຫຼານ​ຂອງ​ໂຢນາທານ ເຊິ່ງ​ລວມ​ເຖິງ​ເມຟີໂບເຊດ​ນຳ. (1 ຊາມ. 18:1; 20:42) ຄຳ​ພີ​ໄບເບິນ​ບອກ​ວ່າ: “ກະສັດ​ດາວິດ​ສົງສານ​ເມຟີໂບເຊດ​ລູກ​ໂຢນາທານ​ຫຼານ​ຊາອູນ ເພາະ​ດາວິດ​ໄດ້​ສັນຍາ​ກັບ​ໂຢນາທານ​ລູກ​ຊາອູນ​ຕໍ່​ໜ້າ​ພະ​ເຢໂຫວາ​ແລ້ວ.”—2 ຊາມ. 21:7, ລ.ມ.

ດາວິດ​ໄດ້​ເຮັດ​ຕາມ​ທີ່​ຄົນ​ຄາບາໂອນ​ຮ້ອງ​ຂໍ. ລາວ​ໄດ້​ມອບ​ລູກ​ຊາຍ 2 ຄົນ​ຂອງ​ຊາອູນ ເຊິ່ງ​ຄົນ​ໜຶ່ງ​ຄື​ເມຟີໂບເຊດ​ແລະ​ຫຼານ​ຊາຍ 5 ຄົນ​ຂອງ​ຊາອູນ​ໃຫ້​ກັບ​ຄົນ​ຄາບາໂອນ. (2 ຊາມ. 21:8, 9) ສິ່ງ​ທີ່​ດາວິດ​ເຮັດ​ໄດ້​ລົບ​ລ້າງ​ຄວາມ​ຜິດ​ຂອງ​ຊາອູນ.

ເລື່ອງ​ນີ້​ບໍ່​ໄດ້​ເປັນ​ພຽງ​ແຕ່​ປະຫວັດສາດ ແຕ່​ມັນ​ເປັນ​ເລື່ອງ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ກົດໝາຍ​ຂອງ​ພະເຈົ້າ​ນຳ. ໃນ​ກົດໝາຍ​ຂອງ​ພະເຈົ້າ​ບອກ​ວ່າ: “ຢ່າ​ປະຫານ​ຊີວິດ​ລູກ​ເພາະ​ຄວາມ​ຜິດ​ຂອງ​ພໍ່.” (ບັນຍັດ. 24:16, ລ.ມ.) ຖ້າ​ລູກ​ຫຼານ​ຂອງ​ຊາອູນ​ບໍ່​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄວາມ​ຜິດ​ນັ້ນ ພະ​ເຢໂຫວາ​ກໍ​ຈະ​ບໍ່​ຍອມ​ໃຫ້​ເຂົາເຈົ້າ​ຖືກ​ປະຫານ​ຊີວິດ ເພາະ​ໃນ​ກົດໝາຍ​ນັ້ນ​ຍັງ​ເວົ້າ​ຕື່ມ​ວ່າ: “ແຕ່​ລະ​ຄົນ​ຈະ​ຖືກ​ປະຫານ​ຊີວິດ​ເພາະ​ຄວາມ​ຜິດ​ຂອງ​ຕົວ​ເອງ.” ດັ່ງນັ້ນ ເບິ່ງ​ຄື​ວ່າ​ລູກ​ຫຼານ​ຂອງ​ຊາອູນ​ຈະ​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ການ​ກວາດ​ລ້າງ​ຄົນ​ຄາບາໂອນ. ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ໂທດ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.

ເຫດການ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ຄົນ​ໜຶ່ງ​ບໍ່​ສາມາດ​ແກ້​ໂຕ​ວ່າ​ບໍ່​ໄດ້​ເຮັດ​ຜິດ​ຍ້ອນ​ຄົນ​ອື່ນ​ບອກ​ໃຫ້​ເຮັດ. ລາວ​ຕ້ອງ​ຮັບຜິດຊອບ​ຈາກ​ການກະທຳ​ຂອງ​ຕົວເອງ. ດັ່ງນັ້ນ ສຸພາສິດ​ຂໍ້​ໜຶ່ງ​ຈຶ່ງ​ບອກ​ວ່າ “ເຮັດ​ໃຫ້​ທາງ​ຍ່າງ​ຂອງ​ລູກ​ກ້ຽງ​ດີ ແລ້ວ​ລູກ​ຈະ​ຍ່າງ​ໄປ​ຢ່າງ​ໝັ້ນ​ຄົງ. ຢ່າ​ຫັນ​ໄປ​ທາງ​ຂວາ​ຫຼື​ທາງ​ຊ້າຍ​ແລະ​ຍ່າງ​ອອກ​ມາ​ໃຫ້​ຫ່າງ​ໄກ​ຈາກ​ທາງ​ທີ່​ບໍ່ດີ.”—ສຸພາ 4:24-27, ລ.ມ.; ອຟຊ. 5:15

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌